ຊາວບ້ານຍ້າຍຈາກເຂື່ອນນໍ້າ ຄານ3 ລໍາບາກ
2014.04.21

ຊາວບ້ານ ທີ່ ຖືກ ທາງການ ລາວ ສັ່ງໃຫ້ ໂຍກຍ້າຍ ຈາກ ໜ້າ ເຂື່ອນ ໄຟຟ້າ ນໍ້າຄານ2 ແລະ 3 ພາກເໜືອ ຂອງລາວ ຍັງບໍ່ ທັນໄດ້ ຮັບການ ຊ່ວຍເຫລືອ ຕາມທີ່ ທາງການ ສັນຍາ ວ່າຈະໃຫ້ ຄືທີ່ດິນ ປູກຝັງ ແລະ ຄ່າຊົດເຊີຍ ທີ່ ເໝາະສົມ ແຕ່ ກໍບໍ່ໄດ້ ຫຍັງ ຈຶ່ງຍັງ ລໍາບາກ ກວ່າຄາວ ທີ່ ຢູ່ບ່ອນ ເກົ່າ. ທ່ານ ຄໍາມະນີ ອິນທິລາດ ຮອງ ຣັຖມົນຕຣີ ກະຊວງ ພະລັງງານ ແລະ ບໍ່ແຮ່ ກ່າວຕໍ່ ສື່ມວນຊົນ ລາວ ເມື່ອ ບໍ່ດົນ ມານີ້ວ່າ ໄດ້ແຕ່ງຕັ້ງ ຄະນະ ກັມມະການ ໄປຊ່ວຍ ແກ້ໄຂ ບັນຫາ ໃຫ້ ຊາວບ້ານ ທີ່ ຖືກ ໂຍກຍ້າຍ ອອກຈາກ ເຂດໂຄງການ ເຂື່ອນ ນໍ້າຄານ 2 ແລະ 3 ຕາມຄວາມ ເໝາະສົມ ຊຶ່ງ ທາງການ ລາວ ສັນຍາວ່າ ຈະສນອງ ນໍ້າປະປາ, ໄຟຟ້າ, ໂຮງຮຽນ ແລະ ສຸຂສາລາ ເພື່ອ ໃຫ້ຊາວບ້ານ ມີຊີວິດ ການ ເປັນຢູ່ ດີຂຶ້ນກວ່າ ແຕ່ກ່ອນ ແຕ່ ຊາວບ້ານ ຜູ້ນຶ່ງ ເວົ້າວ່າ:
"ຕອນ ລົງມາ ຢູ່ໃໝ່ແທ້ ເຮືອນນີ້ ມີ 5 ຄົນ ໄດ້ 5 ແສນ ແລະ ນໍ້າດື່ມ ແກັດນຶ່ງ ໝີ່ແກັຕ ໜຶ່ງ ຕອນລົງ ມາໃໝ່ ແລ້ວບັດ ເດືອນ ທີ 2-3 ມາແລ້ວ ໄດ້ 3 ເດືອນ ເພິ່ນຈ່າຍ ເທື່ອ ໜຶ່ງ ແລ້ວ ຂອງກິນ ບໍ່ມີ ເພິ່ນຈ່າຍ ເປັນເງິນ ໃຫ້ໄດ້ 5 ຄົນ ໄດ້ 2.1 ລ້ານ. ບ່ອນເກົ່າ ເຮັດກິນ ຖາງໄຮ່ ຢູ່ບ່ອນ ເກົ່າ".
ນາງເວົ້າ ຕໍ່ວ່າ ທາງ ໂຄງການ ນີ້ບໍ່ຊ່ວຍ ເຣື້ອງ ອາຫານ ເພາະ ຊາວບ້ານ ອາດຈົ່ມວ່າ ອາຫານ ບໍ່ເໝາະສົມ ແລ້ວເພີ່ນ ຈຶ່ງໃຫ້ ເປັນ ເງິນ ຢ່າງດຽວ ໂດຍ ໃຫ້ຊາວບ້ານ ໄປຊື້ ອາຫານ ເອົາເອງ ໃນໄຣຍະ ທາງໄກ ຕລາດ ປະມານ 2 ກິໂລແມັດ ສ່ວນທີ່ດິນ ປູກຝັງ ແມ່ນໃຫ້ ຊາວບ້ານ ເຮັດຢູ່ ບ່ອນເກົ່າ ຂອງ ພວກ ເຂົາເຈົ້າ ໄປກ່ອນ ຊຶ່ງ ຂະນະນີ້ ທາງການ ກໍາລັງ ຊອກຫາ ໃຫ້ຢູ່.
ບ້ານຈັດສັນ ຂອງ ໂຄງການ ເຂື່ອນ ນໍ້າຄານ3 ມີເນື້ອທີ່ 96 ເຮັກຕາ, ຕັ້ງຢູ່ແຄມ ນໍ້າຄານ ຣະຫວ່າງ ບ້ານ ປາກແວດ ແລະ ບ້ານ ດອນໂມ, ມີ 110 ຫລັງຄາ ເຮືອນ ທີ່ ໂຍກຍ້າຍ ມາຈາກ 2 ບ້ານ ຄືບ້ານ ຫ້ວຍສະທັນ ແລະ ບ້ານ ດອນຫວາຍ ແລະ ອາຈ ໂຍກຍ້າຍ ມາຕື່ມອີກ 5 ບ້ານ ແຕ່ ທາງການ ຍັງບໍ່ ເປີດເຜີຍ ລາຍ ລະອຽດ.