ຄົນງານຕ່າງດ້າວຢູ່ລາວ ເພີ້ມຂຶ້ນ
2017.04.18
ເມື່ອປີ 2010 ທ່ານ ລາວລີ ໄຟແຟງຢ່າວ ຮອງຣັຖມົນຕຣີ ກະຊວງແຮງງານ ແລະ ສວັດດີການສັງຄົມຂອງລາວ ໃນເວລານັ້ນ ກ່າວວ່າ ເມື່ອປີ 2010 ປະເທດລາວ ມີຄົນງານຕ່າງດ້າວ ທີ່ຜິດກົດໝາຍ ທັງໝົດ 2 ແສນຄົນ. ສອງປີຕໍ່ມາ ນາງ ອ່ອນຈັນ ທັມມະວົງ ຣັຖມົນຕຣີ ກະຊວງແຮງງານ ແລະ ສວັດດີການສັງຄົມ ຣາຍງານ ຕໍ່ກອງປະຊຸມ ສະພາແຫ່ງຊາດລາວ ວ່າຈຳນວນ ຄົນງານ ຕ່າງປະເທດ ທີ່ອາໃສຢູ່ ແລະເຮັດວຽກ ຢ່າງຜິດກົດໝາຍ ຢູ່ລາວ ເພີ້ມຂຶ້ນເປັນ 2 ແສນແລະ 5 ໝື່ນຄົນ.
ໝາຍຄວາມວ່າ ອີງຕາມໂຕເລກທີ່ເພິ້ມຂຶ້ນນັ້ນ ຈຳນວນຄົນງານຕ່າງດ້າວ ຜິດກົດໝາຍຢູ່ລາວ ເພິ້ມຂຶ້ນປະມານ 25,000 ຄົນຕໍ່ປີ. ນັບແຕ່ ປີ 2010 ຈົນເຖິງ ປັດຈຸບັນ ກໍເປັນເວລາ 7 ປີແລ້ວ; ຖ້າຈຳນວນຄົນງານຕ່າງດ້າວ ເພິ້ມຂຶ້ນ ໃນອັດຕຣານັ້ນ ທົ່ວປະເທດລາວ ຈະມີຄົນ ງານຕ່າງດ້າວ ທີ່ຜິດກົດໝາຍເຖິງ 375,000 ຄົນ. ເມື່ອສົມກັບຄົນງານຕ່າງດ້າວ ທີ່ຖືກຕ້ອງຕາມກົດໝາຍ ປັດຈຸບັນທົ່ວປະເທດລາວອາດ ຈະມີຄົນງານຕ່າງດ້າວ ທັງໝົດ ຢ່າງໜ້ອຍ ສີ່ແສນຄົນ. ທຸກໆແຂວງຂອງລາວ ຕ້ອງມີ ຄົນງານຕ່າງດ້າວ ໃນຣະຫວ່າງ 5 ພັນ ຫາ 6 ພັນຄົນ; ຕົວຢ່າງໃນແຂວງສວັນນະເຂດ ເຈົ້າໜ້າທີ່ ຜແນກແຮງງານ ແລະສວັດດີການສັງຄົມແຂວງ ເປີດເຜີຍຕົວເລກ ສະເພາະຄົນງານ ວຽດນາມ ຢູ່ໃນແຂວງນັ້ນ ເມື່ອບໍ່ດົນຜ່ານມາວ່າ:
“ວຽດນີ່ສ່ວນຫລາຍເຂົາເຂົ້າມາ ໃຊ້ປັດສະປອດຫລື Border pass; ເຂົ້າມາແລ້ວ ລີ້ຊ່ອນຢູ່; ສະຖິຕິທີ່ວ່າ ເຮົາເກັບກຳໄດ້ ຕົ້ນເດືອນເກົ້າ 2,333 ຄົນ ສະເພາະຂຶ້ນທະບຽນ ແລະບັດນີ້ສະເພາະ ບໍ່ຂຶ້ນທະບຽນ ເກັບກຳໄດ້ 4,000 ປ່າຍ.”
