ຣາຄາຢາງພາລາ ຢູ່ລາວ ຕົກຕໍ່າ
2020.07.22
ຊາວສວນ ຢູ່ບ້ານສີພົນ ເມືອງຄູນ ແຂວງຊຽງຂວາງ ທີ່ ປູກຢາງພາລາ 12,000 ຕົ້ນ ເພື່ອຂາຍຢາງໃຫ້ພວກພໍ່ຄ້າຈີນ ແລະວຽດນາມ ທີ່ມາ ຮັບຊື້ ອ່ອນກໍາລັງໃຈ ຍ້ອນຣາຄາຢາງພາລາ ຂອງຕົນໃນປີນີ້ຕົກຕໍ່າຫຼາຍ ຄືປີກາຍຂາຍໄດ້ກິໂລນຶ່ງ 9,000 ກີບ ແຕ່ມາໃນປີນີ້ຂາຍໄດ້ພຽງ 5,400 ກີບ ເທົ່ານັ້ນ ຍ້ອນການຣະບາດ ຂອງໂຄວິດ-19.
ແລະປີນີ້ຜົລຜລິດຢາງກໍຫລຸດລົງກາຍເຄິ່ງ ຄືປີກາຍ ໃນແຕ່ລະສອງອາທິດ ຫລືແຕ່ລະຮອບໃດ ປາດຢາງໄດ້ 12 ຕັນ ແຕ່ປີນີ້ຢາງບໍ່ອອກ ຫຼາຍໄດ້ພຽງ 4 ຕັນຍ້ອນພັຍແຫ້ງແລ້ງ ເປັນຕົ້ນ ຕັ້ງແຕ່ເດືອນເມສາ ມາ, ດັ່ງເຈົ້າຂອງສວນຢາງ ຢູ່ບ້ານສີພົນ ທີ່ປູກຢາງ 2,000 ຕົ້ນ ເວົ້າຕໍ່ວິທຍຸ ເອເຊັຍເສຣີ ໃນມື້ວັນທີ 22 ກໍຣະກະດາ ນີ້ວ່າ:
“ສໍາລັບຢູ່ສວນນີ້ ມັນມີບັນຫາບ່ອນວ່າ ຍ້ອນວ່າມັນແຫ້ງແລ້ງບໍ່ ເປັນແນວໃດ ນໍ້າຢາງມັນບໍ່ຄ່ອຍໄດ້ດີປານໃດ ມີສະພາບໂຄວີດ-19 ແບບນີ້ ແຫຼະ ຣາຄາມັນລົງແດ່ ອອກຕລາດມັນບໍ່ສູ້ ໄດ້ ຄິດວ່າຢາກໃຫ້ທາງພາກສ່ວນ ທີ່ກ່ຽວຂ້ອງ ຢາກໃຫ້ຄວບຄຸມເຣື່ອງຣາຄາ ນີ້ແຫຼະ.”
ແລະເຈົ້າຂອງສວນຢາງອີກນາງນຶ່ງ ຢູ່ບ້ານດຽວກັນນັ້ນ ກໍເອົາຢາງຂອງຕົນທີ່ປາດໄດ້ ໃສ່ຣົດໄປຂາຍໃຫ້ພໍ່ຄ້າຈີນ ຢູ່ສນາມຮັບຊື້ຢູ່ແຂວງ ໄຊສົມບູນ ມາຕັ້ງແຕ່ເດືອນເມສາ ເຖິງປັດຈຸບັນ. ນາງຈົ່ມວ່າ ຣາຄາຢາງປີນີ້ຕົກຕໍ່າຫລາຍ ຂາຍໄດ້ກິໂລລະ 5,400 ກີບ, ບໍ່ຄືປີກາຍທີ່ ຂາຍໄດ້ 9,000 ກີບ. ດັ່ງນັ້ນນາງຈຶ່ງຢາກໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ຂອງທາງການ ຊ່ອຍຄວບຄຸມ ຣາຄາຢາງພາລາ ເພື່ອໃຫ້ຊາວສວນ ແລະກັມມະກອນສວນຢາງ ມີເງິນພໍກຸ້ມຢູ່ກຸ້ມກິນ:
“ຕອນນັ້ນຫັ້ນແມ່ນເອື້ອຍ ຂາຍໂລນຶ່ງ 9 ພັນເນາະແລ້ວຍາມນີ້ ແມ່ນຕົກລົງມາຍ້ອນວ່າ ພຍາດໂຄວິດ-19 ແບບວ່າໄປຂາຍມາ ໄດ້ເງິນຢູ່ ລ້ານປາຍ ສອງລ້ານ ແມ່ນບໍ່ ເອົາຈັບເງິນໄປ ຈ່າຍ ກັມມະກອນ ໄປລ້ານນຶ່ງ ຈັ່ງເຮົາໄດ້ 4-5 ແສນ ບາດນີ້ເຮົາກໍຈະກິນຫຍັງເນາະ ກໍຢາກໃຫ້ທາງພັກທາງຣັຖ ນັ້ນເບິ່ງແດ່ ຢາກໃຫ້ຢາງຫັ້ນມີຣາຄາແດ່.”
