ບໍຣິສັດວຽດນາມຈ່າຍຄ່າ ຊົດເຊີຍ

ໄຊຍາ
2018.10.30
ສວນປູກຢາງພາຣາ ຂອງ ບໍຣິສັດວຽດນາມ ຢູ່ ແຂວງຈໍາປາສັກ
RFA/OK

ປະຊາຊົນ 80 ປາຍຄອບຄົວ ຢູ່ບ້ານ ປາກຫ້ວຍ ເມືອງປະທຸມພອນ ແຂວງຈຳປາສັກ ໄດ້ຮັບເງິນ ຄ່າເຊົ່າທີ່ດິນ ຈາກ ບໍຣິສັດ ດັກລັກ ຣັບເບີ ຂອງ ວຽດນາມ ແລ້ວ ຕາມຣາຄາທີ່ໄດ້ຕົກລົງກັນ ເຮັກຕ້າ ລະ 55 ໂດລາ ສະຫະຣັຖ ຕໍ່ປີ, ດັ່ງປະຊາຊົນ ເມືອງ ປະທຸມພອນ ກ່າວວ່າ:

"ໄດ້ເບິດແລ້ວເດ້ ໄດ້ເບິດທຸກຄອບຄົວເລີຍທີ່ວ່າໃນຈຳນວນ 80 ປາຍຄອບຄົວ ໄດ້ເບິດແລ້ວ. ໄດ້ເງິນແລ້ວກໍ່ດີອົກດີໃຈ ຫັ້ນແລ້ວ ຂ້ອນຂ້າງ ພໍໃຈເບິດຫັ້ນແລ້ວ ບໍ່ມີບັນຫາຫຍັງດອກ ເຂົ້າໃຈກັນແລ້ວ ກໍຖືວ່າໄດ້ເງນແລ້ວ ສ່ວນໃຫຍ່ ກໍລໍຄອຍແຕ່ ຈຸດປະສົງ ດຽວນ່າຖ້າໄດ້ໂຕນີ້ ກໍຖືວ່າກໍຄ່ອຍດີໄປແຫຼະ ວ່າຊັ້ນສະ."

ທ່ານກ່າວຕື່ມວ່າ ການໄກ່ເກັ່ຍຄ່າເຊົ່າທີ່ດິນນັ້ນ ເຣີ້ມແຕ່ເດືອນສິງຫາ ຈົນມາເຖິງເດືອນຕຸລາ ປີນີ້ ຮວມແລ້ວໃຊ້ເວລາ ປະມານ 2 ເດືອນ ຈຶ່ງສຳເຣັດ. ສາເຫດທີ່ເຮັດໃຫ້ການຈ່າຍ ຄ່າເຊົ່າທີ່ດິນຊັກຊ້າ ຍ້ອນວ່າມີປະຊາຊົນ ບາງຄອບຄົວບໍ່ຍອມຮັບ ເອົາຣາຄາ ທີ່ສເນີມາໃນ ເບື້ອງຕົ້ນ. ສ່ວນເງິນຈຳນວນ ທີ່ໄດ້ຮັບມານີ້ກໍ່ເຣີ້ມນັບ ແຕ່ປີ 2018 ໄປອີກ 20 ປີ ຕໍ່ໜ້າກໍ່ຖືວ່າ ເໝາະສົມຢູ່.

ນອກຈາກນີ້ການເສັຍພາສີທີ່ດິນຜ່ານມາ ທີ່ປະຊາຊົນໄດ້ເສັຍໃຫ້ກັບຣັຖບານມາແລ້ວ 2 ປີຄອບຄົວລະ 1 ແສນກີບຕໍ່ປີນັ້ນ ເງິນສ່ວນນີ້ ຖືວ່າເສັຽໃຫ້ພາກຣັຖ ໄປເລີຍ.

"ການເສັຽພາສີໂຕນັ້ນແລ້ວ ກໍຖືວ່າເສັຽໄປແລ້ວເລີຍ ບາດນີ້ເຮົາເຊັນສັນຍາ ແຕ່ປີ 2018 ນີ້ໄປແຕ່ວັນທີ 12 ນີ້ນ່າ ເພິ່ນກໍຈ່າຍເງິນໄປເລີຍ ຖືວ່າພາສີໂຕນັ້ນ ກໍເສັຽແລ້ວໄປເລີຍ ແລ້ວກໍຖືວ່າ ຈາກນີ້ໄປມີແຕ່ ເຂົາເສັຽເອງ ເຂົາເລີຍ 20 ປີ."

ບໍຣິສັດ ດັກລັກ ຣັບເບີ ຈາກວຽດນາມ ເຂົ້າມາລົງທຶນ ເພື່ອປູກຢາງພາລາ ຕັ້ງແຕ່ປີ 2009, ເບື້ອງຕົ້ນຈະແບ່ງປັນຜົລ ໄດ້ຮັບໃຫ້ ປະຊາຊົນ 80% ແລະ ບໍຣິສັດໄດ້ 20% ແຕ່ພໍມາຮອດ ປີ 2013 ບໍຣິສັດ ດັ່ງກ່າວຂາດທຶນ ຈຶ່ງຂໍປ່ຽນມາເປັນ ການແບ່ງປັນຜົລ 50 / 50 ແລະ ສຸດທ້າຍກໍປ່ຽນມາເປັນ ຂໍເຊົ່າທີ່ດິນ ເຮັກຕ້າລະ 55 ໂດລາ ສະຫະຣັຖ ຕໍ່ປີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.