ຣັຖບານແລະປະຊາຊົນລາວ ກໍວິຕົກກັງວົນ ທີ່ເຫັນຈຳນວນຄົນງານຕ່າງດ້າວນັບມື້ນັບເພິ້ມ ຂຶ້ນຫລາຍ ເຖິງປານນັ້ນ. ສະນັ້ນ ທາງການລາວ ຈຶ່ງສຳຣວດ ແລະຈົດທະບຽນ ຄົນງານຕ່າງດ່າວ. ເມື່ອກາງເດືອນ ມິນາ ປີ 2017 ນີ້ ກະຊວງແຮງງານ ແລະສວັດດີການ ສັງຄົມ ກໍຣາຍ ງານວ່າ ໃນຣະຍະນຶ່ງປີ ທີ່ຜ່ານມາ ເຈົ້າໜ້າທີ່ ແຮງງານ ແລະປ້ອງກັນຄວາມສງົບ ຈົດທະບຽນຄົນງານຕ່າງດ້າວ ທີ່ຜິດກົດໝາຍ ທັງໝົດ ໃນທົ່ວປະເທດ 24,000 ຄົນ ໃນນັ້ນ 81 ສ່ວນຮ້ອຍ ຫລືເກືອບ 20,000 ຄົນ ເປັນຄົນວຽດນາມ, 15 ສ່ວນຮ້ອຍ ແມ່ນຄົນຈີນ ແລະ 3 ສ່ວນຮ້ອຍ ແມ່ນຄົນໄທ. ຕໍ່ຄຳຖາມທີ່ວ່າ ຊາວວຽດນາມ ເຂົ້າມາທຳມາຫາກິນ ແນວໃດຢູ່ລາວ? ເຈົ້າໜ້າທີ່ ເມືອງຊຽງເງິນ ແຂວງຫຼວງ -ພຣະບາງ ທ່ານນຶ່ງ ຕອບວ່າ:
“ວຽດມາສ່ວນຫລາຍ ກໍມີແຕ່ວ່າມາເຮັດຮ້ານເສີມສວຍ ແລະກໍສ້ອມແປງ ບ່ອນໃດທີ່ວ່າ ສະຖານທີ່ ເໝາະສົມ ແລ້ວຂະເຈົ້າ ກໍເລືອກເຊົ່າ ແລ້ວກໍເປີດຮ້ານ.”
ບັດນີ້ ຕໍ່ຄຳຖາມທີ່ວ່າ ເປັນຍ້ອນສາເຫດຫຍັງ ຄົນງານຕ່າງດ້າວ ຈຶ່ງມັກເຂົ້າມາຢູ່ ແລະເຮັດວຽກຢູ່ລາວ ຫລາຍແທ້?
ສາເຫດອັນທີ່ນ່ຶງ ເປັນຍ້ອນທີ່ຕັ້ງພູມລຳເນົາ ຂອງປະເທດລາວ. ປະເທດລາວຕັ້ງຢູ່ຣະຫວ່າງກາງ ຂອງປະເທດໃຫຍ່ ທີ່ມີພົລເມືອງຫລາຍ ເຊັ່ນຈີນ ແລະວຽດນາມ. ສາເຫດທີ່ສອງ ລາວເປັນປະເທດນ້ອຍ ມີຄົນໜ້ອຍ ແຕ່ອຸດົມສົມບູນໄປດ້ວຍ ຊັພຍາກອນທັມມະຊາດ ເຊັ່ນ: ປາ ສັດປ່າ ປ່າໄມ້ ນ້ຳ ແລະດິນດອນ ຕ່ອນຫຍ້າ.
ຍ້ອນສາເຫດທັງສອງຢ່າງນີ້ ຊາວວຽດນາມແລະຈີນ ຈຶ່ງມັກເຂົ້າມາ ທຳມາຫາກິນຢູ່ລາວ ເພາະຢູ່ປະເທດ ຂອງເຂົາ ມີຄົນຫລາຍ ຫລາຍ ເກີນໄປ ຢູ່ຈີນມີເຖິງ 1 ຕື້ແລະ 300 ລ້ານຄົນ; ຢູ່ວຽດນາມ ມີເກືອບນຶ່ງຮ້ອຍ ລ້ານຄົນແລ້ວ. ບໍ່ພຽງແຕ່ມີຄົນຫລາຍ ເທົ່ານັ້ນ ວຽດນາມ ຍັງເປັນປະເທດ ທີ່ບໍ່ອຸດົມສົມບູນ ບໍ່ມີປ່າໄມ້ ແລະຕົ້ນໄມ້ຫລາຍ ພໍເທົ່າໃດ.
ສາເຫດອັນທີ່ສາມ ແມ່ນຍ້ອນເງິນກີບ ມີຄ່າສູງກວ່າ ເງິນດົ່ງຂອງວຽດນາມ. ຊາວວຽດນາມຄົນນ່ຶງ ທີ່ອາໃສຢູ່ ບ້ານທົ່ງນາມີ ເມືອງປາກ -ກະດິງ ແຂວງບໍຣິຄຳໄຊ ເວົ້າວ່າ ເຂົາມາເລາະ ຂາຍພ້າ ມີດແລະມໍ້ ຕາມບ້ານຕ່າງໆ ໃນເຂດເມືອງປາກກະດິງ ນີ້ ກໍໍເພາະວ່າ ເງິນກີບ ມີຄ່າ ສູງກວ່າເງິນດົ່ງ ເກືອບສາມເທົ່າ.
ສາເຫດອັນທີ່ສີ່ ຣັຖບານລາວ ຕັ້ງມີນະໂຍບາຍຊູກຍູ້ສົ່ງເສີມ ແລະໃຫ້ຄວາມສະດວກສະບາຍ ຫລາຍເປັນພິເສດແກ່ ຄົນວຽດນາມ ແລະຈີນ ທີ່ຢາກເຂົ້າມາ ເຮັດວຽກຢູ່ລາວ; ຕົວຢ່າງ ເມື່ອສາມປີກ່ອນ ສະພາແຫ່ງຊາດລາວ ກໍລົງມະຕິ ອະນຸຍາດໃຫ້ ບໍຣິສັດວຽດນາມ ນຳເອົາຄົນ ງານວຽດນາມ ເຂົ້າມາເຮັດວຽກ ຢູ່ລາວຈຳນວນ 7,000 ຄົນ. ຕໍ່ຄົນຈີນ ກໍຄືກັນ ຣັຖບານລາວ ອະນຸຍາດ ແລ້ວຈະໃຫ້ ຄົນງານຈີນຫຼາຍ ໝື່ນຄົນ ເຂົ້າມາສ້າງທາງ ຣົດໄຟ ຄວາມໄວສູງ. ຄົນງານຕ່າງດ້າວ ເຫລົ່ານີ້ ໂດຍສະເພາະ ຄົນວຽດນາມ ຫລາຍຄົນ ບໍ່ຍອມກັບປະເທດ ຫລັງຈາກ ວຽກງານໃນໂຄງການ ຂອງພວກເຂົາ ສິ້ນສຸດລົງ ຍັງຫາວຽກງານອື່ນເຮັດ ຢ່າງຜິດກົດໝາຍ ຕໍ່ຢູ່ລາວ.
ສາເຫດທີ່ຫ້າ ເສຖກິດຂອງລາວກຳລັງ ຂຍາຍຕົວ ຕ້ອງການຄົນງານຫລາຍ ໂດຍສະເພາະ ຜູ້ທີ່ມີຄວາມຮູ້ ແລະຄວາມຊຳນິຊຳນານ. ໜັງສືພິມວຽງຈັນທາມສ ຂອງທາງການລາວ ຣາຍງານວ່າ ຍ້ອນເສຖກິດ ກຳລັງຂຍາຍຕົວ ປະເທດລາວ ຈະຕ້ອງການ ຄົນງານຕ່າງດ້າວ ຢ່າງໜ້ອຍ 26,000 ຄົນຕໍ່ປີ ໃນຣະຍະ ຫ້າປີຂ້າງໜ້າ ນັບແຕ່ປີ 2016 ຈົນເຖິງປີ 2020 ລວມທັງໝົດ ປະເທດລາວ ຈະຕ້ອງການ ຄົນງານຕ່າງດ້າວ ຢ່າງໜ້ອຍ 1 ແສນ ແລະ 3 ໝື່ນຄົນ.