ນາງກ່າວຕື່ມວ່າ ໃນປີນີ້ ບໍ່ພຽງແຕ່ຣາຄາຢາງຕົກຕໍ່າ ເທົ່ານັ້ນ ນໍ້າຢາງກໍອອກບໍ່ຫລາຍ ຍ້ອນມັນແຫ້ງແລ້ງ, ປີກາຍປາດຢາງໄດ້ເ ທື່ອລະ 600-700 ກິໂລ ແຕ່ມາໃນປັດຈຸບັນ ໄດ້ໜ້ອຍ ລົງຫລາຍ.
ແລະຊາວສວນຢາງພາລາ ຢູ່ບ້ານບຸ່ງກວາງ ເມືອງປາກກະດິງ ແຂວງບໍລິຄໍາໄຊ ກໍເວົ້າວ່າ ຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ຂອງທາງການ ຄວບຄຸມຣາຄາ ຢາງໃນ ເວລາທີ່ພໍ່ຄ້າຈີນ, ວຽດ ນາມ ແລະໄທຍ ມາຮັບຊື້ຢູ່ກັບສວນ ເພື່ອໃຫ້ຊາວສວນ ມີຣາຍໄດ້ ແລະມີຊີວິດການເປັນ ຢູ່ດີຂຶ້ນ ເນື່ອງຈາກວ່າຕັ້ງແຕ່ເດືອນມິນາ ມານີ້ ຣາຄາຢາງພາລາຫລຸດລົງ ຈາກປີກາຍ ທີ່ຂາຍໄດ້ ບໍ່ຫລຸດກິໂລ ລະ 6,000 ກີບ ມາເປັນ 5,400 ກີບ:
“ເຄີຍໄດ້ມັນກໍບໍ່ຫລຸດ 6 ພັນ ດຽວນີ້ມັນຢູ່ 5400 ເຮົາກໍຢາກແຮງໃຫ້ມັນຂຶ້ນແຫຼະເຣື່ອງ, ກໍເພື່ອໃຫ້ຊີວິດເຮົາ ມັນດີຂຶ້ນເນາະ ຣາຄາຢາງມັນ ຂຶ້ນກໍດາຍ.”
ແລະຊາວສວນ ຢູ່ບ້ານເພັຽເຫຼັກ ເມືອງບຸນໃຕ້ ແຂວງຜົ້ງສາລີ 97 ຄອບຄົວ ປູກຢາງພາລາທັງໝົດ 30 ປາຍພັນຕົ້ນ ທີ່ຂາຍຢາງໃຫ້ພໍ່ຄ້າ ຈີນ ຕາມສັນຍາຊື້-ຂາຍ ທີ່ມີໄວ້ນໍາກັນກິໂລນຶ່ງ 5,200 ກີບນັ້ນ ກໍພົບກັບໄພແຫ້ງແລ້ງ, ຕົ້ນຢາງເປັນພຍາດໃບເຫຼືອງ, ນໍ້າຢາງອອກບໍ່ຫຼາຍ, ຢາງທີ່ຂາຍໃຫ້ໂຮງງານ ແປຮູບຂອງຈີນ ແຕ່ກ່ອນຂາຍຢາງຮອບນຶ່ງ 30 ຕັນ ແຕ່ມາ ດຽວນີ້ໄດ້ຢາງຂາຍພຽງ 10 ຕັນ:
“ເທື່ອນຶ່ງຫັ້ນນີ໊ຊຸດນຶ່ງ ເຂົາມາເກັບຊື້ນີ໋ສໍາລັບບ້ານເຮົານີ໋ ກໍໄດ້ 30 ໂຕນນີ້ແຫຼະ ສໍາລັບຊຸດນຶ່ງປີນີ້ເຂົາມາຊື້ວັນທີ 12 ແລ້ວນີ້ນ່າປະມານ 10 ໂຕນ ຄວາມມັນຫລຸດຫຼາຍເບິ່ງແມະ.”
ກ່ຽວກັບເຣຶ່ອງການຄວບຄຸມ ຣາຄາຢາງພາລາ ເຈົ້າໜ້າທີ່ອຸດສາຫຫະກັມ ແລະ ການຄ້າແຂວງ ບໍລິຄໍາໄຊກ່າວວ່າ ທີ່ຜ່ານມາການຄວບຄຸມ ຣາຄາຢາງພາລາ ມີຄວາມຫຍຸ້ງຍາກ ຍ້ອນວ່າ ຂັ້ນເທິງບໍ່ໄດ້ເຮັດສັນຍາຊື້-ຂາຍຄັກແນ່ ກັບຕ່າງປະເທດ ເປັນຕົ້ນກັບຈີນ, ວຽດນາມ ແລະ ໄທຍ ທີ່ມາຮັບຊື້ຢູ່ລາວ ເຮັດໃຫ້ເຈົ້າໜ້າທີ່ທີ່ກ່ຽວຂອງຂອງເມືອງແລະແຂວງ ຄວບຄຸມຣາຄາ ຢາງພາລາໃຫ້ຊາວສວນບໍ່ໄດ້.
ທ່ານເວົ້າວ່າ ສິ່ງທີ່ດີທີ່ສຸດ ຄຶມີແຕ່ສເນີເຣຶ່ອງນີ້ ໃນກອງປະຊຸມ ໃຫ້ພາກສ່ວນທີ່ກ່ຽວຂ້ອງ ຊ່ອຍຊຸກຍູ້ໃຫ້ມີສັນຍາຊື້-ຂາຍຢາງພາລາ ຣະຫວ່າງ ປະເທດ, ເນຶ່ອງຈາກວ່າ ຈະໃຫ້ໄປຣະດົມ ນັກທຸຣະກິດມາຊື້ ໃນຣາຄາສູງ ກໍຊອກບໍ່ໄດ້ ຍ້ອນພວກເຂົາເຈົ້າ ສ່ວນໃຫຍ່ ກໍມັກຊື້ໃນຣາຄາຖືກຢູ່ແລ້ວ:
“ຜ່ານມາເຮົາລະຍາກ ເພາະວ່າຕລາດມັນບໍ່ແມ່ນ ຢູ່ນໍາເຮົາຫັ້ນນະ ເອີ໊ ເຮົາໄປສັນຍາກັບປະເທດນັ້ນ ແລ້ວໃນຊ່ວງນີ້ຣາຄາເທົ່ານີ້,ປີນີ້ ຣາຄາເທົ່ານີ້ມັນລະບໍ່ມີ ຊາວສວນນີ້ລອຍຕົວແລ້ວ ເດ໊ ເຮັດໄດ້ສຸດ ມີແຕ່ສເນີໃນກອງປະຊຸມເທົ່ານັ້ນ ຊ່ວຍຜັກດັນໃຫ້ມີສັນຍາຣະຫວ່າງ ປະເທດກັບເຮົາທີ່ຕ້ອງຂາຍຫັ້ນ. ເອີ໊ ເຮົາຈະໄປຣະດົມ ນັກທຸຣະກິດມາຊື້ ເຮົາສິຊອກໄດ້ບໍ່ ເພາະວ່າ ເຂົາກໍຊື້ ມັນຊື້ໃນ ຣາຄາຕໍ່າ.”
