ລູກຄ້າພີເອັສຕ້ອງໄປແຈ້ງ ຄວາມເສັຽຫາຍ

ສິດນີ
2017.09.24
F-PS ຫ້ອງການໃຫຍ່ ບໍຣິສັດພີເອັສ ຕັ້ງຢູ່ບ້ານປາກຊາບໃໝ່ ເມືອງໄຊທານີ ນະຄອນຫຼວງວຽງຈັນ.
Public Domain

ຫ້ອງການ ປກສ ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການ ໃຫ້ປະຊາຊົນ ຜູ່ທີ່ລົງທຶນ ກັບບໍຣິສັດ PS ໃນທົ່ວປະເທດ ໄປຍື່ນຫນັງສືຟ້ອງ ບໍຣິສັດ ແລະ ແຈ້ງຄວາມເສັຽຫາຍ ຕໍ່ຫ້ອງການຕຳຣວດ ສ່ວນຜູ້ທີ່ຢູ່ຕ່າງແຂວງ ນັ້ນໃຫ້ໄປຍື່ນຫນັງສືຟ້ອງກັບ ເຈົ້າຫນ້າທີ່ຕຳຣວດ ປະຈຳ ແຂວງນັ້ນໆ ເລີ້ມຕັ້ງແຕ່ ວັນທີ 21 ກັນຍາ ໄປຫາວັນທີ 30 ພືສຈິກາ ປີ 2017 ນີ້ເພື່ອຮີບໂຮມຂໍ້ມູນ ຄວາມເສັຽຫາຍທັງຫມົດ. ດັ່ງເຈົ້າ ຫນ້າທີ່ ສະເພາະກິຈ ທ່ານນຶ່ງ ກ່າວໃນມື້ວັນທີ 22 ກັນຍາ ນີ້ວ່າ:

"ເພີ່ນກໍກຳລັງປະກາດຮັບເອົາ ຈະຕ້ອງໄປຂຽນໃບຢັ້ງຢືນ ທີ່ຢູ່ແລ້ວກໍຂຽນ ໃບຢັ້ງຢືນທີ່ຢູ່ ບ້ານນັ້ນ ແລ້ວກໍໃຫ້ເພີ່ນ ເຊັນແລ້ວກໍຂຽນ ໃບຟ້ອງຮ້ອງ ແລ້ວກໍມາຍື່ນ ດຽວນີ້ ຕຳຣວດ ເສຖກິດນັ້ນເຂົາ ກໍຮັບເອົາຕຣອດ ຫັ້ນແຫລະ ເພື່ອວ່າຫຍັງຢາກຮູ້ ຫມົດທົ່ວປະເທດ ນີ້ມີຈຳນວນ ປະຊາຊົນ ໄປຫລົງເຊື່ອ ຈຳນວນເທົ່າໃດ ເປັນເງີນ ທັງຫມົດທໍ່ໃດ"

ທ່ານກ່າວຕື່ມວ່າ ຜູ້ທີ່ເສັຽຫາຍ ທີ່ຍັງບໍ່ທັນຂຽນ ຄຳຮ້ອງຟ້ອງສານນັ້ນ ຕ້ອງໄດ້ໄປແຈ້ງ ເອກກະສານຫລັກຖານ ກັບເຈົ້າຫນ້າທີ່ຕຳຣວດ ຕາມເມືອງ ທີ່ຕົນຢູ່ ສຳລັບຜູ້ທີ່ ບໍ່ສາມາດ ໄປໄດ້ນັ້ນ ກໍສາມາດເອົາຫລັກຖານ ໃຫ້ຍາດພີ່ນ້ອງ ຫລືອ້າຍນ້ອງ ຂອງຕົນໄປຍື່ນຄຳຟ້ອງ ແທນກໍໄດ້.

ສະມາຊິກບໍຣິສັດ PS ຈາກເມືອງປາກກະດີງ ແຂວງບໍຣິຄຳໄຊ ທ່ານນຶ່ງເວົ້າວ່າ ພາຍໃນເມືອງປາກກະດີງ ມີປະຊາຊົນ ເປັນສມາຊີກ ບໍຣິສັດ PS ປະມານ 100 ປາຍຄົນຄິດເປັນ ມູນຄ່າ ຄວາມເສັຽຫາຍປະມານ 100 ລ້ານກີບໂດຍຄິດວ່າທາງການລາວ ຈະດຳເນີນ ການແລະເອົາເງີນຄືນໃຫ້ ພວກຂະເຈົ້າ:

"ກໍຕິດຕາມຢູ່ ແຕ່ວ່າຕິດຕາມນຳ ຜູ້ທີ່ໄປຝາກນັ້ນ ລາວກໍບໍ່ທັນໄດ້ນັ້ນນ່າ ເພາະວ່າມື້ນີ້ມື້ນັ້ນຢູ່ ຂຽນໃບຖອນກໍບໍ່ໄດ້ ປະທ້ວງ ກໍໄດ້ໄປນຳ ກໍໄກເດ ເມືອງຢູ່ປາກກະດິງ ຂື້ນໄປວຽງ ມັນກໍໄກ ເປັນຮ້ອຍ ກວ່າຫລັກ ລະເບີ່ງນຳເຂົາ ເບີ່ງນຳແຟສ ບໍຄືຊີ່ໄດ້ ແລະ ບໍ່ໄດ້ເລີຍ ຈັ່ງວ່າ ບໍ່ທັນ ຮູ້ວ່າເຂົາຊີ່ເຮັດແນວໃດ ຫົວຫນ້າເຂົາ ຫັ້ນນ່າ"

ເຈົ້າຫນ້າທີ່ສະເພາະກິດ ທ່ານນີ້ເວົ້າວ່າ ໃນປັດຈຸບັນຫນ່ວຍງານ ສະເພາະກິດ ໄດ້ສເນີໃຫ້ທາງການ ຕຳຣວດດຳເນີນຄະດີ ນາງສຸກນາລີ ແລະ ທ້າວປໍເຮີ ຕາມກົດຫມາຍ ແລະ ຫ້າມບໍ່ໃຫ້ອອກນອກປະເທດ ສ່ວນເຣື້ອງ ການສົ່ງເງີນຄືນ ໃຫ້ແກ່ສະມາຊີກນັ້ນ ໃນປັດຈຸບັນຍັງບໍ່ ສາມາດ ເວົ້າໄດ້ວ່າ ຈະສົ່ງຄືນເມື່ອໃດ ແລະ ຫລາຍປານໃດ ຕ້ອງມີການ ຮີບໂຮມ ຂໍ້ມູນກ່ອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.