ບໍຣິສັດວຽດນາມ ສໍາປະທານ ທີ່ດິນ ອັດຕະປື
2019.03.01
ບໍຣິສັດວຽດນາມ ເຂົ້າມາສໍາປະທານທີ່ດິນ ຢູ່ແຂວງອັດຕະປື, ເພື່ອລົງທຶນທາງດ້ານກະສິກັມ ແລະອຸດສາຫະກັມ ຮວມທັງປູກຕົ້ນຢາງພາຣາ, ຕົ້ນປາມ ແລະທາງດ້ານພລັງງານ-ບໍ່ແຮ່ ໄປແລ້ວເກືອບ ເຖິງ 10 ພັນ ເຮັກຕາ, ຄືຫລາຍເປັນອັນດັບນຶ່ງ ຂອງການລົງທຶນຕ່າງປະເທສ,.ບໍຣິສັດທີ່ລົງທຶນຫລາຍກວ່າໝູ່ ແມ່ນບໍຣິສັດ ຮ່ອງແອງຍະລາຍ, ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ຜແນກແຜນການ ແລະ ການລົງທຶນ ແຂວງ ອັດຕະປື, ຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 28 ກຸມພາ ນີ້:
"ບໍຣິສັດຮອງແອງ ບໍຣິສັດໃຫຍ່ນຶ່ງ ລະລົງທຶນມີຢາງພາຣາ, ມີປາມ, ປູກປາມນີ້ມີ 4 ພັນເຮັກຕາ, ມີປາມ, ມີຫຍ້າ, ມີເມືອງພູວົງ, ໄຊເສດຖາ, ສາມັກຄີໄຊ, ສໍາປະທານຈາກຣັຖບາລ 50 ປີ, ບໍຣິສັດ ຮອງແອງຍະລາຍ ໄດ້ສໍາປະທານທີ່ດິນ 6 ພັນເຮັກຕາ ຈາກຣັຖບາລ ສປປລາວ ເມື່ອປີ 2014, ໃນກໍານົດ 50 ປີ."
ໃນນັ້ນ 4 ພັນເຮັກຕາ ປູກຕົ້ນຢາງພາຣາ ແລະອ້ອຍ ຢູ່ 3 ເມືອງ ຄື; ເມືອງພູວົງ, ໄຊເສດຖາ ແລະສາມັກຄີໄຊ ແລະອີກ 2 ພັນເຮັກຕາ ປູກຕົ້ນປາມ, ແລະຫຍ້າລ້ຽງງົວ ຊຶ່ງເປັນມູນຄ່າ 100 ລ້ານ ໂດລາ ສະຫະຣັຖ.
ນອກຈາກນັ້ນ ປະມານ 4 ພັນເຮັກຕາ ໄດ້ລົງທຶນດ້ານພລັງງານ ແລະບໍ່ແຮ່ ເປັນຕົ້ນເຂື່ອນໄຟຟ້າ ເຊກະໝານ 1, ໂຄງການຂຸດຄົ້ນບໍ່ຄໍາ ຂອງ ບໍຣິສັດ Viet-Lao JSC, ເວົ້າເຖິງຄົນງານ ເຈົ້າໜ້າທີ່ ທ່ານດຽວກັນນີ້ ເວົ້າວ່າ, ແຂວງອັດຕະປື ມີຄົນງານຕ່າງປະເທສ ເຂົ້າມາ ເຮັດວຽກ ປະມານ 1,500 ຄົນ. ໃນນັ້ນສ່ວນຫລວງຫຼາຍ ເປັນຄົນວຽດນາມ ຄືມີເກືອບເຖິງ 1 ພັນຄົນ, ສ່ວນທີ່ເຫລືອ ເປັນຄົນໄທ, ຈີນ, ແລະຄົນເກົາຫຼີ ທີ່ເຂົ້າມາປະຈໍາຢູ່ ເຂື່ອນໄຟຟ້າ ໃນແຂວງນີ້.
ປັດຈຸບັນ ການລົງທຶນຂອງວຽດນາມ ສ່ວນໃຫຍ່ແມ່ນເລັ່ງໃສ່ດ້ານອຸດສາຫະກັມ, ກະສິກັມ, ຄົມມະນາຄົມ ແລະການເງິນ. ວຽດນາມລົງທຶນ ຢູ່ລາວ ທັງໝົດ 429 ໂຄງການ ດ້ວຍມູນຄ່າ 5,100 ລ້ານໂດລາ ສະຫະຣັຖ, ເປັນອັນດັບທີ 3 ຮອງລົງມາຈາກ ຈີນ ແລະໄທ. ແຕ່ສໍາລັບ ຢູ່ແຂວງອັດຕະປື ແມ່ນເປັນອັນດັບທີນຶ່ງ.