ຄົນຈີນ ເຂົ້າມາຕັ້ງຖິ່ນຖານ, ລົງທຶນທຸຣະກິຈ ໃນລາວ ຫຼາຍຂຶ້ນເລື້ອຍໆ
2023.04.03
ປັດຈຸບັນ ມີພົນລະເມືອງຈີນມາຢູ່, ຄ້າຂາຍ ແລະເຮັດທຸຣະກິຈຢູ່ນະຄອນຫລວງວຽງຈັນ 7,500 ຄົນ, ບໍຣິສັດຈາກປະເທດຈີນ ກໍເຂົ້າມາລົງທຶນ 31 ບໍຣິສັດ ແລະມີໂຄງການລົງທຶນ ຕື່ມອີກ 20 ໂຄງການໃນຂແນງການຕ່າງໆ. ການລົງທຶນຂອງຈີນ ມີທັງໂຄງການສັມປະທານ ເຂດພັທນາເສຖກິຈ ບຶງທາດຫລວງ, ເຂດເສຖກິຈກວມລວມໄຊເສດຖາ, ໂຄງການກໍ່ສ້າງສູນການຄ້າ, ໂຮງໝໍ ແລະອື່ນໆ, ອີງຕາມການຣາຍງານ ຂອງພົນຈັດຕະວາ ບົວພັນ ຟອງມະນີ ຫົວໜ້າກອງບັນຊາການ ປກສ ນະຄອນຫລວງວຽງຈັນ ໃນໂອກາດທີ່ທ່ານໄດ້ພົບພໍ້ ແລະເຮັດວຽກຮ່ວມກັບ ທ່ານ ຫລີ້ ລີ ຫົວໜ້າ ກອງບັນຊາການ ປກສ ກິ່ງແຂວງສິບສອງພັນນາ ຂອງຈີນ ເມື່ອວັນທີ 28 ມີນາ ທີ່ຜ່ານມາ.
ເຈົ້າຂອງຮ້ານຄ້າຂາຍເສື້ອຜ້າ ນາງນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 3 ເມສານີ້ ກ່ຽວກັບການເຂົ້າມາຄ້າຂາຍ ແລະເຮັດທຸຣະກິຈ ຂອງຊາວຈີນ ຢູ່ນະຄອນ ຫລວງວຽງຈັນວ່າ ເຣີ່ມເຮັດໃຫ້ຊາວລາວຈໍານວນນຶ່ງ ໄດ້ຮັບຜົລກະທົບ ໂດຍສະເພາະຜູ້ປະກອບການ ທຸຣະກິຈຄ້າຂາຍ ຍ້ອນຊາວຈີນຍາດແຍ່ງລູກຄ້າໄປແລ້ວສ່ວນນຶ່ງ ແລະນັກທ່ອງທ່ຽວຈີນ ທີ່ເຂົ້າມາທ່ຽວນະຄອນຫລວງວຽງຈັນ ມັກໄປຊື້ເຄື່ອງຂອງຢູ່ຮ້ານຄ້າ ຂອງຄົນຈີນກັນເອງ ແທນທີ່ຈະອຸດໜູນຮ້ານຄ້າຂອງຄົນລາວ.
“ຈີນຫວາ ກະບໍ່ດີໄດ໋ ເພາະວ່າມັນກະເຮັດໃຫ້ຄົນລາວ ໄດ້ລາຍຮັບໜ້ອຍລົງ ຈີນສ່ວນຫລາຍຄັນຄືຢູ່ຕລາດຂົວດິ ນນ້ອງນີ້ ບໍ່ຄ່ອຍມີຈີນຫລາຍ ສ່ວນຫລາຍແມ່ນຄົນລາວ ແຕ່ວ່າບ່ອນອື່ນນີ້ຫລາຍແດ່.”
