ລາວ ຈະບໍ່ພົ້ນ ດ້ອຍພັທນາ ໃນ 4 ປີ
2020.08.21

ມາເຖິງປີ 2019 ລາວປະຕິບັດໄດ້ 2 ໃນ 3 ມາຕຖານເພື່ອຫລຸດພົ້ນຈາກສະຖານະພາບ ຂອງການເປັນປະເທດດ້ອຍພັທນາ ຄືນຶ່ງປະຕິບັດ ໄດ້ມາຕຖານຂັ້ນຕ່ຳ ຂອງ ຍອດຣາຍຮັບ ແຫ່ງຊາດ ສະເລັ່ຍຕໍ່ຫົວຄົນຕໍ່ປີ (GNI) 1,242 ໂດລາ, ລາວໄດ້ 1,996 ໂດລາ ແລະ ສອງ ປະຕິບັດໄດ້ ດັຊນີຊັບສິນມະນຸດ (HAI) ຊຶ່ງມາຕຖານ ອັດຕຣາສະເລັ່ຍ 66%, ລາວ ເຮັດໄດ້ 72.8%.
ມາຕຖານນຶ່ງ ທີ່ລາວປະຕິບັດບໍ່ໄດ້ ແມ່ນດັຊນີຄວາມອ່ອນໄຫວທາງເສຖກິດ (EVI) ທີ່ມາຕຖານຢູ່ໃນລະດັບ 36.2% ແຕ່ລາວເຮັດໄດ້ 33.7%. ລາວເກັບຣາຍຮັບໄດ້ນ້ອຍກວ່າຣາຍຈ່າຍ ບໍ່ມີງົບປະມານພຽງພໍ ສໍາລັບໂຄງການພັທນາຕ່າງໆ ທັງໂຄງການພັທນາຊັພຍາກອນ ມະນຸດ ໃຫ້ພາກສ່ວນຜລິດສິນຄ້າ ແລະ ບໍຣິການຕ່າງໆ.
ສປປລາວ ຈະບໍ່ສາມາດຫລຸດພົ້ນອອກຈາກ ຈາກການເປັນ ປະເທດດ້ອຍພັທນາໄດ້ ໃນປີ 2024 ຊຶ່ງເບື້ອງຕົ້ນກໍານົດ ໃສ່ປີ 2020 ຍ້ອນ ເສຖກິດໄດ້ຮັບຜົລກະທົບຫຼາຍດ້ານຮວມທັງ ການລົງທຶນຂອງຕ່າງປະເທດ ກໍຖືກຈໍາກັດ ການຜລິດທາງດ້ານກະສິກັມ ແລະອຸດສາຫະກັມ ຮວມທັງການທ່ອງທ່ຽວ ກໍໄດ້ຮັບຜົລກະທົບແຮງຈາກການຣະບາດຂອງເຊື້ອພຍາດ ໂຄວິດ-19 ດັ່ງນັກວິຊາການລາວທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຍເສຣີ ເມື່ອມໍ່ໆຜ່ານມານີ້ວ່າ:
”ຢ້ານເປັນບໍ່ໄດ້ປີ 2014 ອີກ 4 ປີ ໂຄວິດມັນມານີ້ ເສຖກິດກະຢຸດສະງັກ ໂຮງງານກະຢຸດສະງັກ ໂຮງຈັກໂຮງງານກໍຜລິດຢູ່ບາງໂຮງງານ ຜລິດກະສົ່ງອອກບໍ່ໄດ້ ຜລິດໄວ້ລ້າໆ ຕ່າງປະເທດເຂົາບໍ່ທັນຮັບ ຈີນ ກະບໍ່ເອົາເຂົ້າມາ ກິຈການກໍຢຸດສະງັກ ກິຈການການກໍ່ສ້າງພາຍໃນ ກໍຢຸດສະງັກ ຫລາຍສິ່ງຫລາຍຢ່າງ ຊາມສິຟື້ນຟູ.”
