ບໍຣິສັດຊັນເປເປີ ສ້າງໂຮງ ໄຟຟ້າຖ່ານຫິນ

ຈໍາປາທອງ
2020.10.07
F-sunpaper ພາຍໃນຂອງໂຮງງານຜລິດເຈັ້ຍ ຊັນ-ເປເປີ ລາວ ໂຮນດິງ (Sun Paper Lao Holding) ຈໍາກັດຂອງຈີນ ຢູ່ບ້ານ ມັນຈິ ເມືອງເຊໂປນ ແຂວງສະຫວັນນະເຂດ
ນັກຂ່າວພົລເມືອງ

ບໍຣິສັດຊັນເປເປີ ຫຼື ບໍຣິສັດຜລິດເຈັ້ຍ ຂອງຈີນ ຢູ່ເມືອງເຊໂປນ ແຂວງສວັນນະເຂດ ສ້າງໂຮງງານໄຟຟ້າ ຕື່ມຂນາດ 110 ເມກາວັດ ໂດຍ ຈະໃຊ້ຄວາມຮ້ອນ ຈາກຖ່ານຫິນ ຫລື ໂຮງງານໄຟຟ້າຖ່ານຫິນ ຊຶ່ງ ຫຼາຍຄົນກັງວົນນໍາເຣື່ອງ ຜົລກະທົບ ຕໍ່ສິ່ງແວດລ້ອມ.

ໂຮງງານໄຟຟ້າທີ່ວ່ານີ້ ສ້າງໃນເຂດຂອງຂອງບໍຣິສັດຊັນເປເປີ ຂອງຈີນເອງ ເພື່ອຜລິດກະແສໄຟຟ້າ ໃຊ້ໃນໂຮງງານຜລິດເຈັ້ຍແລະສໍາລັບ ຊາວບ້ານໃນເຂດໃກ້ຄຽງ. ຄາດວ່າໂຮງງານນີ້ຈະສ້າງສໍາເຣັດ ແລະ ຜລິດໄຟຟ້າໄດ້ ໃນທ້າຍປີ 2020 ນີ້, ດັ່ງທີ່ຜູ້ຕາງໜ້າ ພະນັກງານ ຄົນຈີນ ຢູ່ໂຮງງານຊັນເປເປີ ໂອດິ້ງລາວ ຢູ່ເມືອງເຊໂປນ ທ່ານນຶ່ງຜູ້ຂໍສງວນຊື່ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 7 ຕຸລາ ນີ້ວ່າ:

“ສ້າງໂຮງງານເບາະ ເຮົາສ້າງເອງແລ້ວ ສິຮຽບຮ້ອບແລ້ວ ອີກປະມານ 2-3 ເດືອນ ຄາດວ່າສິເປີດຜລິດແລ້ວເດືອນ 12 ຄາດວ່າເປີດຜລິດ ແລ້ວ, ຕອນນີ້ຄືເຂດ 2-3 ເຂດ ມີຜລິດຢູ່ແລ້ວ ຕອນນີ້ເປັນເຂດທີ 3.”

ທ່ານກ່າວຕື່ມວ່າ ບໍຣິສັດຊັນເປເປີ ມີໂຮງງານຜລິດໄຟຟ້າ ຂນາດ 60 ເມກາວັດ ທີ່ໃຊ້ເສດເຫລືອຈາກໄມ້ ທີ່ບໍ່ສາມາດຜລິດເຈັ້ຍໄດ້ເຮັດ ຄວາມຮ້ອນ, ແຕ່ເພື່ອຮອງຮັບການຂຍາຍໂຕ ຂອງໂຮງງານເຈັ້ຍ ທີ່ ຈະມີການໃຊ້ພະລັງງານໄຟ ຟ້າຫລາຍເພິ່ມຂຶ້ນ ທາງບໍຣິສັດຈຶ່ງຈໍາ ເປັນຕ້ອງໄດ້ສ້າງໂຮງງານໄຟຟ້າຖ່ານຫິນນີ້ຂຶ້ນ.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ຜແນກພະລັງງານ ແລະບໍ່ແຮ່ ແຂວງສວັນນະເຂດ ທ່ານນຶ່ງຜູ້ບໍ່ປະສົງອອກຊື່ແລະຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຍ ເສຣີ ໃນມື້ດຽວກັນນີ້ວ່າ ປັດຈຸບັນ ບໍຣິສັດຊັນເປເປີ ມີໂຮງງານໄຟຟ້າ ຢູ່ແລ້ວ ແລະ ກໍາລັງຂຍາຍເພິ່ມອີກ 1 ໂຮງງານ ຄືໂຮງງານໄຟຟ້າ ຖ່ານຫິນ ຊຶ່ງຂນະນີ້ ຢູ່ໃນໄລຍະກໍ່ສ້າງ. ຖ່ານຫິນ ທີ່ຈະເອົາມາປ້ອນ ໂຮງງານ ນັ້ນທາງບໍຣິສັດ ຈະຊື້ມາຈາກ ແຂວງສາລະວັນ ແລະ ແຂວງ ເຊກອງ ຊຶ່ງເປັນແຫລ່ງຂຸດຄົ້ນຖ່ານຫິນ ຂນາດໃຫຍ່ຂອງລາວ. ແຕ່ໃນເມື່ອຖ່ານຫິນ ນັ້ນໝົດໄປແລ້ວ ຈະຫາຖ່ານຫິນມາຈາກໃສ ເພື່ອປ້ອນໂຮງງານນັ້ນ ອັນນີ້ກໍຍັງເປັນຄໍາຖາມ ສໍາຄັນສໍາລັບ ບໍຣິສັດ ຢູ່ ດັ່ງທີ່ທ່ານກ່າວວ່າ:

