ຄົນງານໃນລາວຍັງຂາດ ສວັດດີການ ສັງຄົມ

ໄຊຍາ
2018.05.01
F-Lao-workers ຄົນງານລາວ ທີ່ ເຮັດວຽກຢູ່ແຂວງ ສວັນນະເຂດ
RFA/SS

ຜູ້ອອກແຮງງານຢູ່ ສປປລາວ ທີ່ເຮັດວຽກນຳບໍຣິສັດ ເອກກະຊົນຂນາດນ້ອຍ ແລະກາງບາງແຫ່ງຍັງບໍ່ມີ ສວັດດີການໃຫ້ຕາມ ກົດໝາຍ; ຄົນງານເລົ່ານັ້ນ ໄດ້ແຕ່ເງິນເດືອນແລະເບັ້ຽລ້ຽງ. ດັ່ງຜູ້ອອກແຮງງານ ຂັບຣົດຂົນສົ່ງສິນຄ້າ ຂອງບໍຣິສັດ ເອກກະຊົນ ແຫ່ງນຶ່ງໃນແຂວງ ໄຊຍະບູຣີ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 1 ພຶສພາ ນີ້ວ່າ:

"ມັນກໍ່ແລ້ວແຕ່ນຳບໍຣິສັດນະ ບໍ່ ເພາະວ່າຂະເຈົ້າມີໃຫ້ແຕ່ເງິນເດືອນ ໃຫ້ເຮັດປະກັນສັງຄົມ ປະກັນສຸຂພາບເຮັດແນວນີ້ເບາະ ເວລາເຂົ້າ ໂຮງໝໍ ໂຮງຫຍັງ ເຮົາໃຊ້ບັດປະກັນສັງຄົມ ກໍດີຄືກັນໄດ້ ຫາກພາກຣັຖ ຜູ້ໃຫຍ່ເພິ່ນແກ້ໄຂໄດ້ ກໍ່ຢາກໄດ້ຄືກັນ."

ຜູ້ອອກແຮງງານ ຂັບລົດຂົນສົ່ງສິນຄ້າ ກ່າວຕື່ມວ່າ ຕ້ອງການໃຫ້ທາງການລາວ ລົງມາຊ່ວຍເຫລືອ ຊຸກຍູ້ໃຫ້ບໍຣິສັດ ເອກກະຊົນຂນາດນ້ອຍ ແລະຂນາດກາງ ໃຫ້ເພີ້ມສວັດດີການ ປະກັນສັງຄົມ ຫລືປະກັນສຸຂພາບ ໃຫ້ກັບຜູ້ອອກແຮງງານທຸກຄົນ ເພາະໃນ ທຸກມືຶນີ້ ເວລາເຈັບປ່ວຍ ທີ່ຈະຕ້ອງໄປປິ່ນປົວ ຢູ່ໂຮງໝໍ ຕ້ອງເສັຍຄ່າໃຊ້ຈ່າຍເອງທັງໝົດ ບໍ່ສາມາດເບີກຈ່າຍ ປະກັນສັງຄົມ ແລະປະກັນສຸຂພາບ.

ໃນໄລຍະຜ່ານມາ ຜູ້ອອກແຮງງານຈຳນວນນຶ່ງ ກໍ່ໄດ້ໂທໄປຮ້ອງຮຽນ ສາຍດ່ວຍ 1512 ເຣື່ອງເບີກເງິນເດືອນຫລ່າຊ້າ ແລະ ບໍ່ໄດ້ຮັບ ສວັດດີການ ສະເພາະປີ 2017 ໄດ້ຮັບການຮ້ອງຮຽນ 100 ກວ່າກໍຣະນີ ທົ່ວປະເທດ ໃນນັ້ນສູນກາງສະຫະພັນ ກັມມະບານລາວ ໄດ້ລົງ ແກ້ໄຂໄປແລ້ວ 70%. ດັ່ງເຈົ້າໜ້າທີ່ ສະຫະພັນ ກັມມະບານ ລາວ ກ່າວ ຕໍ່ວິທຍຸເອເຊັຍເສຣີ ວ່າ:

"ມັນກໍ່ປົກກະຕິບໍ່ມີ ກໍ່ມີບາງຄັ້ງຫັ້ນນ່າ ກໍ່ມີຢູ່ ແຕ່ກໍ່ບາງເທື່ອ ບາງຄົນຖືກເອົາປຽບກັນກໍ່ມີ ເຮົາໄດ້ເປີດສາຍດ່ວນ 1512 ນີ້ເນາະ ຂອງ ສູນກາງ ມາປືກສາຫາລື ກໍຣະນີເຣື່ອງບໍ່ໄດ້ເງິນເດືອນບໍ່ ເຮັດວຽກລ່ວງເວລາບໍ່ ເຮົາມາປຶກສາກັນ ປຶກສາຫາທາງອອກ ໃຫ້ຂະເຈົ້າ."

ທ່ານກ່າວຕື່ມວ່າ ໃນວັນທີ 12 ກັນຍາ 2017 ຄົນງານຕັດຫຍິບ ບໍຣິສັດລາວ ຄອມຟອດ ກາເມັ້ນ 100 ກວ່າຄົນອອກມາ ປະທ້ວງ ບໍ່ພໍໃຈ ທີ່ຈ່າຍເງິນເດືອນ ບໍ່ເທົ່າກັນ ຊຶ່ງມີຜູ້ໃຫ້ໄດ້ໜ້ອຍ ໄດ້ຫລາຍ ເປັນຍ້ອນບໍຣິສັດ ໄດ້ປ່ຽນຣະບົບ ການຈ່າຍເງິນເດືອນ ຈົນເກີດການປະທ້ວງ ຂອງແຮງງານໃນຄັ້ງນັ້ນ ຖືວ່າເປັນການປະທ້ວງ ທີ່ໃຫຍ່ທີ່ສຸດ ແລະ ສັງຄົມກໍ່ໃຫ້ຄວາມສົນໃຈຫລາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.