ເມື່ອເປັນຄືແນວນັ້ນ ທາງການລາວກໍເຍີ້ນເວລາຫຼຸດພົ້ນອອກຈາກການເປັນປະເທດດ້ອຍພັທນາອອກໄປຕື່ມອີກເຖິງປີ 2030 ດັ່ງປະຊາຊົນ ເມືອງງອຍ ແຂວງຫລວງພຣະບາງ ທ່ານນຶ່ງ ເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 21 ກໍຣະກະດາ ນີ້ວ່າ ເມື່ອ 45 ປີກ່ອນ ຜູ້ນໍາ ສປປລາວ ປະກາດວ່າ ຈະລົບລ້າງຄວາມທຸກຍາກ ໃນລາວ ໃຫ້ໄດ້ພາຍໃນປີ 2020 ນີ້:
"ການພັທນາເພິ່ນກໍເວົ້າຢູ່ວ່າ ເພິ່ນຈະລົບລ້າງຄວາມທຸກຍາກຂອງ 2020 ຍັງ 2020 ປະຊາຊົນຢູ່ພູດອຍເຂດໃດ ກະຢ່ານໍສິລົບລ້າງໝົດ ບັດສຸດທ້າຍອີກ ຄວາມຈິງປະຊາຊົນກໍ 2030 ບໍ່ໄດ້ເຫັນຜົລ ບັດນີ້ເພິ່ນຍາວຕື່ມໄປ ຢາກຂາດຄວາມເຊື່ອໝັ້ນ.”
ຜົລກະທົບທີ່ວ່ານັ້ນ ການບໍຣິການ ແລະການຄ້າຍ່ອຍໄດ້ຮັບຜົລກະທົບໜັກໜ່ວງ ຍ້ອນນັກທ່ອງທ່ຽວຕ່າງປະເທດ ຫລຸດລົງຫລາຍ ໃນຕົ້ນປີ ນີ້ ແລະບໍ່ມີມາໃນປັດຈຸບັນ ຍ້ອນຍັງປິດ ຊາຍແດນຢູ່ ຊຶ່ງທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ ໄດ້ຣາຍງານຕໍ່ກອງ ປະຊຸມ ສະພາແຫ່ງເທື່ອລ້າສຸດນີ້ວ່າ ຍັງມີຫລາຍຄາດໝາຍທີ່ມີຄວາມສ່ຽງ ຈະບໍ່ບັນລຸ ໄດ້ຕາມເປົ້າໝາຍ ໃນປີ 2020 ນີ້:
” ຍັງມີຫລາຍຄາດໝາຍທີ່ມີຄວາມສ່ຽງ ຈະບໍ່ບັນລຸໄດ້ຕາມແຜນການ ເປັນ ຕົ້ນຂແນງບໍຣິການ ທີ່ໄດ້ຮັບຜົລກະທົບໜັກກວ່າໝູ່ ຮວມເຖິງ ພາສີ-ອາກອນ ຊຶ່ງທັງໝົດນັ້ນ ຈະສົ່ງຜົລກະທົບ ຕໍ່ອັດຕຣາການເຕີບໂຕຂອງລວມຍອດຜລິດຕະພັນພາຍໃນ.’’
ເວົ້າເຖິງເສຖກິດຂອງລາວ ທີ່ຕົກຕໍ່າຢູ່ໃນສະພາບໜັກໜ່ວງ ຮອບດ້ານຄືແນວນີ້ ທະນາຄານໂລກ ຣາຍງານໃນມື້ວັນທີ 11 ມິຖຸນາ ທີ່ຜ່ານ ມາໂດຍຄາດຄະເນວ່າ ໃນປີ 2020 ເສຖກິດ ລາວ ຈະຂຍາຍຕົວຢູ່ໃນຣະຫວ່າງ 1% ໃນກໍຣະນີ ສະພາບປົກກະຕິ ແລະໃນກໍຣະນີສະພາບ ການຮ້າຍແຮງ ຈະຫລຸດລົງຕິດລົບເຖິງ -1,8%. ໃນສອງກໍຣະນີນີ້ ຈະເປັນອັດຕຣາ ການເຕີບໂຕ ຂອງເສຖກິດລາວ ຊ້າທີ່ສຸດນັບຕັ້ງແຕ່ປີ 2020 ໄປ. ແລະ ທະນາຄານພັທນາ ເອຊັຍ ກໍເວົ້າວ່າ ຈະຕິດລົບເຖິງ - 0,5% ແລະອາຈເຮັດໃຫ້ຂແນງບໍຣິການຕິດລົບເຖິງ -3,5%.
ແຕ່ອີງຕາມຄໍາເວົ້າຂອງທ່ານ ທອງລຸນ ສິສຸລິດ ນາຍົກຣັຖມົນຕຣີ ທີ່ຣາຍງານຕໍ່ ກອງປະຊຸມສະພາແຫ່ງຊາດ ໃນມື້ວັນທີ 24 ມິຖຸນາ ຜ່ານມາ ແມ່ນເວົ້າຫລາຍກວ່ານັ້ນ ຄືເສຖກິດລາວ ຈະຂຍາຍໂຕໃນປີ 2020 ນີ້ ແຕ່ 3,3% ຫາ 3,6%:
”ອີງ ໃສ່ຄາດຄະເນຂອງສະຖາບັນຄົ້ນຄວ້າເສຖກິດ ແຫ່ງຊາດ ແລະ ສູນສິຖິຕິແຫ່ງຊາດ ແລະການຄາດຄະເນ ທັງໝົດປີ ເສຖກິດ ຂອງ ປະເທດເຮົາ GDP ອາຈຂຍາຍໂຕໃນຣະດັບ 3,3 ເຖິງ 3,6%”
ແລະການຂາດດຸນການຄ້າ ກໍຄາດວ່າຈະເພິ່ມຂຶ້ນເຖິງ 8,8% ຂອງລວມຍອດມູນຄ່າຜລິຕພັນ ພາຍໃນ ຫລື GDP ແລະ ໜີ້ສາທາຣະນະ ກໍຈະເພິ່ມຂຶ້ນ ຈາກ 59% ເມື່ອປີກາຍເປັນ 68% ໃນປີນີ້ ເຮັດໃຫ້ ສປປລາວ ມີຄວາມສ່ຽງສູງ ໃນບັນຫາໜີ້ສິນ ອັນໜັກໜ່ວງ ແລະເປັນ ການຍາກ ທີ່ຈະໃຊ້ແທນຄືນເຈົ້າໜີ້ໄດ້ ຊຶ່ງສ່ວນຫລວງຫລາຍ ກໍແມ່ນເຈົ້າໜີ້ຕ່າງປະເທດ ທີ່ ທາງການລາວ ຈະໄດ້ຕ້ອງຂໍຂອດໃຊ້ ອັນຈະ ເຮັດໃຫ້ພົລເມືອງລາວ ທຸກຍາກ ແລະອຶດຫິວຢູ່ຕໍ່ໄປ.
ກ່ຽວກັບເຣຶ່ອງຄວາມອຶດຫິວຂອງປະຊາຊົນຢູ່ລາວ ອົງການສະຫະປະຊາຊາດ ສໍາລັບເດັກນ້ອຍ (UNICEF) ປະຈໍາລາວ ໄດ້ຣາຍງານ ໃນມື້ວັນທີ 15 ມິຖຸນາຂອງປີນີ້ ກ່ຽວກັບ ດັຊນີ ຄວາມອຶດຫິວ ໃນທົ່ວໂລກປະຈຳປີ 2019 ວ່າ, ສປປລາວ ຖືກຈັດໃຫ້ຢູ່ ໃນປະເພດ ທີ່ມີພົລເມືອງອຶດຫີວ ຢ່າງຮຸນແຮງ ເປັນອັນດັບທີ 87 ໃນຈຳນວນທັງໝົດ 117 ປະເທດ.