“ເພິ່ນເຮັດມາແລ້ວ ເພິ່ນມີແຕ່ຢາກຂຍາຍເນື້ອທີ່ ອັນເກົ່າເພິ່ນຫັ້ນແຫລະ ດຽວນີ້ເພິ່ນເອົາຖ່ານຫິນມາແຕ່ພຸ້ນ ແຕ່ສາລະວັນ ເຊກອງ ພຸ້ນແຫລະ ວັດຖຸດິບສິເອົາມາແຕ່ໃສປ້ອນ ໂຮງງານຫັ້ນນະ.”

ແລະເຈົ້າໜ້າທີ່ຜແນກສາທາຣະນະສຸຂ ແຂວງສວັນນະເຂດ ທ່ານນຶ່ງ ຜູ້ບໍ່ປະສົງອອກຊື່ ແລະ ຕໍາແໜ່ງ ກໍກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ ວັນທີ 7 ຕຸລາ ນີ້ວ່າ ເນື່ອງຈາກບໍຣິສັດຊັນເປເປີ ຂອງຈີນ ເປັນບໍຣິສັດ ຂນາດໃຫຍ່ ແລະໄດ້ຮັບອະນຸຍາດ ຈາກທາງສູນກາງຫຼາຍຢ່າງ ທີ່ທາງບໍຣິສັດນີ້ ເຮັດໄປແລ້ວ ກໍບໍ່ໄດ້ຣາຍງານ ໃຫ້ທາງຫ້ອງການເມືອງແລະແຂວງ ຮູ້, ເປັນຕົ້ນເຣື່ອງການສ້າງໂຮງງານຖ່ານຫິນ ນີ້ກໍບໍ່ ຮູ້ຄືກັນວ່າ ສ້າງໄປແລ້ວ ຫລືຍັງ ຫລື ຢູ່ໃນຂັ້ນຕອນໃດ, ເອົາຫຍັງເປັນວັດຖຸດິບຫລັກ ແລະ ມີຜົລກະທົບ ຕໍ່ຊຸມຊົນແນວໃດ ກໍຍັງບໍ່ໄດ້ ຮັບຣາຍງານເທື່ອ ດັ່ງທີ່ທ່ານກ່າວວ່າ:

“ບໍ່ໝັ້ນໃຈວ່າ ວັດຖຸດິບຂະເຈົ້າຈະເອົາເຂົ້າມາຫັ້ນ ສິຈະມາເຮັດໂຮງງານໄຟຟ້າພະລັງງານຄວາມຮ້ອນ ມັນສິເປັນໂຕໃດຫັ້ນນະໃນເບື້ອງຕົ້ນ ຂະເຈົ້າບໍ່ໄດ້ເວົ້ວ່າ ຂະເຈົ້າຈະນໍາໃຊ້ຖ່ານຫີນ ຫັ້ນນ່າ.”

ເວົ້າເຖິງເຣື່ອງຜົລກະທົບ ທີ່ອາຈເກີດຂຶ້ນຈາກ ໂຮງງານໄຟຟ້າຖ່ານຫິນ ທີ່ວ່ານີ້ ຜູ້ຕາງໜ້າພະນັກງານຄົນຈີນ ຢູ່ໂຮງງານຊັນເປເປີ ເວົ້າວ່າ ທາງໂຮງງານໄດ້ສຶກສາສໍາຣວດ ຜົລກະທົບຢ່າງດີແລ້ວ ແລະ ໄດ້ຣາຍງານໄປໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ແລ້ວ ແລະຣັຖມົນຕຣີ ກະຊວງ ດັ່ງກ່າວ ກໍໄດ້ມາຢ້ຽມຢາມ ແລະ ກວດກາເບິ່ງເມື່ອເດືອນກັນຍາ ທີ່ຜ່ານມາ.

