ໂຄງການສ້າງຖນົນ ຈະບໍ່ໄດ້ຕາມແຜນ


2013.05.16
F-R3A ຊ້ວງນຶ່ງຂອງ ເສັ້ນທາງ R3A ທີ່ສ້າງສໍາເຣັດ ໄປແລ້ວ ແຕ່ບໍ່ໄດ້ຢູ່ໃນ (ໂຄງການສ້າງຖນົນ ຈາກບ້ານຫາເມືອງ)
RFA/Somnet

 

ໂຄງການ ສ້າງຖນົນ ຈາກບ້ານ ຫາໃນເມືອງ ຢູ່ 10 ແຂວງ ຂອງລາວ ຈະບໍ່ສໍາເຣັດ ຕາມຄາດໝາຍ ໃນປີ 2015.

ໂຄງການ ສ້າງຖນົນ ຈາກບ້ານ ຫາເມືອງ ຢູ່ 10 ແຂວງ ຂອງລາວ ສໍາລັບ ສົກປີ 2013 – 2015 ທີ່ຫ້ອງການ ພັທນາ ຊົນນະບົດ ກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ສເນີຂໍ ງົບປະມານ ຈາກ ສະພາແຫ່ງຊາດ ນັ້ນ ຍັງບໍ່ສາມາດ ປະຕິບັດ ໄດ້ ເພາະວ່າ ສະພາແຫ່ງຊາດ ຍັງບໍ່ ອະນຸມັດ ໂຄງການ ດັ່ງກ່າວ. ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ທ່ານນຶ່ງ ເວົ້າວ່າ:

"ຜ່ານມາ ພວກເຮົາ ກໍໄດ້ຂຶ້ນແຜນ ໄປແລ້ວ ແຕ່ສະພາ ບໍ່ທັນໄດ້ ອະນຸມັດ ໃຫ້ເທື່ອ ເພາະວ່າມັນ ມີໂຄງການ ຫລາຍໆ ແຂວງແລ້ວ ທີ່ວ່າ ລົງທຶນ ໄປແລ້ວ ແລະ ເພິ່ນມາດູ ຍິ່ງເຫັນວ່າ ຖ້າເອົາ ໂຄງການນີ້ ເຂົ້າຕື່ມ ເຫັນວ່າ ການຊໍາຣະ ໜີ້ ຈະມີຄວາມ ຫຍູ້ງຍາກ ຕົວນີ້ ໂຈະໄວ້ກ່ອນ ເບິ່ງ ປັຈຈຸບັນ ມັນຍັງ ບໍ່ທັນໄດ້ ເລີ່ມເທື່ອ ແຕ່ວ່າພວກເຮົາ ຢາກສູ້ຊົນ ໃຫ້ມັນໄດ້ເລີ່ມ ຈັດຕັ້ງ ປະຕິບັດ ແຕ່ວ່າ ອາຈຈະບໍ່ ສໍາເຣັດ ໃນປີ 2015 ອາຈຈະ 2017-18 ພຸ້ນ".

ທ່ານເວົ້າ ຕໍ່ໄປວ່າ ຕາມແຜນການ ນັ້ນ ຈະມີໂຄງການ ສ້າງຖນົນ ປູຢາງ 2 ຊັ້ນ, ທັງໝົດມີ 28 ໂຄງການ ໃນ 10 ແຂວງ, ເປັນທາງກວ້າງ ປະມານ 6 ແມັດ ແລະ ມີໄລຍະທາງ ທັງໝົດ ປະານ 1000 ຫລັກ ກິໂລແມັດ. ມາເຖິງ ປັດຈຸບັນ ຍັງບໍ່ມີ ບໍຣິສັດ ເອກຊົນໃດ ສົນໃຈ ທີ່ຈະຮ່ວມ ລົງທຶນ ກໍ່ສ້າງ ຕາມໂຄງການ ນັ້ນເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.