ຈີນ ມາລົງທຶນ ຢູ່ບໍ່ເຕັນ ຫຼາຍຂຶ້ນ

ຈໍາປາທອງ
2019.03.21
ນັກລົງທຶນຈີນ ພຍາຍາມເຂົ້າມາລິເລີ້ມ ສ້າງຕັ້ງ ບໍຣິສັດ ໃນເຂດບໍ່ເຕັນແດນງາມ
RFA/AS

ໂຄງການສ້າງທາງຣົດໄຟ ລາວ-ຈີນ ທີ່ຄືບໜ້າໄປຢ່າງໄວວາ ໃນປັດຈຸບັນ ເຮັດໃຫ້ນັກທຸຣະກິດຈີນ ທັງຣາຍໃຫຍ່ ແລະຣາຍຍ່ອຍ ເຂົ້າມາ ລົງທຶນຢູ່ເຂດເສຖກິດສະເພາະ ບໍ່ເຕັນແດນງາມຂອງຈີນ ທີ່ແຂວງຫລວງນໍ້າທາ ຫຼາຍຂຶ້ນ, ຊຶ່ງ ມີຫລາຍສິບ ໂຄງການ ມາລົງທຶນແລ້ວ. ດັ່ງເຈົ້າໜ້າທີ່ຜແນກແຜນການ ແລະການລົງທຶນ ແຂວງຫລວງນໍ້າທາ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 21 ມິນາ ນີ້ວ່າ:

"ນັບມື້ນັບຫລາຍຂຶ້ນແຫຼະ, ຂະເຈົ້າເຫັນຄວາມຄືບໜ້າມັນຫຼາຍ, ດຽວນີ້ຄັນຖ້າບຸກເບີກເນື້ອທີ່ໃຫ້ເຂົາແລ້ວ ເຂົາກະເຂົ້າມາຮັບໃຊ້ແຫຼະ ໄດ້ດິນ ໄດ້ຊອກດຽວນີ້ເຂົາກໍາລັງຈັດສັນຕັດລ໋ອກ ເຮັດເສັ້ນທາງໃນຕົວເມືອງ ໄຟຟ້ານໍ້າປະປາ ເພື່ອໃຫ້ຜູ້ລົງທຶນເຂົ້າມາ."

ທ່ານກ່າວວ່າ ບໍຣິສັດທີ່ເປັນເຈົ້າຂອງໂຄງການເຂດເສຖກິດດັ່ງກ່າວ, ໄດ້ສ້າງຕຶກໃຫຍ່ໄວ້ຫຼາຍແຫ່ງ ເພື່ອໃຫ້ນັກທຸຣະກິດຈີນ ມາເຊົ່າເຮັດຫ້ອງ ຂາຍເຄື່ອງ ຫຼືຮ້ານຄ້າຮ້ານບໍຣິການຕ່າງໆ ຊຶ່ງຂນະນີ້ມີຜູ້ມາລົງທຶນ ທັງມາເປີດທະນາຄານ, ຮ້ານຄ້າ, ຮ້ານອາຫານ, ໂຮງແຮມແລະອື່ນໆ ແລ້ວ.

ທ່ານກ່າວຕື່ມອີກວ່າ ມາເຖິງປັດຈຸບັນ ຍັງບໍ່ຮູ້ຈໍານວນຜູ້ມາລົງທຶນ ໃນເຂດເສຖກິດສະເພາະນັ້ນເທື່ອ ວ່າມີເທົ່າໃດກັນແທ້, ຮູ້ແຕ່ວ່າມີນັກ ທຸຣະກິດຣາຍໃຫຍ່ຂອງຈີນ 10 ບໍຣິສັດ, ສ່ວນທີ່ເຫລືອແມ່ນນັກທຸຣະກິດ ຣາຍຍ່ອຍ ໃນຂນະທີ່ລູກຄ້າ ແລະ ນັກທ່ອງທ່ຽວ ສ່ວນໃຫຍ່ ເຂົ້າມາເຂດນີ້ ແມ່ນຄົນຈີນ ທີ່ມາເປັນກຸ່ມໃຫຍ່ ແລະເປັນຄອບຄົວ ໂດຍໃຊ້ຣົດຈີນ ຜ່ານດ່ານຊາຍແດນເຂົ້າມາ.

ໂຄງການເຂດເສຖກິດສະເພາະ ບໍ່ເຕັນແດນງາມ ຂອງຈີນ ທີ່ແຂວງຫລວງນໍ້າທາ ນີ້, ໄດ້ເລີ່ມກໍ່ສ້າງມາຕັ້ງ ແຕ່ປີ 2010 ຊຶ່ງກ່ອນໜ້ານັ້ນ ເຄີຍເປັນເຂດເສຖກິດພິເສດຂອງຈີນ. ໃນເຂດແຫ່ງນີ້ ມີທາງຣົດໄຟ ລາວ-ຈີນ ຜ່ານ ແລະຈະມີສະຖານີ ບໍ່ເຕັນ ຊຶ່ງເປັນ ສະຖານີຜູ້ໂດຍ ສານ ແລະເຄື່ອນຖ່າຍສິນຄ້າ ຂນາດໃຫຍ່. ປັດຈຸບັນ ໂຄງການສ້າງທາງຣົດໄຟ ລາວ-ຈີນ ຄືບໜ້າໄປແລ້ວ ເກືອບ 60% ແລະມີກໍານົດ ທີ່ຈະສ້າງໃຫ້ແລ້ວໃນທ້າຍປີ 2021.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.