ຂແນງທຸຣະກິດຂໍໃຫ້ ທາງການ ສືບຕໍ່ຍົກເວັ້ນພາສີ

ຈໍາປາທອງ
2020.07.01
f-jumbo ຣົດຮັບຈ້າງໂດຍສານ ຈໍາໂບ້ ຢູ່ນະຄອນຫຼວງພຣະບາງ ແຂວງຫຼວງພຣະບາງ
RFA

ຜູ້ປະກອບການທຸຣະກິດຕ່າງໆ ຮວມທັງໂຮງແຮມ ບ້ານພັກ, ຮ້ານອາຫານ ແລະ ຣົດຈໍາໂບ້ຢູ່ລາວ ຂໍໃຫ້ຣັຖບານລາວ ສືບຕໍ່ ປະຕິບັດ ນະໂຍບາຍຍົກເວັ້ນ ພາສີ-ອາກອນ ຮວມທັງຄ່າທໍານຽມທາງ ປີ 2020 ພາຍຫລັງນະໂຍບາຍ ດັ່ງກ່າວ ໄດ້ສິ້ນສຸດລົງໃນເດືອນ ມິຖຸນາ ແລະ ເສຖກິດໃນລາວ ກໍຍັງບໍ່ປົກກະຕິ ເປັນຕົ້ນທຸຣະກິດ ທ່ອງທ່ຽວ ແລະ ການບໍຣິການຕ່າງໆ ກໍຍັງໄດ້ຮັບຜົລກະທົບ ຈາກ ມາຕການ ປ້ອງກັນ ການຣະບາດຂອງເຊື້ອພຍາດ ໂຄວິດ-19 ຢູ່ ແລະຍັງບໍ່ມີທ່າທີວ່າ ຈະກັບຄືນມາເຄື່ອນໄຫວ ໄດ້ເປັນປົກກະຕິເທື່ອ.

ຊາວລາວຜູ້ນຶ່ງທີ່ມີອາຊີບຂັບຣົດຈໍາໂບ້ ຢູ່ນະຄອນຫຼວງວຽງຈັນ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 1 ກໍຣະກະດາ ນີ້ວ່ານັບຕັ້ງແຕ່ຣັຖບານ ໄດ້ປະກາດຜ່ອນຜັນ ມາຕການຕ້ານໂຄວິດ-19 ໃຫ້ ເຄື່ອນໄຫວ ທຸຣະກິດໄດ້ມານີ້ ກໍບໍ່ມີລູກຄ້າມາໃຊ້ບໍຣິການ, ຖ້າເປັນໄປໄດ້ຢາກໃຫ້ ຣັຖບານສືບຕໍ່ຍົກເວັ້ນ ພາສີ-ອາກອນ ແລະຄ່າທໍານຽມທາງອອກ ໄປຕື່ມອີກ, ດັ່ງທີ່ທ່ານກ່າວວ່າ:

“2 ເດືອນແລ້ວ ມັນບໍ່ໄດ້ອອກຣົດ ເສັຽຄ່າທາງແດ່ ເສັຽພາສີອາກອນ ກະດາຍ ກະຈັ່ງວ່າແຫລະ... ກະຢາກໃຫ້ເພິ່ນຫລຸດຫັ້ນແລ້ວ.”

ແລະເຈົ້າຂອງໂຮງຮຽມຂນາດກາງ ຢູ່ເມືອງວັງວຽງ ແຂວງວຽງຈັນ ກໍກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ ເມື່ອສິ້ນສຸດ ນະໂຍບາຍ ຫຼຸດຜ່ອນຜົລກະທົບ ຈາກເຊື້ອພຍາດໂຄວິດ-19 ທີ່ມີກໍາໜົດ 3 ເດືອນ ຄື; ເດືອນເມສາ, ພຶສພາ ແລະ ມິຖຸນາ ນັ້ນແລ້ວມາຮອດຕອນນີ້ ກໍຍັງບໍ່ມີແຈ້ງການ ຈາກຣັຖບານເທື່ອວ່າ ຈະເຮັດແນວໃດຕໍ່ ແລະວ່າເພື່ອເປັນການຫລຸດຜ່ອນ ຄ່າໃຊ້ຈ່າຍຕ່າງໆ ຂອງຕົນແມ່ນມີຄວາມ ຈໍາເປັນ ທີ່ຈະຕ້ອງໄດ້ປິດໂຮງແຮມ ໄປຕື່ມອີກແບບບໍ່ມີກໍາໜົດ:

“ເອີ; ຕອນນີ້ຍັງບໍ່ໄດ້ມີມາຕການອິຫຍັງ ມາເທື່ອ ບໍ່; ບໍ່ໄດ້ເສັຽ ເຈົ້າ; ເຮົາປິດຊົ່ວຄາວ ລະບໍ່ທັນໄດ້ເສັຽ ຕັ້ງແຕ່ເດືອນ 3 ເພາະວ່າເຮົາແຈ້ງ ປິດເດ໋ ແຈ້ງປິດຊົ່ວຄາວໄປເລີຍ ບໍ່ໄດ້ເຄື່ອນໄຫວທຸຣະກິດ."

ແລະ ເຈົ້າຂອງບ້ານພັກ ຢູ່ເມືອງໄຊຍະບູຣີ ແຂວງໄຊຍະບູຣີ ກໍກ່າວໃນມື້ວັນທີ 1 ກໍຣະກະດາ ນີ້ວ່າ:

"ພໍໝົດກໍາໜົດຍົກເວັ້ນນະໂຍບາຍ ຫຼຸດຜ່ອນພາສີ-ອາກອນ 3 ເດືອນນັ້ນໄປແລ້ວກໍຍັງບໍ່ຮູ້ວ່າ ທາງຣັຖບານຈະມີນະໂຍບາຍຊ່ອຍເຫຼືອຕື່ມ ຕໍ່ໄປອີກ ຫລືບໍ່, ກະຍັງວ່າ ບໍ່ທັນຮູ້ຣາຍລະອຽດເທື່ອວ່າ ເພາະວ່າກະບໍ່ຮູ້ວ່າ ສິໄດ້ເສັຽ ຫລື ບໍ່ໄດ້ເສັຽເນາະ ຊ່ວງໂຄວິດ ນີ໊ເຮົາກໍບໍ່ໄດ້ເສັຽ ເທື່ອເນາະ ເພິ່ນເວັ້ນ 3 ເດືອນ.”

ກ່ຽວກັບເຣຶ່ອງດັ່ງກ່າວ ເຈົ້າໜ້າທີ່ຜແນກການເງິນ ແຂວງຫຼວງພະບາງທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີໃນມື້ດຽວກັນນີ້ວ່າກໍເຫັນສະພາບ ເສຖກິດ ໃນລາວ ເກີດການສະລໍໂຕ ແລະຕົກຕໍ່າຫລາຍ ໃນໄລຍະນີ້ ໂດຍສະເພາະແມ່ນເປັນຍ້ອນ ທຸຣະກິດທ່ອງທ່ຽວ, ບ້ານພັກ ແລະ ຮ້ານອາຫານ ບໍ່ມີການເຄື່ອນໄຫວ ເຖິງແມ່ນທາງການຈະມີມາຕການ ຜ່ອນຜັນ ໃຫ້ເປີດຄືນໃໝ່ໄດ້ແລ້ວກໍຕາມ. ແຕ່ຣັຖບານລາວກໍບໍ່ໄດ້ ປະກາດສືບຕໍ່ ປະຕິບັດນະໂຍບາຍຫລຸດຜ່ອນ ຍົກເວັ້ນພາສີ-ອາກອນນັ້ນ. ໝາຍຄວາມວ່າ ຈະຕ້ອງໄດ້ເສັຍພາສີ-ອາກອນ ໃຫ້ຣັຖຕາມເດີມ ດັ່ງທີ່ທ່ານກ່າວວ່າ:

“ເພາະວ່າເຮົາເບິ່ງສະພາບ ເຮົາກະຮູ້ເນາະ ບ້ານເມືອງເຮົາເປັນແນວໃດ ມີຣາຍຮັບບໍ່ມີຣາຍຮັບ ເຮົາກໍຕ້ອງແຈ້ງຄືເກົ່າ ຄັນຖ້າວ່າພວກເຈົ້າ ມີຣາຍຮັບ ກະຕ້ອງໄດ້ມາແຈ້ງເສັຽອາກອນ ໃຫ້ເນາະ ບໍ່ມີຣາຍຮັບກະແຈ້ງສູນ ເພາະວ່າພວກເຈົ້າກະຕ້ອງມີຣາຍຈ່າຍ ຄ່ານໍ້າຄ່າໄຟ ຄ່າພະນັກງານແມ່ນຫຍັງ ຫັ້ນເນາະ.”

