ເຣື້ອງທີ່ເກັບບັນທຶກໄວ້
2023-04-06
ທາງການ ແຂວງຫຼວງພຣະບາງ ເກັບຄ່າທໍານຽມ ດ້ານສິ່ງແວດລ້ອມ ກັບທຸຣະກິຈ ໂຮງແຮມ, ບ້ານພັກ ແລະ ຮ້ານອາຫານ ຈຳນວນ 560,000 ກີບຕໍ່ 2 ປີ, ເຮັດໃຫ້ເຈົ້າຂອງກິຈການ ທີ່ຕ້ອງໄດ້ເສັຍຄ່າທຳນຽມນີ້ ເກີດຂໍ້ສົງໄສ ເນື່ອງຈາກ ຕ້ອງເສັຍພາສີອາກອນຢູ່ແລ້ວ ແຕ່ຍັງໄດ້ເສັຍຄ່າທຳນຽມນີ້ເພີ່ມ.
2023-04-05
ສະພາບອັດຕຣາເງິນເຟີ້ ຍັງສູງຂຶ້ນເລື້ອຍໆ ໂດຍໃນເດືອນມີນາ ປີ 2023 ຢູ່ໃນລະດັບ 40.97%, ສະເພາະ ໝວດສະບຽງອາຫານ ຊຶ່ງສົ່ງຜົລກະທົບຕໍ່ປະຊາຊົນ ຄືເກົ່າ, ອັດຕຣາຈ່າຍແພງຂຶ້ນ ສິ່ງທີ່ສຳຄັນ ແມ່ນສິນຄ້າ ຫຼາຍປະເພດ ນຳເຂົ້າຈາກຕ່າງປະເທດ ເປັນສາເຫດນຶ່ງ.
2023-04-05
ການພັດທະນາແບບຍືນຍົງ ໃນເປົ້າໝາຽທີ 4 ວ່າດ້ວຍການສຶກສາ ທີ່ມີຄຸນນະພາບ ພາຍໃນປະເທດລາວ ຄວນມີການເອົາໃຈໃສ່ ທີ່ໜັກແໜ້ນຫຼາຍຂຶ້ນ ຖ້າບໍ່ດັ່ງນັ້ນຈະບໍ່ບັນລຸເປົ້າໝາຽ ຕາມກຳນົດໄລຍະເວລາ ວາຣະ ປີ 2030.
2023-04-05
ຣັຖອອກມາຕການ ຄຸ້ມຄອງ ລາຄາສິນຄ້າ ອຸປໂພກ-ບໍຣິໂພກ ລວມເຖິງຄ່າບໍຣິການຕ່າງໆ ບໍ່ໃຫ້ສູງຂຶ້ນໃນໄລຍະບຸນປີໃໝ່ລາວ ປະຈຳປີ 2023 ນີ້ ຂະນະທີ່ພໍ່ຄ້າ-ແມ່ຄ້າ ຢັ້ງຢືນວ່າ ຈຳເປັນຕ້ອງໄດ້ຂຶ້ນລາຄາສິນຄ້າ ໂດຍສະເພາະຊີ້ນໝູ ແລະເຄື່ອງທະເລ ເນື່ອງຈາກເປັນສິນຄ້າ ທີ່ໄດ້ຮັບຄວາມນິຍົມຫຼາຍ.
2023-04-04
ຕລາດຂົວດິນ ຫຼື ຕລາດໜອງຈັນ ຈະຖືກປິດຊົ່ວ ເພື່ອປັບປຸງໃຫ້ມີຄວາມທັນສໄມ ກວ່າເກົ່າ ເຊິ່ງທາງເຈົ້າຂອງ ຈຳເປັນຕ້ອງໃຊ້ເວລາ ຢ່າງໜ້ອຍ 1 ປີ ໃນການປັບປຸງຄັ້ງນີ້, ສ່ວນພໍ່ຄ້າ, ແມ່ຄ້າ ຈຳເປັນຕ້ອງຍ້າຍອອກໄປຫາບ່ອນໃໝ່, ຂະນະທີ່ເຈົ້າຂອງຕລາດ ໃຫ້ສິດທິພິເສດ ໃນການກັບມາ ຫຼັງຈາກປັບປຸງ ສຳເຣັດ.
2023-04-03
ຄົນຈີນເຂົ້າມາຕັ້ງຖິ່ນຖານ ຢູ່ ສປປ ລາວ ຫຼາຍຂຶ້ນ ແລະ ສິ່ງທີ່ໜ້າເປັນຫ່ວງຫຼາຍ ຄື ກຸ່ມຄົນຈີນເຂົ້າມາເຮັດທຸຣະກິຈ ແຂ່ງຂັນກັບຄົນລາວ ເວົ້າສະເພາະຢູ່ນະຄອນຫຼວງວຽງຈັນມີ 7,500 ຄົນ, ສ່ວນພໍ່ຄ້າ-ແມ່ຄ້າ ຄົນລາວ ຍາກທີ່ຈະແຂ່ງຂັນ ກັບຄົນຈີນໄດ້ ໂດຍສະເພາະເຣື່ອງຕົ້ນທຶນບໍ່ພຽງພໍ.