3 ປີ ລູກຄ້າພີເອັສຮ້ອງຂໍ ທວງຄືນ
2020.09.10

ຄົບຮອບ 3 ປີເຕັມ ພາຍຫຼັງເຫດການປະທ້ວງໃຫຍ່ ເພື່ອທວງຄືນເງິນ ຈາກບໍຣິສັດ ສົ່ງເສີມກະສິກັມ ແລະ ອຸດສາຫະກັມ ຄົບວົງຈອນ ຂາເຂົ້າ-ຂາອອກ ຈຳກັດ ຫຼື ທີ່ຊາວບ້ານຮູ້ຈັກກັນດີ ໃນນາມ ບໍຣິສັດ PS ແລ້ວມີການສໍ້ໂກງຊາວບ້ານ ຄັ້ງມະໂຫລານທີ່ສຸດ ໃນປວັຕ ການສໍ້ໂກງ ໃນປະເທດລາວ.
ຈົນມາເຖິງປັດຈຸບັນ, ເຖິງວ່າຈະມີການແກ້ໄຂບັນຫາຕ່າງໆໄປແລ້ວ, ໂດຍສະເພາະໄດ້ມີການຕັດສິນຄດີອາຍາ ໃຫ້ອະດີດຄນະບໍຣິຫານງານ ຂອງບໍຣິສັດດັ່ງກ່າວ ຈຳຄຸກເປັນເວລາຫຼາຍປີ, ແຕ່ການແກ້ໄຂຄດີທາງແພ່ງ ແລະ ການສົ່ງເງິນຄືນໃຫ້ຊາວບ້ານ ທີ່ໄດ້ຮັບຄວາມເສັຽຫາຍນັ້ນ ກໍຍັງມິດງຽບໄປຢູ່.
ຊາວບ້ານທ່ານນຶ່ງ ທີ່ຕົກເປັນເຫຍື່ອ ຂອງການສໍ້ໂກງຈາກບໍຣິສັດ PS ໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ເມື່ອວັນທີ 9 ກັນຍາ ນີ້ວ່າ ຜ່ານມາ 3 ປີ ແລ້ວ ເຣື່ອງລາວຕ່າງໆກໍງຽບໄປ ແລະ ທ່ານເອງ ກໍບໍ່ຄຶດຫວັງເອົາເງິນຄືນນຳຄດີນີ້ແລ້ວ.
“ເຮົາບໍ່ຊ່າງຊິວ່າ ຄຶດວ່າຄືຊິບໍ່ມີຄວາມຫວັງດອກ ມີແຕ່ທໍ່ນັ້ນແຫຼະ ຄຶດວ່າ. ໂອ່, ດົນແລ້ວເນາະ ດົນຢູ່, ແຕ່ວ່າບໍ່ມີຄວາມຫວັງດອກ ຢາກໃຫ້ ຄວາມເຫັນແນວນັ້ນແຫຼະ.”
ຊາວບ້ານອີກທ່ານນຶ່ງ ກໍໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນວັນທີ 8 ກັນຍາ ນີ້ວ່າ ທ່ານກໍຍັງຢາກໄດ້ເງິນຄືນຢູ່, ແຕ່ກໍຕ້ອງທັມໃຈ ເພາະ ຖ້າດົນເກີນໄປ ແລະ ຖ້າຕໍ່ໄປ ກໍຄົງບໍ່ມີຫຍັງ ຄືບໜ້າ.
