2 ປີເຂື່ອນແຕກຊາວບ້ານ ຍັງຢູ່ຢ່າງ ບ້ານແຕກ

ໄຊຍາ
2020.07.20
F-permanent-H ເຮືອນຖາວອນ ຂອງຊາວບ້ານ ຜູ້ປະສົບພັຍ ເຂື່ອນແຕກ ທີ່ເມືອງສນາມໄຊ ແຂວງອັດຕະປື
ນັກຂ່າວພົລເມືອງ

ເຫດການເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກ 02 ປີຜ່ານມາ ເຖິງວ່າປະຊາຊົນຈະໄດ້ຮັບກາຊ່ອຍເຫລືອ ຈາກບໍຣິສັດ ຜູ້ພັທນາໂຄງການ ແລະ ຣັຖບານລາວ ແຕ່ຜູ້ປະສົບ ພັຍເຂື່ອນແຕກທີ່ ເມືອງສນາມໄຊ ແຂວງອັດຕະປື ຍັງໃຊ້ຊີວິດລຳບາກ ບໍ່ມີອາຊີບ ບໍ່ມີຣາຍໄດ້ ທີ່ໝັ້ນຄົງ, ດັ່ງ ຊາວບ້ານໃນເມືອງສນາມໄຊ ທີ່ຮັບຜົລກະທົບໄດ້ກ່າວ ຕໍ່ເອເຊັຽເສຣີ ໃນວັນທີ 20 ກໍຣະກະດາ ວ່າ

"ເວົ້າເຣື່ອງການຂາດເຂີນກະເວົ້າເຣື່ອງ ບັນຫາແນວພັນ ຫຼືວ່າການປັບປຸງຊົລປະທານ ຂອງພາກຣັຖຊິປົວແປງແນວໃດ, ສອງມາເວົ້າເຣື່ອງ ບັນຫາສັດລ້ຽງເປັນສີນຄ້າ ນີ້ແແລ້ວຄັນມີ ເງື່ອນໄຂຄັນມີເງື່ອນໄຂ ໄດ້ຢູ່ກາຢາກໄດ້ງົວ ຫລືວ່າ ແບ້ອີຫຍັງນີ້ແລ້ວ ລ້ຽງເປົ້າໝາຍຫລັກໆ ຂອງບ້ານພວກເຮົາ ຊິຫາວິທີທາງອອກ ໃຫ້ພໍ່ແມ່ພີ່ນ້ອງ ຕໍ່ໜ້າໄປ ໃຫ້ຫລຸດອອກຈາກ ຄວາມດ້ອຍພັທນາ ນີ້ແຫຼະຂອງແຕ່ລະຄອບຄົວ."

ຊາວບ້ານໄດ້ກ່າວຕື່ມວ່າ ເປັນປີທຳອິດທີ່ທາງການລາວບຸກເບີກເນື້ອທີ່ທຳການຜລິດ ໃຫ້ຊາວບ້ານເຮັດໄຮ່ເຮັດນາ ເປັນຕົ້ນຄອບຄົວໃດມີ 2 ຄົນ ຈະໄດ້ 1 ເຮັກຕ້າ, ຄອບຄົວໃດມີ 3 ຄົນ ຈະໄດ້ 2 ເຮັກຕ້າ, ຄອບຄົວໃດມີ 4 ຄົນຈະໄດ້ 3 ເຮັກຕ້າ ແຕ່ກໍຍັງຂາດເຂີນແນວພັນ ເຂົ້າບໍ່ພຽງພໍຕໍ່ການປູກ ແລະຂາດເຂີນຊົລປະທານເຮັກນາແຊງບໍ່ໄດ້. ນອກຈາກນີ້ການສ້າງອາຊີບ ໃຫ້ຊາວບ້ານກະຍັງບໍ່ມີເປັນຕົ້ນການລ້ຽງ ງົວ ລ້ຽງແບ້ ແລະການປູກພືດເປັນສີນຄ້າ.

