ໂຄງການທາງຣົຖໄຟ ລາວ-ຈີນ ໄທ-ຈີນ
2017.07.24
ໂຄງການທາງຣົດໄຟ ຄວາມໄວສູງ ລາວ-ຈີນ ແລະ ໄທ-ຈີນ ເປັນໂຄງການ ທີ່ຈະເຊື່ອມຕໍ່ ແຕ່ຈີນລົງມາ ຊຶ່ງຕາມແຜນ ທາງຣົດໄຟສາຍນີ້ ຈະໄປເຖິງ ສິງກະໂປ ຂນະທີ່ຫລາຍຄົນ ເວົ້າວ່າ ມັນຈະອໍານວຍ ຜົລປະໂຫຍດ ຢ່າງມະຫາສານ ໃຫ້ແກ່ຈີນ ທັງທາງດ້ານເສຖກິດ ການຄ້າ ການທ່ອງທ່ຽວ. ດັ່ງນັ້ນປະເທດຕ່າງໆ ທີ່ທາງຣົດໄຟ ຈະຜ່ານ ແລະຈະໄດ້ລົງທຶນສ້າງ ເປັນຈໍານວນ ຫລວງຫລາຍນັ້ນ ຈໍາຕ້ອງໄດ້ ສຶກສາ ຄົ້ນຄວ້າ ແລະຄິດໄລ່ ຜົລໄດ້ຜົລເສັຽ ລະອຽດ ຖິ່ຖ້ວນຄັກແນ່.
ດັ່ງປະເທດໄທກໍໄດ້ເຈຣະຈາ ກັບຈີນມາໄດ້ 18 ຄັ້ງແລ້ວ ຊຶ່ງແຕ່ລະຄັ້ງ ມີຄວາມຄືບໜ້າພຽງເລັກນ້ອຍ. ໃນນັ້ນຮວມທັງ ການລົງທຶນສ້າງ, ບໍຣິສັດ ຮັບເໝົາກໍ່ສ້າງ, ຄົນງານກໍ່ສ້າງ ການສັມປະທານ ທີ່ດິນ ຂ້າງທາງ ແລະອື່ນໆອີກຫຼາຍຢ່າງ ເພື່ອຜົລປໂຍດ ຂອງໄທ.
ແຕກຕ່າງກັນກັບໂຄງການ ທາງຣົດໄຟ ລາວ-ຈີນ ທີ່ເກືອບວ່າທຸກຢ່າງ ແມ່ນຝ່າຍຈີນ ເປັນຜູ້ຄິດໄລ່ ທັງໝົດນັບຕັ້ງແຕ່ ການສໍາຣວດ ອອກ ແບບໄປຈົນເຖິງ ການກໍ່ສ້າງ ແລະ ການຄຸ້ມຄອງ. ທັງນີ້ກໍຍ້ອນ ສປປລາວ ບໍ່ມີທັງທຶນການກໍ່ສ້າງ ຊຶ່ງຈະໄດ້ກູ້ຢືມ ຈາກຈີນ, ຂາດທັງນັກ ວິຊາການ ແລະ ເທັກໂນໂລຊີ. ແມ່ນແຕ່ ກັມມະກອນ ກໍ່ສ້າງ ກໍເກືອບວ່າ ທັງໝົດ ເປັນຄົນຈີນ ດັ່ງທີ່ຈະເຫັນໄດ້ ຈາກການກໍ່ສ້າງ ທາງ ຣົດໄຟ ລາວ-ຈີນ ທີ່ກໍາລັງເລີ່ມຢູ່ 3 ແຂວງຄື, ຫລວງນໍ້າທາ ອຸດົມໄຊ ແລະ ຫລວງພຣະບາງ ທີ່ ເກືອບວ່າໃຊ້ແຕ່ ຄົນງານຈີນ ທັງນັ້ນ.
ໂຄງການທາງຣົດໄຟ ລາວ-ຈີນ ມີຄວາມຍາວ 414 ກິໂລແມັຕ ເຊື່ອມຕໍ່ຈາກ ຈີນເຖິງສິງກະ ໂປຜ່ານລາວ ຊຶ່ງຕາມຂ່າວ VNA ທີ່ອ້າງ ຄໍາເວົ້າ ຂອງ ຮອງຣັຖມົນຕຣີ ໂຍທາທິການ ແລະຂົນສົ່ງ ລັດຕະນະມະນີ ຄູນນິວົງ ຜູ້ເປັນທັງຫົວໜ້າ ຄນະຈັດການ ໂຄງການ ເມື່ອວັນທີ 29 ພຶສພາ 2017 ນີ້.