“ຕາມຄວາມຄຶດຄວາມເຫັນແລ້ວ ຄຶດວ່າມັນດົນພີລຶກແລ້ວເນາະ ແລ້ວກະບໍ່ມີຄຳ ແບບບໍ່ມີການເຄື່ອນໄຫວຫຍັງແລ້ວ, ຫັ້ນນ່າ. ບໍ່ຮູ້ວ່າເຂົາ ເຈົ້າບໍ່ໄດ້ຖາມກັນແນວໃດ? ແລ້ວກະບໍ່ມີການ ສົ່ງຂ່າວໃຫ້ ວ່າມັນເປັນແນວໃດ? ຮອດຂັ້ນໃດ ແນວໃດ? ຍັງບໍ່ມີການສົ່ງຂ່າວ ຫຍັງເລີຍ. ເພິ່ນບໍ່ໄດ້ຕິດຕໍ່ເຂົ້າມາເລີຍນ່າ. ຄວາມຫວັງນີ້ນ້ອງກະຢາກ ໃຫ້ມັນໄດ້ຄືນຢູ່ເນາະ ເພາະວ່າມັນ ເປັນຄົນທີ່ເສັຽຫາຍ ມັນເປັນແບບຄອບຄົວ ເລີຍນ່າ, ເສັຽຫາຍບໍ່ແມ່ນແຕ່ໂຕຜູ້ດຽວ ທັງພໍ່ ທັງເອື້ອຍ ທັງອ້າຍ, ຫັ້ນນ່າ. ກະມີຄວາມຫວັງວ່າ ຢາກໃຫ້ມັນໄດ້ຄືນຫັ້ນແຫຼະເນາະ, ແຕ່ວ່າ ເມື່ອມັນບໍ່ໄດ້ແລ້ວ ມັນຄືວ່າ ເຮົານີ້ກະ 50-50 ທັມໃຈ ສ່ວນນຶ່ງແລ້ວແຫຼະ. ມັນບໍ່ມີຫຍັງເກີດຂຶ້ນນ່າ ມັນເປັນຫຍັງກໍຕ້ອງສົ່ງຂ່າວ ໃຫ້ກັນຮູ້ ມັນຮອດຂັ້ນໃດ ເປັນແນວໃດ? ຫັ້ນນ່າ. ແຕ່ວ່າມັນ ຄືວ່າມັນມິດໄປເລີຍແນວນີ້.”
ຂະນະດຽວກັນ, ຊາວບ້ານທ່ານນຶ່ງ ທີ່ແຂວງຫຼວງພຣະບາງ ກໍໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນວັນທີ 10 ກັນຍາ ນີ້ວ່າ ຍານາງເອງ ແລະ ຄອບຄົວ ຍັງມີຄວາມຫວັງ ຢາກໄດ້ເງິນ ຄືນຈາກການແກ້ໄຂຄດີ ດັ່ງກ່າວຢູ່ ເພາະທັງຄອບຄົວ ໄດ້ຂາຍຮົ້ວຂາຍສວນ ເພື່ອເອົາເງິນ ມາຝາກໄວ້ ກັບບໍຣິສັດນີ້ໝົດ.
“ໂອ່, ກະຢາກໄດ້ຄືນໂອ່ ເຮົາເປັນຜູ້ບໍ່ມີ, ມີຫຍັງເຮົາກະຂາຍໄປຝາກ, ຈັ່ງຊີ້ນ່າ. ເຮົາກະເປັນປະຊາຊົນຢູ່ບ້ານນອກໂອ່ ຂາຍຮົ້ວຂາຍສວນ ໄປຝາກນຳເພິ່ນຊີ້ໂອ່, ແລ້ວເຮົາກະຢາກໄດ້ ຄືນຊີ້ໂອ. ກະໄປແຈ້ງຕໍ່ຕຳຣວດ ແຂວງຫຼວງພຣະບາງເດ ເພິ່ນກະບໍ່ໄດ້ບອກ ເພິ່ນກະບໍ່ວ່າ ຫຍັງເລີຍນ່າ. ເອົາເຮົາເມືອແຈ້ງຈັ່ງຊັ້ນແລ້ວ ເພິ່ນວ່າຊິສົ່ງໃບນີ້ ກັບຄືນວຽງຈັນ ແລ້ວບາດເປັນ ແນວໃດ ລະເພິ່ນຊິໃຊ້ແທນ ເຮົາກະບໍ່ໄດ້ ເມືອ, ແຕ່ວ່າເຮົາກະບໍ່ຮູ້ຈັກໃສແທ້ນີ້ໂອ່, ມິດໄປເລີຍໂອ່. ກະບໍ່ໄດ້ທັມໃຈປານໃດ ແລ້ວເນາະ ເຮົາເສັຽດາຍເງິນ ເຮົາໄດ້ຂາຍມູນຂາຍມັງ ເຮົາໄປ ຈັ່ງຊັ້ນເດ. ລະກະຄຶດວ່າໂອ່ ວ່າເພິ່ນຫັ້ນ ຍັງມີບໍຣິສັດຢູ່ຫັ້ນ ເພິ່ນຊິຂາຍ ລະເພິ່ນຊິໃຊ້ແທນ ລາງຄົນເພິ່ນກະວ່າຈັ່ງຊີ້ເດ. ບໍຣິສັດ ເພິ່ນຍັງບໍ່ລົ້ມ ບໍ່ອັນນັ້ນເທື່ອ ຍັງມີບໍຣິສັດ ບັກກວ້າງໆ. ຄັນວ່າເພິ່ນຂາຍຫັ້ນ ເພິ່ນກະຊິຖົມໄປຜູ້ໜ້ອຍ ກະຊິຕາມໜ້ອຍ ຜູ້ຫຼາຍກະຊິຕາມ ຫຼາຍ ເພິ່ນວ່າຊີ້. ມີຄວາມຫວັງຢາກໄດ້ຄືນແທ້ໂອ່. ກະອີ່ແມ່ນີ້ 50 ລ້ານກີບ, ລະກະລູກຫັ້ນ ລູກກະຜູ້ເຂົາເປັຽຫວຍມາກະຜູ້ລະ 30 ລ້ານ ກີບເດ.”