ເຣຶ່ອງຣາຄາຢາງພາລາຫລຸດລົງ ທີ່ວ່ານີ້ ເຈົ້າໜ້າທີ່ອຸດສາຫະກັມ ແລະ ການຄ້າແຂວງຫຼວງນໍ້າທາ ເວົ້າວ່າ ໃນໄລຍະເຊື້ອພຍາດໂຄວິດ-19 ຣະບາດນີ້ ເສຖກິດຂອງປະເທດ ທີ່ຮັບຊື້ ຢາງພາລາ ຖອຍຫລັງ, ຣາຄາຢາງພາລາຫລຸດລົງ ຍ້ອນອີງໃສ່ຣາຄາໃນຕລາດສາກົນ, ພາກຣັຖ ມີແຕ່ຄຸ້ມຄອງ ແລະຕິດຕາມຣາຄາຢາງບໍ່ໃຫ້ຫລຸດຫລາຍເກີນໄປ ຊຶ່ງຣາຄາຂາຍຢາງກິໂລນຶ່ງ ໃນຣະຫວ່າງ 5,200 ກີບຫາ 5,400 ກີບນັ້ນ ກໍຖືວ່າຢູ່ໃນຣະດັບດີແລ້ວ:
“ຕລາດທາງນອກຫັ້ນ ກໍຮອງຮັບຣາຄາສໍ່ານັ້ນ ຊີດກັນບໍ່ໃຫ້ມີການສົ່ງອອກ ອິຫຍັງຕ່າງໆ ກໍຕ້ອງຊື້ສໍ່ານັ້ນແຫຼະ, ເວົ້າສະເພາະປີນີ້ແທ້ມັນກໍ ບໍ່ມີຫລຸດສຸດ ແຕ່ວ່າມັນ ກໍບໍ່ໄດ້ສູງສຸດອິຫຍັງ ມັນຢູ່ທີ່ວ່າຣາຄາຂັ້ນກາງ ຂາຍໄດ້ຢູ່ແຕ່ວ່າທາງຣັຖ ກໍບໍ່ໄດ້ກໍານົດຣາຄາຕາຍໂຕວ່າຕ້ອງ ຂຶ້ນສໍ່ານີ້ຫຼຸດສໍ່ານີ້.”
ທ່ານກ່າວຕື່ມວ່າ ສໍາລັບຢາງພາລາ ທີ່ໄດ້ຮັບຜົລກະທົບ ຈາກພັຍ ທໍາມະຊາດ ແມ່ນພາກ ສ່ວນທີ່ກ່ຽວຂ້ອງ ຈະພະຍາຍາມຫາທາງອອກ ໃຫ້ປະຊາຊົນທີ່ໄດ້ຮັບຜົລກະທົບ ກັບມາມີຣາຍໄດ້ຄືເກົ່າ.
ແຕ່ສໍາລັບຊາວສວນຢາງພາລາ ຢູ່ບ້ານຊຽງກົກ ເມືອງລອງ ແຂວງຫຼວງນໍ້າທາ ທີ່ປູກຢາງໃນເນື້ອທີ່ທັງໝົດ 300 ປາຍເຮັກຕາ, ປີນີ້ ປາດຢາງຂາຍ ໄປໃຫ້ໂຮງງານແປຮູບ ຢູ່ຈີນຕາມ ປົກກະຕິ ແຕ່ໄດ້ຣາຄາຫລຸດລົງ ຄືແຕ່ກ່ອນຂາຍໄດ້ ກິໂລລະ 6,000 ກີບ ແຕ່ດຽວນີ້ ຂາຍໄດ້ 5,500 ກີບ ເຮັດໃຫ້ຣາຍໄດ້ຕົກໄປ 70 ປາຍລ້ານກີບ.
ດັ່ງນັ້ນຊາວສວນຈຶ່ງຢາກ ໃຫ້ພາກສ່ວນທີ່ກ່ຽວຂ້ອງ ຊ່ອຍຄວບຄຸມຣາຄາຢາງ ໃຫ້ຍ້ອນພວກເຂົາເຈົ້າ ບໍ່ມີແນວອື່ນທີີ່ຈະເຮັດ ນອກຈາກເຮັດ ສວນຢາງ ພໍມີຣາຍໄດ້ລ້ຽງຄອບຄົວ.