ເຣື້ອງຄ່າຊົດເຊີຍທີ່ດິນຕາມ ເລກທີ 10
2014.08.05
ຊາວບ້ານ ຜູ້ທີ່ ຄອບຄອງ ທີ່ດິນ ເລາະຕາມ ຖນົນເລກ ທີ 10 ແບບ ບໍ່ຖືກຕ້ອງ ຕາມກົດໝາຍ ຈະບໍ່ໄດ້ ຮັບຄ່າ ຊົດເຊີຍ ຈາກໂຄງການ ຂຍາຍ ເສັ້ນທາງ ຊ່ວງດອນໜູນ ຫາ ທ່າງ່ອນ, ຕາມຣາຍງານ ໜັງສືພິມ ທາງການລາວ ທີ່ອ້າງຕາມ ການ ອະທິບາຍ ຂອງຫົວໜ້າ ຫ້ອງການ ກະຊວງ ໂຍທາທິການ ແລະຂົນສົ່ງ ທ່ານ ສັນຕິສຸກ ສິມມະລາວົງ.
ໃນ ກອງປະຊຸມ ສະພາ ແຫ່ງຊາຕ ທີ່ ຫາກໍຈົບລົງ ເມື່ອວັນທີ່ 25 ກໍຣະກະດາ ຜ່ານມານີ້ ມີຜູ້ຍົກ ຄໍາຖາມ ຜ່ານສາຍດ່ວນ ຂຶ້ນມາວ່າ ເປັນຫຍັງ 33 ຄອບຄົວ ທີ່ ມີສິ່ງ ປູກສ້າງ ຢູ່ແຄມ ຖນົນ ຈາກ ດອນໜູນ ຫາ ທ່າງ່ອນ ທີ່ໄດ້ຮັບ ຜົນກະທົບ ຈາກໂຄງການ ຂຍາຍທາງ ຈຶ່ງບໍ່ໄດ້ຮັບ ຄ່າຊົດເຊີຽ.
ທ່ານ ສັນຕິສຸກ ຈຶ່ງໄດ້ແຈ້ງວ່າ ຜູ້ທີ່ຄອບຄອງ ທີ່ດິນ ແບບຖືກຕ້ອງ ຕາມກົດໝາຍ ເທົ່ານັ້ນ ທີ່ຈະໄດ້ ຮັບຄ່າ ຊົດເຊີຽ. ທ່ານ ອະທິບາຍ ວ່າ ກົດຣະບຽບ ກະຊວງ ໂຍທາ ຣະບຸວ່າ ຄວາມຍາວ ຂອງທີ່ດິນ 25 ແມັດ ຈາກໃຈກາງ ຖນົນໄປຫາ ຂ້າງຖນົນ ແຕ່ລະເບື້ອງ ເປັນດິນ ສໍາລັບຖນົນ ສາທາຣະນະ ແຕ່ວ່າຕາມ ສອງຂ້າງທາງ ທີ່ວ່ານີ້ ມີຄົນ ປຸກເຮືອນໃສ່ ແລະ ສິ່ງປູກສ້າງ ແບບ ບໍ່ຖືກຕ້ອງ ຕາມກົດຣະບຽບ ຂອງ ກະຊວງ ໂຍທາ ທັ້ງໆທີ່ຜ່ານມາ ທາງກະຊວງ ໄດ້ ປັກເຄື່ອງໝາຍ ການຂຍາຍຖນົນ ໄວ້ແລ້ວ. ຫລາຍຄົນ ອ້າງວ່າ ທີ່ດິນ ແລະສິ່ງ ປູກສ້າງ ຂອງຕົນ ມີ ໃບຕາດິນ ແລະ ໃບ ອະນຸຍາດ, ແຕ່ບັນຫານີ້ ເກີດຂຶ້ນ ຍ້ອນພາກສ່ວນ ຄຸ້ມຄອງ ທີ່ດິນ ນັ້ນບໍ່ ປະຕິບັດ ຕາມກົດ ໝາຍ ທາງກະຊວງ ຈຶ່ງຈະ ພຍາຍາມ ທໍາຄວາມ ເຂົ້າໃຈກັບ ປະຊາຊົນ ຕື່ມ.
ໂຄງການຂຍາຍ ເສັ້ນທາງເລກ 10 ຊ່ວງ ດອນໜູນ ຫາ ທ່າງ່ອນ ໄດ້ເລີ້ມຂຶ້ນ ແຕ່ປີກາຍນີ້ ແລະ ມີກໍານົດ ໃຫ້ແລ້ວ ພາຍໃນ 36 ເດືອນ ວຽກງານ ໄດ້ຄືບໜ້າ ໄປແລ້ວ ພຽງ 25 ສ່ວນຮ້ອຍ ເທົ່ານັ້ນ.