ດັ່ງນັ້ນ ເວົ້າເຖິງເຣຶ່ອງການຫລຸດພົ້ນຈາກປະເທດດ້ອຍພັທນາ ປະຊາຊົນລາວ ຢູ່ແຂວງຫລວງພຣະບາງ ຜູ້ນຶ່ງກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 15 ມິຖຸນາຜ່ານມາວ່າ:
”ເຮົາເຫັນວ່າມັນຍັງບໍ່ເຖິງຂນາດນັ້ນດອກ ເພາະວ່າທາງດ້ານໂຄງລ່າງຖນົນຫົນທາງມັນກະຍັງບໍ່ດີ ພໍທີ່ຈະວ່າ ມັນຫລຸດພົ້ນຄວາມທຸກຍາກ ທີ່ຈະມາເຖິງຊີ້ນະ ມັນຍັງໄກນະ ເປັນຕົ້ນການ ສຶກສາເບາະ ສຸຂອະນາມັຍຊີ້ນະ”
ການຣະບາດຂອງເຊື້ອພຍາດ ໂຄວິດ-19 ສົ່ງຜົນກະທົບ ຕໍ່ເສຖກິດຂອງລາວ ຢ່າງຮຸນ ແຮງທີ່ສຸດ ເຮັດໃຫ້ການຜລິດທາງດ້ານກະສິກັມ ແລະ ອຸດສາຫະກັມ ຮວມທັງການທ່ອງທ່ຽວ, ໂຮງແຮມ, ຮ້ານອາຫານ ແລະ ຫົວໜ່ວຍທຸຣະກິດອື່ນໆ ຈໍານວນບໍ່ໜ້ອຍໃນທົ່ວປະເທດ ບໍ່ໄດ້ບໍຣິການ, ເລີກຈ້າງຄົນງານ, ເງິນກີບກໍເຟີ້, ຣາຄາສິນຄ້າກໍແພງ ແລະຣາຍຮັບ ຂອງຣັຖບານ ລາວກໍຕົກຕໍ່າ ຊຶ່ງຕາມຄໍາເວົ້າຂອງທ່ານ ລີເບີ ລີບົວປາວ ກໍາມະການຄະນະປະຈໍາສະພາແຫ່ງຊາດ, ປະທານກໍາມາທິການແຜນການ, ການເງິນ ແລະການກວດສອບ ທີ່ໄດ້ກ່າວ ຄາວທີ່ ທ່ານ ຍັງເປັນຜູ້ຮັກສາການ ຫົວໜ້າ ສະຖາບັນຄົ້ນຄວ້າເສຖກິດແຫ່ງຊາດ ແລ້ວແມ່ນວ່າ ຄາດວ່າຈະຕ້ອງໃຊ້ເວລາເກີນກວ່າ 2 ປີ ເພື່ອເຮັດໃຫ້ການຟື້ນຟູເສຖກິດ ກັບຄືນສູ່ ສະພາວະ ປົກກະຕິ ໂດຍສະເພາະ ການຟື້ນຟູໃນພາກທຸຣະກິດບໍຣິການ ແລະທ່ອງທ່ຽວນັ້ນ ຈະຕ້ອງໃຊ້ເວລາຍາວນານທີ່ສຸດ, ອີງຕາມຣາຍງານຂອງສື່ມວນຊົນທາງການລາວ ໃນມື້ວັນທີ 16 ມິຖຸນາ 2020 ນີ້.
“ຜົນກະທົບຕໍ່ກັບເສຖກິດ ຂອງປະເທດພວກເຮົາ ແມ່ນຮ້າຍແຮງສົມຄວນ ນຶ່ງກະຄືພາກທຸຣະກິດ, ສອງກະຄືແຮງງານ ຈາກຂະແໜງ ທຸຣະກິດ ທີ່ບໍ່ທັນສາມາດ ຟື້ນຟູໄດ້ ກະບໍ່ມີວຽກງານທຳ ແລະອັນທີສາມ ກະຄືໃນເມື່ອພາກທຸຣະກິດ ບໍ່ໄດ້ຮັບການຟື້ນຟູ ຜົນກະທົບ ໃຫຍ່ທີ່ສຸດ ກະຄືກະທົບຕໍ່ຣາຍຮັບ ງົບປະມານ.”
