ການສ້ອມແປງສ້າງທາງ ໃນລາວ ຄ້າງຄາ
2019.05.09
ໂຄງການກໍ່ສ້າງ ແລະ ສ້ອມແປງທາງຫຼາຍເສັ້ນ ຢູ່ປະເທດລາວ ຊັກຊ້າ ເພາະບໍ່ມີງົບປະມານ ແລະ ມີການສໍ້ຣາດບັງຫຼວງ ຢູ່ຫຼາຍ. ຕົວຢ່າງ ໂຄງການ ສ້າງທາງປູຢາງ ຈາກເມືອງໂພນທອງ ແຂວງຫລວງພຣະບາງ ໄປຫາຊາຍແດນວຽດນາມ ຍາວ 107 ກິໂລແມັດ. ເມື່ອທ້າຍ ປີກາຍ ບໍຣິສັດຈີນ ໄດ້ສເນີໃຫ້ເງິນກູ້ຢືມ ແກ່ກະຊວງໂຍທາທິການ ແລະຂົນສົ່ງ ເພື່ອມາໃຊ້ສ້າງ ເສັ້ນທາງສາຍດັ່ງກ່າວ ແຕ່ກໍມິດງຽບໄປ ບໍ່ມີການກໍ່ສ້າງຈັກເທື່ອ, ຕາມຄຳເວົ້າ ຂອງເຈົ້າໜ້າທີ່ ຜແນກໂຍທາທິການ ແລະ ຂົນສົ່ງ ແຂວງ ຫຼວງພຣະບາງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 6 ພຶສພາ ນີ້:
"ຢ້ານສິແມ່ນແນວນັ້ນຢູ່ ເບິ່ງຊົງບາງທີ ເພິ່ນມີໜີ້ສິນຫຼາຍ ເພິ່ນເລີຍໂຈະ ຈີນ ຖືວ່າມາ ວ່າງຊ່ວງປີກາຍເນາະ ທ້າຍປີ 2018 ນະມາເວົ້າ ກັນແລ້ວ ຢູ່ຜແນກແຜນການແລະ ການລົງທຶນແຂວງນີ້ ຂັ້ນແຂວງເຫັນດີໝົດແລ້ວ ເຫຼືອໄປຫາສູນກາງ ໄປເປີດກອງປະຊຸມ ຢູ່ສູນກາງ ອີກຕື່ມ ຢູ່ທາງກະຊວງກາມິດເລີຍ.”
ອີກໂຄງການນຶ່ງ ທີ່ໄດ້ຮັບຜົລກະທົບ ແມ່ນໂຄງການ ສ້າງທາງ 3 ເສັ້ນ ຢູ່ເມືອງຊໍາໃຕ້ ແຂວງ ຫົວພັນ ຊຶ່ງມີຄວາມລ່າຊ້າ ຍ້ອນໄດ້ຮັບ ງົບປະມານ ບໍ່ພຽງພໍຈາກທາງກະຊວງໂຍທາທິການ ແລະຂົນສົ່ງ, ຕາມຄຳເວົ້າຂອງເຈົ້າໜ້າທີ່ ຜແນກໂຍທາທິການ ແລະຂົນສົ່ງ ແຂວງ ຫົວພັນ ໃນມື້ດຽວກັນນັ້ນ:
"ຖືວ່າຊັກຊ້ານີ້ແຫຼະ ບໍ່ໄດ້ເອົາຕາມສັນຍາ ຕໍ່ສັນຍາສອງເທື່ອແລ້ວປີນີ້ ຈະບໍ່ມີເດ ເພິ່ນໃຫ້ປີ 2015 ໂຄງການ ທາງປູຢາງສອງຊັ້ນເນາະ ໂຄງການນີ້ ຍັງບໍ່ສຳເຣັດ ເພິ່ນສິເພີ່ມງົປມານແນວໃດ ສິເຂົ້າຕື່ມຫັ້ນນະ ເພາະວ່າທາງກະຊວງ ເປັນເຈົ້າຂອງໂຄງການເດ້.”
ເວົ້າເຣື່ອງການສ້າງ ແລະປັບປຸງທາງຢູ່ລາວຊັກຊ້າ ຍ້ອນມີການສໍ້ຣາດບັງຫຼວງຫຼາຍນັ້ນ ນາງ ຈັນຕຸລາ ພະນະລາສີ ຫົວໜ້າກົມກວດກາ ຂອງກະຊວງໂຍທາທິການ ແລະຂົນສົ່ງ ໄດ້ຣາຍງານ ໃນວັນທີ 22 ມີນາຜ່ານມາວ່າ ໃນປີ 2018 ໄດ້ກວດພົບວ່າ ມີການສໍ້ຣາດບັງຫຼວງ 105 ເປົ້າໝາຍ ສະເພາະໃນກະຊວງໂຍທາທິການແລະຂົນສົ່ງ. ໃນນັ້ນ ກວດພົບຜູ້ທີ່ ສໍ້ຣາດບັງຫຼວງ ທັງໝົດ 1,285 ຄົນ. ໃນນັ້ນເປັນ ພະນັກງານຣັຖ 970 ຄົນ ແລະຜູ້ປະກອບການ 315 ຄົນ, ຖືກປະຕິບັດວິນັຍ 849 ຄົນ, ສົ່ງໃຫ້ ອັຍການ 113 ຄົນ, ອັຍການສັ່ງຟ້ອງ ສານ 61 ຄົນ ແລະ ສານຕັດສິນ ຄະດີແລ້ວ 55 ຄົນ. ແລະເມື່ອປີກາຍ ຍັງກວດພົບຜົລເສັຽຫາຍ ທີ່ເກີດຈາກ ການສໍ້ຣາດບັງຫຼວງ ໃນ ກະຊວງໂຍທາທິການ ແລະຂົນສົ່ງ ຮວມເປັນເງິນກີບ ທັງໝົດ 935 ຕື້ກີບ.