ຜູ້ເຄາະຮ້າຍເຂື່ອນນໍ້າເອົ້າ ແຕກ ລໍຖ້າ ຄ່າຊົດເຊີຍ
2018.09.12
ເຂື່ອນນໍ້າເອົ້າແຕກ ຢູ່ເມືອງຜາໄຊ ແຂວງຊຽງຂວາງ ຜ່ານມາຄົບຮອບ 1 ປີ ແລ້ວ ນັບຕັ້ງແຕ່ ວັນທີ 11 ກັນຍາ 2017, ແຕ່ການຊົດເຊີຍ ໃຫ້ແກ່ ຜູ້ຖຶກຜົນກະທົບ ຍັງບໍ່ທັນ ສໍາເຣັດເທື່ອ, ປັຈຈຸບັນ ທາງບໍຣິສັດ ບໍ່ທອງ Inter Group ຊຶ່ງເປັນຜູ້ສ້າງ ເຂື່ອນ ນໍ້າເອົ້າ ສົມທົບກັບ ເຈົ້າໜ້າທີ່ທາງການ ກໍາລັງສໍາຣວດ ຂໍ້ມູນຄວາມເສັຍຫາຍ ຂອງປະຊາຊົນອີກເທື່ອນຶ່ງ ຍ້ອນຜ່ານມາຂໍ້ມູນຄວາມເສັຍຫາຍ ຂອງປະຊາຊົນ ເປັນຕົ້ນ: ເນື້ອທີ່ທໍາການຜລິດ, ສັດລ້ຽງ, ແລະ ໜອງປາ ທີ່ ຖຶກຜົນກະທົບຈາກ ເຂື່ອນແຕກ ບໍ່ສອດຄ່ອງ ກັບຄວາມເປັນຈິງ. ດັ່ງເຈົ້າໜ້າທີ່ ຫ້ອງການປົກຄອງ ເມືອງທ່າໂທມ ກ່າວຕໍ່ ວິທຍຸເອເຊັຍເສຣີ ໃນວັນທີ່ 12 ກັນຍາ ນີ້ວ່າ:
“ເຂົາໄປເອົາຂໍ້ມູນຄຶນ ເປັນເອກພາບ ບາງຕົວເລກມັນ ບໍ່ທັນຊັດເຈນ ບາງເທື່ອປະຊາຊົນ ຣາຍງານມາ ບາງເທື່ອ ກໍບໍ່ທັນຈະແຈ້ງເທື່ອ ແລ້ວໄທເຮົາສົມທົບ ກັບທາງບໍຣິສັດ ແດ່ ກັບຄນະກັມມະການເມືອງແດ່ ແລ້ວ ກໍທາງການປົກຄອງບ້ານ ເປັນເອກພາບກັນຄືນ ເຊັນບົດ ບັນທຶກກັນຄຶນ ແລ້ວທາງບໍຣິສັດ ສິເຂົ້າສູ່ ຂະບວນການຊົດເຊີຍ.”
ທ່ານກ່າວຕຶ່ມວ່າ ມາຮອດປັຈຈຸບັນຍັງບໍ່ສາມາດເວົ້າໄດ້ວ່າ ບໍຣິສັດຈະຊົດເຊີຍ ໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບ ເມື່ອໃດແທ້ ແຕ່ເບິ່ງຕາມ ສະພາບຕົວຈິງແລ້ວ ຄົງຈະບໍ່ແມ່ນປີນີ້ ແນ່ນອນ, ແຕ່ທາງການ ແຂວງໄຊສົມບຸນ ແລະ ແຂວງຊຽງຂວາງ ຈະເລັ່ງຕິດຕາມ ໃຫ້ບໍຣິສັດ ບໍ່ທອງ Inter Group ຊົດເຊີຍໃຫ້ ໄວທີ່ສຸດ.
ສໍາລັບການຟຶ້ນຟູເນື້ອທີ່ປູກເຂົ້າ ທີ່ຖຶກຂິ້ຕົມຖົມນັ້ນ ທ່ານວ່າ ໄດ້ມີການຟຶ້ນຟູ ສໍາເຣັດໄປແລ້ວຫລາຍບ່ອນ ຊຶ່ງປະຊາຊົນສາມາດປູກເຂົ້າ ໄດ້ຕາມປົກຕິແລ້ວ, ປະຊາຊົນ ເມືອງທ່າໂທມ ທີ່ ຍັງລໍຖ້າ ການຊົດເຊີຍ ຈາກບໍຣິສັດ ບໍ່ທອງ Inter Group ນັ້ນ ມີຢູ່ 60 ຄອບຄົວ.