ຣົດໄຟລາວຈີນຈະຂ້າມ ນໍ້າຂອງ

ສິດນີ
2015.07.15
F-Thanaleng ສະຖານີ ເສັ້ນທາງຣົດໄຟ ສາຍ ໜອງຄາຍ-ທ່ານາແລ້ງ
RFA/LX

ລາວ ແລະ ຈີນ ໄດ້ ສິ້ນສຸດ ການ ເຈຣະຈາ ສ້າງ ທາງ ຣົດໄຟ ຄວາມໄວ ສູງ, ໃນແຜນ ໂຄງການ ຈະໃຊ້ ເວລາ 5 ປີ ໃນການ ກໍ່ສ້າງ, ແລະ ໄດ້ ກໍານົດ ຈຸດ ເຊື່ອມຕໍ່ ໃສ່ ແຂວງ ໜອງຄາຍ ປະເທດ ໄທ, ຫລັງຈາກ ທີ່ ທັງສອງ ຝ່າຍໄດ້ ປະຊຸມ ກັນ ໃນ ວັນທີ 3 ຫາ 6 ກໍຣະກະດາ 2015.

ເຈົ້າໜ້າທີ່ ຂັ້ນສູງ ຂອງ ກະຊວງ ໂຍທາ ທິການ ແລະ ຂົນສົ່ງ ສປປລາວ, ຜູ້ທີ່ ບໍ່ປະສົງ ອອກຊື່ ທ່ານນຶ່ງ, ໄດ້ກ່າວ ຕໍ່ ເອເຊັຽ ເສຣີ ວ່າ: ຄນະ ຜູ້ແທນ ຝ່າຍລາວ ນໍາໂດຍ ທ່ານ ລັດຕະນະມະນີ ຄູນນິວົງ, ຣັຖມົນຕຣີ ຊ່ວຍ ວ່າການ ກະຊວງ ໂຍທາ ທິການ ແລະ ຂົນສົ່ງ, ໄດ້ ຕົກລົງ ກັບ ທາງການ ຈີນ, ກ່ຽວກັບ ໂຄງການ ກໍ່ສ້າງ ເສັ້ນທາງ ຣົດໄຟ ຄວາມໄວ ສູງ ລາວ-ຈີນ ວ່າ ຈະໃຊ້ ເວລາ 5 ປີ, ນັບແຕ່ ມື້ ລົງມື ກໍ່ສ້າງ, ແຕ່ ຍັງບໍ່ໄດ້ ປະກາດ ວ່າ ຈະເລີ້ມ ເມຶື່ອໃດ. ອີງຕາມ ການ ບອກເລົ່າ ຂອງ ເຈົ້າໜ້າທີ່ ທ່ານນັ້ນ.

ເຈົ້າໜ້າທີ່ ທ່ານນັ້ນ ຍັງ ກ່າວຕໍ່ ເອເຊັຽ ເສຣີ ອີກວ່າ, ທັງ ສອງຝ່າຍ ເຫັນດີ ໃຫ້ ມີການ ສ້າງ ຂົວ ສະເພາະ ທາງ ຣົດໄຟ ຢູ່ເຂດ ທ່າ ນາແລ້ງ ທີ່ ຕໍ່ໃສ່ ແຂວງ ໜອງຄາຍ ປະເທດ ໄທ, ຊຶ່ງ ບໍ່ໄກ ຈາກ ຂົວ ມິດຕະພາບ ລາວ-ໄທ.

ນອກນີ້ ທ່ານ ຍັງເວົ້າ ອີກວ່າ ສະເພາະ ເງິນທຶນ ທີ່ ຈະໃຊ້ ເຂົ້າໃນ ໂຄງການ ດັ່ງກ່າວ, ທີ່ ຣັຖບານ ລາວ ຈະກູ້ຢືມ ຈາກ ຈີນ ນັ້ນ, ບໍ່ຮອດ 7 ຕື້ ໂດລາ ສະຫະຣັຖ, ມູນຄ່າ ແທ້ຈິງ ທີ່ ທາງການ ລາວ ຈະກູ້ຢືມ ນັ້ນ ຍັງບໍ່ ເປີດເຜີຍ ຢ່າງເປັນ ທາງການ ເທື່ອ, ຊຶ່ງ ຕອນນີ້ ກໍຍັງ ຢູ່ໃນ ຂັ້ນຕອນ ການ ເຈລະຈາ ຢູ່.

ອີງຕາມ ການ ບອກເລົ່າ ຂອງ ເຈົ້າໜ້າທີ່ ທ່ານນີ້, ທາງການ ລາວ ແລະ ຈີນ ຈະຕັ້ງ ບໍຣິສັດ ຮ່ວມຫຸ້ນ ລາວ-ຈີນ, ເພື່ອ ບໍຣິຫານ ແລະ ຄຸ້ມຄອງ ໂຄງການ. ຣັຖບານ ລາວ ແລະ ຈີນ ໄດ້ເຊັນ ບົດ ບັນທຶກ ຄວາມ ຊົງຈໍາ ກ່ຽວກັບ ໂຄງການ ທາງ ຣົດໄຟ ລາວ-ຈີນ ໃນ ວັນທີ 7 ເມສາ ປີ 2010.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.