ສ່ວນຊາວທີ່ບ້ານປະສົບພັຍ ອີກຄົນນຶ່ງໄດ້ກ່າວຕໍ່ເອເຊັຽເສຣີວ່າ ການປະເມີນຊັບສິນ ທີ່ເສັຍຫາຍທາງການລາວ ປະເມີນບໍ່ສົມຣາຄາເມື່ອທຽບ ໃສ່ຣາຄາຊັບສີນໃນປັດຈຸບັນ. ໂດຍການປະເມີນແມ່ນອີງໃສ່ ພາຍຫລັງເຫດການເຂື່ອນ ແຕກ 2-3 ເດືອນ ເຊິ່ງໄລຍະນັ້ນ ຊາວບ້ານຍັງຢູ່ ໃນອາການຕົກໃຈ ກັບເຫດການທີ່ເກີດຂຶ້ນ.

"ຍັງ ໆ ບໍ່ທັນໄດ້ດອກ ກາຊິມາໄດ້ນ້ອຍເຮົາກາຈົດຕາມນັ້ນ ອີກຢ່າງ ມັນກາຊັບສົນແນ່ ວ່າຕອນນັ້ນເຮົາຢ້ານວ່າເຂົາບໍ່ໃຫ້ ຄິດວ່າພາກຣັຖ ຊິບໍ່ມີເງີນໃຫ້ສະ ຕອນນັ້ນ ບາດມາດຽວນີ້ຕີ້ໝູ່ ໄດ້ຢາກໄດ້ນໍາເຂົາ ບໍ່ຈັກຊິເຮັດຄືກັນນ່າ ນີ້ໄດ້ຫວ່ານ ແລ້ວເດ້ໂຕເຂົາມາດຸດມາໄຖໃຫ້ນ່າ."

ໃນຂນະທີ່ຊາວບ້ານທີ່ໄດ້ຮັບຜົລກະທົບຄົນທີ 03 ທີ່ໄດ້ກ່າວຕໍ່ເອເຊັຽເສຣີວ່າ ຄົບຮອບ 02 ປີ ເຂື່ອນແຕກຫລາຍຄອບຄົວຕ້ອງການລືມເຫດ ທັງໝົດດັ່ງການສູນເສັຍຄົນ ໃນຄອບຄົວ ເຖີງວ່າຈະຜ່ານໄປຈັກປີ ກໍ່ບໍ່ມີວັນລືມເຫດການນີ້.

"ເວົ້າແລ້ວກາຄົນເຮົາມາ ກາຄວາມຄິດຕ່າງກັນເນາະ ກະຄິດເຫັນອາດີດຢູ່ຫັ້ນນ່າ ມັນລະເປັນຫນາມແທງໃຈຢູ່ຕລອດ ມັນກາຈະເປັນພາບທີ່ ເຮັດໃຫ້ ເຮົາໄດ້ເຕືອນສະກິດໃຈ ເຮົາຕລອດ ເຮົາຊິເຮັດຫຍັງຂື້ນມາຕ້ອງມີບົດຮຽນ ຫັ້ນນ່າເວົ້າ ຈັ່ງຊີ້ໄປ."

ໃນສ່ວນການຕັດເງິນຊົດເຊີຍ 20% ອອກຈາກເງິນຊົດເຊີຍ 50% ນັ້ນແມ່ນເປັນ ມະຕິຂອງຣັຖບານລາວ ແລະບໍຣິສັດປະກັນພັຍ ໃນນັ້ນໄດ້ ຕັດເງິນຊົດເຊີຍ ພາຫະນະ ແລະເຄື່ອງໃຊ້ ໃນຄົວເຮືອນອອກ ເພາະເຫັນວ່າເປັນເຄື່ອງໃຊ້ ທີ່ຖືກນໍາໃຊ້ມາຫຼາຍປີແລ້ວ ເຊິ່ງຊາວບ້ານສ່ວນ ຫລາຍກໍບໍພໍໃຈຕໍ່ເຫດການ ດັ່ງກ່າວ.

