ທະນາຄານວຽດນາມໃຫ້ລາວ ຢືມເງິນ
2016.09.30
ທະນາຄານ ຮຸ້ນສ່ວນ ແລະ ພັທນາ ວຽດນາມ ຫລື BIDV ໄດ້ ອະນຸມັດ ເງິນກູ້ ຈຳນວນ 230 ລ້ານ ໂດລາ ໃຫ້ ຣັຖບານລາວ ເພື່ອໃຊ້ ໃນການປັບປຸງ ໂຄງຮ່າງ ພື້ນຖານ ຢູ່ ແຂວງຫົວພັນ, ແລະຣະບົບ ຊົລປະທານ ຢູ່ແຂວງ ຫຼວງນໍ້າທາ. ອີງຕາມ ບົດຣາຍງານ ຂອງ ກະຊວງ ການເງິນ ໃນ ເດືອນ ກັນຍາ.
ໂຄງຮ່າງພື້ນຖານ ດັ່ງກ່າວ ປະກອບດ້ວຍ ການສ້າງ ເສັ້ນທາງ ແຕ່ ເມືອງຊໍາໃຕ້ ໄປຫາ ເຂດ ທ່າເຫລົ້າ, ສ້າງຖນົນ ຈາກ ເມືອງຊໍາໃຕ້ ໄປຫາ ເຂດ ທົ່ງຕູມ ແລະ ຖນົນທີ່ ເມືອງຊອນ ຊຶ່ງ ທັງສາມ ໂຄງການ ນີ້ແມ່ນ ໃນຢູ່ ແຂວງຫົວພັນ, ນອກຈາກນີ້ ກໍຍັງມີ ໂຄງການ ກໍ່ສ້າງຣະບົບ ຊົລປະທານ ຢູ່ ແຂວງ ຫຼວງນໍ້າທາ ນຳອີກ.
ປັດຈຸບັນ ທັງສອງຝ່າຍ ຣັຖບານລາວ ແລະ ທະນາຄານ BIDV ກຳລັງຮ່າງ ຂໍ້ຕົກລົງ ໃນການດໍາເນີນ ໂຄງການ ແລະ ວຽກງານ ການເບີກຈ່າຍ. ທະນາຄານ BIVD ໄດ້ມອບໝາຍ ໃຫ້ ທະນາຄານ ລາວ-ວຽດ ເປັນຜູ້ ປະສານງານ ກັບ ກະຊວງ ການເງິນ ຕ່າງໜ້າ ໃຫ້ ຣັຖບານ.
ອີງຕາມ ບົດຣາຍງານ ຂອງ ປະທານ ທະນາຄານ BIDV, ໂຄງການ ດັ່ງກ່າວ ແມ່ນໄດ້ ດໍາເນີນມາ ເປັນເວລາ 2 ປີ ແລ້ວ ຫລັງຈາກ ທີ່ ນາຍົກ ຣັຖມົນຕຼີ ລາວ ແລະ ນາຍົກ ຣັຖມົນຕຼີ ວຽດນາມ ໄດ້ ລົງນາມ ໃນຂໍ້ຕົກລົງ ກ່ອນທີ່ຈະມີ ຣັຖບານ ໃໝ່ ຂື້ນມາ ບໍຣິຫານ ແລະ ຮັບຊ່ວງຕໍ່ ໃນ ສັນຍາ ນີ້.
ເຖິງຢ່າງໃດກໍຕາມ, ລະຍະການ ຊໍາຣະໜີ້ ແລະ ອັດຕຣາ ດອກເບັ້ຽ ນັ້ນ ຍັງບໍ່ໄດ້ ຣະບຸໄວ້ ຢູ່ໃນ ບົດຣາຍງານ, ຂໍ້ມູນ ເພີ້ມເຕີ່ມ ກ່ຽວກັບ ເລື້ອງນີ້ ເອເຊັຽ ເສຣີ ໄດ້ຕິດຕອບ ສອບຖາມ ໄປຍັງ ທ່ານ ສີລາ ວຽງແກ້ວ ຣັຖມົນຕຼີ ຊ່ວຍວ່າການ ກະຊວງ ການເງິນ ໃນວັນທີ 29 ກັນຍາ ຜ່ານມາ, ແຕ່ ທ່ານ ບໍ່ຮັບ ໂທລະສັບ.