ພ້ອມກັນນັ້ນ ທ່ານ ສອນໄຊ ສີພັນດອນ ຮອງນາຍົກຣັຖມົນຕຣີ ຣັຖມົນຕຣີກະຊວງແຜນການແລະການລົງທຶນ ກໍຢືນຢັນວ່າການຣະບາດ ຂອງເຊື້ອພຍາດໂຄວິດ-19 ເຮັດໃຫ້ເສຖກິດ ໃນລາວ ເກີດຄວາມເສັຍຫາຍ ຄິດເປັນມູນຄ່າ ຫລາຍກວ່າ 7,000 ຕື້ກີບ.
ແລະ ທ່ານ ພຸດທະໄຊ ສີວິໄລ ຮອງຜູ້ວ່າການທະນາຄານ ແຫ່ງຊາດ ກໍໄດ້ເວົ້າວ່າ ທະນາຄານທຸຣະກິດ 43 ແຫ່ງໃນທົ່ວປະເທດໄດ້ຣາຍ ງານຕໍ່ທະນາຄານແຫ່ງ ສປປລາວ ວ່າ ມີລູກໜີ້ ຂອງ ທະນາຄານຈຳນວນ 4,918 ລາຍ ທີ່ຖືກກະທົບຈາກ ການລະບາດຂອງເຊື້ອ ພຍາດໂຄວິດ-19 ໄດ້ຂໍຜ່ອນຜັນ ແລະ ເລື່ອນການຊຳລະໜີ້ເງິນກູ້ ແລະດອກເບັ້ຍ ຄືນໃຫ້ ທະນາຄານ ເຈົ້າໜີ້ ຕາມນະໂຍບາຍ ຂອງ ຣັຖບານລາວ ໂດຍຄິດໜີ້ລວມກັນ ຫລາຍກວ່າ 13,000 ຕື້ກີບ ຫລື ຫລາຍກວ່າ 1,440 ລ້ານ ໂດລາ ສະຫະຣັຖ.
ສະພາອຸດສາຫະກັມ ແລະການຄ້າແຫ່ງຊາດ ປະເມີນວ່າ ພາກບໍລິການທ່ອງທ່ຽວ ຈະມີການເລີກຈ້າງ ພະນັກງານຫລາຍກວ່າ 8 ໝື່ນຄົນ ແລະຄາດວ່າ ພາກບໍຣິການ ໃນລາວ ຈະສູນເສັຍ ຣາຍຮັບຫລາຍກວ່າ 350 ລ້ານໂດລາ ເພາະການປິດດ່ານຊາຍແດນ ໃນທົ່ວປະເທດ ນັບແຕ່ທ້າຍເດືອນມີນາ 2020 ເປັນຕົ້ນມາ. ແລະ ສະພາອຸດສາຫະກັມ ແລະການຄ້າ ຂອງ ສະຫະພາບຢູໂຣບ ປະຈໍາລາວ ກໍຄາດວ່າ ເກີນກວ່າ 70% ຂອງຫົວໜ່ວຍທຸຣະກິດ ທັງໝົດໃນລາວ ຕ້ອງສູນເສັຍຣາຍໄດ້ຫລາຍກວ່າ 50% ຂອງຣາຍໄດ້ທັງໝົດໃນປີ 2020 ນີ້ ອັນຈະເຮັດໃຫ້ຫົວໜ່ວຍ ທຸຣະກິດເຫລົ່ານີ້ ບໍ່ມີເງິນຊຳລະໜີ້ຄືນໃຫ້ ທະນາຄານ ອີກທັງຍັງຈະຕ້ອງໄດ້ເລີກຈ້າງ ຄົນງານຫຼາຍກວ່າ 1 ລ້ານຄົນ ໂດຍທີ່ບໍ່ມີຫລັກປະກັນ ທາງດ້ານສະຫວັດ ດິການສັງຄົມແຕ່ຢ່າງໃດ.
