ຜົນບໍ່ດີຈາກ ການວ່າງງານ
2013.06.12

ການວ່າງງານ ເປັນເຣື່ອງ ສໍາຄັນ ຢ່າງຍິ່ງ ທີ່ສົ່ງຜົນໃຫ້ ເກີດບັນຫາ ອັນບໍ່ດີ ຕ່າງໆ ໃນສັງຄົມ ລາວ ແລະ ບັນຫານີ້ ທາງການລາວ ຍັງບໍ່ສາມາດ ແກ້ໄຂໄດ້ ຍ້ອນປັດຈັຍ ຫລາຍຢ່າງ ຮວມທັງການ ສ້າງໂຄງຮ່າງ. ດັ່ງເຈົ້າໜ້າທີ່ ຂັ້ນສູງ ຂອງ ກົມ ວັທນະທັມ ແລະ ສັງຄົມ ສະພາ ແຫ່ງຊາດ ສປປລາວ ເວົ້າວ່າ:
"ບັນຫາພັຍ ວ່າງງານ ຢູ່ ສປປລາວ ເພາະວ່າ ທຸກປະກົດ ການຫຍໍ້ທໍ້ ຢູ່ໃນສັງຄົມ ທີ່ກ່ຽວພັນ ເຖິງຊາວໜຸ່ມ ນັກສຶກສາ ສາເຫດ ຕົ້ນຕໍ ກໍແມ່ນ ມາຈາກພັຍ ວ່າງງານ ບັນດາ ໂຮງຮຽນ ວິຊາຊີບຕ່າງໆ ແມ່ນບໍ່ສົມດູນ ກັບ ຜູ້ຈ້າງ ນໍາໃຊ້ ແຮງງານ ຈຶ່ງພາໃຫ້ ຂາດດຸນ ແຮງງານ ຫລືບໍ່ພໍ ຈຶ່ງເກີດມີ ປະກົດການ ຫຍໍ້ທໍ້ ຫລາຍຂຶ້ນ ທີ່ຕິດຢູ່ ໃນສັງຄົມ ເປັນຕົ້ນ ໄປປົ້ນໄປຈີ້ ຂີ້ລັກ ຄ້າຂາຍ ຢາເສບຕິດ ເຄື່ອນໄຫວ ຜິດກົດໝາຍ ສາຣະພັດ ສີ".
ທ່ານເວົ້າ ຕໍ່ໄປວ່າ ຫາກປ່ອຍໃຫ້ ເກີດການ ວ່າງງານ ໄປດົນນານ ອາດເກີດ ບັນຫາ ທີ່ຈະເຮັດ ໃຫ້ ຄຸນນະພາບ ຂອງ ປະຊາຊົນ ຫລຸດລົງ. ດັ່ງນັ້ນ ໜ່ວຍງານທີ່ ກ່ຽວຂ້ອງ ຄວນມີມາຕການ ອັນຮີບດ່ວນ ແລະ ມີແນວທາງ ແກ້ໄຂ ບັນຫານີ້ ໃນ ຣະຍະຍາວ ຍ້ອນມັນ ຈະກະທົບໄປ ໃນວົງກວ້າງ ແລະ ຄວບຄຸມ ທັງດ້ານ ເສຖກິດ ແລະ ສັງຄົມ ຂອງປະເທສ.
ການວ່າງງານຢູ່ລາວ ເຮັດໃຫ້ ປະຊາຊົນ ລາວ ຈໍານວນ ຫລວງຫລາຍ ຕົກເປັນເຫຍື່ອ ຂອງພວກ ຄ້າມະນຸດ ໄປຕ່າງປະເທສ ເປັນຕົ້ນ ປະເທສໄທ ຊຶ່ງສ່ວນ ຫລາຍ ກໍແມ່ນໄປ ຈາກ ແຂວງພາກກາງ ແລະ ພາກໃຕ້ ຂອງລາວ.