ເງິນກູ້ທາງຣົດໄຟດອກເບັ້ຽ 3 ເປີເຊັນ

ສິດນີ
2015.09.30
F-Laos-China-train ໂສມໜ້າຕົວຢ່າງ ຂອງຣົດໄຟຄວາມໄວສູງ ທີ່ທາງການລາວ ແລະທາງການຈີນ ມີໂຄງການຮ່ວມກັນ
Lao voices

ເຖິງວ່າ ທາງການ ລາວ ຈະ ປະກາດ ວ່າ ຈະມີການ ວາງ ສີລາລຶກ ໃນ ໂຄງການ ທາງ ຣົດໄຟ ຄວາມໄວສູງ ລາວ-ຈີນ ໃນ ທ້າຍປີ ນີ້, ຊຶ່ງ ທ່ານ ບຸນຈັນ ສິນທະວົງ ຣັຖມົນຕຣີ ວ່າການ ກະຊວງ ໂຍທາ ທິການ ແລະ ຂົນສົ່ງ ເປັນຜູ້ ໃຫ້ ສໍາພາດ ຕໍ່ ສື່ມວນຊົນ ລາວ ກໍຕາມ, ແຕ່ ພະນັກງານ ຂັ້ນສູງ ຂອງລາວ ຫຼາຍຄົນ ກໍ ສະແດງ ຄວາມ ເປັນຫ່ວງ ຢູ່ໃນ ກອງປະຊຸມ ຄນະ ຣັຖບານ ໃນວາລະ ເປີດກວ້າງ, ວັນທີ 24 ກັນຍາ ກ່ຽວກັບ ອັດຕຣາ ດອກເບັ້ຽ ຂອງ ເງິນກູ້ ຢູ່.

ເຈົ້າໜ້າທີ່ ຂັ້ນສູງ ທ່ານນຶ່ງ ຜູ້ ທີ່ເຂົ້າຮ່ວມ ກອງປະຊຸມ ຄນະ ຣັຖບານ ໃນວາລະ ເປີດກວ້າງ ໄດ້ກ່່າວ ຕໍ່ ເອເຊັຽ ເສຣີ ວ່າ: ໂຄງການ ທາງ ຣົດໄຟ ລາວ-ຈີນ ທາງການ ລາວ ໄດ້ ຂໍຢືມ ເງິນ ຈາກ ຣັຖບານ ຈີນ ໃນ ເບື້ອງຕົ້ນ 500 ລ້ານ ໂດລາ ສະຫະຣັຖ ເພື່ອ ເອົາມາຕັ້ງ ບໍຣິສັດ ຮ່ວມທຶນ ລາວ-ຈີນ ທີ່ຈະຮັບ ຜິດຊອບ ໂຄງການ ທາງ ຣົດໄຟ ໃນ ອັດຕຣາ ດອກເບັ້ຽ 3 ເປີເຊັນ.

ຕາມ ຂໍ້ມູນ ຈາກ ທາງການ ລາວ, ໃນການ ສ້າງຕັ້ງ ບໍຣິສັດ ຮ່ວມທຶນ ລາວ-ຈີນ ຈະຕ້ອງໃຊ້ ເງິນ ລົງທຶນ 840 ລ້ານ ໂດລາ, ໃນນັ້ນ ແມ່ນ ເງິນກູ້ ຈາກ ຈີນ 500 ລ້ານ ໂດລາ ສ່ວນທີ່ ເຫລືອ ແມ່ນ ເງິນ ຂອງ ຣັຖບານ ລາວ ເອງ, ຫລັງຈາກ ສ້າງຕັ້ງ ບໍຣິສັດ ຮ່ວມຫຸ້ນ ຮຽບຮ້ອຍ ແລ້ວ ທາງ ບໍຣິສັດ ກໍຈະ ດໍາເນີິນ ການ ກູ້ຢືມເງິນ ມາ ດໍາເນີນ ໂຄງການ. ຣັຖບານ ລາວ ກະວ່າ ຈະໃຊ້ ບໍ່ແຮ່ ຢູ່ໃນ ປະເທດ ເປັນສິ່ງ ຄໍ້າປະກັນ ນໍາ ທະນາຄານ ຈີນ.

ເຈົ້າຫນ້າທີ່ ລາວ ຫຼາຍຄົນ ເຫັນວ່າ ດອກເບັ້ຽ 3% ສູງ ເກີນໄປ ຊຶ່ງ ຜູ້ເຂົ້າຮ່ວມ ບາງທ່ານ ກໍ ສະເໜີ ໃຫ້ ຕໍ່ລອງ ເອົາ ດອກເບັ້ຽ ລົງ ແລະ ບາງຄົນ ກໍເວົ້າວ່າ ກ່ອນຈະ ສ້າງ ກໍຄວນເບິ່ງ ຄືນ ເຖິງຜົລ ປະໂຫຍດ ຂອງ ປະຊາຊົນ ທີ່ ຈະໄດ້ຮັບ ຈາກ ໂຄງການ ນີ້ກ່ອນ. ດັ່ງ ເຈົ້າຫນ້າທີ່ ຣະດັບສູງ ທ່ານນື່ງ ກ່າວຕໍ່ ເອເຊັຽ ເສຣີ ວ່າ:

"ຫຼາຍຄົນ ກໍມີ ຄໍາເຫັນວ່າ ຄວນ ກວດເບິ່ງ ຣະບຽບ ຫລັກການ ກູ້ຢືມເງິນ ແລະ ການເວນຄືນ ທີ່ດິນ ຊິເອົາ ຢູ່ໃນ ຫ່ວງເງິນ ກູ້ຢືມ ບໍ".

ໃນ ເບື້ອງຕົ້ນ ໂຄງການ ດັ່ງກ່າວ ມີ ມູນຄ່າ ປະມານ 7 ຕື້ ໂດລາ ສະຫະຣັຖ ແຕ່ ຕໍ່ມາໄດ້ ຫລຸດລົງ ເຫລືອງ ພຽງ 6.8 ຕື້ ໂດລາ ໂຄງການ ທາງລົດໄຟ ລາວ-ຈີນ ມີ ຄວາມ ຍາວ 417 ກິໂລແມັດ ເຊື່ອມຕໍ່ ຈາກ ແຂວງ ຫລວງນໍ້າທາ ທີ່ ມີຊາຍແດນ ຕິດກັບ ປະເທດ ຈີນ ລົງມາໃສ່ ນະຄອນຫຼວງ ວຽງຈັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.