ເມືອງກະລືມ ກໍາລັງຍ້າຍ


2013.03.28
f-sekong ນໍ້າເຊກອງ
Internaional River

ການສ້າງ ເມືອງໃໝ່ ແລະ ຍ້າຍ ເມືອງກະລືມ ທີ່ ແຂວງເຊກອງ ສຳເຣັດ ໄປແລ້ວ 16 ສ່ວນຮ້ອຍ. ເຈົ້າໜ້າທີ່ ຫ້ອງການ ເມືອງກະລືມ ເປີດເຜີຍ ໃນວັນທີ່ 28 ມິນາ ນີ້ວ່າ:

“ອີງຕາມ ການຣາຍງານ ຂອງ ວິຊາການນີ່ ແມ່ນ 16 ເປີເຊັນ ກໍ່ສ້າງນີ່ ເລີ້ມປຸກໄດ້ 9 ຫລັງແລ້ວ ຖື ວ່າເລິ້ມ ໄດ້ປັບ ຜັງອາຄານ ສຳນັກງານ ແຕ່ວ່າສ່ວນ ປັບໜ້າດິນ ນີ່ ກໍຖືວ່າ ສຳເຣັດ ເປັນ ສ່ວນໃຫຍ່.”

ທາງການ ແຂວງເຊກອງ ຈຳເປັນຕ້ອງ ໂຍກຍ້າຍ ປະຊາຊົນ ແລະ ສຳນັກງານ ຫ້ອງການ ເມືອງ ກະລືມ ອອກໄປ ຢູ່ບ່ອນໃໝ່ ເພາະ ຢູ່ບ່ອນເກົ່າ ນັ້ນ ຈະມີການ ສ້າງເຂື່ອນ ໄຟຟ້າ ແລະນ້ຳຈະຖ້ວມ; ອີກຢ່າງນຶ່ງ ກໍຈະມີ ການຂຸດຄົ້ນ ບໍ່ຖ່ານຫີນ ຫລີກໄນຕ໌ ໃນ ອະນາຄົດ ອັນໃກ້ໆ ນີ້. ຜ່ານມາ ທາງການໄດ້ ສ້າງຕຶກ ອາຄານ ແລະ ຫ້ອງການ ຫລາຍຫລັງ ແລ້ວ ແຕ່ຍັງບໍ່ທັນ ໂຍກຍ້າຍ ປະຊາຊົນ ເທື່ອ ເພາະຈາກສຶກສາ ສຳຣວດ ຄັ້ງລ້າສຸດ ເຈົ້າໜ້າທີ່ ເຫັນວ່າ ຍັງມີບັນຫາ ຫລາຍຢ່າງ ທີ່ຈະຕ້ອງ ແກ້ໄຂ ກ່ອນ ປະຊາຊົນ ຈະ ໂຍກຍ້າຍ ໄດ້.

ທາງການລາວ ລົງທຶນເຖິງ 930 ຕື້ກີບ ເພື່ອສ້າງ ເມືອງກະລືມ ຂຶ້ນໃໝ່ ໃສ່ພື້ນທີ່ ທັງໝົດ 1,500 ເຮັກຕາຣ໌ ແລະ ຈະຕ້ອງໄດ້ ໂຍກຍ້າຍ ປະຊາຊົນ ເຖິງ 4,458 ຄົນ. ທາງການ ມີແຜນຈະສ້າງ ແລະ ໂຍກຍ້າຍ ໃຫ້ສຳເຣັດ ພາຍໃນປີ ໜ້າ. ສ່ວນໂຄງການ ສ້າງ ເຂື່ອນ ໄຟຟ້າ ເຊກອງ4 ທີ່ຢູ່ໃກ້ໆ ເຂດ ເມືອງກະລືມ ເກົ່ານັ້ນ ປັດຈຸບັນ ຍັງບໍ່ມີ ຄວາມຄືບໜ້າ ແນວໃດເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.