ການສໍ້ຣາສບັງຫຼວງ ໃນລາວ ຍັງ ບໍ່ລົດລະ
2018.02.07

ການສໍ້ຣາສບັງຫຼວງໃນລາວ ຍັງສືບຕໍ່ຮຸນແຮງ ໃນລະຍະ 5 ຫາ 10 ປີຫຼັງມານີ້ ເນື່ອງຈາກຄວາມອ່ອນແອ ໃນການປະຕິບັດ ກົດໝາຍ ບໍ່ເປັນໄປຢ່າງເຂັ້ມງວດ ເຮັດໃຫ້ເຈົ້າໜ້າທີ່ຣັຖ ທຸກຣະດັບ ໃນຂແນງການຕ່າງໆ ບໍ່ຢ້ານກົວຕໍ່ກົດໝາຍ ຈຶ່ງມີການ ສໍ້ຣາສບັງຫຼວງ ຢ່າງ ແຜ່ຫຼາຍ, ດັ່ງທ່ານ ພັນຄຳ ວິພາວັນ, ຮອງປະທານປະເທສ ໄດ້ກ່າວຕໍ່ກອງປະຊຸມ ສລຸບວຽກງານ ປະຈຳປີ 2017 ຂອງກະຊວງພາຍໃນ ທີ່ເຜີຍແຜ່ ຜ່ານສື່ມວນຊົນທ້ອງຖິ່ນ ຂອງລາວ ເມື່ອກາງເດືອນມົກຣາ ຜ່ານມາ ໃນຕອນນຶ່ງວ່າ:
“ການຄຸ້ມຄອງຣັຖຄຸ້ມຄອງສັງຄົມ ເຮົາບໍ່ມີຜົລສັກສິທຕາມກົດໝາຍ ແຕ່ໃດມາແລ້ວ ແບບວ່າບໍ່ເຂັ້ມງວດ ບໍ່ເດັດຂາດ ບໍ່ສັກສິທ ຈາກອັນນີ້, ກະພາໃຫ້ເກີດຫຍັງ, ພະຍາດອາຍາສິທ, ຣະເມີດສິທເປັນເຈົ້າຂອງປະຊາຊົນ ສວຍໃຊ້ໜ້າທີ່ຕຳແໜ່ງ ສໍ້ຣາສບັງຫຼວງ. ເວົ້າລວມປະກົດການ ຫຍໍ້ທໍ້ ການເສື່ອມຖອຍທາງດ້ານຄຸນທາດ ການເມືອງອື່ນໆເກີດຂຶ້ນ, ດັ່ງທີ່ມະຕິກອງປະຊຸມໃຫຍ່ຄັ້ງທີ 10 ໄດ້ສລຸບຕີຣາຄາແລ້ວ. ໂດຍ ສະເພາະແມ່ນລະຍະຫຼັງນີ້ 5 ປີ 10 ປີຫຼັງນີ້ ເກີດຂຶ້ນຫຼາຍອັນນີ້."
ໃນຂະນະດຽວກັນ, ຊາວລາວທ່ານນຶ່ງ ໃນແຂວງພາກໃຕ້ຂອງລາວ ກໍໄດ້ໃຫ້ທັສນະວ່າ ບັນຫາການສໍ້ຣາສບັງຫຼວງ ໃນລາວ ຍັງເປັນບັນຫາ ໜັກເພາະເງິນເດືອນ ພະນັກງານຣັຖກອນ ໃນທົ່ວປະເທດແມ່ນໜ້ອຍຫຼາຍ ແລະບໍ່ພໍໃຊ້ຈ່າຍ:
“ມັນເຣື້ອງນີ້ມັນເຣື້ອງໜັກໄດ໋ ເງິນເດືອນບໍ່ພໍກິນເຮົາກໍຮູູ້, ແຕ່ລະຄົນກະດີ້ນຮົນ ສັງຄົມພັດອວດອ້າງກັນມີຣົດມີຣາງຈັ່ງມີຖານະ. ຜູ້ໃດມີຍາວ ສາວໄດ້ສາວເອົາ, ຖືກບ່ອນດີກະລ້ຳຣວຍ ບໍ່ມີໃຜຕຳນິ ບໍ່ມີໃຜກວດກາ ມັນກະເຮັດໄປຕະພຶດຕະພື. ບ່ອນໃດມີ ຊ່ອງຫວ່າງມັນເຂົາກະຈົກ ເຂົ້າໄປບ່ອນຫັ້ນແຫຼະ."
ອີງຕາມການຣາຍງານ ຂອງອົງການກວດການຣັຖບານ ແລະຄນະກວດກາສູນກາງພັກ ທີ່ໄດ້ຣາຍງານຕໍ່ກອງປະຊຸມ ສະພາແຫ່ງຊາຕລາວ ສມັຍສາມັນ ເທື່ອທີ 4 ຂອງສະພາແຫ່ງຊາຕ ຊຸດທີ 8 ເມື່ອເດືອນ ພຶສຈິກາ ປີ 2017 ທີ່ຜ່ານມາວ່າ ກວດພົບການ ສໍ້ຣາສບັງຫຼວງ ໃນໂຄງການພັທນາຕ່າງໆ ທັງໃນແຜນແລະນອກແຜນ ຄິດເປັນມູລຄ່າໂຕເລຂ ສະສົມ ສູງເຖິງ 5 ພັນປາຍຕື້ກີບ ຕລອດລະຍະເວລາ 5 ປີຜ່ານມາ.