ໃນຂະນະດຽວກັນ ຊາວບ້ານນາງນຶ່ງກໍເຫັນວ່າ ຢູ່ຕລາດບາງແຫ່ງ ໃນນະຄອນຫລວງວຽງຈັນ ທຸກມື້ນີ້ ມີແຕ່ຮ້ານຄ້າ ຮ້ານຂາຍຂອງຄົນຈີນ ແລະວຽດນາມເປັນສ່ວນໃຫຍ່ ແລະຮ້ານຄ້າຂອງຄົນລາວ ກໍຄ່ອຍໆເຫລືອໜ້ອຍລົງ ນໍາເລື້ອຍໆ ແລະພາກັນໄປຢູ່ເຂດນອກ ຊຶ່ງເປັນສັນຍານບົ່ງບອກວ່າ ການເຂົ້າມາເຮັດທຸຣະກິຈຂອງຊາວຈີນ ເຣີ່ມເຮັດໃຫ້ຄົນລາວໄດ້ຮັບຜົລກະທົບແລ້ວ.
“ຂາຍເສື້ອຜ້າ ຂາຍຄໍາຂາຍອາຫານການກິນ ມີແຕ່ຈີນກັບວຽດໝົດ ດຽວນີ້ນ່າ ລາວນີ້ແມ່ນສ່ວນໜ້ອຍດຽວນີ້ຄົນລາວ ເຂົາເຈົ້າອອກໄປຢູ່ເຂດນອກ ເມືອງມີແຕ່ຈີນກັບວຽດດຽວນີ້ນ່າ.”
ໃນຂະນະດຽວກັນ ກໍມີຊາວລາວຈໍານວນນຶ່ງ ຢູ່ນະຄອນຫລວງວຽງຈັນ ເຫັນວ່າ ການເຂົ້າມາຄ້າຂາຍ ແລະເຮັດທຸຣະກິຈ ຂອງຄົນຈີນນັ້ນ ແມ່ນໄດ້ສ້າງຜົລດີ ຕໍ່ການພັທນາເສຖກິຈ ໃນລາວ ແລະເຫັນວ່າ ທຸຣະກິຈຂອງຄົນຈີນ ບໍ່ໄດ້ສ້າງຜົລກະທົບ ຫຍັງຫລາຍຕໍ່ຄົນລາວ ຊຶ່ງຜູ້ປະກອບການທຸຣະກິຈ ລາວນາງນຶ່ງ ເວົ້າວ່າ ກໍຄ້າຂາຍໄປນໍາກັນກັບຄົນລາວໄດ້, ບໍ່ມີຫຍັງຂັດແຍ່ງກັນ.
“ກໍແລ້ວແຕ່ ສ່ວນຫລາຍເຂົາເຈົ້າກໍມາຂາຍເຄື່ອງ ຫັ້ນແຫລະ ມັນກໍບໍ່ມີຫຍັງສະທ້ອນອັນອື່ນ ດອກ ພວກຢູ່ນີ້ເຂົາກໍຊື້ໆຂາຍໆ ພາສາເຂົາຫັ້ນແຫລະ ມັນກໍບໍ່ມີຫຍັງ ກະຄ້າຂາຍນໍາກັນໄດ້.”
ຊາວລາວອີກຜູ້ນຶ່ງ ທີ່ຢູ່ໃກ້ກັບບ່ອນຄ້າຂາຍ ຂອງຊາວຈີນໃນນະຄອນຫລວງວຽງຈັນ ກໍເວົ້າວ່າ ທຸກມື້ນີ້ ຊາວຈີນກໍຍັງຫລັ່ງໄຫລກັນເຂົ້າມາ, ຄ້າຂາຍ ແລະເຮັດທຸຣະກິຈ ຫລາຍຂຶ້ນນໍາເລື້ອຍໆ ໂດຍຈະມາອາສັຍຢູ່ນໍາກັນ ໃນລັກສະນະຄອບຄົວໃຫຍ່ ແລະບາງຄອບຄົວ ກໍມີຄົນລາວຢູ່ຮ່ວມນໍາດ້ວຍ, ຊາວຈີນທີ່ເຂົ້າມາເຮັດທຸຣະກິຈຄ້າຂາຍ ສ່ວນຫລາຍກໍຢູ່ກັນແບບຢູ່ໃຜຢູ່ມັນ ແລະບໍ່ໄດ້ສ້າງບັນ ຫາໃຫ້ຄົນລາວ.
