ທ.ນາມ ວິຍະເກດ ໃຫ້ສຳພາດ ເອເຊັຽເສຣີ
2017.08.02

ຈາກກໍຣະນີ ທີ່ມີເຈົ້າໜ້າທີ່ ກວດກາຣັຖບານ ຢູ່ແຂວງພາກໃຕ້ ທ່ານນຶ່ງ ໄດ້ໃຫ້ສຳພາດ ໃນເດືອນ ພຶສພາ ຜ່ານມາວ່າ ເຈົ້າໜ້າທີ່ ໄດ້ມີ ການຍຶດ ຣົດໄມ້ໄວ້ 27 ຄັນ ຢູ່ດ່ານພູເກືອ ແຂວງອັດຕະປື.
ເຈົ້າໜ້າທີ່ ທ່ານນັ້ນບອກກັບ ນັກຂ່າວ ເອເຊັຽເສຣີ ວ່າໄມ້ດັ່ງກ່າວ ເປັນຂອງຄົນ ໃນຄອບຄົວ ຂອງ ທ່ານ ນາມ ວິຍະເກດ ເຈົ້າແຂວງ ແຂວງອັດຕະປື ໂດຍສະເພາະ ແມ່ນ ພັລຍາຂອງເພິ່ນ.
ເພື່ອສອບຖາມຫາຄວາມກະຈ່າງແຈ້ງໃນເຣື້ອງນີ້, ອຸ່ນແກ້ວ ສຸກສະຫວັນ ນັກຂ່າວ ເຊັຽເສຣີ ໄດ້ຂໍສຳພາດ ທ່ານ ນາມ ວິຍະເກດ ເຈົ້າແຂວງ ແຂວງອັດຕະປື ໃນວັນທີ 2 ສິງຫາ 2017 ທີ່ຜ່ານມານີ້. ໃນບົດສຳພາດ ມີດັ່ງຕໍ່ໄປນີ້:
ອຸ່ນແກ້ວ: ເຣື້ອງໄມ້ຢູ່ແຂວງອັດຕະປື ເປັນຈັ່ງໃດລະນໍ້ ທ່ານ?
ທ່ານ ນາມ ວິຍະເກດ: ເຂົາຍັງສືບຕໍ່ການກວດກາ ບໍ່ທັນສຳເລັດ ລໍຖ້າຜົນກວດກາກ່ອນເດີ ລະຈັ່ງຊິໃຫ້ຂ່າວເດີ ເຂົາເຈົ້າກຳລັງກວດກາຢູ່
ອຸ່ນແກ້ວ: ຄືວ່າ ເປັນຫຍັງຈຶ່ງປ່ອຍໃຫ້ຣົດໄມ້ອອກໄປໄດ້?
ທ່ານ ນາມ ວິຍະເກດ: ມັນບໍ່ໄດ້ອອກ ບໍ່ໄດ້ອອກໄປໃສເທື່ອ ມັນກະຢູ່ໃນປະເທດລາວນີ້ລະ ຢູ່ໃນຄວບຄຸມ ຂອງເຈົ້າໜ້າທີ່
ອຸ່ນແກ້ວ: ທ່ານ ນາມ ຂໍອະນຸຍາດຖາມທ່ານ ກົງໄປກົງມາວ່າ, ອັນເຂົາເຈົ້າວ່າ ນີ້ມັນເປັນໄມ້ທີ່ວ່າ ຄົນຢູ່ໃນຄອບຄົວ ຂອງທ່ານ ມີສ່ວນ [ພົວພັນ] ອັນນີ້ ເຂົາເຈົ້າ ເວົ້າແນວນີ້ ທ່ານ ຄິດວ່າແນວໃດ?
