ການສໍ້ຣາສບັງຫຼວງ ໃນລາວ ມີຫຼາຍຮູບແບບ

ພູວົງສ໌
2019.02.25
F-CORRUPTION ການຣາຍງານຊັພສິນຂອງ ພະນັກງານຣັຖກອນ ໃຫ້ອົງການກວດສອບແຫ່ງຣັດ
RFA

ການສໍ້ຣາສບັງຫຼວງ ໃນລາວ ຜັນແປ ໄປຕາມຍຸກສມັຍ ມີຫຼາຍຮູບການ-ຫຼາຍມີຕິ, ເກີດຂຶ້ນ ໃນທຸກຣະດັບ ຂອງກົງຈັກ ການບໍຣິຫານ ຣັຖບານ ແລະ ນັບມື້ນັບຮຸນແຮງ ແຜ່ຂຍາຍໄປ ໃນທົ່ວປະເທສ ຈົນຍາກ ທີ່ຈະແກ້ໄຂ ໃຫ້ເໝິດໄປໄດ້ ໃນເວລາອັນສັ້ນໆ. ກ່ຽວກັບ ການສໍ້ຣາສບັງຫຼວງ ໃນລາວ ກາຍເປັນ ບັນຫາ ທີ່ຊຳເຮື້ອ ມາເປັນເວລາຍາວນານ ເຖິງວ່າ ຣັຖບານ ໃນແຕ່ລະຊຸດ, ຄນະພັກ ແຕ່ລະສມັຍ ທີ່ຂຶ້ນມາ ຮັບໜ້າທີ່ ບໍຣິຫານງານ ໄດ້ໃຫ້ຄຳໝັ້ນສັນຍາ ຕໍ່ປະຊາຊົນ ໃນກອງປະຊຸມສະພາ ທຸກຄັ້ງກໍຕາມ, ແຕ່ກໍຍັງ ບໍ່ມີທ່າທີວ່າ ຈະແກ້ໄຂບັນຫາ ນັ້ນໄດ້. ໃນທາງກົງກັນຂ້າມ, ບັນຫາ ການສໍ້ຣາສບັງຫຼວງ ໃນລາວ ພັດສວນທາງ ກັບເຈຕນາ ຂອງຣັຖບານ ທີ່ຢາກແກ້ໄຂ ໃຫ້ເໝິດ​ໄປ, ແຕ່ພັດນັບມື້ ນັບເພີ້ມຂຶ້ນ ໃນຫຼາຍຮູບ-ຫຼາຍສີສັນ.

ມີທັງການສໍ້ໂກງ ເອົາງົບປະມານ ຂອງຣັຖ ທີ່ມາຈາກ ພາສີຂອງປະຊາຊົນ ໄປໃຊ້ ໃນທາງ ທີ່ເສັຽຫາຍຫຼາຍພັນຕື້ກີບ, ມີການສວາຍໃຊ້ ໜ້າທີ່ ຕຳແໜ່ງ ຂອງເຈົ້າໜ້າທີ່ ທັງໃນຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ສໍ້ໂກງປະຊາຊົນ, ເຈົ້າໜ້າທີ່ ຜູ້ຮັກສາກົດໝາຍ ຣະເມີດຣະບຽບ ກົດໝາຍ ເສັຽເອງ ແລະ ມີການຣະເມີດ ສິທທິ ຂອງປະຊາຊົນ ໃນຫຼາຍໂອກາດ.

ນຶ່ງໃນຫຼາຍໆໂຕຢ່າງ ທີ່ຈະແຈ້ງ ຂອງຮູບການ ໃນການສໍ້ຣາສບັງຫຼວງ ໃນລາວ ທີ່ເກີດຂຶ້ນ ເມື່ອບໍ່ດົນມານີ້ ກໍແມ່ນ ກໍຣະນີ ເຈົ້າໜ້າທີ່ ຣະດັບສູງ ກະຊວງການເງິນ 8 ຄົນ ສໍ້ໂກງເງິນ ຫຼື ພົວພັນກັບ ການສໍ້ຣາສບັງຫຼວງ ຈົນເຮັດໃຫ້ ທ່ານ ສົມດີ ດວງດີ, ຮອງນາຍົກຣັຖມົນຕຣີ ແລະ ຣັຖມົນຕຣີ ກະຊວງການເງິນ ໄດ້ເຊັນຂໍ້ຕົກລົງ ເລຂທີ 2830/ກງ, ລົງວັນທີ 06 ກັນຍາ 2018 ເພື່ອປະຕິບັດວິໄນ ຕໍ່ພະນັກງານ ກຸ່ມດັ່ງກ່າວ ເຖິງຂັ້ນໄລ່ອອກການ ແລະ ບໍ່ໃຫ້ຮັບ ຜົລປໂຍດນະໂຍບາຍໃດໆ.

