ໄທຍ ມີເງື່ອນໄຂເອີ້ນຄືນ ຄົນງານ ຕ່າງດ້າວ

ອຸ່ນແກ້ວ ສຸກສະຫວັນ
2020.07.25
F-Lao-workers ເມື່ອວັນທີ 1 ກໍຣະກະດາ 2020 ເຈົ້າໜ້າທີ່ໄທຍ ຈັບຄົນງານລາວໄດ້ 21 ຄົນ ຢູ່ ແຂວງອຸບົນຣາຊທານີ ເຈົ້າໜ້າທີ່ໄທຍ ກ່າວວ່າ ຕາມການສອບປາກຄໍາ ຄົນງານລາວກຸ່ມນີ້ ຕັດສິນໃຈ ລັກລອບຂ້າມໄປຝັ່ງໄທຍ ຍ້ອນຢາກຊອກວຽກເຮັດ
ນັກຂ່າວພົລເມືອງ

ທາງການໄທຍ ກຳລັງພິຈາຣະນາ ໃຫ້ຄົນງານລາວ, ພະມ້າ ແລະ ກຳພູຊາ ກັບເຂົ້າມາເຮັດວຽກ ຢູ່ປະເທດໄທຄືນ ປະມານ 100,000 ຄົນ. ທ່ານ ໝໍທະວີສິນ ວິສະນຸໂຍທິນ ໂຄສົກ ຣັຖບານ ສູນການຣາຍງານຂ່າວ ສະຖານະການໂຄວິດ-19 ໄດ້ກ່າວໃນວັນທີ 22 ກໍຣະກະດາ ວ່າ:

"ມີຄວາມຕ້ອງການໃຊ້ແຮງງານຈາກ ປະເທດກຳພູຊາ, ລາວ ມຽນມາ ຢູ່ 2 ກຸ່ມ ຄື ກຸ່ມທີ່ມີໃບອະນຸຍາດ ການເຮັດວຽກ ແລະ ມີວີຊາຢູ່ ແລ້ວ ກຸ່ມນີ້ຕ້ອງການກັບເຂົ້າມາເຮັດວຽກໃໝ່ 69,235 ຄົນ ແລ້ວ ແຮງງານທີ່ຍັງບໍ່ມີໃບອະນຸຍາດ ຫລື ບໍ່ມີວີຊາ ແຕ່ຕ້ອງການ ທີ່ຈະນຳ ເຂົ້າມາ ນາຍຈ້າງກໍມີການຢືນຢັນ ຕໍ່ໄປແລ້ວ 42,168 ຄົນ."

ປັດຈຸບັນ ເຈົ້າໜ້າທີ່ດ່ານຍັງບໍ່ອະນຸຍາດ ໃຫ້ຄົນງານດັ່ງກ່າວ ເຂົ້າມາປະເທດໄທຍໄດ້, ແຕ່ຕ້ອງລໍຖ້າແຈ້ງການ ຈາກທາງການໄທຍ ກ່ອນ. ເຈົ້າໜ້າທີ່ຕຳຣວດ ກວດຄົນເຂົ້າເມືອງ ແຂວງ ມຸກດາຫານ ໄດ້ກ່າວວ່າ:

"ຣັຖບານຂຽນກົດໝາຍມາຄື; ເຂົາຕ້ອງຈ່າຍຄ່າໃຊ້ຈ່າຍທັງໝົດເອງ ຕ້ອງມີ MOU ແລະ ວີຊາ ທີ່ເຄີຍເຮັດວຽກໃນໄທຍແລ້ວ ກຸ່ມຄົນທີ່ເຄີຍ ເຮັດວຽກ ກໍຈະໄລ່ຫຼາຍຂັ້ນ ຄົບເງື່ອນໄຂ ທີ່ ຣັຖບານກຳນົດ ກໍຕ້ອງເບິ່ງໃບກົງສຸນ ກວດສຸຂພາບເບື້ອງຕົ້ນ ສັນຍາປະກັນສຸຂພາບ ແຕ່ມັນ ຍັງຕິດເງື່ອນໄຂ ການກຽມສະຖານທີ່ ກັກຕົວຂອງແຂວງຕ່າງໆ ຢູ່ປະເທດໄທ."

ເຈົ້າໜ້າທີ່ຕຳຣວດ ກວດຄົນເຂົ້າເມືອງ ແຂວງໜອງຄາຍ ໄດ້ກ່າວວ່າ:

"ຄົນງານທີ່ເຂົ້າມາເຮັດວຽກ ຈະເປັນແຮງງານທີ່ຈົດທະບຽນຖືກຕ້ອງ ມັນຈະຢູ່ໃນຫລັກການ ທີ່ເຂົາອອກມາ ຈະໄດ້ຮັບການພິຈາຣະນາ."

