ບໍຣິສັດຕ່າງຊາດບໍ່ມັກ ຈ້າງ ຄົນລາວ
2020.07.09
ປະຊາຊົນລາວຫຼາຍຄົນ ບໍ່ເຫັນດີນໍາຣັຖບານ ທີ່ອະນຸມັດໃຫ້ບໍຣິສັດຕ່າງປະເທດ ສໍາປະທານ ຂຸດຄົ້ນບໍ່ແຮ່ຢູ່ລາວ ທີ່ສ້າງໜ້າວຽກໃຫ້ຄົນຕ່າງ ປະເທດຫຼາຍກວ່າຄົນລາວ ແລະໄດ້ຮັບຜົລປໂຍດ ເປັນຈໍານວນຫຼວງຫຼາຍໃນແຕ່ລະປີ, ຢາກໃຫ້ບໍຣິສັດລາວ ສໍາປະທານແທນ, ດັ່ງຊາວລາວ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 2 ກໍຣະກະດາ ນີ້ວ່າ:
“ການຂຸດຄົ້ນອັນນັ້ນຫັ້ນ ຂອງຕ່າງປະເທດເນາະ ກະບໍ່ຢາກຄັກປານໃດ ຄັນແມ່ນແທ້ລະມີ ສ່ວນຮ່ວມກັບຄົນລາວເນາະ ເພາະວ່າມັນຊັບສິນ ຂອງບ້ານເຮົາເດ໋. ເປັນການຕັ້ງຄໍາຖາມຢູ່ ໂຕນີ້ເນາະ. ສ່ວນຫຼາຍແລ້ວ ຖ້າວ່ ຄືວຽດນາມ ຂະເຈົ້າມາຂຸດຄົ້ນເນາະ ເຂົາລະໃຊ້ແຮງງານຂອງ ເຂົາເອງ ວ່າຊັ້ນສະເນາະ ແທນທີ່ສິແມ່ນລາວເຮົາບໍ່ ໄປປະກອບສ່ວນນໍາແນວນັ້ນ ແນວນີ້.”
ແລະປະຊາຊົນລາວ ອີກທ່ານນຶ່ງ ກໍເວົ້າວ່າ ຖ້າເປັນໄປໄດ້ ຢາກໃຫ້ໂຄງການຂຸດຄົ້ນແຮ່ທາດ ຂອງນັກລົງທຶນຕ່າງປະເທດຢູ່ລາວ ຫັນມາໃຊ້ ຄົນງານລາວໃນທ້ອງຖິ່ນ ເຮັດວຽກທົ່ວໄປ ເພື່ອສ້າງຣາຍໄດ້ໃຫ້ພວກເຂົາເຈົ້າ, ສໍາລັບວຽກວິຊາການສະເພາະ ທີ່ໃຊ້ຄວາມຮູ້ແລະປະສົບການ ຫຼາຍ ຈຶ່ງໃຫ້ຄົນຕ່າງປະເທດເຮັດ ດັ່ງທີ່ທ່ານກ່າວວ່າ:
“ເອົາຊ່ຽວຊານຕ່າງປະເທດເຂົ້າມາ ແລ້ວກໍແຮງງານບໍ ຫລືວ່າຄົນຢາກເປັນຄົນລາວ ຢາກໃຫ້ເອົາຄົນງານລາວຫຼາຍ ເພາະວ່າຄົນຕ່າງປະເທດ ເຂົາມາເປັນຊ່ຽວຊານແລ້ວ ຈັກບໍ່ຮູ້ນໍາ ຂັ້ນເທິງເພິ່ນແຫຼະ ເພິ່ນຈັກແນວໃດເນາະ.”