"ພາບລວມຣັຖບານເຮົານີ້ເຂົາມາແຕ່ປຸກເຮືອນເນາະ ທີ່ພັກອາສັຍເນື້ອທີ່ ເຮັດການກະເສດ ແບ່ງປັນໃຫ້ໝົດທຸກຄອບຄົວ ແລ້ວໂຕນີ້, ສະເພາະພາກ ເງິນຊົດເຊີຍ ໃນໄລຍະນີ້ກາພວມ ເຂົ້າຫາອະທິບາຍ ໃຫ້ປະຊາຊົນ ເຂົ້າໃຈເນາະ ໂດຍສະເພາະກາແມ່ນທີ່ວ່າຕັດ 20% ເນາະ ໃນເບື້ອງ 50% ສຸດທ້າຍຊາວບ້ານບໍ່ ຄ່ອຍພໍໃຈເນາະ ຍັງເຫລືແຕ່ບ້ານຫີນລາດ ແລະ ກາບ້ານທ່າແສງຈັນ 20% ນີ້່ຊິແມ່ນ ທັງພາກຣັຖ ເຮົາແນ່ສົມທົບ ກັບບໍຣິສັດປະກັນພັຍແດ່."

ທ່ານໄດ້ກ່າວຕື່ມວ່າ ຊາວບ້ານ 03 ບ້ານຄື ບ້ານໃໝ່ ບ້ານຕຳມໍຢອດ ແລະ ບ້ານປີ່ນດົງ ຖືວ່າຊາວບ້ານໄດ້ ເຊັນເຫັນດີທີ່ ຈະໃຫ້ຣັຖບານ ແລະບໍຣິສັດ ປະກັນພັຍຕັດ ເງີນຊົດເຊີຍ 20% ແລ້ວ  ຕໍ່ກໍຣະນີນີ້ທາງແຂວງ ຈະໄດ້ລົງໄປເຈຣະຈາ ກັບສອງບ້ານ.

ໃນສ່ວນເຈົ້າໜ້າທີ່ ຂອງບໍຣິສັດ ເຊປຽນ-ເຊນໍ້ານ້ອຍ ຫລື PNPC ໄດ້ກ່າວຕໍ່ເອເຊັຽເສຣີວ່າ: ເຣື່ອງການຊົດເຊີຍເງິນ ໃຫ້ຊາວບ້ານມັນມີ ຣາຍລະອຽດ ຫລາຍສົມຄວນແຕ່ບໍ່ສາມາດ ເປີດເຜີຍ ໄດ້ແລະອາດຈະມີການຊົດເຊີຍເງິນ ໃຫ້ຊາວບ້ານໃນອີກບໍ່ດົນນີ້, ສ່ວນການຄົບຮອບ 02 ປີ ເຂື່ອນແຕກທາງບໍຣິສັດ ເຊປຽນ-ເຊນໍ້ານ້ອຍ ຮວມເຖີງຜູ້ມີສ່ວນຮ່ວມ ໃນໂຄງການ ຈະບໍ່ມີການຈັດພິທີລຳລຶກໃດໆ ປັຈຈຸບັນກຳລັງ ເລັ່ງຟື້ນຟູ ເມືອງສນາມໄຊໃຫ້ສຳເຣັດ.

ຫລ້າສຸດ ບໍຣິສັດ ເຊປຽນ-ເຊນໍ້ານ້ອຍ ເຣີ້ມລົງມືກໍ່ສ້າງເຮືອນຖາວອນ ໃຫ້ຊາວບ້ານ ທີ່ໄດ້ຮັບຜົລກະທົບ ທັງໝົດ 05 ບ້ານ ຈຳນວນ 700 ຫລັງ ພ້ອມດ້ວຍໂຄງຮ່າງພື້ນຖານທີ່ຈຳເປັນ ມູນຄ່າ 24.5 ລ້ານໂດລາ ສະຫະຣັຖ, ນອກຈາກນີ້ຣັຖບານໄທຍ ຍັງຊ່ອຍສ້າງເຮືອນຖາວອນ ໃຫ້ອີກ 45 ຫລັງ, ຣັຖບານຢີ່ປຸ່ນຊ່ອຍສ້າງ 66 ຫລັງ ຮວມທັງໝົດ 811 ຫລັງ.

