ພະນັກງານຣັຖ ຖືກ ຄະດີ ສໍ້ຣາສ

ພູວົງສ໌
2019.02.05
ໃນກອງປະຊຸມ ພັກ-ຣັຖ ແຂວງສວັນນະເຂດ ມີມະຕິ ເພີ້ມທະວີກວດກາ ການໃຊ້ງົບປະມານ ຂອງພະນັກງານ ຢ່າງເຂັ້ມງວດຂຶ້ນ ເພື່ອ ປ້ອງກັນ ການສໍ້ຣາສບັງຫຼວງ.
ຮູບພາບອຸປຖັມໂດຍ: ນັກຂ່າວ ແຂວງສະຫວັນນະເຂດ

ທາງການແຂວງສະຫວັນນະເຂດ, ກຳລັງດຳເນີນຄະດີ ຕໍ່ພະນັກງານຣັຖກອນແຂວງ ຈຳນວນ 10 ປາຍຄົນ, ທີ່ຖືກຈັບເມື່ອປີກາຍ, ເຊິ່ງ ສ່ວນໃຫຍ່ຖືກຈັບໃນຂໍ້ຫາສໍ້ໂກງ ງົບປະມານຂອງຣັຖ. ດັ່ງເຈົ້າໜ້າທີ່ກວດກາພັກ-ຣັຖ ແຂວງສະຫວັນນະເຂດທ່ານນຶ່ງ, ໄດ້ກ່າວຕໍ່ຜູ້ສື່ຂ່າວ ເອເຊັຽເສຣີ ໃນມື້ວັນທີ 5 ກຸມພາ ນີ້ວ່າ:

“ໂອ້! ປີກາຍນີ້ພວກເຮົາຍັງສເນີໃຫ້ ພາກສ່ວນນຶ່ງ, ລະໃຫ້ສານສົ່ງທາງເບື້ອງຍຸຕິທັມ, ແຕ່ວ່າເພິ່ນບໍ່ທັນໄດ້ສຳເຣັຈ. 10 ກວ່າຄົນ ຣັຖກອນ, ຫັ້ນນ່າ. ຂັ້ນຕອນພວກເຮົາໄດ້ສົ່ງສຳນວນ ໃຫ້ເບື້ອງອັຍການເພິ່ນ."

ເຈົ້າໜ້າທີ່ກ່າວຕື່ມວ່າ ການດຳເນີນຄະດີ ພະນັກງານຣັຖກອນຈຳນວນດັ່ງກ່າວ, ກຳລັງສັງລວມສຳນວນໃຫ້ທາງອັຍການ ເປັນຜູ້ຟ້ອງສານ, ເຊິ່ງຕ້ອງໃຊ້ເວລາ ກ່ອນທີ່ຈະເຖິງຂັ້ນຕັດສິນລົງໂທສ, ຖືກໂທສໜັກຫຼືເບົາ ແມ່ນຂຶ້ນກັບຄວາມຜິດຂອງແຕ່ລະຄົນ. ສຳລັບຊື່ແລະຕຳແໜ່ງ ຂອງພະນັກງານຣັຖກອນ ທີ່ວ່ານັ້ນ, ທ່ານວ່າບໍ່ສາມາດເປີດເຜີຍໄດ້ເທື່ອ.

ຍານາງກ່າວອີກວ່າ ໃນປີນີ້, ທາງຄນະກວດກາພັກ-ຣັຖ ແຂວງສະຫວັນນະເຂດ, ຈະເພີ້ມທະວີການກວດກາການເຮັດວຽກ ແລະການໃຊ້ ງົບປະມານຂອງພະນັກງານ ແຕ່ລະພາກສ່ວນ ຢ່າງເຂັ້ມງວດຂຶ້ນ, ເພື່ອປ້ອງກັນບໍ່ໃຫ້ບັນຫາການສໍ້ຣາສບັງຫຼວງ ເກີດຂຶ້ນອີກ. ໃນຂນະນີ້, ທາງຄນະກວດກາພັກ-ຣັຖ ແຂວງສະຫວັນນະເຂດ ກຳລັງກະກຽມ ເປີດກອງປະຊຸມກັນຢູ່, ແຕ່ຈະເປັນມື້ໃດນັ້ນກໍຍັງບໍ່ຮູ້ເທື່ອ.

ເມື່ອວັນທີ 28 - 30 ມົກກະຣາ ທີ່ຜ່ານມາ, ອົງການກວດກາຣັຖບານ ໄດ້ຈັດກອງປະຊຸມວຽກງານກວດກາ ທົ່ວປະເທສ, ເຊິ່ງກອງປະຊຸມ ມີມະຕິ, ຈະຕິດຕາມກວດກາຄຸ້ມຄອງ ການນຳໃຊ້ງົບປະມານຂອງຣັຖ, ຕັ້ງຄນະສືບສວນ ການໃຊ້ງົບປະມານ ແບບບໍ່ຖືກຕ້ອງ, ຮວມທັງ ເອົາໃຈໃສ່ຕໍ່ການສະກັດກັ້ນ ແລະ ຕ້ານການສໍ້ຣາສບັງຫຼວງ ໃນປີ 2019.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.