“ໂອ໋ ກະເຫັນຫລາຍຢູ່ໄດ໋ ເຂົາມາແລ່ວກະມີເຄືອຂ່າຍຢູ່ແລ້ວ ມີລູກ ເຂົາເຈົ້າມາເອົາເມັຍເອົາຫຍັງຢູ່ພີ້ນ່າ ມາຄ້າຂາຍ ຂາຍເຄື່ອງທົ່ວໄປ ຄົນຈີນພວກພໍ່ແມ່ເຂົາເຈົ້າ ພວກລູກຫລານເຂົາເຈົ້າ ຂາຍເຄື່ອງຢູ່ແຖບຕລາດເຮົານີ້ນ່າ ຂາຍເຄື່ອງໄຟຟ້າຂາຍຫຍັງພວກນີ້ ເຂົາເຈົ້າມີພີ່ນ້ອງ ເຂົາເຈົ້າກໍມາຝາກຢູ່ນີ້.”
ກ່ຽວກັບເຣື່ອງທີ່ວ່ານີ້ ຜູ້ທີ່ມີຄວາມຮູ້ດ້ານເສຖກິຈ ແລະສັງຄົມທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 3 ເມສານີ້ ເຖິງການເຂົ້າມາຄ້າຂາຍ ເຮັດທຸຣະກິຈ ຂອງຊາວຈີນວ່າ ມີທັງດ້ານດີ ແລະມີຜົລສະທ້ອນຄວບຄູ່ກັນໄປ. ດ້ານດີ ຄືເປັນ ການຊ່ອຍພັທນາເສຖກິຈ ໃນນະຄອນຫລວງວຽງຈັນ. ສ່ວນດ້ານຜົລສະທ້ອນ ຄືອາຈເຮັດໃຫ້ນັກທຸຣະກິຈລາວ ເສັຍຜົລປໂຍດ ເປັນຕົ້ນແມ່ນຍ້ອນບໍ່ມີທຶນ ຮອນພຽງພໍ ທີ່ຈະແຂ່ງຂັນກັບນັກທຸຣະກິຈຈີນໄດ້.
“ມັນກະມີທັງດ້ານດີ ແລະດ້ານຜົນສະທ້ອນຫັ້ນ ແຫລະ ຖືວ່າໄທເຮົາກະເຣື່ອງທ່າແຮງ ໃນການພັທນາເນາະ ບໍ່ສູ້ເຂົາ ແຕ່ດ້ານລົບກໍແມ່ນອາຈກະທົບ ກັບນັກທຸຣະກິຈລາວ ທີ່ເຮື່ອແຮງມັນກະສູ້ຈີນບໍ່ໄດ້ເນາະ ເວົ້າເຣື່ອງທຶນຮອນ ເວົ້າເຣື່ອງຄວາມສາມາດ ເວົ້າເຣື່ອງປະສົບການອີ່ຫຍັງຕ່າງໆນີ້ນ່າ.”
ນັບແຕ່ປີ 2015 ເປັນຕົ້ນມາ ເຫັນວ່າ ການຄ້າຂາຍ ແລະການເຮັດທຸຣະກິຈຕ່າງໆ ຕລອດເຖິງການລົງທຶນຂອງຈີນ ຢູ່ນະຄອນຫລວງວຽງຈັນ ມີຫລາຍຂຶ້ນ ນໍາເລື້ອຍໆ ທັງໃນຮູບແບບສູນການຄ້າ, ໂຮງໝໍ, ໂຮງງານ ແລະໂຄງການໃຫຍ່ຕ່າງໆ ຈົນຈີນກາຍເປັນຜູ້ລົງທຶນອັນດັບ 1 ໃນລາວ. ທົ່ວປະເທດລາວ ມີການລົງທຶນ ຂອງຈີນທັງໝົດ 933 ໂຄງການ, ມູນຄ່າ 16.4 ຕື້ໂດລ້າຣ໌ສະຫະຣັຖ. ເປັນຕົ້ນກໍແມ່ນໂຄງການທາງຣົຖໄຟ ລາວ-ຈີນ, ໂຄງການທາງດ່ວນນະຄອນ ຫລວງວຽງຈັນ-ວັງວຽງ, ເຂດເສຖກິຈ ແລະເຂື່ອນໄຟຟ້າຕ່າງໆ, ອີງຕາມການ ຣາຍງານຂອງທ່ານ ຄໍາເຈນ ວົງໂພສີ ຣັຖມົນຕຣີກະຊວງແຜນການ ແລະການລົງທຶນ ເມື່ອເດືອນກໍຣະກະດາ 2022 ທີ່ຜ່ານມາ.