ທ່ານ ນາມ ວິຍະເກດ: ໂອຍ, ເຂົາເວົ້າຜູ້ເວົ້າຈັ່ງໃດ ມັນກະມີໝົດ ຜູ້ເວົ້າຈັ່ງໃດ ກໍມີໝົດ ພວກຂ້າພະເຈົ້າ ບໍ່ມີສ່ວນຮ່ວມ ກ່ຽວກັບ ເຣື້ອງໄມ້ ນີ້ ຄັນວ່າ ເຣື້ອງໄມ້ ພວກເຮົາ ຂ້າພະເຈົ້າ ບໍ່ເຮັດແຕ່ໃດມາແລ້ວ. ຂ້າພະເຈົ້າ ເປັນຣັຖມົນຕຼີ ກະຊວງການຄ້າ ກະເຄີຍ ຫວງຫ້າມບໍ່ໃຫ້ ອັນໜ້າ ສົ່ງໄມ້ອອກ ແບບນີ້ຢູ່ແລ້ວ. ພວກຂ້າພະເຈົ້າ ບໍ່ມີກິຈການ ທຸຣະກິດ ກ່ຽວກັບໄມ້. ຂ້າພະເຈົ້າ ໃຫ້ຄອບຄົວ ຂອງຂ້າພະເຈົ້າ ເຮັດ ທຸຣະກິດອື່ນ ເລື້ອງທ່ອງທ່ຽວບໍ່ ເຣື້ອງບັນຫາອື່ນ ແຕ່ວ່າເຣື້ອງໄມ້ ພວກຂ້າພະເຈົ້າ ບໍ່ເຮັດຈັກເທື່ອ. ໂຕນີ້ ບໍ່ມີສ່ວນ ກ່ຽວຂ້ອງ.
ອຸ່ນແກ້ວ: ຄືວ່າໂຕໄມ້ 27 ລົດ ມັນຄືວ່າ ໄປແຕ່ເສັ້ນທາງດຽວ ທີ່ວ່າມັນກວດກາ ໄດ້ງ່າຍທີ່ສຸດ ໂດຍສະເພາະ ເສັ້ນທາງ 18-B, ແຕ່ວ່າຄື ບໍ່ສາມາດ ສະກັດໄດ້ ກ່ອນທີ່ຈະໄປຮອດ ຊາຍແດນ ຫັ້ນນະ ທ່ານ?
ທ່ານ ນາມ ວິຍະເກດ: ບໍ່ແຕ່ວ່າ ອັດຕະປືໄປຮອດດ່ານ ບໍ່ມີດ່ານກວດ ຂ້າພະເຈົ້າລົບລ້າງ ດ່ານກວດໝົດແລ້ວ ພວກເຮົາບໍ່ເຮັດ ກວດກາໄມ້ ນຳທາງ ພວກເຮົາ ມີແຕ່ກວດຢູ່ໂຮງງານ ແລະ ກວດຢູ່ດ່ານອອກ. ກະຄືຢູ່ ສະຫະຣັຖ ອາເມຣິກາ ຫັ້ນແຫລະ ບໍ່ມີດ່ານກວດນຳທາງ. ແນວນັ້ນດອກ ກະລົບລ້າງຖິ້ມໝົດແລ້ວ.
ອຸ່ນແກ້ວ: ໂຕນີ້ຄືວ່າປ່ອຍໃຫ້ ສູນກາງມາຍຶດ, ແຕ່ວ່າ ແຂວງຄືວ່າ ບໍ່ສາມາດຍຶດໄດ້ ທ່ານ?
ທ່ານ ນາມ ວິຍະເກດ: ອ້າວ ກະແຂວງຫັ້ນແຫລະກວດເຫັນ ຂັ້ນແຂວງກວດບໍ່ເຫັນ ເຮັດໃດ ສູນກາງຊິຮູ້.
ອຸ່ນແກ້ວ: ໂຕນີ້ ເປັນຄຳສັ່ງຂອງແຂວງ ອາຍັດໄວ້ບໍ ຫລືວ່າ ເປັນຄໍາສັ່ງຂອງສູນກາງ?