ໃນຂນະດຽວກັນ ເຈົ້າໜ້າທີ່ທ້ອງຖິ່ນລາວ ທ່ານນຶ່ງ ກໍກ່າວວ່າ ຖ້າເປັນໄປໄດ້ ກໍຢາກໃຫ້ບໍຣິສັດລາວ ສໍາປະທານຂຸດຄົ້ນແຮ່ທາດຢູ່ລາວ ແທນທີ່ ຈະເປັນບໍຣິສັດຕ່າງປະເທດ ຍ້ອນຈະໄດ້ ຈ້າງຄົນງານລາວຫຼາຍ ແລະເຂົ້າໃຈກັນໄດ້ງ່າຍ ເນື່ອງຈາກວ່າ ທີ່ຜ່ານມາມີບັນຫາ ບໍ່ເຂົ້າໃຈກັນ ຣະຫວ່າງບໍຣິສັດ ຕ່າງປະເທດ ແລະ ຄົນງານລາວ ເຮັດໃຫ້ຄົນງານລາວ ຕ້ອງໄດ້ລາ ອອກໄປ, ດັ່ງທີ່ທ່ານກ່າວວ່າ:
“ກະຢາກໃຫ້ຄົນລາວນັ້ນແຫຼະເຮັດ ເພາະວ່າມັນກະເວົ້າ ກັນງ່າຍພວກເພິ່ນ ແນວເຮົາຄົນລະພາສາເນາະ ຄັນວ່າເຣື່ອງໃຊ້ແຮງງານນີ ພາຍໃນບ້ານ ກະຄົນລາວ ກະຍາກກວ່າຄົນລາວ ຫັ້ນແຫລະ ໄປເຮັດນໍາກັນກະເວົ້າກັນງ່າຍ ຄົນລາວຕໍ່ຄົນລາວ ອັນນີ້ເວົ້າບໍ່ເຂົ້າໃຈກັນ ແລ້ວກໍບໍ່ເຮັດ.”
ກ່ຽວກັບເຣຶ່ອງທີ່ວ່ານີ້ ເຈົ້າໜ້າທີ່ດ້ານແຮງງານລາວ ທ່ານນຶ່ງ ໃຫ້ຄໍາເຫັນວ່າ ສາເຫດທີ່ພາ ໃຫ້ໂຄງການສໍາປະທານຂຸດຄົ້ນແຮ່ທາດຢູ່ລາວ ຫລາຍແຫ່ງ ເປັນຂອງບໍຣິສັດ ຕ່າງປະເທດ ແລະມີແຕ່ຄົນຕ່າງ ປະເທດ ເປັນຜູ້ດໍາເນີນການ ສ່ວນໃຫຍ່ ແທນທີ່ຈະເປັນບໍຣິສັດ ລາວນັ້ນ ກໍຍ້ອນວ່າ ບໍຣິສັດຕ່າງປະເທດ ມີທຶນຫຼາຍກວ່າ ບໍຣິສັດລາວ ເຂົາກໍໄດ້ຫລາຍ. ສ່ວນບໍຣິສັດ ລາວ ມີທຶນໜ້ອຍ ກໍໄດ້ສໍາປະທານໜ້ອຍ ດັ່ງທີ່ທ່ານກ່າວວ່າ:
“ລາວມັນກະບໍ່ທັນສາມາດ ເຮັດໄດ້ໝົດທຸກອັນ. ສ່ວນຫລາຍກະໃຫ້ຕ່າງປະເທດ ຍ້ອນວ່າທຶນເຂົາຫລາຍ ແຕ່ວ່າຜົລໄດ້ ມັນກໍບໍ່ຫລາຍ ມັນຢາກປັ່ນປ່ວນກັນ ຜູ້ລົງທຶນເຂົາກະເອົາຫລາຍ ເຮົາເປັນເຈົ້າຂອງລ້າ ແຕ່ຫາກວ່າມີທຶນລົງນໍາເຂົາ ມັນກະໄດ້ປັນສ່ວນໜ້ອຍກວ່າ.”
ແຕ່ເມື່ອເວົ້າເຖິງກໍຣະນີ ບາງໂຄງການຂຸດຄົ້ນບໍ່ແຮ່ ທີ່ ບໍຣິສັດລາວ ເປັນຜູ້ສໍາປະທານໄດ້ ແຕ່ພັດມອບໃຫ້ບໍຣິສັດຕ່າງປະເທດ ມາເຮັດນັ້ນ ທ່ານ ບຸນປອນ ສີສຸລາດ ກັມມະການຄະນະ ປະຈໍາສະພາແຫ່ງຊາດ, ປະທານ ກັມມາທິການເສຖກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ໄດ້ເປີດເຜີຍຕໍ່ກອງປະຊຸມ ສມັຍສາມັນ ເທື່ອທີ 9 ຂອງສະພາ ແຫ່ງຊາດ ຊຸດທີ 8 ໃນມື້ວັນທີ 30 ມິຖຸນາ 2020 ວ່າທີ່ຜ່ານມາໄດ້ກວດ ພົບໂຄງການຂຸດຄົ້ນແຮ່ທາດບາງໂຄງການ ທີ່ອະນຸຍາດໃຫ້ຄົນລາວເຮັດ ແຕ່ຄົນລາວພັດໃຫ້ນັກລົງທຶນ ຕ່າງປະເທດດໍາເນີນກິຈການເປັນ ຕົ້ນໂຄງການຂຸດຄົ້ນຫິນຜາ ຢູ່ນະຄອນຫຼວງວຽງຈັນ ແລະໂຄງການ ຂຸດຄົ້ນ ຟູອໍລາຍ ຢູ່ແຂວງໄຊຍະບູຣີ ແລະ ທັງຍັງກວດພົບໂຄງການ ທີ່ຈັບຈ່ອງເນື້ອທີ່ ແຕ່ຍັງບໍ່ທັນຂຸດຄົ້ນ ເປັນຕົ້ນ ໂຄງການຊອກຄົ້ນສໍາຣວດ ແຮ່ເຫລັກ ຢູ່ແຂວງຫຼວງພະບາງ ແລະແຂວງອັດຕະປື ແລະ ໂຄງການຂຸດຄົ້ນ ປຸງແຕ່ງຖ່ານຫິນ ຢູ່ແຂວງເຊກອງ ຊຶ່ງປັດຈຸບັນ ກິຈການຂຸດຄົ້ນແຮ່ທາດ ໃນປະເທດລາວທັງໝົດ ທີ່ກໍາລັງດໍາເນີນຢູ່ມີ 885 ກິຈການ ດັ່ງທີ່ທ່ານກ່າວວ່າ:
“ກິຈການກ່ຽວກັບແຮ່ທາດ ຮວມທັງຫີນຜາ ຫີນແຮ່ຫີນຊາຍ ໃນຂອບເຂດທົ່ວປະເທດ ທີ່ສູນກາງແລະທ້ອງຖິ່ນອານຸຍາດ ຍັງດໍາເນີນຢູ່ໃນ ປັດຈຸບັນມີທັງໝົດ 885 ກິຈການ, ໃນນີ້ສູນກາງ ອະນຸຍາດ ມີ 320 ກິຈການ ຊຶ່ງຢູ່ໃນຂັ້ນຕອນ ຊອກຄົ້ນສໍາຣວດມີ 113 ກິຈການ ຂັ້ນຕອນການສຶກສາ ບົດວິພາກເສຖກິດເທັກນິກ ຫຼືກິຈການ ແລະກິຈການທີ່ຢູ່ໃນຂັ້ນ ຕອນການຂຸດ ຄົ້ນແລະປຸງແຕ່ງ ມີທັງໝົດ 142 ກິຈການ.”
ກ່ຽວກັບບັນຫາດັ່ງກ່າວ ວິທຍຸເອເຊັຍເສຣີ ໄດ້ຕິດຕໍ່ໄປຫາສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 1 ນະຄອນຫລວງວຽງຈັນ, ເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ ແລະເຂດເລືອກ ຕັ້ງທີ 15 ແຂວງຈໍາປາສັກ ເພື່ອຂໍຄໍາເຫັນກ່ຽວກັບເຣຶ່ອງນີ້ ແຕ່ຍັງບໍ່ມີທ່ານ ໃດສະດວກ ທີ່ຈະໃຫ້ສໍາພາດ.
ເມື່ອສັບປະດາທີ່ຜ່ານມາ ທ່ານ ສອນໄຊ ສີພັນດອນ ຮອງນາຍົກຣັຖມົນຕຣີ, ຣັຖມົນຕຣີກະຊວງແຜນການ ແລະການລົງທຶນ ໄດ້ກ່າວຕໍ່ ກອງປະຊຸມ ສະພາແຫ່ງຊາດວ່າ ເຖິງປັດຈຸບັນ ຣັຖບານລາວໄດ້ຍົກເລີກສັນຍາ ໂຄງການລົງທຶນທັງໝົດ 82 ໂຄງການທີ່ບໍ່ປະຕິບັດຕາມ ສັນຍາ ທີ່ໄດ້ຕົກລົງກັນກັບຣັຖບານ.
ໃນຈໍານວນໂຄງການທີ່ວ່ານັ້ນມີໂຄງການຂຸດຄົ້ນແຮ່ທາດ 70 ໂຄງການ, ໂຄງການເຂື່ອນໄຟຟ້າ 9 ໂຄງການ ແລະໂຄງການລົງທຶນດ້ານ ກະສິກັມ 3 ໂຄງການ. ໃນນັ້ນມີ 5 ໂຄງການ ທີ່ບໍ່ປະຕິບັດຕາມສັນຍາ ແລະຣັຖບານໄດ້ຍຶດເງິນຄໍ້າປະກັນປະມານ 1,4 ຕື້ກີບ ເຂົ້າເປັນ ຂອງຣັຖ ອີງຕາມການຣາຍງານຂອງ ສື່ມວນຊົນ ທາງການລາວ.