ນ.ສຸກນາລີ ຂໍຊີ້ແຈງ ຖານະ ການເງິນ

ໄຊຍາ
2018.11.07
F-Po-Her ເຈົ້າໜ້າທີ່ຕໍາຣວດ ກໍາລັງນໍາເອົາ ທ່ານ ປໍເຮີ ແລະ ນາງ ສຸກນາລີ ປະທານບໍຣິສັດ ພີເອັສ ເຂົ້າໄປໃນເຮືອນຈໍາ ໂພນທັນ
Courtesy of Tholakhong

ນາງ ສຸກນາລີ ເທບສີເມືອງ ປະທານ ບໍຣິສັດ PS ທີ່ເປັນຜູ້ຕ້ອງຫາ ສໍ້ໂກງເງິນລົງທຶນ ຂອງປະຊາຊົນ ໄດ້ຂຽນໃບສເນີ ໄປຍັງຫ້ອງການ ສຳນັກງານ ນາຍົກຣັຖມົນຕຣີ ເມື່ອທ້າຍເດືອນກັນຍາ ຜ່ານມາ ເພື່ອອອກມາຈາກ ຄຸກຄຸມຂັງ ມາເປີດກອງປະຊຸມ ຮ່ວມກັບສະມາຊິກ ແລະ ຊີ້ແຈງກ່ຽວກັບ ຖານະການເງິນ ຂອງ ບໍຣິສັດ PS. ດັ່ງເຈົ້າໜ້າທີ່ຫ້ອງວ່າການ ສຳນັກງານ ນາຍົກຣັຖມນຕຣີ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 06 ພຶສຈິກາ ວ່າ:

"ອັນ ນາງສຸກນາລີ ມີຂໍ້ສເນີໃຫ້ທະນາຄານກາງແລ້ວຫັ້ນ ສິມາຊີ້ແຈງເນາະຕາມການສເນີ ຂອງສຸກນາລີຫັ້ນນ່າ ແຕ່ວ່າທາງ ທະນາຄານກາງ ສິຮັບເຮັດແບບໃດ ໃຫ້ຊີ້ແຈງເບາະ ຫລືບໍ່ຫັ້ນ."

ໃນຂນະດຽວກັນ ທະນາຄານ ແຫ່ງ ສປປ ລາວ ທີ່ຖືກແຕ່ງຕັ້ງ ໃຫ້ເປັນຄນະຮັບຜິດຊອບ ແກ້ໄຂບັນຫາ ບໍຣິສັດ PS ນັ້ນ ກໍ່ໄດ້ຮັບໜັງສື ສເນີຈາກຫ້ອງການສຳນັກງານ ນາຍົກຣັຖມົນຕຣີແລ້ວ ເມື່ອທ້າຍເດືອນຕຸລາ ຜ່ານມາ, ແຕ່ເຈົ້າໜ້າທີ່ ຂອງ ທະນາຄານກາງ ໄດ້ກ່າວວ່າ ໃນຂນະນີ້ໄດ້ຮັບ ຣາຍງານຈາກກົມກວດກາ ແລ້ວແຕ່ຍັງບໍ່ມີ ການປະຊຸມເທື່ອ ເນື່ອງຈາກ ຜູ້ວ່າການທະນາຄານກາງ ຍັງບໍ່ທັນອອກ ຄວາມເຫັນ ແຕ່ຢ່າງໃດ ຕໍ່ຂໍ້ສເນີດັ່ງກ່າວ.

ສ່ວນຜູ້ຕາງໜ້າປະຊາຊົນ ຜູ້ເສັຽຫາຍ ຈາກການສໍ້ໂກງຂອງ ບໍຣິສັດ PS ໄດ້ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ວ່າ ສະມາຊິກ ບໍຣິສັດ PS ທຸກຄົນທີ່ຕົກເປັນຜູ້ເສັຽຫາຍ 30 ພັນປາຍຄົນ ທົ່ວປະເທດຍັງລໍຖ້າ ການຕັດສິນຄະດີຈາກສານຢູ່ ເຖິງແມ່ນວ່າຈະໃຊ້ເວລາດົນ ກໍຕາມ ກໍລໍຖ້າທີ່ຈະໄດ້ເງິນຄືນ:

"ໂອ້! ຍັງບໍ່ທັນໄດ້ຈ່າຍເນາະ ເພາະວ່າ ຖ້າສານຕັດສິນ ຍັງບໍ່ທັນຮູ້ເນາະ ຍັງບໍ່ທັນໄດ້ຄຳຕອບ ເອີ ຄອງຄືກັນໝົດທຸກຄົນຫັ້ນຫລະ ລໍໆ ຟັງໄປເບີ່ງເນາະ."

ເຖິງແນວໃດກໍ່ຕາມຂໍ້ສເນີ ຂອງ ນາງສຸກນາລີ ເທບສີເມືອງ ຜູ້ຕ້ອງຫາຄະດີ ສໍ້ໂກງເງິນປະຊາຊົນ ຍັງບໍ່ໄດ້ຮັບການພິຈາຣະນາເທື່ອວ່າ ຈະໄດ້ຕາມຄຳຮຽກຮ້ອງ ຫລືບໍ່ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ຍັງບໍ່ທັນໄດ້ມີຄຳເຫັນ ຕາມເອກສານນໍາສົ່ງ ຂອງຫ້ອງການ ສຳນັກງານ ນາຍົກຣັຖມົນຕຣີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.