ຄົນງານລາວຢູ່ເຮືອຫາປາ ປະເທດ ມາເລເຊັຽ ຖ້າກັບບ້ານ
2020.12.07

ກໍຣະນີຄົນງານລາວ ປະມານ 700 ຄົນ ທີ່ເຮັດວຽກ ໃນເຮືອຫາປາ ຢູ່ ປະເທດມາເລເຊັຍ ທີ່ຕ້ອງໄດ້ກັບປະເທດລາວ ຫຼັງຈາກໝົດ ຣະດູ ການຫາປາ ແລະ ໝົດສັນຍາຈ້າງ ຈຶ່ງຕ້ອງໄດ້ ກັບເມືອລາວ, ແຕ່ການເດີນທາງກັບນັ້ນ ຍັງມີບັນຫາ ທີ່ທາງການລາວ ຍັງບໍ່ພ້ອມ ທີ່ຈະຮັບເອົາຄົນງານເຫຼົ່ານີ້ ຄືນມາປະເທດໄດ້.
ໃນມື້ວັນທີ 4 ທັນວາ ຜ່ານມາ, ຄົນງານລາວທີ່ເຮັດວຽກໃນເຮືອຫາປາ ຢູ່ປະເທດມາເລເຊັຽ, ທີ່ຢາກກັບຄືນມາລາວ ໄດ້ພາກັນໂພສ ຂໍ້ຄວາມລົງທາງເຟສບຸຄ ເພື່ອຂໍຄວາມຊ່ອຍເຫຼືອ ຈາກສື່ສັງຄົມອອນລາຍ ໃຫ້ຊ່ອຍແນະນໍາ ເຣື່ອງການເດີນທາງກັບປະເທດ.
ໃນວັນທີ 5 ທັນວາ 2020 ເອເຊັຽເສຣີ ຈຶ່ງໄດ້ຕິດຕໍ່ຫາຄົນງານລາວ ເພື່ອຂໍຮູ້ຣາຍຣະອຽດ ວ່າເຫດການ ເປັນແນວໃດແທ້, ດັ່ງທີ່ຄົນງານລາວ ຄົນນຶ່ງໄດ້ ອະທິບາຍໃຫ້ ວິທຍຸ ເອເຊັຽ ເສຣີ ຟັງວ່າ; ຍ້ອນເຈົ້າໜ້າທີ່ ສະຖານທູດລາວ ປະຈຳນະຄອນຫຼວງ ກົວລາລໍາເປີ ເລື່ອນເວລາ ກັບບ້ານໄປຕລອດ.
ມາຮອດປັດຈຸບັນ ພວກຕົນ ກໍຍັງບໍ່ຮູ້ວັນເວລາທີ່ແນ່ນອນ ວ່າຈະໄດ້ກັບເມືອລາວ ມື້ໃດແທ້ ທັ້ງໆທີ່ກ່ອນໜ້ານີ້ ນາຍຈ້າງໄດ້ໃຫ້ ບໍຣິສັດທົວ ຂອງ ມາເລເຊັຽ ເປັນຄົນດໍາເນີນການ ເຣື່ອງນໍາສົ່ງຄົນງານ ກັບເມືອລາວ ຈາກນັ້ນບໍຣິສັດທົວກໍໄດ້ເອົາເອກກະສານ ຕ່າງໆ ຂອງຄົນງານຈໍານວນ 530 ຄົນ ໄປຍື່ນໃຫ້ທາງ ສະຖານລາວ ປະຈຳນະຄອນຫຼວງ ກົວລາລໍາເປີ ໃນວັນທີ 12 ເດືອນ ພຶສຈິກາ 2020 ເມື່ອໄດ້ຮັບຮູ້ເຣື່ອງຣາວ ຈາກ ບໍຣິສັດທົວແລ້ວ ທາງສະຖານທູດລາວບອກວ່າ ຈະຂໍເປັນຜູ້ຈັດການເຣື່ອງການ ເດີນທາງເອງ:
“ຫຼັງຈາກທູດລາວ ເຫັນເຣື່ອງອ່ານເຣື່ອງໄດ້ໃຈຄວາມ ລະກະບອກໃຫ້ Mr.Ken ຫັ່ນວ່າ ເຈົ້າບໍ່ຕ້ອງເຮັດຫຍັງ ຄົນຂອງຂ້ອຍ ຂ້ອຍສິສົ່ງກັບເອງ ຂ້ອຍຊິທໍາໜ້າທີ່ ຫາເຄື່ອງໃຫ້ເອງ ຈາກນັ້ນ ທູດລາວຫັ່ນນາ ບອກວ່າ ເຈົ້າມີແຕ່ຮວບຮວມຣາຍຊື່ມາ, ທູດລາວ ກະນໍາຣາຄາ ຢູ່ທີ່ 2,100 ລິງກິດ ກະຊິຢູ່ປະມານ 14,000 ບາດ, ແຕ່ໃນ 1,700 ຂອງ Mr.Ken ນີ້ນ່າ ເພິ່ນອາສາສິບິນນີ້ນ່າ ມັນລວມເອົາ; 1-/ ກວດຄ່າໂຄວິດ, 2-/ ຈ໊ອບຄ່າພາສປອດ, 3-/ ຄ່າເດີນທາງ ຈາກຣັດປາຫັງ ໄປຫາ ສນາມບິນ KL ຄືລວມໝົດທຸກຢ່າງ ບຸກຄົນໃດທີ່ຈອງ ຈຸດປະສົງ ທີ່ຊິເດີທາງກັບນິ່ ຈ່າຍ 1,700 ລິງ, ແຕ່ພໍມາທູດລາວ ບອກແກ່ Mr.Ken ວ່າ ຄົນຂອງຂ້ອຍ ຂ້ອງຊິສົ່ງກັບເອງ ເຈົ້າມີແຕ່ເອົາຄົນມາສົ່ງໃຫ້ຂ້ອຍ ເວລາຂ້ອຍກໍານົດຖ້ຽວບິນ ໝາຍເຖິງວ່າ ໃຫ້ Mr.Ken ເອົາຄົນໃສ່ຣົດ Bus ໄປສົ່ງໃຫ້ ແຕ່ກໍານົດ ຣາຄາທີ່ 2,100 ລິງກິດ ໂດຍບໍ່ລວມ ຄ່າກວດໂຄວິດ ມີແຕ່ຄ່າເດີນທາງ ຢ່າງດຽວ.`
ຄົນງານລາວ ຜູ້ນີ້ເວົ້າອີກວ່າ ເຖິງແມ່ນວ່າຄ່າເດີນທາງ ທີ່ເຈົ້າໜ້າທີ່ ສະຖານທູດລາວ ປະຈໍາມາເລເຊັຽ ບອກມາວ່າ 2,100 ລິງກິດ ຫຼື ປະມານ 14,000 ປາຍບາດ ນັ້ນຈະແພງກວ່າ ຣາຄາ ທີ່ບໍຣິສັດທົວ ຂອງມາເລເຊັຍ ເຄີຍບອກພວກຕົນ ກ່ອນໜ້ານັ້ນ ຄື 1,700 ລິງກິດ ຫຼື ປະມານ 12,000 ປາຍບາດ ກໍຕາມ ທາງຄົນງານເອງ ທີ່ມີຈຸດປະສົງ ຈະເດີນທາງກັບ ເມືອລາວ ກໍຮັບໄດ້ດີກວ່າທົນຢູ່ນີ້ ເພາະຢູ່ໄປ ກໍບໍ່ໄດ້ເຮັດວຽກ:
“ກະຍັງຮັບໄດ້ຢູ່ບໍ, ຣາຄານີ້ ກະຮັບໄດ້ ດີກວ່າເຮັດວຽກມັນກະໝົດຣະດູການແລ້ວ ເພາະເບິດຣະດູການແລ້ວ ກະຕົກລົງ.”
