ການສໍ້ຣາສບັງຫຼວງ ຢູ່ລາວ ຍັງຊໍາເຮື້ອ
2018.09.17
ການສໍ້ຣາດບັງຫຼວງ ເປັນບັນຫາຊໍາເຮື້ອ ທີ່ຂຍາຍວົງກວ້າງອອກໄປ ທົ່ວປະເທສ ທັງຢູ່ຂັ້ນສູນກາງແລະທ້ອງຖິ່ນ. ຫຼາຍປີຜ່ານມານີ້ ບັນຫາ ຍິ່ງໜັກໜ່ວງຂຶ້ນ ຍ້ອນການຄຸ້ມຄອງ ຣັຖ, ຄຸ້ມສັງຄົມດ້ວຍກົດໝາຍ ຢູ່ ສປປລາວ ບໍ່ເຂັ້ມງວດ, ບໍ່ສັກສິດ ເຮັດໃຫ້ສັງຄົມປັ່ນປ່ວນ, ມີການໃຊ້ສິດ ໃຊ້ອໍານາດສໍ້ຣາດບັງຫລວງ, ການຄ້າຂອງເຖື່ອນ ແລະການຄ້າຢາເສບຕິດ ເບັ່ງບານ, ການຊອ່ຍເຫຼືອ ແລະການລົງທຶນ ຂອງຕ່າງປະເທສ ຮວມທັງໂຄງການທາງຣົດໄຟ ຄວາມໄວສູງ ລາວ-ຈີນ ສ້າງຮັ່ງຄູນມີໃຫ້ ພວກມີສິດມີອໍານາດ ໃນຖັນແຖວຄນະນຳ ພັກປະຊາຊົນ ປະຕິວັດລາວ ແລະຣັຖ ສປປລາວ.
ເວົ້າເຖິງການສໍ້ຣາດບັງຫລວງຢູ່ ສປປລາວ ທ່ານ ພັນຄໍາ ວິພາວັນ ກັມການກົມການເມືອງສູນກາງພັກ ຜູ້ປະຈໍາການຄນະເລຂາທິການ ສູນກາງພັກ ແລະທັງເປັນຮອງ ປະທານປະເທສ ຊຶ່ງຫຼາຍຄົນຄາດວ່າ ຈະໄດ້ຂຶ້ນເປັນຜູ້ນໍາສູງສຸດພັກ -ຣັຖ ຄົນຕໍ່ໄປ ກ່າວຢູ່ໃນກອງປະຊຸມ ສລຸບວຽກງານປະຈໍາປີ 2017 ຂອງກະຊວງພາຍໃນເມື່ອກາງເດືອນມົກຣາ 2018 ນີ້ວ່າການຄຸ້ມຄອງຣັຖ ຄຸ້ມຄອງສັງຄົມ ຕາມກົດໝາຍ ຢູ່ ສປປລາວ ແຕ່ໃດມາບໍ່ມີຜົລສັກສິດ:
"ການຄຸ້ມຄອງຣັຖຄຸ້ມຄອງສັງຄົມ ເຮົາບໍ່ມີຜົລສັກສິດ ຕາມກົດໝາຍແຕ່ໃດມາແລ້ວ ແບບວ່າບໍ່ເຂັ້ມງວດ ບໍ່ເດັດຂາດ ບໍ່ສັກສິດ ຈາກອັນນີ້ ກະພາໃຫ້ເກີດຫຍັງ? ພຍາດອາຍາສິດ ຣະເມີດສິດເປັນເຈົ້າຂອງປະຊາຊົນ ສວຍໃຊ້ໜ້າທີ່ຕໍາແໜ່ງ ສໍ້ຣາດບັງຫລວງ."
ຂນະທີ່ສື່ມວນຊົນຂອງທາງການລາວ ຣາຍງານໃນມື້ວັນທີ 31 ກໍຣະກະດາ 2018 ນີ້ວ່າ ບັນຫາການສໍ້ຣາດບັງຫລວງ ຍັງເປັນໄພຂົ່ມຂູ່ ຕໍ່ການພັທນາ ໃນປັດຈຸບັນ ຊຶ່ງພັກ ແລະຣັຖບາລ ສປປລາວ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ເຂົ້າໃນການຕິດຕາມ ກວດກາ ກວດສອບຢ່າງ ເຂັ້ມງວດ ເພື່ອຫລຸດຊ່ອງຫວ່າງໃຫ້ແກ່ການສໍ້ຣາດບັງຫລວງ ແລະຫລຸດຜ່ອນຜົນເສັຍຫາຍແກ່ພາກຣັຖ.
ໂດຍສະເພາະບັນດາໂຄງການໃຫຍ່ໆ ຣະດັບຊາດ ທີ່ທຸກພາກສ່ວນຕ້ອງຕິດຕາມກວດກາຢ່າງໃກ້ຊິດ ເນື່ອງຈາກກຸ່ມຄົນທີ່ມີໜ້າທີ່ຕຳແໜ່ງ ຈຳນວນບໍ່ໜ້ອຍ ສວຍໃຊ້ຫາປໂຍດສ່ວນໂຕ. ຕາມເນື້ອໃນຂ່າວນັ້ນເວົ້າວ່າ: “ຕໍ່ບັນຫາດັ່ງກ່າວ ຂແນງການເງິນ ໄດ້ເປັນເຈົ້າການກວດກາ ກວດສອບຕາມຄວາມຮັບຜິດຊອບຂອງຕົນ.” “ຜ່ານການກວດກາດັ່ງກ່າວ ສາມາດພົບເຫັນ ການລະເມີດລະບຽບກົດໝາຍຢູ່ຂແນງການ ຊັບສິນ ສ່ວຍສາອາກອນ ພາສີ ຄັງເງິນແຫ່ງຊາດ ກົມຄຸ້ມຄອງ ຣັຖວິສາຫະກິດ ແລະ ຂແນງ ປະກັນໄພ ເປັນຕົ້ນແມ່ນກວດເຫັນ ການນໍາເຂົ້ານໍ້າມັນເຊື້ອໄຟ ຮັບໃຊ້ໂຄງການ ກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ.