ລາວ-ອະເມຣິກັນ ຈະຮ່ວມ ຂຸດຄໍາ

ສິດນີ
2017.11.15
F-Sepon ການຂຸດຄົ້ນບໍ່ຄໍາ ທີ່ເມືອງເຊໂປນ ແຂວງສວັນນະເຂດ
Public Domain

ບໍຣິສັດຂຸດຄົ້ນບໍ່ແຮ່ທາດ ອະເມຣິກັນ ທີ່ມີຊື່ວ່າ American-Pacific Resources ປະກາດວ່າ ບໍຣິສັດຂອງຕົນ ຈະດຳເນີນ ການສຳຣວດ ແລະຂຸດຄົ້ນແຮ່ຄຳ ໃນເຂດເມືອງເຊໂປນ ແຂວງສວັນນະເຂດຂອງລາວ ໃນອະນາຄົດຂ້າງໜ້ານີ້ ພາຍຫຼັງທີ່ໄດ້ ເຊັນສັນຍາຮ່ວມມື ເສຖກິຈ ກັບບໍຣິສັດແຮ່ທາດລາວ ເມື່ອບໍ່ດົນມານີ້. ດັ່ງທ່ານ ເຮ່ນຣີ ຟ່າແມ່ນ ປະທານກຸ່ມບໍຣິສັດ Providential Holdings, Inc (PHI group) ທີ່ເປັນບໍຣິສັດແມ່ ຂອງບໍຣິສັດ American-Pacific Resources ໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸ ເອເຊັຽເສຣີ ເມື່ອວັນທີ 14 ພຶສຈິກາ ນີ້ວ່າ:

“we have a geologic underground in Laos right now, but we have to do a completed study program because it will cost or take a lot of money to build this mine. It is not small amount, u know? But the gold mine itself is actually in Savannakhet closed to the Sepon mine that has been developed”.

ທ່ານວ່າ: “ພວກເຮົາໄດ້ສຳຫຼວດສະພາບໃຕ້ດິນ ບໍຣິເວນນັ້ນແລ້ວ, ແຕ່ພວກເຮົາຕ້ອງໄດ້ ເຮັດບົດສຶກສາຄວາມເປັນໄປໄດ້ ຢ່າງສົມບູນກ່ອນ ເພາະວ່າມັນ ຈະໃຊ້ເງິນຈຳນວນຫຼາຍ ໃນການສ້າງເໝືອງຄຳ. ມັນບໍ່ແມ່ນເງິນໜ້ອຍໆ ເລີຍຫັ້ນນ່າ ແຕ່ໃນ ຄວາມເປັນຈິງແລ້ວ ບໍ່ຄຳແຫ່ງ ນີ້ແມ່ນຢູ່ໃກ້ໆກັບ ບໍ່ຄຳເຊໂປນ ແຂວງສວັນນະເຂດ ທີ່ກຳລັງມີການຂຸດຄົ້ນ ຢູ່ໃນຂະນະນີ້”.

ທ່ານກ່າວຕື່ມວ່າ ຍັງບໍ່ສາມາດ ເປີດເຜີຍຊື່ບໍຣິສັດຫຸ້ນສ່ວນ ຢູ່ລາວໄດ້ເທື່ອ ເພາະທຸກຢ່າງຍັງຢູ່ໃນຂັ້ນຕອນ ການຂໍອະນຸຍາດ ສັມປະທານ ຈາກຣັຖບານລາວຢູ່, ແຕ່ຄາດວ່າ ບໍ່ແຮ່ຄຳ ແຫ່ງດັ່ງກ່າວ ຈະສາມາດດຳເນີນການໄດ້ ພາຍຫຼັງການສໍາຣວດ ຢ່າງລະອຽດໃນອີກ 1 ປີ ຂ້າງໜ້າ.

ໃນຂະນະດຽວກັນ ເຈົ້າໜ້າທີ່ໜ່ວຍງານຄຸ້ມຄອງບໍ່ແຮ່ ປະຈຳແຂວງສວັນນະເຂດ ຜູ້ຂໍສງວນຊື່ທ່ານນຶ່ງ ກໍໄດ້ຢືນຢັນຕໍ່ຜູ້ສື່ຂ່າວ ເອເຊັຽເສຣີ ໃນມື້ວັນທີ 15 ພຶສຈິກາ ນີ້ວ່າ ມີການເຂົ້າມາສຳຣວດ ເພື່ອຂຸດຄົ້ນບໍ່ແຮ່ ໃນເຂດບ້ານຫ້ວຍຫອກ ເມືອງເຊໂປນ ແລະບໍຣິສັດທີ່ເຂົ້າມາ ສຳ ຣວດນັ້ນກໍກຳລັງ ດຳເນີນການ ເພື່ອຂໍອະນຸຍາດ ທົດລອງຂຸດຄົ້ນຢູ່:

“ຢູ່ເຂດເມືອງເຊໂປນ ຢູ່ເຂດບ້ານຫ້ວຍຫອກ ຄືວ່າບໍ່ຈັກຊື່ເພິ່ນ ມີແຕ່ຄົນຂອງປະເທສໂປແລນ ເຂົ້າມາຢູ່ໝ້ອງສອງເດືອນ ຂະເຈົ້າກະອອກ ໄປ. ແມ່ນແຫຼະ, ເຂົາກຳລັງຂໍຕໍ່ເອກສານ ໃບອະນຸຍາດຂຸດຄົ້ນ ທົດລອງຢູ່, ດຽວນີ້ກຳລັງແລ່ນ ເອກສານ ຂໍຂຸດຄົ້ນ ທົດລອງຢູ່”.

ໃນປະຈຸບັນ ມີໂຄງການຂຸດຄົ້ນແຮ່ຄຳ ຂນາດໃຫ່ຍແຫ່ງນຶ່ງແລ້ວ ທີ່ແຂວງສວັນນະເຂດ ໂດຍແມ່ນບໍຣິສັດ ລ້ານຊ້າງ ມິນິໂຣລ ເປັນຜູ້ໄດ້ຮັບ ສັມປະທານ ຈາກຣັຖບານລາວ ທີ່ໄດ້ຂຸດຄົ້ນແຮ່ຄຳ ມາແຕ່ຊຸ່ມປີ 2000 ທີ່ມີຊື່ວ່າບໍ່ຄຳເຊໂປນ ຢູ່ເມືອງວີຣະບູຣີ.

ຖ້າຫາກບໍຣິສັດ American-Pacific Resources ໄດ້ຮັບສັມປະທານ ຈາກຣັຖບານລາວ ກໍຈະເປັນບໍຣິສັດ ຂຸດຄົ້ນແຮ່ຄຳ ຂນາດໃຫ່ຍ ແຫ່ງທີສອງ ໃນແຂວງສວັນນະເຂດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.