ລາວ-ວຽດນາມແລກປ່ຽນ ເສຖກິຈ
2014.01.10
ທ່ານ ສົມສວາດ ເລັ່ງສວັດ ຮອງນາຍົກຣັຖມົນຕຣີລາວ ກ່າວວ່າ ສປປລາວ ຕ້ອງໄດ້ຮຽນຮູ້ກ່ຽວກັບ ການຕັ້ງກົດຣະບຽບ ແລະອົງການຮ່ວມ ທັງການບໍຣິຫານ ຈັດການທາງດ້ານເສຖກິດ ຈາກກະຊວງການເງີນຂອງວຽດນາມ. ທ່ານໄດ້ຮຽກ ຮ້ອງການຝຶກອົບຮົມດັ່ງກ່າວ ໃນການພົບ ປະກັບ ທ່ານ ດີນທຽນດົງ ຣັຖມົນຕຣີການເງິນ ຂອງວຽດນາມ ທີ່ກຸງຮ່າໂຫນ້ຍ ໃນມື້ວານນີ້ ເພື່ອຫາຊ່ອງທາງ ການແລກປ່ຽນ ປະສົພການ ຣະຫວ່າງ ສອງປະເທດ ໃນການແກ້ໄຂບັນຫາ ເງິນເຟີ້ ແລະ ການຄໍ້າປະກັນ ສວັດດີການສັງຄົມ ໃນລາວ.
ຣັຖມົນຕຣີ ດິນ ທຽນ ດົງ ກ່າວວ່າ ວຽດນາມແນ່ເປົ້າການເຕີບໂຕຂອງຜົລຜລິດຮ່ວມໃນປີນີ້ ໃຫ້ໄດ້ຢ່າງນ້ອຍ 5.8% ແລະ ການສົ່ງອອກ ໃຫ້ໄດ້ 10%. ທ່ານ ສົມສວາດ ເລ່ັງສວັດ ຜູ້ທັງເປັນປະທານອະນຸຄນະກັມມາທິການ ຄວາມຮ່ວມມື ກັບວຽດນາມ ກ່າວວ່າ ປະສົພການ ທາງດ້ານເສຖກິດຂອງວຽດນາມ ຈະເປັນປະໂຫຍດສຳລັບ ສປປລາວ ໃນການບໍຣິການຈັດການ ທາງດ້ານການເງີນ ຂອງກະຊວງການເງີນ ໃນລາວ.
ການຄ້າສອງຝ່າຍຣະຫວ່າງລາວກັບວຽດນາມໃນຣະຍະ 10 ເດືອນຂອງປີ 2013 ຕົກຢູ່ປະມານ 817 ລ້ານໂດລາເພີ້ມຂື້ນ 13% ຈາກປີທີ່ ຜ່ານມາ. ນອກຈາກນັ້ນ ວຽດນາມຍັງໄດ້ລົງທຶນເພີ້ມຂື້ນໃນລາວໃນຈຳນວນ 412 ໂຄງການມີມູນ ຄ່າປະມານ 5 ຕື້ໂດລາ ເຮັດໃຫ້ວຽດນາມ ກາຍເປັນອັນດັບສອງ ໃນການລົງທຶນໃນລາວ ລອງມາຈາກຈີນ.