ນອກຈາກນີ້, ຊາວບ້ານໃນແຂວງວຽງຈັນ ນາງນຶ່ງ ກໍໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ ນາງເອງ ແລະ ຄອບຄົວ ກໍລໍຖ້າການສົ່ງເງິນຄືນ ຈາກບໍຣິສັດ PS ຢູ່ ເພາະໄດ້ ຂາຍມູນມໍຣະດົກ ຂອງບິດາ-ມານດາ ເພື່ອນຳເງິນມາຝາກໄວ້ກັບ ບໍຣິສັດນີ້ ແລະ ທັງຫວັງ ແລະ ເຊື່ອວ່າ ຣັຖບານຈະຊ່ອຍ ແກ້ໄຂບັນຫານີ້ ຢ່າງຍຸຕິທັມ.
“ແມ່ນ, ດົນຫຼາຍແລ້ວ ເພາະວ່າ ເຮົາໄປຝາກ ເຮົາກະຄິດວ່າ ບໍຣິສັດເພິ່ນມີຄວາມຮັບຜິດຊອບພໍເນາະ ເຮົາກະຈຶ່ງໄປຝາກ. ບາດຜົລສຸດທ້າຍມາ ລະກະມາເປັນແບບນີ້ ເຮົາກະບໍ່ມີອັນ ຊິໃຊ້ຊິຈ່າຍ, ຫັ້ນນ່າ. ຄອບຄົວກະບໍ່ແມ່ນຊິຮັ່ງມີ ພໍປານໃດ ກະແບບພໍຢູ່ພໍກິນ ເຮົາກະເກັບອອມຕອມຊັພ ຫັ້ນແຫຼະ ທີ່ວ່າຈຶ່ງໄດ້ໄປຝາກເນາະ. ຄັນວ່າຝາກ ມັນກະມີຜົລກະທົບແບບນີ້ ລະເຮົາກະຖືວ່າ ຂາດການທີ່ວ່າ ຊື້ຢູ່ຊື້ກິນ ຫາຣາຍໄດ້ເພີ່ມ ເພາະວ່າທຶນທີ່ວ່າ ເຮົາເອົາມາໝູນ ເຮົາເອົາໄປຝາກເດ. ກະຄິດວ່າ ທາງຣັຖບານ ເພິ່ນກະຊິໃຫ້ຄວາມຊ່ອຍເຫຼືອ ໃຫ້ຄວາມ ຍຸຕິທັມກັບພວກເຮົາຢູ່ເນາະ. ກະມີຄວາມຫວັງໜ້ອຍນຶ່ງວ່າ ຣັຖບານເພິ່ນກະຊິໃຫ້ຄວາມຫວັງເຮົາໄດ້. ຂໍຝາກຄວາມຫວັງໄວ້ ຫັ້ນແຫຼະວ່າ ຈັ່ງໃດກະຂໍໃຫ້ໄດ້ຄືນ ເພາະວ່າກະມີ ຄວາມຫວັງ ເລັກໆນ້ອຍໆວ່າ ເພິ່ນກະຊິຈີ້ ເພາະວ່າມັນກະເປັນ ຈຳນວນຫຼາຍ, ຫັ້ນນ່າ. ພວກເຮົາກະເປັນລູກກຳພ້າ ເພາະວ່າສ່ວນທີ່ວ່າ ເຮົາເອົາໄປຝາກ ກະແມ່ນວ່າ ຂາຍບາງສ່ວນ ຂອງການແບ່ງມູນ ມໍຣະດົກອີ່ຫຍັງ ໄປຝາກເນາະ. ລະເຮົາກະວ່າ ເຮົາຢາກໄດ້ສ່ວນໃດສ່ວນນຶ່ງ ກັບຄືນ ຖ້າວ່າບໍ່ໄດ້ໝົດ, ກະຄິດວ່າມີຄວາມຫວັງຢູ່.”
