ຢາກເປັນຣັຖກອນຢູ່ລາວ ຕ້ອງຍັດຊອງ: ປະຊາຊົນ

0:00 / 0:00

ການທີ່ຈະໄດ້ເຂົ້າເປັນ ພະນັກງານຣັຖກອນ ຢູ່ປະເທດລາວ ຍັງຄົງໄດ້ຊື້ຈ້າງກັນ ເຖິງແມ່ນວ່າຣັຖບານ ຈະອອກປະກາດວ່າການສອບເສັງ ຮັບເອົາພະນັກງານຣັຖກອນ ຈະຕ້ອງໂປ່ງໃສ ທີ່ສຸດກໍຕາມ.

ເຊີນທ່ານ ຟັງການສຳພາດ ພະນັກງານ ຂັ້ນສູງຢູ່ລາວ, ແລະ ຟັງຈາກປະຊາຊົນລາວ ທັມມະດາສາມັນ ເບິ່ງວ່າຂະເຈົ້າຮູ້ສຶກແນວໃດ.

ທາງຝ່າຍເຈົ້າໜ້າທີ່ ອົງການແນວລາວສ້າງຊາດ ແຂວງຈຳປາສັກ ກໍໄດ້ກ່າວສະແດງຄວາມເປັນຫ່ວງ ຢູ່ໃນກອງປະຊຸມ ສະພາປະຊາຊົນ ແຂວງຈຳປາສັກ ໃນວັນທີ 8 ມົກກະຣາ ກ່ຽວກັບບັນຫາການຊື້ຈ້າງ ບັນຈຸເຂົ້າເປັນຣັຖກອນ ແລະ ການຊື້ຈ້າງເຂົ້າຮຽນ ຕາມສະຖາບັນ ຕ່າງໆ. ເຊີນທ່ານຮັບຟັງໄດ້