ການກໍ່ສ້າງທາງຣົດໄຟລາວ-ຈີນ ໄດ້ເລີ່ມຂຶ້ນໃນເດືອນທັນວາ 2016 ນັບແຕ່ນັ້ນມາອຸມົງ 51 ແຫ່ງຈາກທັງໝົດ 75 ແຫ່ງ ຕາມເສັ້ນທາງ ຖືກຂຸດເຈາະ, ມີ 5 ບໍຣິສັດຈີນ ຮັບເໝົາໂຄງການ. ທ່ານເວົ້າວ່າ ພັກ-ຣັຖ ສປປລາວ ຖືວ່າທາງຣົດໄຟ ດັ່ງກ່າວ ຈະອໍານວຍໃຫ້ແກ່ການ ຂົນສົ່ງ ທີ່ມີປະສິດທິພາບ ທີ່ສຸດ ສໍາລັບລາວ ທີ່ເປັນປະເທດ ບໍ່ມີທາງອອກ ສູ່ທະເລ ທັງປອດພັຍ ແລະສົ່ງຜົລກະທົບ ໜ້ອຍໃສ່ ສະພາບ ແວດລ້ອມ.
ດັ່ງນັ້ນຣັຖບານລາວ ຈຶ່ງໃຫ້ຄວາມສໍາຄັນ ອັນດັບນຶ່ງ ໃນການພັທນາ ທາງຣົດໄຟນີ້. ພ້ອມດຽວກັນ ກໍຈະສົ່ງເສີມການຄ້າ ການລົງທຶນ ການທ່ອງທ່ຽວ ແລະ ສ້າງໜ້າວຽກ ໃຫ້ຄົນທ້ອງຖິ່ນ ເພື່ອປັບປຸງມາຕຖານ ການເປັນຢູ່ ແລະ ຫລຸດຜ່ອນ ຄວາມທຸກຍາກ ຂອງປະຊາຊົນ.
ແຕ່ໃນບົດຄວາມຂອງ ທ່ານ Peter Janssen ວັນທີ 24 ມີຖຸນາ 2017 ຂຽນວ່າ ທາງຣົດໄຟນັ້ນ ກໍາລັງສ້າງ ຢູ່ເຂດບ້ານ ໂພນໄຊ ແຂວງຫລວງພຣະບາງ. ຢູ່ແຜ່ນປ້າຍ ເຮືອນພັກຄົນງານ ຂຽນເປັນພາສາລາວ ວ່າ ປະຊາຊົນລາວ ພູມໃຈ ສ້າງທາງຣົດໄຟ ດ້ວຍມິຕພາບ, ດີໃຈ, ປອດພັຍ ແລະ ຄວາມປອງດອງ. ແຕ່ສິ່ງທີ່ແປກ ຢ່່າງເຫັນໄດ້ຈະແຈ້ງ ໃນທີ່ນັ້ນ ຄືຄົນງານ ທັງໝົດ ໃນເຮືອນພັກ ລ້ວນແລ້ວແຕ່ ເປັນຄົນຈີນ.
ຄຽງຄູ່ກັບການຂຸດເຈາະອຸມົງນັ້ນ ກໍມີການເລີ່ມວຽກ ສ້າງຂົວຂ້າມ ແມ່ນໍ້າຂອງ ຂນະທີ່ຢູ່ເຂດ ບ້ານດອນໃໝ່ ຕລາດຖືກຕັ້ງຂຶ້ນ ເພື່ອ ບໍຣິການ ຄົນງານຈີນ. ເຈົ້າຂອງຫ້າງຮ້ານ ຫລາຍຄົນມາຈາກແຂວງ ຍຸນນ່ານ ພາກໃຕ້ຂອງຈີນ ເວົ້າພາສາຈີນ Mandarin. ພາບແບບ ດຽວກັນນັ້ນ ຈະເຫັນຢູ່ວັງວຽງ ເຂດທ່ອງທ່ຽວ ຕັ້ງຢູ່ຣະຫວ່າງ ທາງໄປ ຫລວງພຣະບາງ ແລະ ນະຄອນຫລວງ ວຽງຈັນ.
ໂຄງການທາງຣົດໄຟ ລາວ-ຈີນ ເປັນໂຄງການໃຫຍ່ ທີ່ສຸດຢູ່ລາວ ໃນປັດຈຸບັນ ມູນຄ່າ ການກໍ່ສ້າງ 6 ພັນລ້ານໂດລາ ສະຫະຣັຖ ເທົ່າກັບ ເກືອບເຄິ່ງນຶ່ງ ຂອງ ຮວມຍອດຜະລິຕພັນ ພາຍໃນຫລື GDP ຂອງລາວ ທີ່ມີ 13 ພັນ 700 ລ້ານໂດລາ ສະຫະຣັຖ ໃນປີ 2016. ຕາມການຄາດການຂອງ ກອງເງິນທຶນສາກົລ IMF. ບັນດາຫົວໜ້າ ສະຖາບັນນາໆຊາດ ເຊັ່ນ ທະນາຄານໂລກ ແລະ ທະນາຄານ ພັທນາເອເຊັຽ ໄດ້ຖາມ ເຖິງຄວາມຢູ່ລອດ ຂອງໂຄງການ ທາງຣົດໄຟ ລາວ-ຈີນ ແຕ່ດົນແລ້ວ ໂດຍເປັນຫ່ວງ ເຣື່ອງໜີ້ສິນຫລາຍ ຂອງລາວ ຊຶ່ງເປັນນຶ່ງ ໃນຈໍານວນ ປະເທດ ທີ່ເສຖກິດ ໄດ້ຮັບການພັທນາ ໜ້ອຍທີ່ສຸດ ຂອງໂລກ.
ທະນາຄານໂລກ ເວົ້າເມື່ອເດືອນເມສາ ຜ່ານມາ ວ່າການຂາດດູນ ງົບປະມານ ຫລາຍຂຶ້ນໃນປີ 2016 ເຮັດໃຫ້ໜີ້ ສາທາຣະນະ ເກືອບເຖິງ 70 ເປີເຊັນ ຂອງ GDP. ຄາດວ່າການຂາດດູນນັ້ນ ຈະເພີ່ມຂຶ້ນອີກ ຂນະທີ່ເລີ່ມປະຕິບັດ 2-3 ໂຄງການໂຄງຮ່າງ ພື້ນຖານຂນາດໃຫຍ່.
ຜູ້ນໍາລາວແລະຈີນ ເລີ່ມເວົ້າເຖິງເຣື່ອງ ທາງຣົດໄຟ ນີ້ໃນປີ 2001 ຊຶ່ງເປັນສ່ວນນຶ່ງ ຂອງເປົ້າໝາຍ ປ່ຽນແປງລາວ ຈາກປະເທດ ບໍ່ມີ ທາງອອກສູ່ທະເລ ເປັນປະເທດເຊື່ອມຕໍ່ ທາງບົກ. ແລະໃນທີ່ສຸດ ປະທານ ປະເທດລາວ ແລະຈີນ ກໍໄດ້ຕົກລົງ ສນັບສນູນ ໂຄງການນີ້ ໃນປີ 2009 ແລະລົງນາມ ໃນບົດບັນທຶກ ຄວາມເຂົ້າໃຈກັນ ໃນວັນທີ 7 ເມສາ 2010.
ຕໍ່ມາ ກໍຢຸດສງັກໄປ ຂນະທີ່ຣັຖມົນຕຣີ ທາງຣົດໄຟ ຂອງຈີນ ຜູ້ທີ່ໄດ້ລົງນາມ ໃນບັນທຶກຄວາມເຂົ້າໃຈ ກັບຝ່າຍລາວ ຕອນນັ້ນ ຖືກປົດ ໃນຂໍ້ຫາ ສໍ້ຣາສບັງຫລວງ. ໃນຂນະດຽວກັນ ທາງຝ່າຍລາວ ກໍຈົ່ມກ່ຽວກັບ ເຣື່ອງເງິນກູ້ ດອກເບັ້ຽສູງ, ການຕົກລົງ ໃຫ້ຈີນໄດ້ຜົລປະໂຫຍດ ຫລາຍເກີນໄປ ຮວມທັງການ ສໍາປະທານ ທີ່ດິນທັງ 2 ຂ້າງ ທາງຣົຖໄຟ ເຖິງແມ່ນວ່າ ຣາຍລະອຽດ ບໍ່ຖືກເຜີຍແຜ່ ໃຫ້ມວນຊົນຮູ້ ກໍຕາມ.
ເຖິງຢ່າງໃດກໍຕາມ ໃນຕົ້ນປີ 2015 ທັງ 2 ຝ່າຍໄດ້ຕົກລົງກັນໃໝ່ ຮວມທັງຍັງສືບຕໍ່ ຫາຣືກັນ ເຣື່ອງລາຍລະອຽດ ທາງດ້ານການເງິນ.
ສມັຍທ່ານ ຈູມມາລີ ໄຊຍະສອນ ໄດ້ມອບໃຫ້ທ່ານ ສົມສະຫວາດ ເລັ່ງສະຫວັດ ຮັບຜິດຊອບໂຄງການ ແລະ ມີການຫາຣືກັນ ເຖິງຄວາມ ຄຸ້ມຄ່າ ຂອງການລົງທຶນ. ແລະໃນສມັຍ ທ່ານ ບຸນຍັງ ວໍຣະຈິດ ໂຄງການ ທາງຣົດໄຟ ກໍໄດ້ຮັບການ ປະຕິບັດ ຕໍ່ໄປ ໃນຂນະທີ່ລາວ ເປັນປະເທດທຸກຍາກຂາດເຂີນ ບໍ່ມີນັກ ວິຊາການເທັກນິກ ຈຶ່ງມອບໃຫ້ຈີນ ເປັນຜູ້ສຶກສາ ຄວາມເປັນໄປໄດ້ ຂອງໂຄງການ ການອອກແບບ ແລະ ການກໍ່ສ້າງທັງໝົດ ໂດຍໃຫ້ ບໍຣິສັດລາວ ຮັບງານ ເໝົາກໍ່ສ້າງຊ່ວງ ຕໍ່ພຽງ 10 ເປີເຊັນ. ການກໍ່ສ້າງທາງຣົດໄຟ ມີ 6 ສັນຍາ ກໍ່ສ້າງທີ່ເຊັນ ກັບຈີນ ເມື່ອທ້າຍປີ 2016.
ລາວສເນີໃຫ້ຝ່າຍຈີນ ພິຈາຣະນາມອບວຽກໃຫ້ ຝ່າຍລາວ ຢ່າງໜ້ອຍ 15 ເປີເຊັນ ຂອງມູນຄ່າ ແຕ່ລະສັນຍາ. ແຕ່ຝ່າຍຈີນເວົ້າວ່າ ການ ກໍ່ສ້າງ ທາງຣົດໄຟຢູ່ຈີນ ແມ່ນສາມາດ ມອບໃຫ້ຜູ້ຮັບເໝົາກໍ່ ສ້າງຊ່ວງຕໍ່ພຽງ 10 ເປີເຊັນ ແລະຈີນເວົ້າວ່າ ຫາກຝ່າຍລາວ ຢາກໄດ້ຫຼາຍ ກວ່າ 10 ເປີເຊັນ ກໍຕ້ອງໄດ້ຮ່ວມມື ກັບ ບໍຣິສັດຈີນ. ແຕ່ການຮ່ວມມືນັ້ນ ຕ້ອງຖືກຮັບຮອງ ຈາກຝ່າຍຈີນ ເພື່ອຊ່ວຍເຫລືອ ທາງດ້ານ ວິຊາການ.
