285 ໂຄງການ ໃຊ້ງົບປະມານ ເກີນຄວາມເປັນຈິງ
2019.02.26
ທາງການລາວ ກວດພົບ ໂຄງການພັທນາ ໃນທົ່ວປະເທດ ຈໍານວນ 285 ໂຄງການ ທີ່ດໍາເນີນການ ບໍ່ໄປຕາມຣະບຽບ ຄື ໃຊ້ງົບປະມານ ຫຼາຍກ່ວາ ຄວາມເປັນຈິງ, ຊຶ່ງສ່ວນໃຫຍ່ ແມ່ນໂຄງການ ສ້າງທາງ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ກະຊວງຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ທ່ານນຶ່ງ ໃນວັນທີ 26 ກຸມພານີ້:
“ມີການປະເມີນຄືນ ວ່າ 1 ປີຜ່ານມາ ເຮົາໃຊ້ເສັ້ນທາງນີ້ ໄດ້ມາຕຖານ ຫລື ບໍ່ໄດ້ມາດຕະຖານ ໄດ້ໄປກວດຄືນ ໄປເຊັກຄືນອີກ ໃບສເນີ ຂອງຜູ້ກໍ່ສ້າງເນາະ ໜາ 20 ເຊັນ ແລ້ວບາດນີ້ ເຂົາໄປເຮັດ ແຕ່ 10 ເຊັນ, ເຂົາເຈົ້າ ໄດ້ຜ່ານ ການປະມູນ ແຕ່ວ່າ ທາງເຂົາເຈົ້າ ສ້າງເນາະ ມັນກໍ ບໍ່ໄດ້ມາຕຖານ ເທົ່າທີ່ຄວນ ສ່ວນປະສົມ ຂອງຢາງ ມັນບໍ່ໄດ້ມາຕຖານ ແຕກງ່າຍເພງ່າຍ.”
ສໍາລັບໂຄງການພັທນາ ທີ່ບໍ່ເປັນໄປ ຕາມຣະບຽບ ຂອງຣັຖບານ, ຊຶ່ງມີທັງໝົດ 285 ໂຄງການນີ້, ຣາຍງານວ່າ ທາງຣັຖບານ ຈະພິຈາຣະນາ ຄືນໃໝ່ ແລະ ປຶກສາຫາຣື ໃນການແກ້ໄຂບັນຫາ ແລະ ດໍາເນີນການ ພ້ອມທັງ ຜູ້ຮັບຜິດຊອບ ແລະ ຜູ້ອະນຸມັດ ໂຄງການນໍາ.
ໂຄງການ ທີ່ກວດພົບວ່າ ໃຊ້ເງິນເກີນກວ່າ ສະພາບຕົວຈິງນັ້ນ ສ່ວນຫຼາຍ ຈະແມ່ນໂຄງການ ພັທນາໂຄງຮ່າງພື້ນຖານ ກ່ຽວກັບ ການສ້າງທາງ ຫຼື ສ້າງສິ່ງອໍານວຍຄວາມສະດວກ ໃຫ້ແກ່ ສາທາຣະນະຊົນ, ໃນນັ້ນ ບໍຣິສັດ ຮັບເໝົາກໍ່ສ້າງ ທີ່ຊະນະການປະມູນ ໄດ້ໂຄງການໃດ ໂຄງການນຶ່ງນັ້ນ ຈະຕີຣາຄາ ການກໍ່ສ້າງ ສູງເກີນຄວາມເປັນຈິງ ແລະ ທາງບໍຣິສັດ ກໍໃຊ້ວັສດຸກໍ່ສ້າງ ທີ່ບໍ່ໄດ້ມາຕຖານ, ຊຶ່ງໂຄງການ ເຫຼົ່ານີ້ ພົບເຫັນ ຢູ່ໃນເກືອບທຸກແຂວງ ທົ່ວປະເທດລາວ ເປັນຕົ້ນ ແຂວງຫລວງນໍ້າທາ, ອຸດົມໄຊ, ຫລວງພຣະບາງ, ຫົວພັນ, ຊຽງຂວາງ, ບໍລິຄໍາໄຊ, ສວັນນະເຂດ, ຈໍາປາສັກ, ອັດຕະປື ແລະ ແຂວງວຽງຈັນ.
ເວົ້າສະເພາະ ໂຄງການທີ່ເຫັນໄດ້ຢ່າງຈະແຈ້ງ ໃນປັດຈຸບັນນີ້ ກໍຄື ໂຄງການເສັ້ນທາງຫລວງ ແຫ່ງຊາດ ເມືອງນາໝໍ້ ແຂວງອຸດົມໄຊ, ອີງຕາມຄໍາເວົ້າ ຂອງປະຊາຊົນ ທ່ານນຶ່ງ ທີ່ບໍ່ປະສົງອອກຊື່:
”ເສັ້ນທາງຫລວງ ແຫ່ງຊາດ ນີ້ໄປຫາ ບ້ານປະມານ 10 ກິໂລແມັດ ເງິນມັນກໍຫລາຍພໍສົມຄວນ ແຕ່ເຂົາເຈົ້າ ເຮັດເປັນຂນາດນ້ອຍໆ ໃຫ້ພໍໄດ້ເງິນ ເງິນມັນຫາຍໄປໝົດນະ ຊາວບ້ານ ກໍຢາກເວົ້າ ຢາກວ່າ ຫຼາຍທີ່ສຸດ ເຂົາທີ່ທຶນ ເຂົາມາເຮັດ ແຕ່ວ່າ ເຂົາກິນຫລາຍ ເງິນມັນຕົກໄປ ນໍາບໍຣິສັດ ເຂົາມາເຮັດ ທຶນຣັຖບານ ມັນກໍຫລາຍສົມຄວນຢູ່ ແຕ່ມັນ ບໍ່ ເໝາະສົມກັບ ມູນຄ່າການເຮັດທາງ.”
ອີງຕາມຣາຍງານ ຂອງອົງການ ກວດສອບແຫ່ງຣັຖ ຕໍ່ກອງປະຊຸມ ຣັຖບານ ປະຈໍາເດືອນກຸມພາ 2019 ນີ້, ທາງອົງການ ກວດພົບ 285 ໂຄງການ ທີ່ໃຊ້ເງິນ ເກີນຄວາມເປັນຈິງ ເຮັດໃຫ້ຣັຖ ສູນເສັຽງົບປະມານ ເຖິງ 4,483 ຕື້ກີບ.