ບໍຣິສັດພີເອັສ ຊີ້ແຈງ ທຸຣະກິດ
2017.06.18
ທະນາຄານແຫ່ງສປປລາວ ປະຊຸມຮ່ວມກັບ ບໍຣິສັດພີເອັສ ທີ່ນະຄອນຫລວງວຽງຈັນ ໃນວັນທີ 14 ມີຖຸນາ 2017 ໂດຍຮັບຟັງການ ເຄື່ອນໄຫວ ທຸຣະກິດ ຂອງ ບໍຣິສັດ ດັ່ງກ່າວ ໃນລະຍະທີ່ ຜ່ານມາ ຊຶ່ງທາງທະນາຄານ ເຫັນວ່າ ການດໍາເນີນ ທຸຣະກິດ ຂອງ ບໍຣິສັດພີເອັສ ນັ້ນບໍ່ສອດຄ່ອງ ກັບ ວັດຖຸປະສົງ ທີ່ກໍານົດໄວ້ ໃນ ໃບອະນຸຍາດ.
ຫລັງຈາກກອງປະຊຸມ ທ່ານ ປໍເຮີ ປະທານບໍຣິສັດພີເອັສ ເວົ້າຕໍ່ RFA ວ່າ ທະນາຄານ ແຫ່ງສປປລາວ ຢືນຢັນໃຫ້ບໍຣິສັດ ຈ່າຍເງິນໃຫ້ ສະມາຊິກ ພາຍໃນ 30 ມື້ ຊຶ່ງເຮົາ ກໍໄດ້ຮັບຟັງ ແລະ ສເນີແນວທາງແກ້ໄຂ ໂດຍຂໍເວລາ ໃຫ້ບໍຣິສັດໄດ້ເຊີນ ສະມາຊິກທຸກຄົນ ມາຮ່ວມຮັບຟັງ ແນວທາງຂອງ ບໍຣິສັດກ່ອນ, ຫາກ ສະມາຊິກ ຄົນໃດ ບໍ່ພໍໃຈ ກໍສາມາດ ຍົກເລີກ ສັນຍາໄດ້ ສ່ວນຜູ້ທີ່ຈະເປັນ ສະມາຊິກ ກັບ ບໍຣິສັດ ຕໍ່ໄປ ກໍຕ້ອງມາເຮັດ ສັນຍາ ກັນໃໝ່:
"ກະເວົ້າລວມໆໃຫ້ຈັ່ງຊີ້ແຫລະ ການດໍາເນີນ ທຸຣະກິດຂອງ PS ແລ້ວກະສິເອີ້ນ ປະຊາຊົນມາ ຜູ້ໃດພໍໃຈ ກະຕ້ອງມາເຊັນ ສັນຍາກັນໃໝ່ ຜູ້ໃດສິໄປນະ ມື້ໃໝ່ ຂ້ອຍຫາເງິນໄດ້ ຂ້ອຍຈັ່ງສິຈ່າຍເດີ ສ່ວນດຽວນີ້ ຈະຊ່ວຍເອົາເງິນ ໄປຈ່າຍ ສິເອົາ ມາແຕ່ໃສ ສິໃຫ້ຈ່າຍຄືນ 30 ມື້ນີ້ ຂນາດມີເງິນຢູ່ໃນມື ກະຍັງ ຈ່າຍບໍ່ໄດ້ນະ 30 ມື້ນະ"
ທະນາຄານແຫ່ງສປປລາວ ໄດ້ຕົກລົງ ເປັນເອກພາບ ກັບທາງ ບໍຣິສັດພີເອັສ ຄື:
1. ການດໍາເນີນທຸຣະກິດ ຜ່ານມາ ຂອງບໍຣິສັດ ຍັງບໍ່ທັນສອດຄ່ອງ ກັບວັດຖຸປະສົງ ທີ່ໄດ້ຮັບ ອະນຸຍາດ ບໍຣິສັດ ຮັບຮູ້ ແລະ ຂໍປັບປຸງ ແກ້ໄຂ
2. ບໍຣິສັດ ຍິນດີເປີດເຜີຍ ທີ່ຖືກຕ້ອງ ຄົບຖ້ວນ ແລະຄວາມຈິງ ໃຫ້ພາກຣັຖ ແລະ ສະມາຊິກຊາບ
3. ໃຫ້ບໍຣິສັດ ເປີດກອງປະຊຸມ ທຸກພາກສ່ວນ ຮວມທັງສາຂາ ເພື່ອແກ້ໄຂບັນຫາ ຊ່ວຍກັນ
4. ສະມາຊິກທີ່ຢາກຍົກເລີກ ສັນຍາກໍສາມາດ ຂໍຍົກເລີກໄດ້ ສ່ວນສະມາຊິກ ຄົນໃດ ຢາກຢູ່ຕໍ່ ກໍມາເຊັນ ສັນຍາໃໝ່.
ຕໍ່ຂໍ້ຕົກລົງເຫລົ່ານີ້ ສະມາຊິກ ບໍຣິສັດ PS ຫລາຍຄົນ ໄດ້ສະແດງຄວາມຄິດ ຄວາມເຫັນ ຜ່ານສື່ສັງຄົມ ອອນລາຍ, ບາງຄົນ ເວົ້າວ່າ ສົມແລ້ວ ກັບ ບໍຣິສັດ PS ທີ່ຕົວະຍົວະ ປະຊາຊົນ ຂນະທີ່ ຫລາຍຄົນ ກໍເຫັນດີ ໃຫ້ທັງ 2 ຝ່າຍ ຊ່ວຍກັນແກ້ໄຂ. ທະນາຄານ ແຫ່ງ ສປປລາວ ໃຫ້ບໍຣິສັດ PS ລາຍງານສະພາບ ທາງການເງິນ ສລຸບລາຍຮັບລາຍຈ່າຍ ຊັບສິນທັງໝົດ ພາຍໃນ ບໍຣິສັດ ບັນຊີເງິນຝາກ ທັງພາຍໃນປະເທດ ແລະ ຕ່າງປະເທດ ຈໍານວນ ສະມາຊິກ ແທ້ຈິງ.