ສາເຫດທີ່ຫົກ ທີ່ປະເທດລາວຈຳເປັນຕ້ອງນຳເຂົ້າ ຄົນງານຕ່າງປະເທດ ຫລາຍ ກໍແມ່ນຄົນລາວ ບໍ່ມີຄວາມ ຊຳນິຊຳນານ ຫລືສີມືແຮງງານ ນາຍຈ້າງຫາຄົນລາວ ທີ່ເປັນຊ່າງປູນຊີເມັນ ຫລື ຊ່າງເຫລັກ ຊ່າງໄຟຟ້າຍາກ. ບໍ່ເທົ່ານັ້ນ ຄົນງານລາວ ຍັງບໍ່ດຸໝັ່ນ ແລະບໍ່ອົດທົນ. ເຈົ້າຂອງບໍຣິສັດ ຫ້າງຮ້ານ ບໍ່ມີຄວາມເຊື່ອໝັ້ນ ກັບຄົນງານລາວ; ເມື່ອເຖິງເວລາເຮັດນາ ພວກເຂົາ ກໍຂໍກັບຄືນໄປເຮັດນາ ຊ່ອຍພໍ່ແມ່ຢູ່ບ້ານ ແຕ່ເມື່ອເຮັດນາແລ້ວ ບໍ່ກັບຄືນມາເຮັດວຽກ ຢູ່ໂຮງງານຕໍ່ ອອກເລີຍ. ສະນັ້ນນາຍຈ້າງ ຈຶ່ງມັກ ຈ້າງຄົນງານວຽດນາມ ຫລາຍກວ່າ ດັ່ງນັກ ທຸຣະກິດລາວ ທ່ານນຶ່ງ ທີ່ ນະຄອນຫລວງວຽງຈັນ ເວົ້າວ່າ:
“ເຂົາຈ້າງແຕ່ ຄົນງານຄົນວຽດ ຄົນວຽດມາເຮັດ ເພາະວຽດເຮັດໄວກວ່າ ຄົນລາວ ຄົນລາວເຮັດຊ້າ.”
ໃນຣະຍະຫ້າປີທີ່ຜ່ານມາ ຈຳນວນຊາວໜຸ່ມໄວລຸ້ນລາວ ທີ່ໃຫຍ່ໂຕຂື້ນກາຍເປັນຄົນ ເຮັດວຽກໄດ້ ເພິ້ມຂື້ນເຖິງ 7 ແສນຄົນ; ໃນຣະຍະ ເວລາດຽວກັນ ທຸຣະກິດ ການງານຕ້ອງການ ຄົນງານພຽງແຕ່ 7 ໝື່ນຄົນ ຫລື 10 ສ່ວນຮ້ອຍ ຂອງຄົນງານ ທີ່ເພິ້ມຂື້ນ ເທົ່ານັ້ນ; ແຕ່ເປັນຫຍັງ ບັນດາບໍຣິສັດ ແລະ ໂຮງຈັກໂຮງງານ ຈຶ່ງຂາດເຂີນ ຄົນງານຫລາຍຕລອດ ຫລາຍເຖິງ 4 ໝື່ນຄົນ. ຄົນງານລາວ ໄປໃສໝົດ? ຄຳຕອບ ສ່ວນນ່ຶງບໍ່ມັກ ເຮັດວຽກໃນ ໂຮງຈັກໂຮງງານ ແລະອີກສ່ວນນຶ່ງ ໜີໄປເຮັດວຽກ ຢູ່ ປະເທດໄທ. ເຈົ້າໜ້າທີ່ແຮງງານ ຢູ່ແຂວງສວັນນະເຂດ ຊີ້ແຈງກ່ຽວກັບ ເຣື່ອງນີ້ ເມື່ອທ້າຍ ປີກາຍວ່າ:
“ຄົນລັກລອບຂ້າມໄປ ຍັງຫລາຍຢູ່; ສະຖິຕິທີ່ເຮົາສຳຣວດ ປີກ່ອນປີ 2014 ມີແຕ່ໝື່ນປາຍ; ທີ່ເກັບກຳໄດ້ ປີ 2015 ຢູ່ປະມານ 2 ໝື່ນປາຍ; ສະເພາະປີນີ້ ຍັງບໍ່ທັນໄດ້ ສັງລວມແລ້ວ ເພາະວ່າ ລໍຖ້າແຕ່ລະເມືອງສົ່ງມາ.”
ຍ້ອນດັ່ງນັ້ນ ປະຊາຊົນລາວຫລາຍຄົນ ຈຶ່ງວິຕົກກັງວົນ ຢ້ານຄົນຕ່າງປະເທດ ຈະນັບມື້ນັບເຂົ້າມາ ຢູ່ແລະ ທຳມາຫາກິນ ຢູ່ລາວ ຫລາຍຂື້ນ ໃນຂະນະທີ່ ຊາວລາວ ເຈົ້າຂອງປະ ເທດ ຊ້ຳພັດ ນັບມື້ນັບໜີໄປ ເຮັດວຽກ ຢູ່ປະເທດໄທ.