99 ໂຄງການຂອງຣັຖ ຈະຖືກກວດສອບ

ໄຊຍາ
2018.12.17
F-CORRUPTION ການຣາຍງານຊັພສິນຂອງ ພະນັກງານຣັຖກອນ ໃຫ້ອົງການກວດສອບແຫ່ງຣັດ
RFA

ປີໜ້າ ອົງການກວດສອບແຫ່ງຣັຖ ສປປລາວ ມີແຜນ ທີ່ຈະດຳເນີນ ການກວດສອບ 99 ໂຄງການເປົ້າໝາຍ ທີ່ກ່ຽວຂ້ອງ ກັບໂຄງການພັທນາ ຊຶ່ງນໍາໃຊ້ທຶນກູ້ຢືມ ແລະ ທຶນຊ່ອຍເຫຼືອ ທີ່ 99 ເປົ້າໝາຍ ຂອງຣັຖນັ້ນ ເປັນຜູ້ຮັບຜິດຊອບ, ດັ່ງຍານາງ ວຽງທອງ ສີພັນດອນ ປະທານ ອົງການກວດສອບ ແຫ່ງຣັຖ ໄດ້ຣາຍງານ ໃນກອງປະຊຸມ ສະພາແຫ່ງຊາດ ທີ່ກຳລັງດຳເນີນໄປຢູ່ນີ້ວ່າ:

“ເຊິ່ງໃນປີ 2019 ອົງການ ກວດສອບແຫ່ງຣັຖ ໄດ້ຂຶ້ນແຜນ ດຳເນີນການກວດສອບ 99 ເປົ້າໝາຍ, ກວດສອບ ບົດສລຸບຂາດຕົວ ການປະຕິບັດ ແຜນງົບປະມານ 46 ເປົ້າໝາຍ ກວດກາ ໂຄງການພັທນາ ແບບຍືນຍົງ SDG ສອງເປົ້າໝາຍ, ໂຄງການ ລົງທຶນຂອງຣັຖ ຢູ່ຂັ້ນທ້ອງຖິ່ນ 6 ເປົ້າໝາຍ, ກວດກາໂຄງການກູ້ຢືມ ແລະ ຊ່ອຍເຫລືອລ້າ 21 ເປົ້າໝາຍ, ກວດສອບທະນາຄານຣັຖ 6 ເປົ້າໝາຍ ແລະ ກວດກາວິສາຫະກິຈຣັຖ 18 ເປົ້າໝາຍ.”

ຍານາງກ່າວຕື່ມວ່າ ສຳລັບການກວດສອບນັ້ນ ແມ່ນຈະກວດສອບຣາຍຮັບ-ຣາຍຈ່າຍ ງົບປະມານ ຂອງຣັຖ ໃນໂຄງການ ພັທນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ໂຄງການ ພັທນາແບບຍືນຍົງ, ການນໍາໃຊ້ທຶນ ທີ່ຊ່ອຍເຫຼືອລ້າ ແລະ ທຶນກູ້ຢືມ, ການປ່ອຍສິນເຊື່ອ ແລະ ກວດສອບ ຜົລຂອງ ການດຳເນີນ ທຸຣະກິຈ ຂອງຣັຖວິສາຫະກິຈ.

ໃນໄລຍະຜ່ານມາ ການກວດສອບ ຍັງຜະເຊີນ ກັບຄວາມຫຍຸ້ງຍາກ ເປັນຕົ້ນ ແມ່ນຫົວໜ່ວຍ ງົບປະມານ ທີ່ຖືກກວດສອບ ບໍ່ໃຫ້ການ ຮ່ວມມື ກັບຄນະ ກວດສອບ ໃນເຣື່ອງ ການສົ່ງເອກະສານ ຣາຍງານ ການເງິນ ບໍ່ຄົບຖ້ວນ ແລະ ຊັກຊ້າ, ການຊີ້ແຈງ ບັນຫາ ບໍ່ຖືກຕາມ ຫຼັກການກວດສອບ, ການເຊັນບົດບັນທຶກ ຜົນການກວດສອບ ໃຊ້ເວລາດົນ. ບາງໜ່ວຍງານ ງົບປະມານ ທີ່ຖືກກວດສອບ ບໍ່ເອົາໃຈໃສ່ ປັບປຸງ ແກ້ໄຂ ຄຳແນະນຳ ຂອງຄນະກວດສອບ ເປັນຕົ້ນ.

ພ້ອມກັນນັ້ນ ຍານາງ ວຽງທອງ ຍັງຢ້ຳຕື່ມວ່າ ໃນປີ 2017 ຜ່ານມາ, ສາມາດກວດເຫັນຣາຍຮັບ ທີ່ບໍ່ໄດ້ມອບເຂົ້າງົບປະມານແຫ່ງຣັຖ ຈຳນວນ 239 ຕື້ກີບ. ໃນນັ້ນ ຢູ່ຂັ້ນສູນກາງ 112 ຕື້ກີບ ແລະ ທ້ອງຖິ່ນ 127 ຕື້ກີບ. ເງິນສ່ວນໃຫຍ່ ທີ່ກວດພົບ ແມ່ນຢູ່ຂແນງ ສ່ວຍສາອາກອນ ແລະ ຂແນງຄຸ້ມຄອງຊັພສິນຂອງຣັຖ ເປັນຕົ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.