ໂຄງການນີ້ ຈີນຖືຮຸ້ນ 70 ເປີເຊັນ ແລະລາວ 30 ເປີເຊັນ. ການລົງທຶນທັງໝົດ 5 ພັນ 950 ລ້ານໂດລາ ສະຫະຣັຖ. ການລົງທຶນເບື້ອງ ຕົ້ນ 2 ພັນ 380 ລ້ານໂດລາ ຊຶ່ງຝ່າຍລາວ ຕ້ອງອອກ 715 ລ້ານ ແລະຈີນ 1 ພັນ 670 ລ້ານໂດລາ. ລາວຈະລົງທຶນ ພູດສ່ວນຂອງຕົນ ຈາກງົບປະມານ ແຫ່ງຊາດ 50 ລ້ານ ໂດລາ ຕໍ່ປີ ເປັນເວລາ 5 ປີ ຮວມເປັນ 250 ລ້ານ ແລະກູ້ຢືມ 465 ລ້ານ ຈາກທະນາຄານ Export-Import ຂອງຈີນ ດ້ວຍດອກເບັ້ຽ 2 ຈຸດ 3 ເປີເຊັນ. 2 ຝ່າຍ ຈັດຕັ້ງ ບໍຣິສັດ ຮ່ວມທຶນ ຈີນ-ລາວ. ຕາມຂ່າວ Peter Janssen ການໃຊ້ແທນໜີ້ ມີິຊ່ວງຜ່ອນຜັນ 5 ປີ ແລະ 35 ປີ ຈ່າຍໝົດ.
ຊຶ່ງຂ່າວໄທ ຣາຍງານວ່າ ລາວ ໃຫ້ບໍຣິສັດຮ່ວມທຶນ ໃຊ້ປະໂຫຍດ ຈາກທີ່ດິນ 2 ຂ້າງທາງ, ບໍຣິເວນ ສະຖານີຣົດໄຟ ແລະພື້ນທີ່ສໍາລັບ ການກໍ່ສ້າງ ເຊັ່ນບໍ່ດິນ ບໍ່ຫີນ ເຂດກໍ່ສ້າງ ທີ່ພັກຄົນງານ ແລະອື່ນໆ. ແລະທີ່ດິນ ໃນຂອບເຂດ ຂອງສິ່ງອໍານວຍ ຄວາມສະດວກ ເຊັ່ນພື້ນທີ່ ຕັ້ງເສົາໄຟຟ້າ ຕິດຕັ້ງ ທໍ່ນໍ້າປະປາ ລວມແລ້ວ ລາວຕ້ອງຫາດິນ ໃຫ້ວິສາຫະກິດ ຮ່ວມທຶນຣົຖໄຟ ນີ້ 25 ພັນ ປາຍໄລ່.
ຣັຖບານລາວ ຈະຍົກເວັ້ນພາສີອາກອນ ປະເພດພາສີ ທຸຣະກິດ ພາສີ ມູນຄ່າເພີ່ມ ຄ່າທໍານຽມ ການໃຊ້ຊັພຍາກອນ ເຊັ່ນດິນ ຫີນແຮ່ ທີ່ຈໍາເປັນ ຍົກເວັ້ນພາສີ ນໍາ ວັສດຸອຸປກອນ ເຂົ້າມາ ຫລຸດຄ່າທໍານຽມ ການພັກອາສັຍ ແລະ ອະນຸຍາດ ເຮັດວຽກ ໃຫ້ບຸຄລາກອນ ແລະ ຄົນງານຂອງ ຈີນ 50 ສ່ວນຮ້ອຍ. ສນັບສນູນໃຫ້ວິສາຫະກິດ ຮ່ວມທຶນລົງທຶນ ໃນກິຈການ ທີ່ກ່ຽວຂ້ອງ ໂດຍໄດ້ສິດ ຜົລປະໂຫຍດ ຕາມນະໂຍບາຍ ແລະ ກົດໝາຍການລົງທຶນ ຂອງລາວ.
ນັກວິເຄາະຈໍານວນນຶ່ງເຫັນວ່າ ລາວ ເສັຽປຽບໃຫ້ຈີນ ໃນທຸກດ້ານ ຄືມອບຜົລປະໂຫຍດ ຢ່າງຫລວງຫລາຍ ໃຫ້ຈີນ. ເຖິງແມ່ນວ່າ ຣັຖບານ ສປປລາວ ຈະຕິດໜີ້ຈີນ ບໍ່ເຖິງ 500 ລ້ານໂດລາ ສະຫະຣັຖ ກໍຕາມ. ແຕ່ເມື່ອເບິ່ງເຖິງ ຄວາມເປັນຈິງແລ້ວ ແມ່ນລາວ ບໍ່ມີອໍານາດຕໍ່ລອງ ກັບຈີນ ຫລາຍພໍເທົ່າໃດ ເພາະຂາດເຂີນ ເງິນທຶນ ທັງບຸຄລາກອນ ແລະຄວາມຮູ້ທາງດ້ານ ການຂົນສົ່ງ ຣະບົບລາງຣົດໄຟ ຂນະທີ່ຈີນ ເປັນຝ່າຍໄດ້ ຜົລປະໂຫຍດ ຈາກທາງຣົດໄຟ ສາຍນີ້ ຫລາຍທີ່ສຸດ.
