ພໍ່ຄ້າໄມ້ເວົ້າໄດ້ສະບາຍວ່າ ຈ່າຍສິນບົນ


2013.10.01
F-logs ໄມ້ນີ້ຕ້ອງຣາຄາແພງ ເພາະຮາກໄມ້ກໍຍັງ ຂຸດເອົາມານໍາ
Citizen Journalist

 

ນັກທຸຣະກິດຄ້າໄມ້ ຊາວວຽດນາມ ຜູ້ທີ່ບໍ່ປະສົງອອກຊື່ທ່ານນື່ງ ທີ່ດໍາເນີນທຸຣະກິດຄ້າໄມ້ ໃນລາວ ແລະມີສູນກາງ ຢູ່ນະຄອນຫລວງວຽງຈັນ ຈໍາປາສັກ ແລະ ອັດຕະປື ໄດ້ກ່າວຕໍ່ເອເຊັຽເສຣີວ່າ ຕຣອດຣະຍະ 10 ກວ່າປີ ທີ່ຕົນໄດ້ສົ່ງໄມ້ ຈາກ ລາວໄປວຽດນາມ ແລະ ຈໍາເປັນຕ້ອງ ໄດ້ຈ່າຍເງິນສິນບົນ ໃຫ້ເຈົ້າຫນ້າທີ່ ພາສີ ແລະ ປ່າໄມ້ລາວ ມາຕຣອດ ທັ້ງນີ້ ກໍເພື່ອຄວາມສະດວກ ໃນການຂົນໄມ້ຈາກລາວ ໄປວຽດນາມ. ດັ່ງທ່ານກ່າວ ໃນຕອນນື່ງວ່າ:

"ພວກເຮົາຕັດໄມ້ດ້ວຍຕົນເອງແລ້ວພວກເຮົາຕ້ອງໄດ້ຈ່າຍເງີນໃຫ້ຣັຖບານລາວເພື່ອຈະໄດ້ຮັບໂຄຕາໄມ້ແລ້ວຕ້ອງໄດ້ຈ່າຍເງິນ ຂົນສົ່ງໄມ້ຮ່ວມ ທັງຕ້ອງໄດ້ຈ່າຍໃຫ້ເຈົ້າຫນ້າທີ່ພາສີແລະເຈົ້າຫນ້າທີ່ປ່າໄມ້ເພື່ອຄວາມສະດວກໃນການຂົນໄມ້ ບໍ່ມີຫຍັງຍາກແລະເປັນໄປໄດ້ຖ້າມີເງີນ".

ນັກທຸຣະກິດວຽດນາມ ຍັງໄດ້ຍອມຮັບອີກວ່າ ໄມ້ທີ່ບໍຣິສັດຕົນຕັດຈາກລາວສົ່ງໄປວຽດນາມນັ້ນມີທັງໄມ້ ທີ່ຖືກຕ້ອງຕາມກົດຫມາຍ ແລະໄມ້ທີ່ ຜິດກົດຫມາຍ ທີ່ຊື້ຈາກຂະບວນການລັກຕັດໄມ້ເຖື່ອນ ໃນລາວດ້ວຍການໃຫ້ສິນບົນ ເຈົ້າຫນ້າທີ່ລາວ ໃນການຊື້ແລະຂົນໄມ້ເຖື່ອນ ຈາກລາວ ໄປວຽດນາມ ຊື່ງທີ່ຜ່ານມາ ກໍຍັງບໍ່ມີບັນຫາ ຫຍັງເກີດຂື້ນເທື່ອ.

ກຸ່ມອະນຸຮັກຊັພຍາກອນທັມມະຊາດໃນເຂດລຸ່ມແມ່ນໍ້າຂອງ ເວົ້າວ່າວຽດນາມໄດ້ຮັບປໂຍດຈາກການລັກຂົນໄມ້ທ່ອນ ຈາກລາວໄປ ວຽດນາມ ຢ່າງມະຫາສານ ຄາດວ່າໃນປີ 2013 ວຽດນາມ ຈະມີລາຍໄດ້ຈາກການ ສົ່ງໄມ້ອອກໄປ ຂາຍຕ່າງປະເທດຢ່າງນ້ອຍ 5 ພັນ 5 ຮ້ອຍລ້ານ ໂດລາສະຫະຣັດໃນນັ້ນກວ່າ 50% ແມ່ນໄມ້ຈາກລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.