ແລະເຈົ້າໜ້າທີ່ກະຊວງການເງິນທ່ານນຶ່ງ ກໍກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 1 ກໍຣະກະດານີ້ວ່າ ຣັຖບານລາວ ຍົກເວັ້ນການຈ່າຍ ພາສີ-ອາກອນ ພຽງ 3 ເດືອນ ເທົ່ານັ້ນ ຄື ເດືອນເມສາ, ພຶສພາ ແລະມິຖຸນາ. ຫລັງຈາກນັ້ນ ຫົວໜ່ວຍທຸຣະກິດ ແລະ ຊາວລາວຜູ້ມີ ຣາຍໄດ້ ຈະຕ້ອງໄດ້ຈ່າຍ ພາສີ-ອາກອນ ຕາມເດີມ:

“ແມ່ນແຫລະ ເຈົ້າເຂົ້າປົກຕິຕີ້ ເພາະວ່າເພິ່ນນະໂຍບາຍມີແຕ່ 4 5 6 ແລ້ວ 7 8 9 ຄືຊຸມເຮົາກະໄດ້ເສັຽຄືກັນ.”

ເພື່ອຄວາມກະຈ່າງແຈ້ງກ່ຽວກັບເຣຶ່ອງ ຣັຖບານຈະສືບຕໍ່ງົດ ເກັບພາສີ-ອາກອນ ນີ້ຕໍ່ໄປຕື່ມອີກ ຫລືບໍ່ ຫລືຈະສິ້ນສຸດພຽງແຕ່ 3 ເດືອນ ເທົ່ານັ້ນ ວິທຍຸເອເຊັຍເສຣີ ໄດ້ຕິດຕໍ່ໄປຫາຫ້ອງວ່າການ ສໍານັກງານ ນາຍົກຣັຖມົນຕຣີ, ໄດ້ຮັບຄໍາຕອບພຽງສັ້ນໆວ່າ ຍັງບໍ່ຮູ້ ບໍ່ເຫັນ ພາກສ່ວນກ່ຽວຂ້ອງ ຫາລືກັນເທື່ອ.

ແຕ່ສໍາລັບຢູ່ແຂວງເຊກອງ ທາງການແຂວງໄດ້ອອກແຈ້ງການ ໃນວັນທີ 17 ມິຖຸນາທີ່ຜ່ານມາ ໃຫ້ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ ແລະ ຜູ້ນໍາໃຊ້ຣົດທຸກປະເພດພາຍ ໃນແຂວງ ໄປເສັຍຄ່າທໍານຽມ ທາງ ປີ 2020 ກ່ອນວັນທີ 30 ມິຖຸນານັ້ນ. ຖ້າຫາກບໍ່ໄປຈ່າຍຕາມກໍານົດ ຈະຖືກປັບໃໝຕາມຣະບຽບການ.

ນະໂຍບາຍຫລຸດຜ່ອນຜົລກະທົບ ຈາກການຣະບາດຂອງເຊື້ອພຍາດ ໂຄວິດ-19 ໃນໄລຍະ 3 ເດືອນຂອງຣັຖບານລາວ ເປັນນະໂຍບາຍ ຊ່ອຍບັນເທົາ ຄວາມຫຍຸ້ງຍາກ ແລະຫລຸດຄ່າໃຊ້ຈ່າຍ ໃຫ້ຜູ້ປະກອບການ ທຸຣະກິດຕ່າງໆ ເປັນຕົ້ນການເລື່ອນການຊໍາຣະ ຄ່າທໍານຽມທາງ, ຍົກເວັ້ນອາກອນຣາຍໄດ້ ສໍາລັບຜູ້ມີເງິນເດືອນຕໍ່າກວ່າ 5 ລ້ານກີບ ແລະເລື່ອນການຊໍາຣະອາກອນ ຂອງຜູ້ປະກອບການທຸຣະກິດທ່ອງທ່ຽວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.