ວຽກງານການກວດເບື້ອງຂອງຣັຖບານລາວ ເຈົ້າໜ້າທີ່ໄດ້ກ່າວຕໍ່ເອເຊັຽເສຣີ ວ່າພາຍຫຼັງທີ່ເກີດເຫດສັນເຂື່ອນ D ແຕກພາກຣັຖບານລາວ ກໍໄດ້ເອົາໃຈໃສ່ໂດຍໃຫ້ ບໍຣິສັດ ເຊປຽນ-ເຊນໍ້ານ້ອຍ ປັບປຸງມາຕຖານດ້ານໂຄງສ້າງຄືນໃໝ່ທັງໝົດ ແລະ ມາຕຖານເຂື່ອນ ໃຫ້ຢູ່ໃນຣະດັບ ມາຕຖານສາກົລ ມີຣະບົບແຈ້ງເຕືອນພັຍ, ການຝຶກຊ້ອມເຫດສຸກເສີນ. ປັຈຈຸບັນ ເຂື່ອນ ເຊປຽນ-ເຊນໍ້ານ້ອຍ ຜ່ານການກວດກາ ມາຕຖານ ແລະ ຖືກຮັບປະກັນ ຈາກ ຣັຖບານລາວແລ້ວ.

ໃນມື້ຄົບຮອບ 02 ປີ ເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກ ຍານາງ ເປຣມຣືດີ ດາວເຣືອງ ຜູ້ປະສານງານ ກຸ່ມເຄືອຂ່າຍ ປະຊາຊົນຈັບຕາ ການລົງທຶນໃນເຂື່ອນລາວ ຫລື Lao Dam Investment Monitor ປະເທດໄທຍ ກ່າວຕໍ່ເອເຊັຽເສຣີ ວ່າຜ່ານມາ 02 ປີ ໂດຍສະເພາະ ຜູ້ພັທນາໂຄງການ ຍັງບໍ່ມີໃຜອອກມາເວົ້າເຖິງເຫດການ ເຂື່ອນແຕກ.

"ຕລອດສອງປີຜ່ານມາເຫດການເຂື່ອນແຕກ ບໍຣິສັດຜູ້ພັທນາ ໂຄງການຍັງບໍ່ຍອມອອກມາເປີດເຜີຍຄວາມຈີງ ຕໍ່ສາທາຣະນະຊົນ, ການສ້າງ ຄວາມເຂົ້າໃຈວ່າເຂື່ອນ ເຊປຽນ-ເຊນໍ້ານ້ອຍ ເປັນກໍຣະນີໂຕຢ່າງສີ່ງທີ່ເກີດຂື້ນ ກັບການສ້າງເຂື່ອນໃນພູມີພາກ ແມ່ນໍ້າຂອງ, ເພາະສະນັ້ນ ໂດຍຮວມແລ້ວຖ້າຫາກ ມັນຍັງບໍ່ມີຄວາມ ເຄື່ອນໄຫວອື່ນເກີດຂຶ້ນ ມານີ້ເປັນໄດ້ວ່າ ເຂື່ອນເຊປຽນ-ເຊນໍ້ານ້ອຍ ກໍຈະກາຍເປັນກໍຣະນີ ທີ່ ຖືກລືມແທນ ທີ່ຈະເປັນກໍຣະນີທີ່ໄດ້ຮັບການຮຽນຮູ້."

ປີນີ້ຄົບຮອບ 2 ປີ ເຂື່ອນເຊປຽນ-ເຊນໍ້ານ້ອຍ ທີ່ເມືອງສນາມໄຊ ແຂວງອັດຕະປືແຕກ. ຜ່ານມາຂ່າວຄາວການຟື້ນຟູ ຊີວິດການເປັນຢູ່ຂອງ ປະຊາຊົນ ຜູ້ປະສົບພັຍ ກໍ່ຍັງດຳເນີນ ໄປຢ່າງຊັກຊ້າ ປະຊາຊົນຍັງໃຊ້ ຊິວິດລຳບາກ. ທີ່ສຳຄັນ ກໍຣະນີ ເຂື່ອນແຕກ ຍັງບໍ່ທັນມີການເຜີຍ ຄວາມຈີງ ອອກມາວ່າ ເປັນຍ້ອນພັຍ ທັມມະຊາດ ຫລື ມາຕຖານການກໍ່ສ້າງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.