ສປປລ ຈະປາບການສໍ້ຣາສ


2013.06.21

 

ຫ້ອງການ ກວດສອບ ແຫ່ງຣັຖ ຈະຕິດຕາມ ກວດກາ 83 ອົງການ ແລະ ໜ່ວຍງານ ຂອງຣັຖ ຮວມທັງ ໂຄງການ ທີ່ກ່ຽວພັນ ກັບການເງິນ ຂອງ ຣັຖບານ ເພື່ອໃຫ້ ການ ດໍາເນີນງານ ເປັນໄປຕາມ ເປົ້າໝາຍ ແລະ ປ້ອງກັນ ການ ສໍ້ຣາສ ບັງຫລວງ. ຕາມ ຣາຍງານຂ່າວ ຜູ້ຈັດການ ອອນລາຍ.

ຂ່າວ ທາງການລາວ ຣາຍງານ ເຣື່ອງນີ້ ໂດຍ ອ້າງອີງ ຕາມ ຂໍ້ມູລ ທີ່ນໍາສເນີ ຕໍ່ທີ່ ປະຊຸມຮ່ວມ ຣະຫວ່າງ ຄະນະ ກັມການ ກວດກາ ແລະ ສະພາ ແຫ່ງຊາດ ເມື່ອວັນທີ 19 ມີຖຸນາ 2013 ນີ້.

ສົກ ງົບປະມານ 2013-2014 ອົງການ ກວດກາ ແຫ່ງຣັຖ ໄດ້ຕັ້ງ ເປົ້າໝາຍ ທີ່ ຈະກວດກາ ທະນາຄານ ຣັຖວິສາຫະກິດ ໂຄງການ ເງິນກູ້ຢືມ ແລະ ໂຄງການ ເງິນຊ່ວຍເຫລືອ ລ້າ ຂອງ ຕ່າງປະເທດ ຮວມເຖິງ ອົງການ ຈັດຕັ້ງ ຕ່າງໆ ຂອງ ຣັຖບານ.

ຄະນະ ກັມການກວດກາ ໄດ້ນໍາສເນີ ຂໍ້ມູລ ລາຍລະອຽດ ຕ່າງໆ ຮວມທັງແຜນ ປະຕິບັດງານ ປະຈໍາປີ ງົບປະມານ ຊຶ່ງພົວພັນ ກັບ ງົບປະມານ ແຫ່ງຣັຖ ກ່ອນຈະມີການ ພິຈາຣະນາ ເຣື່ອງນີ້ ໃນກອງ ປະຊຸມ ສະພາ ແຫ່ງຊາດ ຄັ້ງທີ 5 ທີ່ ກໍາລັງ ຈະມີຂຶ້ນ.

ໃນກອງປະຊຸມ ສະພາ ແຫ່ງຊາດ ເມື່ອທ້າຍປີ 2010 ອົງການ ກວດກາ ແຫ່ງຣັຖ ໄດ້ນໍາສເນີ ຂໍ້ມູລ ກ່ຽວກັບ ການໃຊ້ເງິນ ງົບປະມານ ຜິດປະເພດ ໃນຫລາຍ ໜ່ວຍງານ ຂອງຣັຖ ແລະ ບໍ່ພໍເທົ່າໃດ ມື້ຕໍ່ມາ ກໍໄດ້ມີ ການປະກາດ ໃນສະພາ ແຫ່ງຊາດ ກ່ຽວກັບ ການລາອອກ ຂອງ ອະດີດ ນາຍົກ ຣັຖມົນຕຣີ ບົວສອນ ບຸບຜາວັນ ໂດຍປາສຈາກ ການຖແລງ ກ່ຽວກັບ ເຫດຜົລ ການລາອອກ ໃດໆ ໃນຄັ້ງນັ້ນ ໃນຂະນະ ທີ່ທ່ານ ເຫລືອ ວາຣະ ບໍ່ພໍເທົ່າໃດ.

ຢ່າງໃດກໍຕາມ ໂຄສົກ ກະຊວງການ ຕ່າງ ປະເທດລາວ ໃຫ້ສັມພາດ ໃນ ຊ່ວງນັ້ນວ່າ ນາຍົກ ບົວສອນ ລາອອກ ດ້ວຍເຫດຜົລ ທາງດ້ານ ຄອບຄົວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.