ຄົນງານລາວ ອີກຄົນນຶ່ງເວົ້າວ່າ ພວກຕົນທົນບໍ່ໄຫວແລ້ວ ແລະ ເມື່ອຍກັບການລໍຖ້າ ເພາະເຈົ້າໜ້າທີ່ ສະຖານທູດ ເພິ່ນກໍານົດ ເວລາ ເດີນທາງມາໃຫ້ພວກເຮົາແລ້ວ, ແຕ່ພໍໃກ້ຮອດມື້ ຈະເດີນທາງ ເພິ່ນກັບເລື່ອນມື້ ອອກໄປອີກ ໂດຍບໍ່ໄດ້ບອກເຫດຜົລຂອງ ການເລື່ອນເວລາອອກໄປນັ້ນເລີຍ. ດັ່ງນັ້ນ, ພວກຕົນຈຶ່ງຕັດສິນໃຈ ໂພສຂໍ້ຄວາມລົງທາງເຟສບຸຄ ເພື່ອຂໍຄວາມຊ່ອຍເຫຼືອ ຈາກ ສື່ສັງຄົມອອນລາຍ:
“ແມ່ນແລ້ວ ເພິ່ນນັດວ່າຊິໄດ້ເມືອ ຍົນຖ້ຽວແລກນິ່ແມ່ນ ປາຍເດືອນ ຂອງເດືອນ 11 ແຕ່ພໍໃກ້ເຂົ້າມາປາຍເດືອນ 11 ແລ້ວເພິ່ນກະ ເລື່ອນອອກໄປ ອີກວ່າວັນທີ 4-5 ຂອງຕົ້ນເດືອນ 12 ພໍພວກເຮົາເລື່ອນເຂົ້າມາ ໃກ້ຈະຮອດວັນທີ 5 ແລ້ວ ເພິ່ນກະເລື່ອນໄປ ວັນທີ 11-12 ພວກເຮົາກະເລີຍບໍ່ສາມາດຖ້າໄດ້ ຫຼືບໍ່ເຊື່ອໝັ້ນໃນ ຄໍາຂອງທູດນີ້ອີກກະເລີຍໃນມີການໂພສ ຂໍ້ຄວາມນັ້ນລົງໄປ ເພິ່ນເລື່ອນ ພວກເຮົາມານີ່ ເປັນເທື່ອທີ່ 3 ແລ້ວ.”
ໃນຂນະທີ່ ຄົນງານລາວ ອີກຄົນນຶ່ງ ກໍເວົ້າວ່າຄືກັນວ່າ ຄັນຖ້າວ່າຢູ່ລາວ ເພິ່ນບໍ່ອະນຸຍາດ ໃຫ້ຍົນລົງ ກໍໜ້າຈະບອກກັນກ່ອນ ແຕ່ນີ້ແມ່ນຫຍັງ ພໍໃກ້ຈະຮອດມື້ຈະອອກເດີນທາງ ແລ້ວຈຶ່ງ ສົ່ງແຈ້ງການນັ້ນ ມາໃຫ້ເບິ່ງ ວ່າບໍ່ອະນຸຍາດ:
“ກະລົມກັນ ແນ່ໆວ່າຊິໄດ້ບິນ ວັນທີ 3 ກັບ ວັນທີ 5 ນີ້ແຫຼະ ວ່າຊິແຫຼະ, ວ່າຊິເອົາຍົນລໍາໃຫຍ່ລໍານຶ່ງ ລໍານ້ອຍລໍານຶ່ງ ເພິ່ນກະວ່າ ໄດ້ບິນແນ່ໆ ລະມາ ລະກະເລື່ອນມາອີກ ເລື່ອນມາ ວັນທີ 11-12 ພໍຮອດວັນທີ 3 ສະຖານທູດ ສົ່ງໜັງສືທີ່ວ່າ ມີເນື້ອຄວາມທີ່ ບອກວ່າ ງົດຖ້ຽວບິນ ເຂົ້າລາວ ທີ່ຈິງ ການງົດຖ້ຽວບິນເຂົາລາວ ມັນຕັ້ງແຕ່ ວັນທີ 26 ເດືອນ 11 ພຸ້ນນ່າ ຮູ້ລະແຫຼະ ແຕ່ທູດຍັງວ່າ ບິນໄດ້ຢູ່ ໝູ່ເຮົາກະຖ້າຫັ່ນແຫຼະເນາະ.”
