ຂ.ຊຽງຂວາງ ຈະກວດສອບ 15 ຜແນກ ເປົ້າໝາຍ
2018.09.10
ຄນະກວດສອບ ສູນກາງ ຕຽມອອກກວດສອບ 15 ຜແນກເປົ້າໝາຍ ຢູ່ແຂວງຊຽງຂວາງ ທີ່ໃຊ້ງົບປະມານຂອງຣັຖ ຣະຫວ່າງ ປີ 2016 ແລະ 2017. ດັ່ງເຈົ້າໜ້າທີ່ຫ້ອງການ ກວດກາພັກຣັຖ ແຂວງຊຽງຂວາງ ກ່າວຕໍ່ ວິທຍຸເອເຊັຍເສຣີ ໃນວັນທີ 30 ສິງຫາ ຜ່ານມາວ່າ:
“ໂຕນີ້ ເພິ່ນກຳລັງຜ່ານບົດບັນທຶກ ຣາຍງານຂາດຕົວ ກ່ຽວກັບໜ້າວຽກ 15 ເປົ້າໝາຍຫັ້ນ ຜແນກການກ່ຽວຂ້ອງ ກຽມລົງກວດກາພາຍໃນ 30 ວັນເນາະ ຕາມບົດບັນທຶກຫັ້ນນະ ມັນມີໂຕຍາກໂຕງ່າຍ ບາງອັນມີປັນຫາເລື່ອງເງິນຄຸມເຄືອ ຫຼາຍຮ່ວງມັນໃຊ້ ເວລາເນາະ.”
ທ່ານກ່າວຕື່ມວ່າ 15 ຜແນກເປົ້າໝາຍ ທີ່ຄນະກວດສອບ ຂັ້ນສູນກາງ ຈະເຂົ້າໄປກວດສອບນັ້ນມີຫ້ອງການ ແຂວງຊຽງຂວາງ, ຫ້ອງການ ງົບປະມານ, ຄັງເງິນ ແຫ່ງຊາດປະຈຳແຂວງ, ຫ້ອງການ ຄຸ້ມຄອງຊັພສິນຂອງຣັຖ, ຜແນກອາກອນ, ຜແນກແຜນການ ແລະການລົງທຶນ, ຜແນກອຸດສາຫະກັມ ແລະການຄ້າ, ຜແນກຊັພຍາກອນ ທັມມະຊາດ ແລະສິ່ງແວດລ້ອມ ແລະ ຜແນກພລັງງານແລະບໍ່ແຮ່.
ສ່ວນຣາຍຣະອຽດໃນ ການກວດສອບນັ້ນ, ຄນະກວດສອບ ຂັ້ນສູນກາງ ຈະຄັດເລືອກໂຄງການທີ່ພົບວ່າ ມີການສໍ້ຣາສບັງຫຼວງຣາຍໃຫຍ່ ກ່ອນເປັນຕົ້ນ: ໂຄງການທີ່ໃຊ້ງົບປະມານ ຂອງຣັຖບໍ່ຈະແຈ້ງ, ໃຊ້ງົບປະມານ ບໍ່ສົມເຫດສົມຜົນກັບໂຄງການ, ໃຊ້ ງົບປະມານບໍ່ໂປ່ງໃສສ ຫຼືໃຊ້ງົບປະມານ ເກີນສະພາບຄວາມເປັນຈິງ ຂອງໂຄງການ ທີ່ກຳນົດໃຫ້; ແລ້ວຫຼັງຈາກນັ້ນ ກໍສົ່ງໃຫ້ຄນະການເງິນຂັ້ນແຂວງ ເປັນຜູ້ ສືບສວນເພີ້ມເຕີມ ເພື່ອທວງເງິນຄືນໃຫ້ຣັຖ.
ແຕ່ຖ້າຫາກວ່າ ຜແນກການເງິນແຂວງ ບໍ່ສາມາດ ກວດສອບ ແລະທວງເງິນຄືນຈາກໂຄງການ ສໍ້ຣາສບັງຫຼວງ ຄືນໃຫ້ຣັຖ ຄນະກວດສອບ ຂັ້ນສູນກາງຈະດຳເນີນການເອງ. ດັ່ງເຈົ້າໜ້າທີ່ ຫ້ອງການກວດກາພັກຣັຖ ແຂວງຊຽງຂວາງ ກ່າວຕື່ມວ່າ:
“ບັນດາເປົ້າໝາຍ 15 ເປົ້າໝາຍ ໄປຄັດແລ້ວ ຕົວຢ່າງວ່າ ສົ່ງໄປໃຫ້ຜແນກການເງິນແຂວງ 10 ໂຄງການເນາະ ເພື່ອນຳກັບຄືນມາເນາະ ຖ້າວ່ານໍາບໍ່ໄດ້ ສິສົ່ງໄປໃຫ້ກວດກາ ເປັນຜູ້ສືບສວນຕໍ່ ຕິດຕາມຕໍ່.”
ເຖິງຢ່າງໃດກໍຕາມ ຄນະກວດສອບຂັັ້ນສູນກາງ ບໍ່ໄດ້ບອກຣາຍຣະອຽດ ໃນມາຕການການລົງໂທດ ຕໍ່ຜູ້ຮັບຜິດຊອບໂຄງການ ທີ່ພົບວ່າ ມີ ການສໍ້ຣາສບັງຫຼວງ ນັ້ນແຕ່ຢ່າງໃດເທື່ອ.