ແລະການກັບຄືນບ້ານຂອງຄົນງານລາວ ຈາກປະເທດໄທຫລາຍກວ່າ 100,000 ຄົນ ສົ່ງຜົລໃຫ້ ການໂອນເງິນກັບບ້ານ ຫລາຍເຖິງ 125 ລ້ານໂດລາ ສະຫະຣັຖ ແລະອາດເຮັດໃຫ້ ປະຊາຊົນລາວ 214,000 ພັນຄົນ ຕົກເຂົ້າສູ່ຄວາມທຸກຍາກຕື່ມ ໃນຂະນະທີ່ອົງການອາຫານ ແລະ ການກະເສດ ຂອງສະຫະປະຊາຊາດ ແລະ ໂຄງການອາຫານໂລກ ໄດ້ສໍາຣວດ ຄວາມທຸກຍາກໃນລາວ ເມື່ອເດືອນພຶສພາຜ່ານມາ ວ່າຈະມີຄົນວ່າງງານເຖິງ 550,000 ຄົນ ແລະຈໍານວນຄົນທຸກຍາກ ກໍເພິ່ມຂຶ້ນ ແລະເມື່ອປີກາຍ ຜູ້ຣາຍງານພິເສດ ສະຫະປະຊາຊາດ ກໍໄດ້ຣາຍງານວ່າ ປະຊາຊົນລາວຫລາຍກວ່າ ¼ ຍັງທຸກຍາກຢູ່.
ຢູ່ລາວ ເລັ່ງໃສ່ແກ້ໄຂ 4 ແຂວງ ທີ່ທຸກຍາກທີ່ສຸດ ຄືແຂວງຜົ້ງສາລີ, ຫົວພັນ, ອຸດົມໄຊ ແລະແຂວງເຊກອງ ເປັນຕົ້ນເຣຶ່ອງເສັ້ນທາງ, ສຸກສາລາ ແລະການຈັດສັນອາຊີບ ໃຫ້ຄອບຄົວ ທຸກຍາກ. ແຕ່ຍັງຂາດທຶນຮອນຢູ່ຫລາຍ.
ເພື່ອຄວາມກະຈ່າງແຈ້ງ ກ່ຽວກັບເຣຶ່ອງທີ່ວ່າ ລາວຈະຫລຸດພົ້ນຈາກ ການເປັນປະເທດດ້ອຍ ພັທນາ ໄດ້ຫລືບໍ່ໃນປີ 2024 ນັ້ນ ວິທຍຸ ເອເຊັຍເສຣີ ໄດ້ຖາມໄປຍັງສະພາແຫ່ງຊາດ, ຫ້ອງວ່າການ ສໍານັກງານ ນາຍົກຣັຖມົນຕຣີ ແລະ ກະຊວງແຜນການ ແລະການລົງທຶນ ໃນມື້ວັນທີ 21 ກໍຣະກະດາ ນີ້ ແຕ່ເຈົ້າໜ້າທີ່ ບໍ່ສາມາດໃຫ້ ຄໍາຕອບໄດ້.
ແຕ່ເຖິງຢ່າງໃດກໍຕາມ ຫຼາຍຄົນກໍເວົ້າວ່າການທີ່ຜູ້ນໍາພັກ-ຣັຖ ສປປລາວ ເວົ້າວ່າຈະເຮັດໃຫ້ ສປປ ລາວ ຫລຸດພົ້ນອອກຈາກ ການເປັນ ປະເທດດ້ອຍພັທນາຕາມທີ່ໄດ້ກໍານົດໄວ້ ຢູ່ໃນມະຕິ ກອງປະຊຸມໃຫຍ່ຄັ້ງທີ 10 ນັ້ນວ່າຈະເຮັດໃຫ້ໄດ້ໃນປີ 2020 ແຕ່ຕໍ່ມາວ່າປີ 2024 ນັ້ນແມ່ນເປັນໄປບໍ່ໄດ້. ແລະມາໃນຂະນະ ກໍເວົ້າວ່າ ຈະເຮັດໃຫ້ໄດ້ໃນປີ 2030.