ຄົນງານລາວ ອີກຄົນນຶ່ງ ເວົ້າວ່າທີ່ຜ່ານມາ ພວກຕົນ ກັບເມືອລາວ ດ້ວຍທາງຣົດທົວ ແລະ ກໍບໍ່ເຄີຍມີບັນຫາຫຍັງ, ແຕ່ມາປີນີ້ ສະຖານະການ ປ່ຽນໄປ ມີພຍາດໂຄວິດ-19 ຣະບາດ ເລີຍຕ້ອງໄດ້ພາກັນ ເມືອລາວ ຜ່ານທາງຍົນ:
“ທີ່ຜ່ານມາ ທາງໝວດຂ້ອຍ ບໍ່ໄດ້ກັບທາງເຄື່ອງບິ່ນ ກະນັ່ງແຕ່ຣົດກັບ ບໍ່ໄດ້ຫຍຸ້ງຍາກກັບເຄື່ອງບິນ ແລ້ວພໍມາປີນີ້ ມາຕິດໂຄວິດ ກະເລີຍບໍ່ໄດ້ ກັບບ້ານ ກະຕັ້ງແຕ່ຕົ້ນເດືອນ 2 ຕັ້ງແຕ່ຕົ້ນເດືອນ 2 ພາກັນເຂົ້າມາ ຢູ່ນິ່ ພໍຕິດໂຄວິດແລ້ວ ບໍ່ໄດ້ກັບກະເລີຍຕົກລົງ ຢູ່ໄລຍະຍາວເລີຍ ຈົນເຖິງເຮືອຈອດ ກະຢູ່ໆ ຢູ່ກັນມາ ລະກະມາລົງມັດຕິກັນ ວ່າເຮັດຈັ່ງໃດ ເວລາ ເຮົາຊິກັບ ຕັ້ງແຕ່ 3 ເດືອນ ທີ່ແລ້ວ ລົມກັນວ່າ ເອີ່ ໃນສະຖານະການແບບນີ້ ມັນກະຕ້ອງໄດ້ນັ່ງເຄື່ອງກັບ ທາງຣົດ ເພິ່ນບໍ່ໃຫ້ເຂົ້າ ທາງເມືອງໄທຍແລ້ວ ໄທຍ ເພິ່ນກະບໍ່ຮັບຄົນເຂົ້າ ເລີຍວ່າຊິນັ່ງເຄື່ອງກັບ ນ່ັງຍົນກັບ.”
