ຣົດໄຟລາວຈີນກຳນົດໃສ່ 2 ທັນວາ

ສິດນີ
2015.11.18
F-Laos-China-train ໂຄງການຮ່ວມທຶນຣົດໄຟ ລາວ-ຈີນ
RFA

ພິທີ ວາງ ສີລາລຶກ ທາງຣົດໄຟ ຄວາມໄວສູງ ລາວ-ຈີນ ຈາກ ຊາຍແດນ ຈີນ ຫາ ນະຄອນຫຼວງ ວຽງຈັນ ມີກຳນົດ ຈັດຂຶ້ນ ໃນ ວັນທີ 2 ທັນວາ ເພື່ອເປັນ ສັນຍາລັກ ວັນຊາດ ຄົບຮອບ 40 ປີ ຂອງ ສປປລາວ.

ຣັຖບານ ລາວ ແລະ ຈີນ ໄດ້ ລົງນາມ ຂໍ້ຕົກລົງ ການສ້າງ ເສັ້ນທາງ ຣົດໄຟ ຄວາມໄວສູງ ຣະຫວ່າງ ກັນ ໃນ ວັນທີ 13 ພຶສຈິກາ ທີ່ ກຸງ ປັກກີ່ງ, ມູລຄ່າ ການ ກໍ່ສ້າງ ຈະຕົກຢູ່ ປະມານ 40 ຕື້ ຢວນ ຫລື ປະມານ 6 ຕື້ 280 ລ້ານໂດລາ ສະຫະຣັດ.

ທ່ານ ຣັດຕະນະມະນີ ຄຸນນີວົງ ຮອງ ຣັຖມົນຕຣີ ກະຊວງ ໂຍທາ ທິການ ແລະ ຂົນສົ່ງ ສປປລາວ ໄດ້ກ່າວຕໍ່ ກອງປະຊຸມ ຖແລງຂ່າວ ໃນ ມື້ວັນຈັນ ທີ່ ນະຄອນຫຼວງ ວຽງຈັນ ວ່າ, ການລົງນາມ ໃນຂໍ້ຕົກລົງ ໝາຍຄວາມ ວ່າ ໂຄງການ ຈະເລີ້ມຕົ້ນ ແຕ່ນີ້ ໄປ.

ຕົວແທນ ຈາກຈີນ ໄດ້ ເດີນທາງ ມາ ນະຄອນຫຼວງ ວຽງຈັນ ເພື່ອ ຕຣຽມ ວຽກງານ ການວາງ ສີລາລຶກ ຮ່ວມກັບ ຝ່າຍ ລາວ ຢູ່ ນະຄອນຫຼວງ ວຽງຈັນ ໃນວັນ ດັ່ງກ່າວ ຊຶ່ງ ຈີນ ຈະ ຖືຫຸ້ນ 70% ໃນ ໂຄງການ ນີ້ ສ່ວນເຫລືອ 30% ແມ່ນ ຣັຖບານ ລາວ ຄາດວ່າ ຈະ ສ້າງສຳເຣັດ ໃນ ປີ 2020.

ການວາງ ສີລາລຶກ ບໍ່ໄດ້ ໝາຍຄວາມ ວ່າ ໂຄງການ ດັ່ງກ່າວ ຈະເລີ້ມສ້າງ ໃນທັນທີ ຊຶ່ງ ໂຄງການ ນີ້ ໄດ້ເລື່ອນ ເວລາມາ 2 ເທື່ອແລ້ວ ແລະ ໂຄງການ ຣົດໄຟ ສະຫວັນ-ລາວບາວ ທີ່ ແຂວງ ສະຫວັນນະເຂດ ທີ່ໄດ້ ວາງ ສີລາລຶກ ໃນ ປີ 2012 ແຕ່ຈົນ ເທົ້າເຖິງ ປັດຈຸບັນ ກໍຍັງບໍ່ ລົງມື ສ້າງເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.