ທໍ່ໃຕ້ດິນຂົນບ໊ອກໄຊຕ໌ໄປ ວຽດນາມ


2013.09.27
F-Ky ha port ທ່າເຮືອທີ່ Ky Ha Port ແຂວງກວາງນໍາ ວຽດນາມ
Vietnamnet

 

ວຽດນາມຈະສ້າງທໍ່ໄຕ້ດິນມີຄວາມຍາວ 240 km ຈາກພູພຽງແຂວງເຊກອງ ແລະອັດຕະປື ໄປຍັງທ່າເຮືອແຂວງກວາງນໍາ ຂອງວຽດນາມ ດ້ວຍມູນຄ່າການລົງທຶນ $250 ລ້ານໂດລາ ເພື່ອຂົນສົ່ງແຮ່ທາດ ບອກຊາຍໄປຍັງວຽດນາມ.

ຕາມລາຍງານຂ່າວ VietnamNet Bridge. ລາຍງານວ່າກັມມະການປະຊາຊົນ ແຂວງກວາງນໍາ ໄດ້ອະນຸຍາດໃຫ້ບໍຣິສັດນໍາເຂົ້າ-ສົ່ງອອກ ແລະກໍ່ສ້າງ ທີ່ມີຊື່ວ່າ Vinaconex ແລະບໍຣິສັດບໍ່ແຮ່ຂອງລາວ ສ້າງທໍ່ໃຕ້ດິນຈາກພູພຽງ ແຂວງເຊກອງ ແລະອັດຕະປືໄປຍັງເຂດເສຖກິດ Chu Lai.  ບໍຣິສັດ Vinaconex ວ່າ ພູພຽງແຂວງເຊກອງກັບອັຕະປື ມີຄວາມສູງ 1,150 ແມັດ ມີແຮ່ທາດບ໊ອກໄຊຕ໌ ສະສົມຢູ່ປະມານ 300 ລ້ານໂຕນ. ທໍ່ຢູ່ພື້ນດິນທີ່ມີແຜນຈະສ້າງຂຶ້ນນີ້ ມີຄວາມຍາວ 240 km ການຄວບຄຸມຈະໃຊ້ລະບົບຄອມປູຍເຕີ້ທັງໝົດ. ການສໍາຫຼວດ ຄວາມເປັນໄປໄດ້ຈະສໍາເຣັດພາຍໃນເດືອນພຶສຈິການີ້.

ລາຍງານໜັງສືພິມວຽງຈັນທາມສ໌ ລົງວັນທີ 20 ພຶສພາຜ່ານມາ ໂດຍອ້າງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ສະມາຄົມປູກກາເຟວ່າ ພື້ນທີ່ປູກຕົ້ນ ກາເຟຈໍານວນກ້ວາງຂວາງ ຈະຫາຍສາບສູນໄປ ຖ້າຫາກວ່າຣັຖບານບໍ່ຈໍາກັດ ໂຄງການຂຸດຄົ້ນແຮ່ ທາດບ໊ອກໄຊຕ໌ ຢູ່ໃນພູພຽງ ບໍລະເວນ. ເຈົ້າໜ້າທີ່ທ່ານນີ້ເວົ້າວ່າ ການສໍາຣວດທີ່ດິນບ່ອນທີ່ຈະອະນຸຍາດໃຫ້ ຕ່າງປະເທດຂຸດຄົ້ນເອົາແຮ່ທາດບ໊ອກໄຊຕ໌ນັ້ນ ຈະກວມເອົາພື້ນທີ່ປູກ ກາເຟທີ່ມີຢູ່ໃນປັດຈຸບັນຮອດເຄິ່ງນຶ່ງ.

ປັດຈຸບັນພື້ນທີ່ປູກກາເຟ ໃນພູພຽງບໍລະເວນມີ 50,000 ha ແລະຜລິດກາເຟໄດ້ປີນຶ່ງ 35,000 ໂຕນ. ເຈົ້າໜ້າທີ່ ທີ່ບໍ່ປະສົງອອກຊື່ທ່ານນີ້ ເວົ້າວ່າ ກາເຟເຮັດໃຫ້ຊາວສວນລາວມີລາຍໄດ້ ແບບຍືນຍົງດີກວ່າ ແຮ່ທາດບ໊ອກໄຊຕ໌. ແຮ່ທາດ ບ໊ອກໄຊຕ໌ຈະສ້າງລາຍໄດ້ ໃຫ້ຣັຖບານ ແຕ່ບໍ່ໄດ້ໃຫ້ປະຊາຊົນໃນທ້ອງຖິ່ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.