ທ່ານ ນາມ ວິຍະເກດ: ອັນນີ້ ແຂວງເປັນຜູ້ກວດເຫັນ ແລ້ວຈັ່ງໃຫ້ສູນກາງ. ສູນກາງເຈົ້າໜ້າທີ່ພາສີ ເຂົາສາຍກວດເດ້. ສາຍກວດເຂົາເຫັນ ລະເຂົາພາກັນກວດ. ສະນັ້ນພາກສ່ວນທີ່ກວດ ມັນກະມີພາສີ ສູນກາງ ພາກແຂວງ ກວດນຳກັນ ແລະ ເຈົ້າໜ້າທີ່ ກະລົງມາກວດ ເຈົ້າໜ້າທີ່ກວດກາ ກະລົງມາກວດຕື່ມ ເພື່ອໃຫ້ມັນ ຮັບປະກັນ. ທຳມະດາດອກ ອັນນີ້ ການຄຸ້ມຄອງຣັຖ ຂອງພວກເຮົາ ຢູ່ປະເທດລາວ ມັນເປັນແນວນັ້ນ ມັນບໍ່ແມ່ນເຣື້ອງວ່າ ເຈົ້າເຮັດ ຂ້ອຍບໍ່ເຮັດ ບໍ່ແມ່ນ.
ອຸ່ນແກ້ວ: ແນວທາງ ທີ່ວ່າ ຈະສະກັດກັ້ນ ໃຫ້ມັນແໜ້ນກ່ວາ ເກົ່ານີ້ ຊິເຮັດແນວໃດ ໃນຕໍ່ໜ້າ.?
ທ່ານ ນາມ ວິຍະເກດ: ມັນກະປົກກະຕິ ການຄຸ້ມຄອງຣັຖ ຂອງພວກເຮົາ ກະມີແຕ່ເຮັດໃຫ້ມັນດີຂຶ້ນ ເທົ່ານັ້ນ. ບໍ່ໃຫ້ມັນມີຊ່ອງວ່າງ ເພາະວ່າ ນັກທຸຣະກິດ ຍາມໃດ ກະຊອກຫາ ຊ່ອງວ່າງ ສວຍໂອກາດ ມັນກະທຳມະຊາດ ຂອງເຂົາ. ຣັຖເຮົາກະຕ້ອງ ຄຸ້ມຄອງ ໃຫ້ມັນດີ ຄັນເຮົາຄຸ້ມຄອງດີ ມັນກະບໍ່ມີຊ່ອງວ່າງ ອັນນັ້ນແຫລະ ມັນກະປົກກະຕິ ປະເທດໃດ ກະຄື ອະເມຣິກາ ກະຄືກັນ.
ອຸ່ນແກ້ວ: ແຕ່ວ່າ ແຂວງອັດຕະປື ຄືວ່າ ຢາກດັງໆ ກ່ອນໝູ່ ເຣື້ອງໄມ້ນີ້?
ທ່ານ ນາມ ວິຍະເກດ: ມັນບໍ່ດັງຈັ່ງໄດ໋ ແຂວງອັດຕະປື ເປັນແຂວງທີ່ມີ ຊັພຍາກອນຮັ່ງ ກ່ອນໝູ່ ຢູ່ໃນປະເທດ.
ອຸ່ນແກ້ວ: ບໍ່, ໝາຍເຖິງໄມ້ນອກລະບົບ ມັນຄືຢາກດັງ ກ່ອນໝູ່ເວີຍ ແຂວງອັດຕະປື ໜິ?