ຜ່ານໄປ 3 ປີ, ບັນຫາການສໍ້ໂກງ ຂອງບໍຣສັດ PS ບໍ່ພຽງແຕ່ສ້າງຄວາມເສັຽຫາຍ ໃຫ້ແກ່ຊັພສິນ ຂອງພົລເມືອງລາວເທົ່ານັ້ນ, ແຕ່ມັນຍັງໄດ້ເຮັດ ໃຫ້ຫຼາຍຄອບຄົວແຕກແຍກ ບໍ່ມີຄວາມສງົບ ເມື່ອຫວນກັບມາເວົ້າເຖິງ ເຣື່ອງດັ່ງກ່າວ ເພາະສະມາຊິກໃນຄອບຄົວ ຈະຖິ້ມໂທສໃສ່ກັນເອງໄປມາ ແລະ ມັກຈະຜິດຖຽງກັນຕລອດ.
“ແມ່ນລະບໍ. ຖ້າເວົ້າຂຶ້ນມາ ມັນກະຜິດກັນ ມັນກະຕ້ອງຂ້ອຍໂທສເຈົ້າ, ເຈົ້າໂທສຂ້ອຍຢູ່ນີ້. ເປັນໂທສຮອດລູກເຂີຍ ໃຫ້ແມ່ເຖົ້າຂາຍຫອກຂາຍເຮືອນ ໃສ່ ຂາຍຫຍັງກໍຂາຍໃສ່. ບາດນີ້ແລ້ວ, ບາດສຸດທ້າຍແລ້ວມາຫຼົ້ມຈົມແບບນີ້ ກະໄປໂທສລູກເຂີຍຄືກັນ. ຜູ້ຫາຢູ່ຫາເງິນ ຄືວ່າຫັ້ນແຫຼະ ມັນກະຕ້ອງແມ່ນ ຜູ້ທີ່ສືບທອດເງິນ ຜູ້ເປັນລູກເຂີຍຫັ້ນ. ເຮັດໃຫ້ພໍແມ່ ປະຊາຊົນທຸກ ແຕກແຍກຄອບຄົວ ເຮັດໃຫ້ຄອບຄົວ ຫຼົ້ມຈົມ. ຄົນຢູ່ບ້ານນອກບ້ານນາ ຂາຍດິນຂາຍດອນ ຫຼືວ່າເອົາດິນນາດິນຫຍັງ ມາຈຳທນາຄານ ຊະຊຸຊະຊາຍ. ເຂົາເຈົ້າເອົາດິນ ເອົາດອນ ເອົາດິນນາດິນຫຍັງ ດິນເຮືອນມາຈຳທນາຄານ ເອົາໄປໃສ່ບໍຣິສັດໂຕນີ້ນ່າ. ທນາຄານ ມັນກະບໍ່ມີນະໂຍບາຍ ໃຫ້ແລ້ວ ມັນບໍ່ແມ່ນຄວາມຜິດ ຂອງມັນເດ ໂຕເອງມາຈຳເດ. ທີ່ຜ່ານມາເນາະ ຄວາມຢາກໄດ້ ຄວາມຢາກມີ ຂອງພໍ່ແມ່ ປະຊາຊົນເອງ.”
ໃນວາຣະຄົບຮອບ 3 ປີນີ້, ຜູ້ສື່ຂ່າວວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ສອບຖາມ ໄປຍັງສະມາຊິກ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ແລະ ສະມາຊິກ ສະພາແຫ່ງຊາຕລາວ ເຂດເລືອກຕັ້ງ ທີ 1 ນະຄອນຫຼວງວຽງຈັນ ເພື່ອສອບຖາມວ່າ ໄດ້ມີການຫາວິທີແກ້ໄຂບັນຫາ ໃຫ້ແກ່ ຊາວບ້ານ ຜູ້ເສັຽຫາຍແນວໃດແດ່ແລ້ວ, ແຕ່ກໍບໍ່ມີທ່ານໃດ ຮັບໂທຣະສັບ. ນອກຈາກນີ້, ຜູ້ສື່ຂ່າວ ວິທຍຸ ເອເຊັຽ ເສຣີ ໄດ້ຕິດຕໍ່ສອບຖາມ ໄປຍັງຫ້ອງການ ສານປະຊາຊົນ ນະຄອນຫຼວງວຽງຈັນ ໃນຕອນບ່າຍ ຂອງວັນທີ 10 ກັນຍາ, ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ບໍ່ສະດວກໃຫ້ ຄວາມເຫັນ ກ່ຽວກັບເຣື່ອງນີ້ໄດ້.