ຕໍ່ບັນຫານີ້, ແມ້ແຕ່ ທ່ານ ບຸນທອງ ຈິຕມະນີ, ສະມາຊິກຄນະກັມມະການ ກົມການເມືອງສູນກາງພັກ ສມັຍທີ 10, ຮອງນາຍົກຣັຖມົນຕຣີ, ປະທານຄນະກວດກາ ສູນກາງພັກ ແລະ ອົງການກວດກາຣັຖບານ, ຫົວໜ້າອົງການ ຕ້ານການສໍ້ຣາສບັງຫຼວງ ຂັ້ນສູນກາງ ກໍໄດ້ກ່າວ ຍອມຮັບ ໃນກອງປະຊຸມ ວຽກງານກວດກາ ທົ່ວປະເທສ ປະຈຳປີ 2018 ທີ່ຫ້ອງການ ຄນະກວດກາສູນກາງພັກ ໃນນະຄອນຫຼວງວຽງຈັນ ເມື່ອທ້າຍເດືອນ ມົກກະຣາ ທີ່ຜ່ານມາ ທີ່ໄດ້ເຜີຍແຜ່ ຜ່ານສື່ມວນຊົນ ທ້ອງຖິ່ນລາວ ຕອນນຶ່ງວ່າ:

“ປະກົດການ ພະຍາດອາດຍາສິທ, ຫ່າງເຫີນໂຕຈິງ ແລະ ການຣະເມີດສິທ ເປັນເຈົ້າຂອງປະຊາຊົນ. ສວາຍໃຊ້ໜ້າທີ່ ຕຳແໜ່ງ, ຣະເມີດ ຣະບຽບກົດໝາຍ ແລະ ການສໍ້ຣາສບັງຫຼວງ ທີ່ມີລັກສະນະ ຮ້າຍແຮງ, ເຊິ່ງວ່າ ບັນຫານັ້ນ ມັນແກ່ຍາວມາຫຼາຍປີ ແລະ ກະເກີດຂຶ້ນ ຢ່າງແຜ່ຫຼາຍ ໃນຖັນແຖວ ພະນັກງານ ສະມາຊິກ ຂອງພັກທຸກຣະດັບ. ມີທ່າອ່ຽງສັບສົນ, ແກ້ໄຂໄດ້ຍາກ.”

ກ່ຽວກັບ ການສໍ້ຣາສບັງຫຼວງນີ້, ນັກວິຊາການ ດ້ານເສຖກິຈລາວ ທ່ານນຶ່ງ ກໍໄດ້ໃຫ້ ທັນສນະ ຕໍ່ຜູ້ສື່ຂ່າວເອເຊັຽເສຣີ ເມື່ອບໍ່ດົນມານີ້ ວ່າ ແມ້ແຕ່ ການການຄັດເລືອກ ພະນັກງານ ກໍຍັງມີການສໍ້ຣາສບັງຫຼວງ ໝາຍຄວາມວ່າ ບໍ່ມີຄວາມຍຸຕິທັມ ໃນການຄັດເລືອກພະນັກງານ, ມີການຊື້ຈ້າງກັນ ເຂົ້າເຮັດວຽກ, ຊື້ຈ້າງ ໃນການເລື່ອນຊັ້ນ ເລື່ອນຕຳແໜ່ງ ແລະ ໃຊ້ເສັ້ນໃຊ້ສາຍ ເພື່ອຊັບຊ້ອນລູກຫຼານ ຜູ້ມີອຳນາດ ເຂົ້າໄປໃນອົງການຈັດຕັ້ງ ຂອງຣັຖທີ່ມີຜົລປໂຍດສູງ.

“ມີໆ ຄວາມຈິງມີ. ຄວາມຈິງມັນມີ ,ບໍ່ປະຕິເສດໄດ້ດອກ ຄັນບໍ່ມີ ເຂົາກະບໍ່ຊື້ຊັ້ນຊື້ຕຳແໜ່ງ, ບໍ່ຈ້າງເຂົ້າດອກ ຫຼືວ່າ ຊິຮອດຍາມອອກ ລະກະບໍ່ອອກ. ຊື້ຂ້າມໄປ ບ່ອນໃດ ມີທຸຣະກິຈ ທີ່ດິນເບາະ ຜົລປໂຍດ ມັນມີ ມີແນ່ນອນ. ບາດບ່ອນທີ່ມັນ ເປັນເງິນເປັນຄຳ ມັນກະມີແຕ່ ລູກເຈົ້າ ຫຼານນາຍຫັ້ນແຫຼະ ພາສອກພາສີ ການຫງອກການເງິນ ອີ່ສັງຕ່າງໆ. ບ່ອນໃດບໍ່ເປັນເງິນເປັນຄຳ ເຂົາກະເອົາຢູ່ ສັບຊ້ອນໄປ.”