ທ່ານ ນາມ ວິຍະເກດ: ບໍ່ແມ່ນມັນດັງກ່ອນໝູ່ ມັນມີຫລາຍກ່ອນໝູ່ ລະດຽດນີ້ ມັນກະຍັງມີຫລາຍ ກ່ອນໝູ່ອີກ ອັນທີ່ຄ້າງ ຍັງບໍ່ທັນໄດ້ ສົ່ງອອກ. ດັ່ງນັ້ນ ພວກເຮົາຕ້ອງໄດ້ ເຮັດວຽກ ເຣື້ອງການຈັດໄມ້ ຫລາຍກ່ອນໝູ່ ແຂວງອື່ນ ມັນບໍ່ມີ ກະຊິໃຫ້ດັງ ຈັ່ງໃດໄດ້ ເພາະແຂວງ ພວກເຮົາ ມັນມີໂຄງການຫລາຍ ການສ້າງເຂື່ອນ ຫລາຍເດ້ ມັນກະຕັດໄມ້ ອອກຫລາຍເດ້ ມັນຕ້ອງອະນາໄມ ອ່າງຫລາຍເດ້ ແນວນັ້ນ. ລະທຳມະດາ ມັນກະຕ້ອງມີ ການຜລິດຫລາຍຂຶ້ນ ຊັ້ນລະຫວາ ມັນບໍ່ແປກດອກ.
ອຸ່ນແກ້ວ: ຄືວ່າ ເຫັນວ່າ ມັນປົນກັນເນາະ ໄມ້ນອກລະບົບ ກັບໄມ້ໃນລະບົບນີ້?
ທ່ານ ນາມ ວິຍະເກດ: ບໍ່ມີໄມ້ນອກລະບົບ ບໍ່ມີໄມ້ໃນລະບົບ ມັນເປັນໄມ້ ລະບົບດຽວກັນໝົດ ເຂົ້າໃຈຕິ ມີແຕ່ວ່າ ເວລາສົ່ງອອກຫັ້ນນ່າ ເຂົາຈະສົ່ງອອກ. ຍົກຕົວຢ່າງ ວ່າ ເຂົາຂໍອອກ 100 [ຄິວ] ນຶ່ງ ເຂົາກະແຖມຕື່ມ 50 [ຄິວ] ເບາະ ໃຫ້ມັນອອກໄດ້ ຫລາຍຕື່ມ ເຮົາກະຈັບໄດ້.
ອຸ່ນແກ້ວ: ມີການເພີ້ມໂຄຕ້ານອກເຂົ້າໄປນຳເນາະ?
ທ່ານ ນາມ ວິຍະເກດ: ມັນບໍ່ແມ່ນເພີ້ມໂຄຕາ ບໍ່ແມ່ນ ບໍ່ແມ່ນ ມັນລັກເອົາໄປ ເພື່ອໃຫ້ເຂົາໄດ້ກຳໄລຫລາຍ ເຂົາກະຍັດເຂົ້າໄປຕື່ມ ທໍ່ນັ້ນດອກ ເຣື້ອງທຳມະດາ ດອກອັນນີ້. ຄັນມັນເກີດຫັ້ນ ເຂົາກະຈັບກັນ ວ່າມັນເກີນວ່າ ທີ່ໄປທີ່ມາ ຄືບໍ່ສເນີ. ເຣື້ອງ ທຳມະດາດອກ ເຣື້ອງການລັກລອບ ອັນນີ້ ປົກກະຕິ ຢູ່ປະເທດໃດ ເຂົາກະເຮັດ ເພື່ອໃຫ້ໄດ້ກຳໄລ ນັກທຸຣະກິດ. ມັນບໍ່ແມ່ນເຣື້ອງ ຍິ່ງໃຫຍ່ ອິສັງດອກ ມັນບໍ່ແມ່ນ ເຣື້ອງແປກ ອັດຕະປື ເກີດລຽນຕິດດອກ ບໍ່ວ່າ ແຕ່ອັດຕະປື ແຂວງອື່ນ ກະຄືກັນ ຂົນສົ່ງໄມ້ອອກ ຄືກັນຫມົດ. ສໍາຄັນກໍຄື ເຮົາຕ້ອງປັບປຸງ ກົງຈັກ ຂອງພວກເຮົາ ຫັ້ນເພື່ອກວດກາ ບໍ່ໃຫ້ເຂົາເຮັດຜິດ ທໍ່ນັ້ນດອກ.
ອຸ່ນແກ້ວ: ຂໍຂອບໃຈຫລາຍໆ ທ່ານ ເຈົ້າແຂວງ.