ໄມ້ລາວເຂົ້າສູ່ໂຮງງານວຽດນາມ


2013.10.24
F-sekong-logs ໄມ້ທ່ອນ ຈໍາພວກນີ້ ຖືກຕັດລົງ ໃນແຂວງເຊກອງ ບ່ອນທີ່ ສ້າງເຂື່ອນ ໄຟຟ້າ ແລະໃກ້ໆກັບ ບ່ອນເກັບ ໄມ້ທ່ອນ ກໍແມ່ນ ໂຮງເລື່ອຍ. ໄມ້ເປັນລໍາ ທ່ອນໃຫຍ່ໆ ຖືກສົ່ງອອກ ຈາກ ຂ.ເຊກອງ ແລະ ຂ.ອັດຕະປື ເຂົ້າສູ່ ວຽດນາມ ເປັນປະຈໍາ. (ອິງຕາມ ການສືບສວນ ຂອງ EIA)
Screen captured from EIA video

 

ເຈົ້າຂອງໂຮງງານໄມ້ແປຮູບຊາວວຽດນາມ ທີ່ມີທັງໂຮງງານຢູ່ລາວແລະວຽດນາມ ໃຫ້ການຍອມຮັບວ່າ ໄມ້ທີ່ໃຊ້ໃນໂຮງງານຂອງນາງທີ່ຜລິດ ເປັນເຄື່ອງເຮືອນ ເພື່ອສົ່ງອອກນັ້ນ 100% ເປັນໄມ້ທີ່ຕັດແລະນໍາເຂົ້າຈາກ ປະເທດລາວ.

ເນື່ອງຈາກຣັຖບານວຽດນາມ ໄດ້ສັ່ງຫ້າມຕັດໄມ້ຢ່າງເດັດຂາດ ໃນຣະຍະ 10 ກວ່າປີຜ່ານມາຈື່ງເຮັດໃຫ້ໂຮງງານໄມ້ແປຮູບໃນວຽດນາມກວ່າ ສອງພັນເກົ້າຮ້ອຍ ແຫ່ງ ໃນປັດຈຸບັນຕ້ອງໄດ້ນໍາ ເອົາໄມ້ຈາກລາວແລະກຳພູຊາ ເຂົ້າປະເທດ. ດັ່ງນາງກ່າວ ໃນຕອນນື່ງວ່າ:

"100% ແມ່ນໄມ້ທີ່ພວກ ເຮົາຕັດມາຈາກປະເທດລາວ ແລ້ວກໍຂົນເຂົ້າມາປອ້ນໂຮງງານ ຢູ່ທີ່ເມືອງລິງ ຕໍ່ຈາກນັ້ນກໍແປຮູບ ເປັນຜລິດຕະພັນ ເຄື່ອງເຮືອນ ຕ່າງໆເພື່ອສົ່ງອອກໄປຢູໂຣບ ແລະຣັຖເຊັຽ".

ກະຊວງການຄ້າວຽດນາມລາຍງານວ່າ ໃນຣະຍະ 9 ເດືອນຂອງຕົ້ນປີນີ້ ວຽດນາມໄດ້ນໍາເອົາໄມ້ເຂົ້າ ຈາກລາວ ທີ່ມີມູນຄ່າຫລາຍກວ່າ 250 ລ້ານໂດລາ ແຕ່ກຸ່ມ ອະນຸຮັກສິ່ງແລດລ້ອມ ໃນລຸ່ມແມ່ນ້ຳຂອງເຊື່ອວ່າ ວຽດນາມໄດ້ນໍາເຂົ້າໄມ້ ຈາກລາວຫລາຍກວ່າຫລາຍເທົ່າຂອງມູນຄ່າ ທີ່ທາງການວຽດນາມ ແຈ້ງການ ຈະເຫັນໄດ້ຈາກມູນຄ່າ ການຂາຍຜລິດຕະພັນເຄື່ອງເຮືອນ ຂອງວຽດນາມໃຫ້ຕ່າງປະເທດ ໃນຣະຍະດຽວ ກັນ ຫລາຍກວ່າ 5 ພັນ ລ້ານໂດລາ.

ແຕ່ເຖິີງຢ່າງໃດກໍຕາມ ເຈົ້າຂອງໂຮງງານຜລິຕພັນໄມ້ແປຮູບ ຊາວວຽດນາມ ຄົນດັ່ງກ່າວຍັງໄດ້ຢືນຢັນຕື່ມວ່າ ໂຮງງານໄມ້ແປຮູບ ວຽດນາມ ທີ່ຕັ້ງຢູ່ພາກກາງຂອງປະເທດກວ່າ 1 ພັນ 9 ຮ້ອຍແຫ່ງລ້ວນແຕ່ອາສັຍໄມ້ທີ່ນຳເຂົ້າຈາກລາວ ທັງຊິ້ນ ເພື່ອມາປ້ອນໂຮງງານຂອງຕົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.