ຫາກເວົ້າເຖິງທາງຣົດໄຟ ໄທ-ຈີນ, ໄທ ຍຶດໝັ້ນຢູ່ໃນບ່ອນວ່າ 1. ການພັທນາ 2 ຂ້າງທາງຣົດໄຟ ແລະ ຮອບສະຖານີ ໄທຈະລົງທຶນເອງ ທັງໝົດ ຊຶ່ງໄທ ຈະໄດ້ ຜົລປະໂຫຍດ ຮວມທັງການ ພັທນາ ພື້ນທີ່ 2. ຂ້າງທາງ ແລະພັທນາພື້ນທີ່ ຮອບ ສະຖານີ. 2 ການກໍ່ສ້າງໃຊ້ ຜູ້ຮັບເໝົາ ຂອງໄທ 3. ວັສດຸອຸປກອນກໍ່ສ້າງ ໃຊ້ຂອງປະເທດໄທ ຫລາຍທີ່ສຸດ 4. ແຮງງານໄທ ເປັນຫລັກ ຍົກເວັ້ນ ວິສວະກອນ ແລະ ສະຖາປານິກ ອອກແບບ ແລະຄວບຄຸມງານ ຕ້ອງໃຊ້ຈີນ 5. ການເດີນຣົດໄຟ ຄົນໄທ ຕ້ອງເປັນຄົນຂັບ 6. ການຖ່າຍທອດ ເທັກໂນໂລຊີ ໄທໄດ້ສົ່ງຄົນ ໄປຝຶກອົບຮົມ ຢູ່ຈີນແລ້ວ 150 ຄົນ. ແລະ ໃນເດືອນມີຖຸນາ 2017 ນີ້ ໄດ້ສົ່ງອາຈານ ມະຫາວິທຍາລັຍ ຕ່າງໆ 25 ຄົນ ໄປຝຶກອົບຮົມ 8. ການກໍ່ສ້າງ ແບ່ງສັນຍາ ອອກເປັນ 2 ສັນຍາ ຫລັກ. ສັນຍາທີ 1 ຄວບຄຸມດ້ານ ໂຄງສ້າງພື້ນຖານ ງານໂຍທາ ໂດຍຈະໃຊ້ ຜູ້ຮັບເໝົາໄທ ເປັນຫລັກ ຄື 75 ສ່ວນຮ້ອຍ ຂອງມູນຄ່າ ໂຄງການ ສັນຍາ ທີ 2 ຄວບຄຸມງານ ອອກແບບ, ງານກໍ່ສ້າງ ແລະ ຣະບົບຣົຖໄຟ ຮວມທັງ ຣະບົບລາງ, ໄຟຟ້າ ແລະ ເຄື່ອງກົລ 25 ສ່ວນຮ້ອຍ ຂອງມູນຄ່າ ໂຄງການ ແມ່ນຄົນຈີນ ໝາຍຄວາມວ່າ ແບ່ງວຽກໂລດ. ວັສດຸກໍ່ສ້າງ ຈະເປັນວັສດຸຜລິດ ຢູ່ໃນປະເທດ 100 ສ່ວນຮ້ອຍ.
ນັ້ນຄືຄວາມແຕກຕ່າງ ຣະຫວ່າງ ຜົລການເຈຣະຈາ ຕໍ່ລອງເພື່ອໄດ້ ຂໍ້ຕົກລົງ ສ້າງທາງຣົດໄຟ ລາວ-ຈີນ ແລະ ໄທ-ຈີນ ຊຶ່ງຫາກຕາມ ຄວາມເປັນຈິງແລ້ວ ລາວ ບໍ່ຄ່ອຍຢູ່ໃນທ່າທີ່ ຈະຕໍ່ລອງ ໄດ້ຕາມໃຈ ໂຕເອງ ຫລາຍພໍເທົ່າໃດ ຄືດັ່ງທີ່ໄດ້ ເວົ້າມາ ຊຶ່ງບໍ່ຄື ກັບໄທ.