ໄທຈະຂຍາຍທຸຣະກິດ ເຂົ້າ ລາວ ມາເລເຊັຍ
2013.06.25

ບໍຣິສັດ ອະສັງຫາລິມະຊັບ ໄທຍ໌ Century 21 ຊຶ່ງ ເປັນສາຂາ ຂອງ ບໍຣິສັດ ອະສັງຫາລິມະຊັບ ສະຫະຣັຖ ອະເມຣິກາ ມີແຜນ ທີ່ ຈະຂຍາຍ ທຸຣະກິດ ຂອງຕົນ ໄປ ປະເທສລາວ ແລະ ມາເລເຊັຍ ເພື່ອຂຍາຍ ຕລາດ ຢູ່ໃນ ປະຊາຄົມ ເສຖກິດ ອາຊຽນ ຫືລ AEC ທີ່ ຈະມີຂຶ້ນ ນັ້ນ. ຕາມ ຣາຍງານ ຂອງ The Nation ຈາກ ກຸງໂຕກຽວ ປະເທສ ຍີ່ປຸ່ນ ໃນວັນທີ 25 ມິຖຸນາ 2013 ນີ້.
ຮອງ ປະທານ ຝ່າຍ ບໍຣິຫານ ບໍຣິສັດ ອະສັງຫາລິມະຊັບ ໄທຍ໌ Century 21 ເວົ້າວ່າ ທາງ ບໍຣິສັດ ຄາດວ່າ ການຂຍາຍ ທຸຣະກິດ ຂອງຕົນ ຈະເຕີບໂຕ ຢ່າງມີ ຄວາມໝາຍ ພາຍຫລັງ ທີ່ ໄດ້ຂຍາຍ ກິຈການ ຕົ້ນແບບ ໄປ ມາເລເຊັຍ. ຮອງ ປະທານ ບໍຣິສັດ ເວົ້າວ່າ ຕລາດອາຊຽນ ຈະມີຄວາມ ສໍາຄັນ ຫລາຍ ຂຶ້ນ ພາຍໃຕ້ ປະຊາຄົມ ເສຖກິດ ອາຊຽນ ແລະ ບໍຣິສັດ ຕ້ອງການ ທີ່ຈະເພີ່ມ ການເຕີບໂຕ ຂອງຣາຍ ໄດ້ ປະຈໍາ ປີ 20-30% ແລະ ການມີ ໃບອະນຸຍາດ ຂຍາຍ ກິຈການ ຕົ້ນແບບ ຢູ່ຫລາຍ ກວ່າ ປະເທສ ນຶ່ງ ຈະຊ່ວຍໃຫ້ ບັນລຸ ເປົ້າໝາຍ.
ທ່ານວ່າ ໃນບາດກ້າວ ຕໍ່ໄປ ທາງ ບໍຣິສັດ ຈະຊື້ໃບ ອະບຸຍາດ ສໍາລັບ ທຸຣະກິດ ຕົ້ນແບບ ນີ້ ທີ່ ປະເທສລາວ. ເຖິງວ່າລາວ ເປັນ ຕລາດນ້ອຍ ແຕ່ທາງ ບໍຣິສັດ ນີ້ ກໍຕ້ອງການ ໄປລົງທຶນ ເພາະ ນັກລົງທຶນ ຈໍານວນ ຫລາຍ ຢູ່ໃນ ປະເທສນີ້ ກໍາລັງ ຊອກຫາ ທີ່ດິນ ທີ່ຢູ່ຕາມ ແຂວງ ຊາຍແດນ ທີ່ຕິດກັບ ພາກຕາເວັນ ອອກສ່ຽງເໜືອ ຂອງໄທຍ໌ ເຊັ່ນ ອູດອນ ໃນຂະນະທີ່ ທຸຣະກິດ ຂອງ ບໍຣິສັດ ຢູ່ພາກ ຕາເວັນອອກ ສ່ຽງເໜືອ ມີອັດຕຣາ ການເຕີບໂຕ ສູງ ຢູ່ນີ້.
ທ່ານວ່າ ການຮວມຕົວ ເຂົ້າເປັນ ປະຊາຄົມ ເສຖກິດ ອາຊຽນ ຈະເຮັດໃຫ້ ຕລາດ ອະສັງຫາຣິມະຊັບ ບ້ານເຮືອນ ແລະ ຫ້ອງການ ເຕີບໃຫຍ່ ຂຶ້ນ.