ສູນບໍາບັດບ້ານສົມສະຫງ່າ ຂາດ ງົບປະມານ
2019.03.11

ສູນສົງເຄາະບ້ານສົມສະຫງ່າ ເມືອງໄຊເສດຖາ ທີ່ຂຶ້ນກັບຜແນກແຮງງານ ແລະສວັດດີການສັງຄົມຂາດງົບປະມານເຮັດໃຫັຄົນໃນສູນທັງໝົດ 230 ຄົນ ບໍ່ມີເຂົ້າກິນ ຢ່າງພຽງພໍ ທາງສູນຈໍາເປັນຕ້ອງ ເປິດຮັບບໍຣິຈາກເຂົ້າ, ແລະອາຫານ ເພື່ອບັນເທົາຄວາມ ຫິວໂຫຍຈົນກວ່າຈະມີ ງົບປະມານເຂົ້າມາຊ່ອຍເຫຼືອ. ດັ່ງເຈົ້າໜ້າທີ່ ສູນສົງເຄາະ ບ້ານ ສົມສະຫງ່າ ນະຄອນຫລວງວຽງຈັນ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນວັນທີ່ 11 ມິນາ ນີ້ວ່າ:
“ກໍຍັງຮັບບໍຣິຈາກເລື່ອຍໆ ມັນກໍຈະມີວັຍລຸ້ນ ຕັ້ງແຕ່ ອາຍຸ 15 ປີ ຂຶ້ນໄປແຕ່ວ່າ ເປັນຄົນທີ່ວ່າສະຕິບໍ່ດີ ແລ້ວກໍຈະມີຜູ້ເຖົ້າ ຢູ່ຫັ້ນນໍາ.”
ທ່ານວ່າ ສູນສົງເຄາະ ສົມສະຫງ່າ ຕ້ອງໄຊ້ ງົບປະມານ 6 ລ້ານກິບຕໍ່ມື້ ເພື່ອຊື້ ເຂົ້າ, ຜັກ ແລະອາຫານສົດ ມາຄົວ ເປັນອາຫານ ເຊົ້າ, ທ່ຽງ, ແລະ ແລງ ລ້ຽງຄົນໃນສູນ ໃນຂນະທີ່ ງົບປະມານ ຂອງສູນ ມີຈໍາກັດ ຈຶ່ງເຮັດໃຫ້ບາງມື້ ເຂົ້າບໍ່ພໍກິນ. ເພື່ອຫຼຸດຜ່ອນ ຄວາມຫິວໂຫຍ ທາງສູນສົງເຄາະ ສົມສະຫງ່າ ຈຶ່ງເປິດຮັບ ບໍຣິຈາກ ເຂົ້າສານ, ອາຫານແຫ້ງ, ອາຫານສົດ, ແລະ ເຄື່ອງນຸ່ງຫົ່ມ ທຸກໆມື້ ເພື່ອໃຫ້ຄົນໃນສູນ ໄດ້ກິນເຂົ້າ ຢ່າງອີ່ມທ້ອງ ແລະ ມີເສື້ອ ຊົ້ງ ທີ່ ສະອາດໄວ້ ໃຊ້.
ແລະວ່າ ສາເຫດທີ່ທາງສູນ ກັບຜແນກແຮງງານ ແລະ ສວັດດິການສັງຄົມ ເປິດຮັບບໍຣິຈາກ ເຄື່ອງຂອງດັ່ງກ່າວ ກໍຍ້ອນວ່າ; ມີຄົນເລ່ລ້ອນ ເຂົ້າມາຢູ່ໃນ ສູນເພີ້ມຂຶ້ນ ເຮັດໃຫ້ ຄ່າໃຊ້ຈ່າຍສູງຂຶ້ນ, ຂນະທີ່ງົບປະມານທີ່ຣັຖບານ ຈັດສັນໃຫ້ ນັ້ນ ຍັງເທົ່າເກົ່າ:
”ມັນມີເພີ້ມຂຶ້ນມາຕລອດ ເພາະວ່າຕົວນີ້ຈະເປັນພວກເລ່ລ່ອນ ເພີ່ນກໍເກັບມາບາງຄົນກໍເປັນບ້າ ໂວຍວາຍຕາມຖນົນຫົນທາງ ກໍເອົາມາໄວ້ນີ້.”
ຢ່າງໃດກໍຕາມ ສູນສົງເຄາະສົມສະຫງ່າ ເປັນສູນທີ່ ໃຫ້ຄວາມດູແລ ແກ່ຜູ້ຍາກຈົນ ຂາດທີ່ເພິ່ງອາສັຍ ໃນທົ່ວປະເທດ ຕັ້ງແຕ່ ອາຍຸ 15 ປີ ຂຶ້ນໄປ ເຊັ່ນ: ຄົນບໍ່ມີຄອບຄົວ ຄົນເສັຍສະຕິ ເປັນບ້າ ສູນແຫ່ງນີ້ ຈະຮັບເອົາ ເພື່ອຟື້ນຟູສພາບຈິດ ແລະ ສ້າງອາຊິບ ໃຫ້ແກ່ເຂົາເຈົ້າ ຫາກ ເມື່ອໃດ ມີໂອກາດ ອອກໄປໃຊ້ ຊີວິດ ພາຍນອກ.