ເຈົ້າໜ້າທີ່ລາວຝຶກວຽກງານ ຣົດໄຟ
2015.10.28

ປັຈຈຸບັນ ເຈົ້າໜ້າທີ່ ວິຊາການ ທາງ ຣົຖໄຟ ລາວ-ຈີນ ກໍາລັງ ຝືກ ອົບຮົມ ກັບ ເຈົ້າໜ້າທີ່ ກົມ ຣົຖໄຟ ຂອງຈີນ ເພື່ອ ຕຣຽມ ວຽກງານ ບໍຣິຫານ ໃນ ໂຄງການ ສ້າງ ທາງຣົດໄຟ ຄວາມໄວສູງ ລາວ-ຈີນ ທີ່ ກໍານົດ ເຣີ້ມ ໃນເດືອນ ພຶສຈິກາ ທີ່ ຈະມາເຖີງ ນີ້, ເນື່ອງຈາກ ທາງການ ລາວ ຍັງບໍ່ມີ ເຈົ້າໜ້າທີ່ ຜູ້ມີ ປະສົພການ ກ່ຽວກັບ ທາງ ຣົຖໄຟ ຕາມການ ເປິດເຜີຍ ຂອງ ເຈົ້າໜ້າທີ່ ກ່ຽວຂ້ອງ:
“ດຽວນີ້ ພວກເຮົາ ກໍມີແຕ່ ໄດ້ ຝຶກອົບຮົມ ກັບ ພາກສ່ວນ ປະເທດ ຈີນ ຫັ້ນ ກ່ຽວກັບ ເຣື້ອງ ບຸຄລາກອນ ເຣື້ອງ ບໍຣິຫານ ທາງ ຣົຖໄຟ ຈາກ ເອ້ຢວນ ຫັ້ນ ເຈົ້າໜ້າທີ່ ຈະເຮັດ ຢູ່ຫັ້ນ ກໍຊິມີ ລາວ ຈໍານວນ ນຶ່ງ ເຂົ້າຮ່ວມ”.
ທ່ານກ່າວ ຕໍ່ໄປວ່າ ສໍາລັບ ເຈົ້າໜ້າທີ່ ແລະ ບຸຄລາກອນ ທີ່ ເຮັດວຽກ ໃນ ໂຄງການ ນັ້ນ ຈໍາເປັນ ຕ້ອງໄດ້ ອາສັຍ ເຈົ້າໜ້າທີ່ ຈາກ ຈີນ ຫລາຍກ່ວາ ເພື່ອໃຫ້ ວຽກ ກໍ່ສ້າງ ສໍາເຣັດ ໄປຕາມ ແຜນ ໂດຍສເພາະ ເຈົ້າໜ້າທີ່ ຝ່າຍ ວິຊາການ ເຂົາເຈົ້າ ມີ ປະສົພການ ສ້າງທາງ ຣົຖໄຟ ມາແລ້ວ ສ່ວນ ແຮງງານ ທົ່ວໄປ ນັ້ນ ຄາດວ່າ ຈະພຍາຍາມ ຈ້າງ ແຮງງານ ໃນ ທ້ອງຖິ່ນ ໃຫ້ ຫຼາຍທີ່ສຸດ.
ເຈົ້າໜ້າທີ່ ທ່ານນີ້ ກ່າວ ມ້ວນທ້າຍ ວ່າ ໃນສ່ວນ ຂອງ ປະຊາຊົນ ລາວ ທີ່ ຖືກ ຜົນກະທົບ ຈາກ ໂຄງການ ນີ້ ຍັງບໍ່ມີ ຕົວເລກ ທີ່ ຣະອຽດ ວ່າ ມີຈັກ ຄອບຄົວແທ້ ເນື່ອງຈາກ ຕ້ອງ ລໍຖ້າ ການເປິດເຜີຍ ຂໍ້ມູນ ຈາກ ທາງການ ກ່ອນ ແຕ່ ຢືນຢັນ ຄັກແນ່ ວ່າ ຈະໄດ້ຮັບ ຄ່າ ຊົດເຊີຍ ແບບ ສົມເຫຕ ສົມຜົນ ຢ່າງ ແນ່ນອນ.
ຢ່າງໃດ ກໍຕາມ ຣາຍງານ ວ່າ ມາ ຮອດ ປັຈຈຸບັນ ນີ້ ຍັງບໍ່ມີ ເຈົ້າໜ້າທີ່ ຜູ້ໃດ ສາມາດ ອະທິບາຍ ຢ່າງ ແຈ່ມແຈ້ງ ກ່ຽວກັບ ໂຄງການ ສ້າງ ທາງ ຣົຖໄຟ ຄວາມໄວສູງ ລາວ-ຈີນ ນີ້ວ່າ ຈະເຣີ້ມ ລົງມື ກໍ່ສ້າງ ຈາກ ໃສກ່ອນ ຈະເຣີ້ມຈາກ ຊາຍແດນ ລົງມາ ຫຼືບໍ່? ຍັງບໍ່ມີ ຄໍາຕອບ.