ທ່ານກ່າວຕື່ມວ່າ ບັນຫາດັ່ງກ່າວ ໄດ້ເຮັດໃຫ້ ການບໍຣິຫານງານ ໃນພາກຣັຖ ຂາດປະສິທທິພາບ, ຄືມີ ພະນັກງານ ທີ່ບໍ່ໄດ້ຜ່ານການ ເລືອກເຟັ້ນ ທີ່ຜ່ານການປະຕິບັດ ວຽກງານໂຕຈິງ, ເຮັດວຽກບໍ່ເປັນ ກໍໄດ້ເຂົ້າໄປເຮັດວຽກ ໃນຕຳແໜ່ງສຳຄັນ. ສຸດທ້າຍ, ກໍເກີດມີ ການສໍ້ຣາສບັງຫຼວງ ຢ່າງແຜ່ຫຼາຍ ແລະ ບໍ່ສາມາດ ເອົາຜິດກັນໄດ້ ຍ້ອນມີແຕ່ ຄົນເຈົ້າຄົນຂ້ອຍ.

ໃນຂນະດຽວກັນ, ເມື່ອບໍ່ດົນມານີ້, ຍານາງ ປານີ ຢ່າທໍ່ຕູ້, ສະມາຊິກຄນະກັມມະການກົມການເມືອງສູນກາງພັກ ສມັຍທີ 10 ແລະ ປະທານ ສະພາແຫ່ງຊາຕລາວ ກໍໄດ້ກ່າວ ໃນກອງປະຊຸມ ໃນນະຄອນຫຼວງວຽງຈັນ ເມື່ອທ້າຍເດືອນ ມົກກະຣາ ທີ່ໄດ້ເຜີຍແຜ່ ຜ່ານສື່ມວນຊົນທ້ອງຖິ່ນ ຂອງລາວ ວ່າ ການເລື່ອນຊັ້ນ ແລະ ເລື່ອນຕຳແໜ່ງ ໃຫ້ແກ່ພະນັກງານ ໃນອົງການຈັດຕັ້ງຂອງຣັຖ ຍັງບໍ່ເປັນໄປຕາມ ຣະບຽບທີ່ກຳນົດໄວ້ ແລະ ບໍ່ອີງໃສ່ການປະເມີນວຽກງານ ທີ່ຮັບຜິດຊອບໂຕຈິງ.

ນອກຈາກນີ້, ຍານາງ ປານີ ຢ່າທໍ່ຕູ້ ຍັງໄດ້ກ່າວ ໃນວາຣະກອງປະຊຸມ ວຽກງານອັຍການ ປະຊາຊົນທົ່ວປະເທສ ໃນນະຄອນຫຼວງວຽງຈັນ ເມື່ອຕົ້ນເດືອນ ກຸມພາ ທີ່ຜ່ານມາ ທີ່ໄດ້ເຜີຍແຜ່ ຜ່ານສື່ມວນຊົນທ້ອງຖິ່ນ ວ່າ ຍັງກວດພົບ ເຈົ້າໜ້າທີ່ ພະນັກງານ ໃນກົງຈັກຣັຖ ໃນຂແນງ ການຕ່າງໆ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ ເຮັດຜິດກົດໝາຍ ເສັຽເອງ, ດັ່ງຍານາງ ໄດ້ກ່າວວ່າ:

“ຕໍ່ກັບການປະຕິບັດ ພາຣະບົດບາດ ຕິດຕາມກວດກາທົ່ວໄປ ຂອງອົງການອັຍການ ປະຊາຊົນ ແຕ່ລະຂັ້ນ ຕາມທີ່ກົດໝາຍ ໄດ້ກຳນົດໄວ້, ແຕ່ວ່າ ມາເບິ່ງລວມແລ້ວ ລະແມ່ນວ່າ ພວກເຮົາ ຍັງເຮັດໄດ້ໜ້ອຍ ຫຼືວ່າ ມີບາງດ້ານ ຍັງເຮັດບໍ່ໄປຕາມ ກົດໝາຍກຳນົດໄວ້ ໝາຍຄວາມວ່າ ຍັງເຮັດຜິດກົດໝາຍ. ເປັນຕົ້ນ ແມ່ນການຕິດຕາມກວດກາ ການຣະເມີດກົດໝາຍ ຂອງເຈົ້າໜ້າທີ່ ພະນັກງານ ຂອງເຮົາຈຳນວນນຶ່ງ. ນີ້ບົດຣາຍງານ ກໍໄດ້ຍົກຂຶ້ນແລ້ວ, ຕົວຢ່າງ ພວກສະຫາຍເວົ້າວ່າ ໄດ້ກວດເຫັນ ບາງຂແນງການ, ອົງການປົກຄອງທ້ອງຖິ່ນ ຈຳນວນນຶ່ງ ຍັງມີ ການຣະເມີດກົດໝາຍ.”

