ການແຈ້ງຊັພສິນມີຂຶ້ນອີກ ຄັ້ງນຶ່ງ

ໄມຊູລີ
2017.10.17
F-audit ການຣາຍງານຊັພສິນຂອງ ພະນັກງານຣັຖກອນ ໃຫ້ອົງການກວດສອບແຫ່ງຣັດ ອີກຄັ້ງນຶ່ງ
RFA/LX

ທາງການລາວໄດ້ເຣີ້ມດໍາເນີນ ການແຈ້ງຊັພສິນ ໃນກຸ່ມພະນັກງານຣັຖກອນ ໃນທົ່ວປະເທສ ອີກເທື່ອນຶ່ງ ພາຍຫຼັງທີ່ໄດ້ມີ ການແຈ້ງຊັພສິນ ຢ່າງເປັນທາງການ ຄັ້ງທຳອິດຕັ້ງແຕ່ປີຕົ້ນປີ 2015 ຕາມດຳຣັຖຂອງ ນາຍົກຣັຖມົນຕຼີ ສະບັບເລຂທີ 159/ລບ ທີ່ໄດ້ປະກາດໃຊ້ ໃນກາງປີ 2013.

ເມື່ອບໍ່ດົນມານີ້, ອົງການກວດກາຣັຖບານ ໄດ້ແຈ້ງບົດແນະນຳ ການຈັດຕັ້ງປະຕິບັດດຳຣັຖ ວ່າດ້ວຍການແຈ້ງຊັພສິນ (ສະບັບປັບປຸງໃໝ່) ທີ່ເຄີຍປະກາດ ແນະນຳໄປກ່ອນໜ້ານີ້ ຫຼື ສະບັບເລຂທີ 46/ລບ ລົງວັນທີ 20 ກຸມພາ 2017 ທີ່ຜ່ານມາ ເພື່ອໃຫ້ທຸກອົງການຈັດຕັ້ງຂອງ ພັກແລະຣັຖບາລລາວ ແຈ້ງຊັພສິນເປັນຄັ້ງທີ 2 ຊຶ່ງຈະມີເນື້ອໃນ ເຂັ້ມງວດຕື່ມ ໂດຍຜູ້ແຈ້ງ ແລະ ຜູ້ຮັບແຈ້ງ ຊັພສິນ ສາມາດຖາມ-ຕອບ ທີ່ມາທີ່ໄປ ຂອງຊັພສິນໄດ້ ແລະ ທັງເປັນມາຕການ ໃນການຕິດຕາມ ພະນັກງານ ຣັຖກອນ ບາງຄົນ ທີ່ອາຈລ່ຳລວຍ ຜິດປົກກະຕິ. ດັ່ງ ເຈົ້າໜ້າທີ່ ທ່ານນຶ່ງ ກ່າວຕໍ່ ເອເຊັຽ ເສຣີ ເມື່ອບໍ່ດົນມານີ້ວ່າ:

“ໝາຍຄວາມວ່າພວກເຮົາມີການປັບປຸງໜ້ອຍນຶ່ງ ແລ້ວພວກເຮົາກະຕ້ອງໄດ້ ແນະນຳໃໝ່ຫັ້ນນ່າ ເພິ່ນກະພະຍາຍາມວ່າ ດຽວນີ້ຄັ້ງທີສອງ ເນາະ ພວກເຮົາກະພຍາຍາມ ເປີດເຜີຍຫັ້ນນ່າ ເຮັດໃຫ້ມີ ການເປີດເຜີຍເທື່ອລະກ້າວ. ເທື່ອແລ້ວນີ້ມີການມາແຈ້ງມາຮັບ ລະເອົາເຂົ້າຊອງ ມ້ຽນຊື່ໆ, ແຕ່ເທື່ອນີ້ ຕ້ອງໄດ້ອະທິບາຍ ໃຫ້ຜູ້ແຈ້ງລະ ຜູ້ຮັບແຈ້ງ ຊັພສິນຫັ້ນນ່າ. ຜູ້ຮັບແຈ້ງຊັພສິນ ສາມາດ ສອບຖາມ ຜູ້ແຈ້ງຊັພສິນ ໄດ້ຫັ້ນນ່າ”.

ທ່ານກ່າວຕື່ມວ່າ ການແຈ້ງຊັພສິນຄັ້ງນີ້ ແມ່ນອົງການຈັດຕັ້ງ ຂອງພັກແລະຣັຖ ທຸກຂັ້ນຕ້ອງເຮັດ ໂດຍມອບໃຫ້ອົງກອນ ຂອງພັກແລະຣັຖ ຂັ້ນນັ້ນເປັນຜູ້ ດຳເນີນເອງເລີຍ ເພາະມີໜ່ວຍກວດກາ ຢູ່ໃນອົງກອນ ຢູ່ແລ້ວ:

“ໝາຍຄວາມວ່າແຕ່ລະບ່ອນ ຕ້ອງໄດ້ເຮັດຫັ້ນເດ, ແຕ່ລະບ່ອນຕ້ອງໄດ້ ເຮັດຫັ້ນນ່າ ໝາຍຄວາມວ່າຕ້ອງໄດ້ ເປັນເຈົ້າການໃນການ ແຈ້ງ ຊັພສິນ ຫັ້ນນ່າ. ຈະບໍ່ແມ່ນ ແຕ່ອົງການກວດກາ ຣັຖບາລ ບ່ອນດຽວ ຫັ້ນນ່າ, ມອບໃຫ້ອົງການພັກ ແຕ່ລະຂັ້ນ ອົງການຣັຖ ແຕ່ລະຂັ້ນ ເປັນຜູ້ເຮັດ”.

ການແຈ້ງຊັພສິນໃນກຸ່ມພະນັກງານຣັຖກອນ ຂອງທາງການລາວໄດ້ດຳເນີນມາແຕ່ຕົ້ນປີ 2015 ຊຶ່ງພະນັກງານ ຊັ້ນຜູ້ນ້ອຍຫາພະນັກງານ ຣະດັບສູງ ຈົນໄປເຖິງ ປະທານປະເທສ ຕ້ອງໄດ້ແຈ້ງ ຊັພສິນ ຂອງຕົນ ຕໍ່ອົງການກ່ຽວຂ້ອງ ທີ່ຕົນສັງກັດຢູ່.

ຢ່າງໃດກໍ່ຕາມ, ການແຈ້ງຊັພສິນ ຕາມດຳຣັຖສະບັບເລຂທີ 159/ລບ ທີ່ ປະກາດໃຊ້ ເມື່ອປີ 2013 ນັ້ນເປັນພຽງການແຈ້ງຊັພສິນແບບ ບັນທຶກເປັນລາຍລັກອັກສອນ ທີ່ບໍ່ໄດ້ມີການເປີດເຜີຍຕໍ່ ສາທາຣະນະຊົນ ໃຫ້ຮັບຮູ້ ແຕ່ຢ່າງໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.