ເຈົ້າໜ້າທີ່ລາວ ຈະອະນຸຍາດໃຫ້ຄົນງານລາວ ທີ່ມີໃບອະນຸຍາດເຮັດວຽກ ແລະ ມີວີຊາ ເຂົ້າໄປເຮັດວຽກ ຢູ່ປະເທດໄທຍ, ເຈົ້າໜ້າທີ່ຜແນກ ແຮງງານ ແລະ ສວັດດີການສັງຄົມ ແຂວງສວັນນະເຂດ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

"ມັນບັນຫາຕິດຂັດກະຄືຄ່າໃຊ້ຈ່າຍ ເພາະຜູ້ກ່ຽວຕ້ອງໄດ້ຈ່າຍຄ່າໃຊ້ຈ່າຍເອງ ຍັງບໍ່ສາມາດກັບເມືອຄືນໄດ້ ກັບເງື່ອນໄຂທີ່ວ່າ ຜູ້ປະກອບການ ຈະດຳເນີນ ເອກກະສານ ໄດ້ບໍ່ການຊີ້ນຳ ແຮງງານເຂົ້າມາເຮັດວຽກ ຢູ່ສະຖານທີ່ ຂອງຜູ້ປະກອບການ ມັນຕ້ອງດຳເນີນຫາ ສະຖານທູດ ກົງສຸນລາວ ປະຈຳບາງກອກ ໄດ້ຮັບອະນຸຍາດເຂົ້າໄປອີກ ມັນຫຍຸ້ງຍາກໃນການ ດຳເນີນ ເອກກະສານ."

ຄົນງານລາວທີ່ເຄີຍເຮັດວຽກ ຢູ່ປະເທດໄທຍ ເວົ້າວ່າ ລາວກໍຢາກກັບຄືນໄປ ເຮັດວຽກຢູ່ໄທຍ ເພາະວ່າ ຢູ່ບ້ານກໍບໍ່ມີວຽກເຮັດ:

"ກະຢາກໄປຫັ້ນແຫຼະ ຍອມກັກໂຕຫັ້ນແຫຼະ ຖາມແລ້ວນາຍຈ້າງເພິ່ນເວົ້າວ່າ ຖ້າມາໄດ້ຕອນນີ້ ກະຄືເພິ່ນຢາກໃຫ້ໄປ ຄ່າໃຊ້ຈ່າຍເພິ່ນຈະ ອອກໃຫ້ກ່ອນ ແລະ ໄປທຳງານກະຫັກກັນ ຫັ້ນນ່າ ເພາະວ່າ ເຮົາຢູ່ບ້ານບໍ່ມີວຽກເຮັດງານທຳ ບໍ່ມີເງິນ."

ຄົນລາວອີກຄົນນຶ່ງ ກ່າວວ່າຢາກກັບໄປເຮັດວຽກຢູ່ໄທຍ ແຕ່ຄ່າໃຊ້ຈ່າຍແພງຫລາຍ:

"ກະຢາກຢູ່ດອກຄັນວ່າ ໄປກັກຕົວມັນກະຍາກ ຈະໄດ້ເງິນໃສໄປກິນ ກັກຕົວ 14 ວັນ ໝ້ອງກັກ ຊື້ກິນ ຊື້ຢາກ ກະຊິແພງ ແຕ່ສະເພາະ ເຮົາຂຶ້ນໄປ ແບບວ່າເຮົາມີບັດແຮງງານ ຕອນຂ້ອຍ ໄປ 21,000 ບາດ ພຸ້ນແລ້ວ ຢູ່ບ້ານເຮົາພາສປອດ ອີຫຍັງອີກເດ້ກະ 7,000 ບາດ ທັງກິນທັງຫຍັງກໍໄລ່ໄປ 30,000 ພຸ້ນແຫຼ້ວ."

ຜ່ານມາ ກໍມີຄົນລາວ ຈຳນວນນຶ່ງ ລັກຂ້າມໄປຫາເຮັດວຽກຢູ່ໄທຍ ແຕ່ຖືກເຈົ້າໜ້າທີ່ຕຳຣວດຈັບໄດ້. ໃນວັນທີ 23 ກໍຣະກະດາ ເຈົ້າໜ້າທີ່ ຕຳຣວດໄທຍ ຈຳຕົວຄົນລາວ 6 ຄົນ ຢູ່ແຂວງ ເລີຍ, ແລະ ໃນວັນທີ 1 ກໍຣະກະດາ ເຈົ້າໜ້າທີ່ໄທຍ ຈັບຄົນລາວໄດ້ 21 ຄົນ ຢູແຂວງ ອຸບົນຣາຊທານີ, ແລະ ໃນວັນທີ 24 ມິຖຸນາ ເຈົ້າໜ້າທີ່ໄທຍ ຈັບຄົນລາວໄດ້ 6 ຄົນ ຢູ່ແຂວງ ມຸກດາຫານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.