ເຖິງແນວໃດກໍຕາມ ຄົນງານລາວ ອີກຄົນນຶ່ງ ກໍເວົ້າວ່າ ຄັນຖ້າຫາກວ່າເປັນໄປໄດ້ ກໍຢາກໃຫ້ເພິ່ນ ພິຈາຣະນາ ເຣື່ອງເດີນທາງກັບ ເມືອລາວ ໃຫ້ໄວ ແລະແນ່ນອນແດ່:
“ຢາກໃຫ້ເພິ່ນພຍາຍາມ ເດີນເຣື່ອງໃຫ້ໄວແດ່ ຫຼືຈັ່ງໃດຫັ່ນນ່າ ໃຫ້ໄວໃຫ້ໄດ້ກັບໄວ ເພາະວ່າລູນນ້ອງ ແຕ່ລະລໍາມັນກະຫຼາຍຄົນເນາະ ມັນກະອຸນອົວກັນ ຢາກໃຫ້ວ່າ ເອີ່ ມື້ນີ້ ທີ່ 6 ເພາະ ຄັນວ່ານັດ ທີ 12 ລະກະ ເອີ່ ເອົາໃຫ້ມັນແນ່ນອນສະ ບໍ່ຢາກໃຫ້ມັນແບບ ຄວາມຫວັງເຮົານິ່ ມັນພັງຫັ່ນນ່າ ບໍ່ຢາກໃຫ້ຄວາມຫວັງເຮົານິ່ ມັນພັງໄປ ເພາະວ່າ ມໍ່ໆຊິຮອດແຫຼະ ເລື່ອນໄປອີກຂາດຄວາມ ເຊື່ອໝັ້ນເລີຍ.”
ແລະໃນມື້ວັນທີ 7 ທັນວາ ນີ້ ວິທຍຸເອເຊັຽເສຣີ ກໍໄດ້ຕິດຕໍ່ຫາ ທາງທູດລາວ ປະຈໍາ ນະຄອນຫຼວງ ກົວລາລໍາເປີ ແລະເພິ່ນໄດ້ໃຫ້ ຄໍາຕອບສັ້ນໆ ວ່າດຽວນີ້ ຍັງບໍ່ສາມາດ ໃຫ້ຄໍາຕອບ ຫຍັງໄດ້ເທື່ອ ໃຫ້ລໍຖ້າ ເບິ່ງຕາມໜັງສື ຊີ້ແຈງ, ດັ່ງທີ່ທ່ານກ່າວວ່າ:
“ອ້າຍຄືສິບໍ່ສາມາດເວົ້າຫຍັງໄດ້ ເພາະວ່າພວກເຮົາກະໄດ້ເຮັດໜັງສື ຕຽມແຈ້ງອອກໄປແລ້ວເນາະ ມີແຕ່ວ່າ ຕິດຕາມເບິ່ງນໍາ ທາງສື່ຂ່າວເນາະ ພວກເຮົາກະໄດ້ມີການ ຄົ້ນຄວ້າ ຊອກຫາ ຂໍ້ມູນລະກະ ເພື່ອໃນຄວາມຈິງ ພວກເຮົາກະໄດ້ມີໜັງສື ຊີ້ແຈງເນາະ ມີແຕ່ວ່າຂໍໃຫ້ຕິດຕາມເດີ້.”
ແຕ່ເຖິງຢ່າງໃດກໍຕາມ ກ່ອນໜ້າ ທີ່ ເອເຊັຽເສຣີ ຈະໄດ້ຕິດຕໍໍ່ຫາ ສະຖານທູດເພິ່ນກໍໄດ້ ໂອ້ລົມກັບຄົນງານລາວ ທີ່ວ່າຄ້າງຢູ່ ມາເລເຊັຽ ຫັ້ນແລ້ວ ວ່າດ້ວຍເຫດໃດ ຈຶ່ງມີບັນຫາວ່າ ເອົາຂະເຈົ້າກັບເມືອປະເທດ ບໍ່ໄດ້ໃນເວລານີ້, ດັ່ງທີ່ກ່າວວ່າ:
“ໃຫ້ທຸກຄົນອົດໜ້ອຍນຶ່ງເນາະ ລະກະເຊື່ອໝັ້ນ ແລະ ພວກເຮົາພຍາມສຸດຂີດແຫຼະ ເອົາອອກຫັ່ນນະ ບໍ່ຊັ້ນລະມັນ ມີບັນຫາຫຼາຍ ດຽວນີ້ ຄົນຈີນລັກເຂົ້າບ້ານເຮົາຫັ່ນ ກະມີເຊື້ອຕິດ ແລະ ທາງບ້ານເຮົາ ຊິມີການກວດກາ ເຄັ່ງຄັດແຫຼະ ສະນັ້ນການລັກລອບ ການເຂົ້າຫຍັງຕ່າງໆ ນິ່ມັນກະມີຄວາມສ່ຽງສູງ ອັນນີ້ ກະມີຄວາມເປັນຫ່ວງ ພວກນ້ອງຫັ່ນແຫຼະ ໃນການເດີນທາງ ສະນັ້ນ ລະຂໍໃຫ້ອົດທົນ ໜ້ອຍນຶ່ງ ເຮົາເຊື່ອວ່າ ທິດໜ້ານີ້ ມັນກະໄດ້ຄໍາຕອບແລ້ວ ແລ້ວພວກເຮົາກະເດີນທາງ ໄດ້ແລ້ວເນາະ ຄຶດວ່າຕາມແຜນນິ່ ວັນທີ 12 ນິ່ ໄດ້ແນ່ນອນລະ ຂໍໃຫ້ອົດໜ້ອຍນຶ່ງ ກ່ອນເດີ້ ໃຫ້ອົດໃຫ້ທົນນໍາກັນ ແນ່ນອນແຫຼະໃນສະພາບ ປັດຈຸບັນນີ້ ມັນກະບໍ່ໄດ້ງ່າຍ ພໍປານໃດ.
ສະນັ້ນ ເຮົາກະມີຄວາມຈໍາເປັນຫັ່ນນ່າ ອັນນີ້ ເຂົ້າໃຈສະພາບພວກນ້ອງເນີ້ ຄືອ້າຍເວົ້າຫັ່ນແຫຼະ ວ່າ ໂດຍພື້ນຖານແລ້ວ ບ້ານເຮົາກະເຫັນດີ ຫັ່ນແຫຼ້ວ ມີຄວາມເປັນຫ່ວງ, ອ້າຍໄດ້ ຣາຍງານແລ້ວ ມື້ກ່ອນນີ້, ເມືອທາງບ້ານຫັ່ນ ເພິ່ນກະເຫັນດີ ໃຫ້ເຂົ້າໄປຫ່ັນນ່າ, ແຕ່ວ່າຂັ້ນຕອນ ເອກກະສານ ໃນເຣື່ອງທີ່ວ່າຍົນຫັ່ນນ່າ ມັນກະຕ້ອງຂໍອະນຸຍາດ ບິນເຂົ້າເດ້ນ້ອງ ມັນກະຕ້ອງໄດ້ມີ ຂອງກະຊວງ ຄົມມະນາຄົມ ເຮົາກະຕ້ອງໄດ້ຂໍ ກະຊວງການຕ່າງປະເທດ ເຣື່ອງການເອົາຄົນເຂົ້ານິ່ ພວກເຮົາເຫັນດີໝົດແລ້ວເນາະ ອັນນີ້ ກະເວົ້າເຣື່ອງ ມະນຸສທັມ ກະເວົ້າເຣື່ອງຄວາມຍາກ ຄວາມເຈັບເຮົານີ້ແຫຼະ ອັນນີ້ ໃຫ້ເຂົ້າໃຈຈັ່ງຊັ້ນ.”