ຊາວລາວ ໃນນະຄອນຫຼວງ ວຽງຈັນ ຜູ້ຂໍສງວນນາມ ທ່ານນຶ່ງ ກໍໄດ້ກ່າວຢືນຢັນ ຕໍ່ຜູ້ສື່ຂ່າວເອເຊັຽເສຣີ ເມື່ອບໍ່ດົນມານີ້ວ່າ ການຣະເມີດ ຣະບຽບກົດໝາຍ ໃນໝູ່ເຈົ້າໜ້າທີ່ ພະນັກງານ ເປັນຄວາມຈິງ ແລະ ຫຼາຍຄົນ ກໍຕົກເປັນເຫຍື່ອ ຫຼື ຖືກຣະເມີດສິທທິ ອັນຊອບທັມແທ້ ເຮັດໃຫ້ສັງຄົມ ປັ່ນປ່ວນ ແລະ ບໍ່ມີຄວາມສງົບ, ດັ່ງທ່ານໄດ້ກ່າວວ່າ:

“ກະຫຼາຍແທ້ ຫັ້ນແຫຼະ ແມ່ນຄວາມຈິງ ເຣື້ອງທີ່ດິນ ລະກະເຣື້ອງ ການຣະເມີດກົດໝາຍ ຂອງເຈົ້າໜ້າທີ່ ນີ້ນ່າ. ຄັນວ່າ ມີການຣະເມີດ ກົດໝາຍແລ້ວ ມັນຈະເຮັດໃຫ້ ຜູ້ທີ່ເສັຽຫາຍບໍ່ພໍໃຈ ຄັນຜູ້ຖືກເສັຽຫາຍ ບໍ່ພໍໃຈ ມັນຈະຟົດເດືອດຂຶ້ນ ຢູ່ໃນສັງຄົມ ເພາະວ່າ ມັນມີ 2 ມາຕຖານ ເດ ໃນການປະຕິບັດ. ບັນຫານີ້ແຫຼະ ແລະ ອັຍການເອງ ກະໄດ້ລົງກວດ, ສານເອງ ກະໄດ້ລົງກວດ, ອົງການກວດກາ ຣັຖບານເອງ ກະໄດ້ລົງກວດ ກະເຫັນແທ້ວ່າ ການປະຕິບັດໜ້າທີ່ ຂອງເຈົ້າໜ້າທີ່ ຕຳຣວຈ ຫັ້ນນ່າ ມັນມີ ມູລຄວາມຈິງແທ້ ຕາມຫາງສຽງ.”

ເວົ້າລວມແລ້ວ, ຜ່ານການຕິດຕາມກວດກາ ຂອງຄນະຜູ້ນຳລາວເອງ ທີ່ໄດ້ຣາຍງານ ຜ່ານຫຼາຍວາຣະກອງປະຊຸມ ແລະ ການສັງເກດການ ຫຼື ປະສົພການ ຂອງປະຊາຊົນລາວ ໂດຍກົງ ທີ່ອັບປໂຍດ ຈາກພຶຕຕິກັມ ການສໍ້ຣາສບັງຫຼວງ ຂອງເຈົ້າໜ້າທີ່ ໃນກົງຈັກຣັຖ ທັງຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ຖືເປັນສິ່ງທີ່ຕອກຢ້ຳ ວ່າ ການສໍ້ຣາສບັງຫຼວງ ໃນລາວ ຍັງເປັນບັນຫາ ທີ່ແຜ່ຂຍາຍ ໄປໃນທົ່ວປະເທສ, ມີຫຼາຍຮູບແບບ ຫຼາຍມິຕິ, ຫຼາຍພຶຕຕິກັມ ແລະ ມີຢູ່ໃນທຸກຣະດັບ ຂອງອົງການຈັດຕັ້ງຣັຖ ທີ່ໄດ້ຝັງຮາກເລິກ ຈົນຍາກ ຈະແກ້ໄຂ ໃຫ້ໝົດໄປ ແບບຖອນກົກ ຖອນຮາກໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.