ເຖິງຢ່າງໃດກໍຕາມ, ເຈົ້າໜ້າທີ່ ທນາຄານແຫ່ງປະເທດລາວ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະ ສຽງ ທີ່ມີສ່ວນໃນການແກ້ໄຂບັນຫາ ດັ່ງກ່າວ ຕັ້ງແຕ່ໄລຍະ ທຳອິດນັ້ນ, ກໍໄດ້ຢືນຢັນຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ຄດີບໍຣິສັດ PS ໄປຮອດຂັ້ນຕອນ ຂອງສານແລ້ວ ແລະ ຕ້ອງແມ່ນໜ່ວຍງານປະຕິບັດ ຄຳຕັດສິນຂອງສານ ເປັນຜູ້ດຳເນີນການ ທຸກຢ່າງ ໃນຂັ້ນຕໍ່ໄປ.
“ມັນຕ້ອງຂຶ້ນກັບໜ່ວຍພຸ້ນແຫຼະ ໜ່ວຍຈັດຕັ້ງປະຕິບັດ ວ່າມັນມີຊັພສິນທັງໝົດທັງປວງ ມັນມີທໍ່ໃດເນາະ ອັນນີ້ກະບໍ່ຮູ້ນຳເພິ່ນນ່າ. ພາກສ່ວນ ສານເນາະ ສົມທົບກັບພາກສ່ວນກະຊວງ ທີ່ກ່ຽວຂ້ອງພຸ້ນແຫຼະເນາະ ມັນຕ້ອງໄປເບິ່ງວ່າ ຊັພສິນມີທໍ່ໃດ ຜູ້ເສັຽຫາຍທໍ່ໃດ. ສ່ວນໃນການ ຈັດຕັ້ງ ປະຕິບັດນີ້ ມັນຕ້ອງໄດ້ປະສານສົມທົບ ກັບທຸກກະຊວງ ມັນກະຂຶ້ນກັບການ ຊີ້ນຳ ຂອງຣັຖບານ ວ່າຊິເຮັດແນວໃດ? ເຖິງຈະໃຊ້ ເວລາດົນ ມັນກະມີຂອບເພິ່ນຢູ່ ວ່າຈັດຕັ້ງປະຕິບັດນີ້ ມັນກະບໍ່ໄດ້ວ່າຊິສິ້ນສຸດ ເທື່ອດອກ ມັນກະມີສິດ ຮຽກຄ່າເສັຽຫາຍ. ສຳຄັນວ່າ ມີເງິນໃຫ້ບໍ່? ທໍ່ນັ້ນແຫຼະ.”
ຕໍ່ກັບການແກ້ໄຂບັນຫາຄດີບໍຣິສັດ PS ນີ້, ໃນວັນທີ 21 ພຶສຈິກາ 2018, ສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ໄດ້ຕັດສິນອະດີດ ປະທານ ແລະ ຄນະບໍຣິຫານ ບໍຣິສັດ PS ອີກ 10 ຄົນ ຈຳນວນຜູ້ຖືກຫາທັງໝົດ 12 ຄົນ ນັ້ນແລ້ວ, ໂດຍໃຫ້ຈຳຄຸກເປັນເວລາຫຼາຍປີ ເປັນຕົ້ນແມ່ນຈຳຄຸກ ຍານາງ ສຸກນາລີ ເທພສີເມືອງ, ອະດີດປະທານ ແລະ ທ້າວ ປໍ ເຮີ້, ອະດີດຄນະບໍຣິຫານ 29 ປີ ແລະ 27 ປີ ຕາມລຳດັບ ດ້ວຍຫຼາຍຂໍ້ຫາ. ເປັນຕົ້ນແມ່ນຂໍ້ຫາ ສໍ້ໂກງຊັພພົລເມືອງ, ການຟອກເງິນ, ການໂຄສະນາຕ້ານ ສປປລາວ, ການເຕົ້າໂຮມ ກຸ່ມຄົນ ເພື່ອສ້າງຄວາມປັ່ນປ່ວນ, ຊື້ຂາຍອາວຸດເສິກ ໂດຍບໍ່ຖືກຕ້ອງຕາມກົດໝາຍ ແລະ ຄອບຄອງຊິ້ນສ່ວນ ອະໄວຍະວະ ຂອງສັດປ່າ ປະເພດຫວງຫ້າມ. ນອກຈາກນີ້, ຍັງໄດ້ຕັດສິນໃຫ້ ອະດີດຄນະ ບໍຣິຫານ ບໍຣິສັດ PS ໃຊ້ເງິນແທນຄືນ ຄ່າເສັຽຫາຍໃຫ້ໂຈດ ທາງແພ່ງ ຈໍານວນ 237,772 ຄົນ ລວມມູລຄ່າ 1 ພັນປາຍຕື້ກີບ ຫຼືປະມານ 100 ປາຍລ້ານ ໂດລ້າຣ ສະຫະຣັຖ.