ຕໍ່ຄໍາຖາມທີ່ວ່າ ຄົນງານເລົ່ານີ້ ໄດ້ໄປເຮັດວຽກຢູ່ເຮືອຫາປາ ຢູ່ປະເທດມາເລເຊັຽ ໄດ້ໃນກໍຣະນີແນວໃດນັ້ນ ຄົນງານລາວຄົນນຶ່ງ ຕອບວ່າ:
“ມາທາງຣົດປົກກະຕິນະ ພາສປອດ ມາຖືກຕ້ອງ ຄືເຂົ້າມາໃນມາເລນິ່ກະ ມັນກະບໍ່ໄດ້ມີແຕ່ຂອງລາວ ເຮົາດອກ ມັນກະຫຼາຍ ປະເທດ ກະພາສປອດ ລັກສນະດຽວກັນເຂົ້າມາ, ແຕ່ໃນມາເລ, ຂະເຈົ້າວ່າມາເຮັດວຽກໄດ້ຫັ່ນນ່າ, ເຮົາກະມາ, ມາມັນກະເຮັດອິຫຼີ, ມາເຮັດຢູ່ນີ້ກະໄດ້ 11 ປີ ລະເດ້ ມາລະກະນາຍຈ້າງ ນາຍຈ້າງມາແລ່ນ ແລ່ນເຮັດໃຫ້ຢູ່ພີ້ ສັນຍາຈົງ ສັນຍາຈ້າງ ເຂົາມາເຮັດ ໃຫ້ຢູ່ພີ້.”
ທ້າຍສຸດນີ້ ໃນວັນທີ 7 ທັນວາ 2020 ສະຖານທູດລາວ ປະຈໍາມາເລເຊັຍ ໄດ້ອອກໜັງສືຊີ້ແຈງ ກ່ຽວກັບເຣື່ອງແຮງງານລາວ ຈໍານວນ 530 ຄົນ ຂໍຄວາມຊ່ອຍເຫຼືອ ຈະໄດ້ກັບບ້ານ ແນ່ນອນ ແຕ່ຍັງຢູ່ໃນຂັ້ນຕອນ ການດໍາເນີນການ ຂໍອະນຸຍາດຢູ່ ໂດຍໄດ້ສເນີມື້ເດີນທາງ ເຂົ້າລາວ ຖ້ຽວບິນທີ 1, ໃນວັນທີ 12 ທັນວາ 2020 ແລະ ຖ້ຽວບິນທີ 2 ໃນວັນທີ 17 ທັນວາ 2020.
ເຖິງແນວໃດກໍຕາມ ຄົນງານລາວ ທີ່ລໍຖ້າກັບບ້ານນັ້ນ ກໍຢາກໃຫ້ພາກສ່ວນກ່ຽວຂ້ອງ ຊ່ອຍເຫຼືອໃຫ້ພວກຂະເຈົ້າ ໃຫ້ໄດ້ກັບເມືອ ລາວໂດຍໄວ ເພາະວ່າໃນທຸກມື້ນີ້ ການດໍາຣົງຊີວິດ ຂອງພວກເຂົາ ແມ່ນອາສັຍກິນນອນ ຢູ່ໃນເຮືອປະມົງນີ້ຢູ່ ແລະ ອີກບໍ່ດົນ ນາຍຈ້າງ ກໍຈະເອົາເຮືອຂຶ້ນໄປ ສ້ອມແປງແລ້ວ ຖ້້າຫາກວ່າຍັງ ບໍ່ໄດ້ກັບບ້ານ ຄົນງານເລົ່ານີ້ ກໍບໍ່ຮູ້ວ່າ ຈະໄປພັກອາສັຍຢູ່ໃສ.
ປັດຈຸບັນ ຄົນງານລາວ ຢູ່ມາເລເຊັຍ ທີ່ລໍຖ້າກັບບ້ານ ນໍາສາຍການບິນ ທີ່ທາງສະຖານທູດລາວ ປະຈໍາມາເລເຊັຍຈັດ ໃຫ້ນັ້ນເຫຼືອ ພຽງແຕ່ 463 ຄົນ. ສ່ວນອີກ 67 ຄົນ ທີ່ອົດທົນ ລໍຖ້າ ບໍ່ໄຫວ ໄດ້ພາກັນຊອກຫາ ວິທີທາງກັບເມືອບ້ານ ດ້ວຍທາງອື່ນແທນ ການຂີ່ຍົນ.