ແຕ່ຊາວບ້ານຜູ້ນຶ່ງ ທີ່ຂໍສງວນຊື່ ຢູ່ເມືອງເຊໂປນ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ ຢາກໃຫ້ພາກສ່ວນທາງການ ທີ່ກ່ຽວຂ້ອງ ສຶກສາ ເຣື່ອງ ຜົລກະທົບທາງດ້ານສິ່ງແວດລ້ອມ ແລະ ສັງຄົມໃຫ້ດີທີ່ສຸດ ເພາະຫາກສຶກສາບໍ່ດີ ກໍຈະເກີດ ຜົລກະທົບອັນໜັກໜ່ວງ ຕໍ່ຊາວບ້ານເມືອງເຊໂປນແທ້:

“ຫາກຢູ່ໃນເຂດນັ້ນ ປະຊາຊົນເຮົາ ມັນກະບໍ່ແອອັດປານໃດ ຄັນວ່າການສຶກສາສິ່ງແວດລ້ອມ ບໍ່ດີແດ່ນີ! ກະໜັກໜ່ວງແລ້ວຜົລກະທົບສິ ໜັກແດ່ຫັ້ນແຫລະ.”

ກ່ຽວກັບເຣື່ຶອງນີ້ ເຈົ້າໜ້າທີ່ດ້ານສິ່ງແວດລ້ອມ ແລະ ສັງຄົມ ແຂວງສວັນນະເຂດ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງ ກໍກ່າວຕໍ່ວິທຍຸເອເຊັຍ ເສຣີ ໃນມື້ວັນທີ 7 ຕຸລານີ້ວ່າ ໄດ້ຍິນແຕ່ວ່າ ບໍຣິສັດຊັນເປເປີ ຈະສ້າງໂຮງງານໄຟຟ້າຖ່ານຫິນ ແຕ່ຫາກບໍ່ເຫັນວ່າມີ ຣາຍງານກ່ຽວກັບ ການປະເມີນຜົລກະທົບ ຕໍ່ສິ່ງແວດລ້ອມ ແລະ ສົງຄົມເທື່ອ ວ່າຈະມີຜົລກະທົບ ແນວໃດ:

“ໄດ້ຍິນວ່າຈະສ້າງຈະສ້າງເນາະ ເອີ໋ມັນກະຕ້ອງມີບົດປະເມີນຜົລກະທົບ ສິ່ງແວດລ້ອມກ່ອນເນາະກ່ອນຈະສ້າງ ເຂົາເອົານໍ້າເຊບັ້ງຫຽງ ເຂົາສູບນໍ້າຫລາຍສົມຄວນ ໄດ້ເອົາມາບໍຣິຫານ ເພາະວ່າໂຮງງານ ນີ້ໃຊ້ນໍ້າຫຼາຍສົມຄວນໃດ໋ ພາຍຫຼັງທີ່ຝົນຕົກໃໝ່ໆ ມັນເກີດດິນເສາະ ສຸຖັ່ງລົງໃສ່ສາຍນໍ້າເຊບັ້ງຫຽງ ກະມີປູປານານໍ້າຕາຍ ລະເກີດມີບັນຫາ.”

ທ່ານເວົ້າຕື່ມວ່າ ທີ່ຜ່ານມາ ບໍຣິສັດຊັນເປເປີແຫ່ງນີ້ ໄດ້ສ້າງຜົລກະທົບຕໍ່ສິ່ງແວດລ້ອມ ແລະສັງຄົມມາແລ້ວ ເປັນຕົ້ນໄດ້ສູບນໍ້າຈາກເຊ ບັ້ງຫຽງ ຂຶ້ນມາໃຊ້ຫລາຍ ຈົນເກີດຕາຝັ່ງເຈື່ອນ, ປ່ອຍນໍ້າເສັຍລົງມາ ຈົນເຮັດໃຫ້ປາຕາຍ ແລະ ສົ່ງກິ່ນຂິວອອກມາໃສ່ຊຸມຊົນ ທີ່ຢູ່ ອ້ອມຂ້າງໂຮງງານນັ້ນ.

ບໍຣິສັດຊັນເປເປີ ຫຼືບໍຣິສັດຜລິດເຈັ້ຍຂອງຈີນ ໄດ້ເຂົ້າມາລົງທຶນປູກຕົ້ນໄມ້ ອຸດສາຫະກັມ ຢູ່ເມືອງເຊໂປນ ແລະເມືອງວິລະບູລີ ແຂວງ ສວັນນະເຂດ ໃນເນື້ອທີ່ທັງໝົດ ປະມານ 32,000 ເຮັກຕາ ມາຕັ້ງແຕ່ປີ 2008 ເພື່ອເປັນວັດຖຸດິບປ້ອນ ໂຮງງານຜລິດເຈັ້ຽ ທີ່ໄດ້ກໍ່ ສ້າງໃນປີ 2017 ແລະເລີ້ມຜລິດເຈັ້ຍແຕ່ ເດືອນພຶສພາ 2018 ເປັນຕົ້ນມາ ມູນຄ່າການລົງທຶນ 9,139 ຕື້ປາຍກີບ ຫຼືປະມານ 1.69 ຕື້ໂດລາ ສະຫະຣັຖ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.